ຍົກລະດັບການຮ່ວມມືດ້ານເສດຖະກິດໃຫ້ກາຍເປັນເສົາຄ້ຳໃນການພົວພັນ ຫວຽດນາມ - ລາວ

06:30 | 18/05/2022

2 ຝ່າຍເຫັນດີຄວນສືບຕໍ່ມານະພະຍາຍາມຊອກຫາວິທີແກ້ໄຂບຸກທະລຸ ເພື່ອຍົກສູງລະດັບການຮ່ວມມືທາງດ້ານເສດຖະກິດໃຫ້ກາຍເປັນເສົາຄ້ຳຂອງການພົບພັນລະຫວ່າງ 2 ປະເທດຢ່າງແທດຈິງ ແລະ ສອດຄ່ອງກັບສາຍພົວພັນແບບພິເສດ ຫວຽດນາມ - ລາວ

ຫວຽດນາມ - ລາວ ແບ່ງປັນບົດຮຽນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ຫຼັງໂລກລະບາດໂຄວິດ-19 ຫວຽດນາມ - ລາວ ແບ່ງປັນບົດຮຽນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ຫຼັງໂລກລະບາດໂຄວິດ-19
ເພີ່ມທະວີສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ ເພີ່ມທະວີສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ

ໃນຂອບເຂດການຢ້ຽມຢາມປະເທດ ສປປ.ລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 17 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ. ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ, ສະພາແຫ່ງຊາດ ຫວຽດນາມ ຖືເປັນສຳຄັນວຽກງານກໍ່ສ້າງ ແລະ ສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບ ເພື່ອຕອບສະໜອງຄວາມຮຽກຮ້ອງຂອງພາລະກິດແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຍາມໃດກໍ່ສະໜັບສະໜູນ ແລະ ຕັ້ງໜ້າຕິດຕາມກວດກາ, ຊຸກຍູ້ການປະຕິບັດບັນດາລາຍການ, ໂຄງການຮ່ວມມືລະຫວ່າງລັດຖະບານ ຫວຽດນາມ ແລະ ລາວ.

ກ່ຽວກັບທິດທາງເພີ່ມທະວີການຮ່ວມມື 2 ຝ່າຍໃນໄລຍະຈະມາເຖິງ, 2 ຝ່າຍເຫັນດີຄວນສືບຕໍ່ມານະພະຍາຍາມຊອກຫາວິທີແກ້ໄຂບຸກທະລຸ ເພື່ອຍົກສູງລະດັບການຮ່ວມມືທາງດ້ານເສດຖະກິດໃຫ້ກາຍເປັນເສົາຄ້ຳຂອງການພົບພັນລະຫວ່າງ 2 ປະເທດຢ່າງແທດຈິງ ແລະ ສອດຄ່ອງກັບສາຍພົວພັນແບບພິເສດ ຫວຽດນາມ - ລາວ; ສືບຕໍ່ເອົາໃຈໃສ່, ມີມາດຕະການຢ່າງມີປະສິດທິຜົນເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃຫ້ແກ່ວິສາຫະກິດ ແລະ ບັນດາໂຄງການຮ່ວມມືສຳຄັນລະຫວ່າງ 2 ປະເທດຄື: ສວນສາທາລະນະມິດຕະພາບ ລາວ - ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ, ທ່າກ່ຳປັນ 1,2,3 ຂອງທ່າກ່ຳປັນ ວູງອາງ, ເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ວຽງຈັນ…

2 ຝ່າຍກໍ່ສືບຕໍ່ຢືນຢັນການສົມທົບກັນໃນຫຼາຍຂົງເຂດສຳຄັນອື່ນໆ; ພ້ອມທັງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນສະຫະປະຊາຊາດ, ອາຊຽນ ແລະ ບັນດາກົນໄກຮ່ວມມືເຂດອະນຸພາກພື້ນ, ນັບທັງຊ່ວງທາງລັດຖະບານ ແລະ ລັດຖະສະພາ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.