ຍສໝ - ໃນວັນທີ 19 ກັນຍາ, ຢູ່ນະຄອນຫຼວງເບີລິນ, ສະມາຄົມນັກຮົບເກົ່າຫວຽດນາມ (CCB) ຢູ່ເຢຍລະມັນ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວອາຍຸການ 2018-2020 ພ້ອມທັງປຶກສາຫາລືທິດທາງການເຄື່ອນໄຫວໃນໄລຍະຈະມາເຖິງ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຂອງສະມາຄົມຕື່ມອີກ, ປະກອບສ່ວນເພີ່ມທະວີການເຊື່ອມຕໍ່ ແລະ ຄວາມສາມັກຄີໃນປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ.
ຍສໝ - ບັນດາການລົງພຶດຕິກຳຕົວຈິງ ຢູ່ເຂດໝູ່ເກາະແມ່ນກຳລັງໃຈເພື່ອປະຊາຄົມຊາວຫວຽດນາມ ອາໄສຢູ່ໄກບ້ານເກີດເມືອງນອນ ກໍ່ມີບັນດາການກະທຳຢ່າງລະອຽດ ເພື່ອປະກອບສ່ວນເຂົ້າໃນການຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.
ຕອນບ່າຍວັນທີ 18 ກັນຍາ ຕາມເວລາທ້ອງຖິ່ນ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ ແລະໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ອາໄສ ແລະເຮັດວຽກຢູ່ກູບາ.
ຍສໝ - ມາຮອດປະຈຸບັນ, ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດໄດ້ສົ່ງເງິນກວ່າ 60 ຕື້ດົ່ງ ພ້ອມກັບອຸປະກອນການແພດ ແລະ ຜະລິດຕະພັນຫຼາຍຢ່າງ ເພື່ອໜູນຊ່ວຍວຽກງານປ້ອງກັນ, ຄວບຄຸມໂລກລະບາດພາຍໃນປະເທດ.
ຍສໝ - ທ່ານ ເອກອັກຄະລັດຖະທູດຫວຽດນາມ ປະຈຳສາທາລະນະລັດເຊັກໂກ, ໄທຊວນຢຸງ ແລະພະນັກງານສະຖານທູດຫາກໍ່ເຂົ້າຮ່ວມງານບຸນ ຈັກກະວານແຫ່ງສີ 2021 ແລະພົບປະກັບປະຊາຄົມຊາວຫວຽດນາມຢູ່ແຂວງ Ústecký (ສາທາລະນະລັດເຊັກໂກ).
ຍສໝ - ສະມາຄົມນັກສຶກສາຫວຽດນາມ ແລະ ຄະນະການສຶກສາສາກົນ, ມະຫາວິທະຍາໄລ ເຊອູນ ພາກໃຕ້ (ສ.ເກົາຫຼີ) ໄດ້ມີການເຮັດວຽກກັບຜູ້ຕາງໜ້າຂອງສະມາຄົມຊາວຫວຽດນາມ ຢູ່ສ.ເກົາຫຼີ ແລະ ມອບເງິນ, ສິ່ງທີ່ຈຳເປັນທາງການແພດໃຫ້ແກ່ໂຄງການ “ມອບຄວາມຮັກ” ໂດຍ ສະມາຄົມຊາວຫວຽດນາມ ຢູ່ສ.ເກົາຫຼີ ປຸກລະດົມ ເພື່ອແນໃສ່ໜູນຊ່ວຍຫວຽດນາມ ໃນການຕໍ່ສູ້ກັບການແຜ່ລະບາດຂອງພະຍາດ COVID-19.
ຍສໝ - ຫວ່າງແລ້ວນີີ້, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ແລະ ກະຊວງການຕ່າງປະເທດ ໄດ້ຈັດພິທີຮັບເຄື່ອງກວດວິເຄາະໄວ ໂຄວິດ -19 ຈຳນວນ 26.000 ຊຸດທີ່ບໍລິຈາກໂດຍຄອບຄົວຂອງທ່ານ ເຈີນດັ່ງຄ່ວາ (ຊາວຫວຽດນາມຢູ່ປະເທດເຢຍລະມັນ) ມອບໃຫ້ພະນັກງານກະຊວງການຕ່າງປະເທດ.
ຍສໝ - ວັນທີ 7 ກັນຍາ, ນ້ຳນົມຫຼາຍກວ່າ 80,000 ກ່ອງໂດຍຊຸມຊົນຊາວຫວຽດນາມຢູ່ນິວຊີແລນໄດ້ບໍລິຈາກໃຫ້ ໂຮງໝໍ ແລະ ໂຮງໝໍພາກສະໜາມ 26 ແຫ່ງ, ໂດຍການຮ່ວມມື ແລະໜູນຊ່ວຍຂອງ ສະມາຄົມພຸດທະສາສະໜາ ຫວຽດນາມ ແລະກຸ່ມການກຸສົນອາສາສະໝັກແບ່ງປັນ - Sharing.
ຄຳເວົ້າຂອງປະທານ ໂຮ່ຈີມິນ ໄດ້ດັງຂຶ້ນໄປທົ່ວສະໜາມຫຼວງ ບາດິ່ງ ປະຫວັດສາດໃນລະດູໃບໄມ້ຫຼົ່ນຂອງ 76 ປີກ່ອນນີ້ ຍາມໃດກໍ່ຍັງຝັງເລິກໃນດວງໃຈຂອງປະຊາຊົນຫວຽດນາມ ແຕ່ລະຄົນ
ຊາວຫວຽດນາມ ແຕ່ລະຄົນຍາມໃດກໍ່ມີຄວາມເອກອ້າງທະນົງໃຈຕໍ່ພື້ນຖານເອກະລາດເສລີພາບຂອງປະເທດຊາດ
ຍສໝ - ສະຖານທູດຫວຽດນາມ ປະຈຳມົງໂກລີ ຫາກໍ່ໄດ້ຮັບເງິນ 7000 USD ໂດຍຊາວຫວຽດນາມຢູ່ຕ່າງປະເທດ ສະໜັບສະໜູນກອງທຶນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢູ່ພາຍໃນປະເທດ.
