ຫວິງລອງ ຊຸກຍູ້​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ປ່ຽນແປງຮູບ​ແບບການເຕີບໂຕ

16:39 | 29/04/2022

ຍສໝ - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ແຂວງ ຫວິງລອງ ຄວນຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ; ພັດທະນາກະສິກຳຕິດພັນກັບຊົນນະບົດໃໝ່.

ມາ​ນະ​ພະ​ຍາ​ຍາມ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລະ​ຫວ່າງ EU - ຫວຽດ​ນາມ ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ ມາ​ນະ​ພະ​ຍາ​ຍາມ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລະ​ຫວ່າງ EU - ຫວຽດ​ນາມ ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່
ສະ​ມາ​ຄົມ​ປັນ​ຍາ​ຊົນ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ໃນ​ອາ​ຍຸ​ການ​ໃໝ່ ສະ​ມາ​ຄົມ​ປັນ​ຍາ​ຊົນ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ໃນ​ອາ​ຍຸ​ການ​ໃໝ່

ຕອນເຊົ້າວັນທີ 28 ເມສາ, ຢູ່ແຂວງ ຫວິງລອງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ຄະນະປະຕິບັດງານ ໄດ້ມີການເຮັດວຽກກັບ ຄະນະປະຈຳອົງຄະນະພັກແຂວງ ຫວິງລອງ ກ່ຽວກັບໝາກຜົນການຜັນ ຂະຫຍາຍປະຕິບັດໜ້າທີ່ປີ 2021, ໄຕມາດ I ປີ 2022 ແລະ ໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ; ການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວ ກັບນະໂຍບາຍປີການເງິນ, ເງິນຕາໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ແລະ ຕິດຕາມກວດກາຫົວເລື່ອງສະເພາະຂອງ ສະພາແຫ່ງຊາດ; ຄະນະປະຈຳສະພາແຫ່ງຊາດ ປີ 2022.

ຫວິງລອງ ຊຸກຍູ້​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ປ່ຽນແປງຮູບ​ແບບການເຕີບໂຕ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: VOV

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ແຂວງ ຫວິງລອງ ຄວນຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນ ໃໝ່ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ; ພັດທະນາກະສິກຳຕິດພັນ ກັບຊົນນະບົດໃໝ່.

ແຂວງ​ກໍ່​ຕ້ອງ​ສືບ​ຕໍ່​ສຸມ​ໃສ່​ກໍ່ສ້າງ​ຊົນນະບົດ​ໃໝ່, ພັດທະນາ​ຕົວ​ເມືອງ​ພາກ​ກາງ ​ແຕ່​ຕ້ອງ​ສົມທົບ​ກັບ​ຊົນນະບົດ ​ແລະ ຕົວ​ເມືອງ, ກໍ່ສ້າງ​ໂຄງການ​ເສດຖະກິດ​ລວມໝູ່, ສະຫະກອນ, ກໍ່ສ້າງ​ບັນດາ​ຜະລິດ​ຕະພັນ OCOP ​ເພື່ອ​ເພີ່ມ​ມູນ​ຄ່າ​ຜະລິດ​ຕະພັນ; ພ້ອມ​ກັນ​ນັ້ນ, ກໍສືບ​ຕໍ່​ລົງທຶນ​ພັດທະນາ ​ແລະ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ​ໃຫ້​ສົມບູນ​ແບບ ​ເພື່ອ​ດຶງ​ດູດ​ການ​ລົງທຶນ, ພັດທະນາ​ການ​ຜະລິດ ສົມທົບ​ກັບ​ການ​ລົງທຶນ​ເຂົ້າ​ບັນດາ​ໂຄງການ​ຊົນລະປະທານ ​ແລະ ຄວບ​ຄຸມ​ໄພ​ນ້ຳ​ຖ້ວມ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.