ຈຸດພົ້ນເດັ່ນໃນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19 ຂອງ ຫວຽດນາມ

23:32 | 19/05/2022

ຍສໝ - ໜັງສືພິມ The Star ຂອງ ມາເລເຊຍ ໄດ້ຮັບຮູ້ການເຕີບໂຕໃນການ ສົ່ງອອກສິນໃນນ້ຳຂອງຫວຽດນາມ. ບົດຂຽນໃຫ້ຮູ້ວ່າ ມູນຄ່າການສົ່ງອອກສິນ ໃນນ້ຳໃນເດືອນເມສາ ຜ່ານມາບັນລຸ 1,05 ຕື້ USD...

ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້​ແກ່ກອງງທຶນປ້ອງກັນ, ຕ້ານ​ໂລກລະບາດ​ໂຄວິດ - 19 ຂອງ ຫວຽດນາມ ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້​ແກ່ກອງງທຶນປ້ອງກັນ, ຕ້ານ​ໂລກລະບາດ​ໂຄວິດ - 19 ຂອງ ຫວຽດນາມ
ຊາວອາເມລິກາຄົນໜຶ່ງສະແດງຄວາມຄິດເຫັນກ່ຽວກັບ ການປ້ອງກັນ, ຄວບຄຸມໂລກລະບາດ Covid – 19 ຂອງ ຫວຽດນາມ: ລະບົບການດູແລທາງການແພດພິເສດ ຊາວອາເມລິກາຄົນໜຶ່ງສະແດງຄວາມຄິດເຫັນກ່ຽວກັບ ການປ້ອງກັນ, ຄວບຄຸມໂລກລະບາດ Covid – 19 ຂອງ ຫວຽດນາມ: ລະບົບການດູແລທາງການແພດພິເສດ

ໃນອາທິດຜ່ານມາ, ສື່ມວນຊົນສາກົນໄດ້ລົງພິມຫຼາຍບົດຂຽນໂດຍຕີລາຄາສູງຕໍ່ ການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19 ຂອງເສດຖະກິດ ຫວຽດນາມ ໃນຫຼາຍຂົງເຂດຫຼັກແຫຼ່ງ.

ຈຸດພົ້ນເດັ່ນໃນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19 ຂອງ ຫວຽດນາມ
ຈຸດພົ້ນເດັ່ນໃນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19 ຂອງ ຫວຽດນາມ. ພາບປະກອບ: TTXVN

ໜັງສືພິມ The Star ຂອງ ມາເລເຊຍ ໄດ້ຮັບຮູ້ການເຕີບໂຕໃນການ ສົ່ງອອກສິນໃນນ້ຳຂອງຫວຽດນາມ. ບົດຂຽນໃຫ້ຮູ້ວ່າ ມູນຄ່າການສົ່ງອອກສິນ ໃນນ້ຳໃນເດືອນເມສາ ຜ່ານມາບັນລຸ 1,05 ຕື້ USD, ນຳມູນຄ່າ ການສົ່ງອອກສິນ ໃນນ້ຳໃນໄລຍະ 4 ເດືອນຕົ້ນປີ 2022 ຂຶ້ນເປັນ 3,57 ຕື້ USD, ເພີ່ມຂຶ້ນເກືອບ 44% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ປະຈຸບັນ, ອາເມລິກາ, ຍີ່ປຸ່ນ ແລະ ຈີນ ແມ່ນ 3 ຕະຫຼາດນຳເຂົ້າສິນ ໃນນ້ຳແຖວໜ້າຂອງ ຫວຽດນາມ.

ສ່ວນໜັງສືພິມ Nikkei Asia ຂອງ ຍີ່ປຸ່ນ ກໍຕີລາຄາສູງຕໍ່ການຟື້ນຟູການຂົນ ສົ່ງທາງອາກາດຂອງ ຫວຽດນາມ ພາຍຫຼັງໂລກລະບາດໂຄວິດ-19. ບົດຂຽນໄດ້ຄາດຄະເນວ່າ ປະລິມານສິນຄ້າສົ່ງຜ່ານທາງອາກາດໃນປີ 2022 ຂອງ ຫວຽດນາມ ຈະເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ເພີ່ມຂຶ້ນກວ່າ 1,52 ໂຕນ, ໝາຍຄວາມວ່າ ເພີ່ມຂຶ້ນໄວກວ່າລະດັບ ສະເລ່ຍເພີ່ມຂຶ້ນໃນແຕ່ລະປີແມ່ນ 15% ໃນຮອບເວລາ 30 ປີຜ່ານມາ.

ກ່ຽວກັບຂະແໜງການບໍລິການການເງິນ, ເວັບໄຊເຕັກໂນໂລຊີ TechwireAsia ໃຫ້ຂໍ້ສັງເກດວ່າ: ປະຈຸບັນ ຂົງເຂດ Fintech ຢູ່ ຫວຽດນາມ ພວມມີລະດັບເຕີບໂຕໄວທີ 2 ຢູ່ ອາຊີຕາເວັນອອກສ່ຽງໃຕ້, ພຽງແຕ່ຖັດຈາກ ສິງກະໂປ ເທົ່ານັ້ນ.

ບູນມີ

ເຫດການ
302 Found

Found

The document has moved here.