ຍສໝ - ຕອນບ່າຍວັນທີ 21 ສິງຫາ 2021, ສູນວັດທະນະທຳມະໂນຈິດ ປະຊາຄົມຊາວຫວຽດນາມຢູ່ໂປໂລຍ ໄດ້ຈັດຕັ້ງງານບຸນວູລານ ຢ່າງສົມກຽດ ເພື່ອຕອບບຸນແທນຄຸນພໍ່ແມ່ ພ.ສ 2565 (ຄ.ສ 2021) ທີ່ວັດ ເຍິນຫວ່າ ປະເທດໂປໂລຍ.
ຍສໝ - ສະມາຄົມຊາວຫວຽດນາມອາໄສຢູ່ມາກາວ (ຈີນ) ຫາກໍ່ມອບເງິນຈຳນວນຫຼາຍກວ່າ 239 ລ້ານດົ່ງ (ຜ່ານຮູບການໂອນເງິນ) ເພື່ອສະໜັບສະໜູນການປ້ອງກັນການລະບາດ ຂອງພະຍາດໂຄວິດ -19 ຢູ່ຫວຽດນາມ.
ຍສໝ - ວັນທີ 12 ສິງຫາ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ - ກະຊວງການຕ່າງປະເທດໄດ້ປະສານສົມທົບກັບຄະນະກຳ ມະການຊາວຫວຽດນາມຢູ່ຕ່າງປະເທດ ນະຄອນໂຮ່ຈີມິນ ເພື່ອຈັດຕັ້ງໂຄງການ: “ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈກັບນະຄອນໂຮ່ຈີມິນ ເພື່ອຕ້ານການລະບາດຂອງພະຍາດ ໂຄວິດ -19”.
ຍສໝ - ໄລ່ຮອດວັນທີ 5 ສິງຫາ 2021, ຊາວຫວຽດນາມເກືອບ 3.5 ລ້ານຄົນໄດ້ມີໃບຢັ້ງຢືນການສັກຢາກັນພະຍາດໂຄວິດ -19 ເອເລັກໂທຣນິກ.
ຍສໝ - ສະມາຄົມການກຸສົນ Sen Vang Berlin ໄດ້ຮຽກຮ້ອງໃຫ້ຊຸມຊົນຊາວຫວຽດນາມໃນເຢຍລະມັນ ໜູນຊ່ວຍ ແລະ ຊ່ວຍເຫຼືອປະຊາຊົນຢູ່ໃນສອງລັດ ຄື Rheinland-Palatinate ແລະ Nordrhein-Westphalia (ເຢຍລະມັນ) ແກ້ໄຂຜົນສະທ້ອນຂອງໄພນໍ້າຖ້ວມ ແລະ ເຮັດໃຫ້ຊີວິດຂອງເຂົາເຈົ້າມີຄວາມເປັນປົກກະຕິ.
ຍສໝ - ສະມາຄົມແມ່ຍິງຫວຽດນາມຢູ່ມາເລເຊຍ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳມາເລເຊຍ ມອບຂອງຂວັນເກືອບ 70 ພູດ ເພື່ອໜູນຊ່ວຍຊາວຫວຽດນາມທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນກົວລາລຳເປີ ແລະບັນດາເຂດອ້ອມຂ້າງ.
ວັນທີ 29 ກໍລະກົດ, ສະຖານທູດຫວຽດນາມ ປະຈໍາ ອາຟຣິກາໃຕ້ ໄດ້ຈັດຕັ້ງພິທີມອບ-ຮັບຜ້າອັດປາກ-ອັດດັງ ຈຳນວນ 50.000 ອັນ ໃຫ້ແກ່ຜູ້ຕາງໜ້າສະຖານທູດ Eswatini ປະຈໍາ ອາຟຣິກາໃຕ້ ເພື່ອແນໃສ່ໜູນຊ່ວຍປະຊາຊົນລາຊະອານາຈັກນີ້ປ້ອງກັນ, ຕ້ານພະຍາດໂຄວິດ-19.
ນັບແຕ່ເມື່ອພະຍາດໂຄວິດ-19 ແຜ່ລະບາດ ຄັ້ງທີ 4 ຢູ່ຫວຽດນາມ, ເຖິງວ່າການດໍາລົງຊີວິດຍັງປະສົບຄວາມຫຍຸ້ງຍາກກໍ່ຕາມ ແຕ່ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ມີຫຼາຍຮູບການເພື່ອສະໜັບສະໜູນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ພາຍໃນປະເທດ.
ຍສໝ - ສະຖານທູດຫວຽດນາມປະຈຳ ເຢຍລະມັນ ຫາກໍ່ສົ່ງຈົດໝາຍ ເຖິງປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ, ຮຽກຮ້ອງໃຫ້ຮ່ວມແຮງຮ່ວມໃຈໜູນຊ່ວຍ ບ້ານເກີດເມືອງນອນຂອງຕົນໃນການຕໍ່ສູ້ຕ້ານພະຍາດ ໂຄວິດ - 19