ລາວມອບໃບຍ້ອງຍໍໃຫ້ສ່ວນບຸກຄົນ ແລະໝູ່ຄະນະຊາວຫວຽດນາມ ທີ່ຕັ້ງໜ້າເຄື່ອນໄຫວການກຸສົນ

08:53 | 14/01/2022

ຕອນຄໍ່າວັນທີ 12 ມັງກອນ, ທີ່ວັດເຝິດຕິ໊ກ ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດໍາເນີນພິທີມອບໃບຍ້ອງຍໍໃຫ້ບຸກຄົນ ແລະໝູ່ຄະນະຊາວຫວຽດນາມ ທີ່ມີຜົນງານໃນວຽກງານຊ່ວຍເຫຼືອ ແລະຂົນຂວາຍການຊ່ວຍເຫຼືອໃຫ້ຊາວລາວ ທີ່ປະສົບໄພທໍາມະຊາດ, ພະຍາດໃນໄລຍະຜ່ານມາ ແລະພິທີປຸກລະດົມບໍລິຈາກໃຫ້ໂຄງການບູລະນະວັດເຝິດຕິ໊ກວຽງຈັນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ໃຫ້​ມີ​ການ​ສັກ​ຢາ​ວັກ​ຊີ​ນ​ຕ້ານ Covid-19 ໂດຍໄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ໃຫ້​ມີ​ການ​ສັກ​ຢາ​ວັກ​ຊີ​ນ​ຕ້ານ Covid-19 ໂດຍໄວ
ຕາຕະລາງວັນພັກປີໃໝ່ກຸດຫວຽດນາມ 2022 ຍາວ 9 ວັນ ຕາຕະລາງວັນພັກປີໃໝ່ກຸດຫວຽດນາມ 2022 ຍາວ 9 ວັນ
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ກ່າວຄໍາເຫັນທີ່ເຫດການ. ພາບ: ສໍານັກຂ່າວສານຫວຽດນາມ.
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ກ່າວຄໍາເຫັນທີ່ເຫດການ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ເຫດການ, ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນລາວ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ວັດເຝິດຕິ໊ກວຽງຈັນ ແລະພຸດທະສາສະນິກະຊົນຊາວຫວຽດນາມ ອາໄສຢູ່ລາວ ໄດ້ມີຜົນງານໃນການປະກອບສ່ວນ, ໜູນຊ່ວຍຊາວລາວ ໃນທົ່ວປະເທດທີ່ປະສົບກັບຄວາມຫຍຸ້ງຍາກຈາກໄພທໍາມະຊາດ, ພະຍາດດ້ວຍມູນຄ່າເຖິງຫຼາຍຕື້ກີບ.

ຕາງໜ້າໃຫ້ພັກ, ລັດລາວ, ທ່ານ ທອງຈັນ ມະນີໄຊ ໄດ້ຂອບໃຈຢ່າງສູງສົ່ງຕໍ່ການກະທຳຂອງພະສົງສຳມະເນນ, ພຸດທະສາສະນິກະຊົນຊາວຫວຽດນາມ ຂອງວັດເຝິດຕິ໊ກວຽງຈັນ, ກໍ່ຄືປະຊາຄົມຊາວຫວຽດນາມ ແລະບັນດາວິສາຫະກິດຫວຽດນາມ ຢູ່ລາວ ຍາມໃດກໍ່ຮ່ວມເດີນທາງ, ແບ່ງປັນ ແລະມີການໜູນຊ່ວຍທັນການຕໍ່ກັບຊາວລາວ ທີ່ປະສົບກັບຄວາມຫຍຸ້ງຍາກເປັນຕົ້ນແມ່ນປະຊາຊົນທີ່ຢູ່ເຂດໄດ້ຮັບຜົນສະທ້ອນຈາກໄພທໍາມະຊາດນໍ້າຖ້ວມ, ສູນປົກປ້ອງຜູ້ຖືກເຄາະຮ້າຍ, ພິການ... ພິເສດແມ່ນການບໍລິຈາກໃຫ້ວັດ ແລະຊາວລາວ ປະສົບກັບຄວາມຫຍຸ້ງຍາກໃນພະຍາດໂຄວິດ-19.

ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຕີລາຄາສູງຕໍ່ແນວຄິດບູລະນະວັດເຝິດຕິ໊ກວຽງຈັນ, ພິເສດແມ່ນແນວຄິດກໍ່ສ້າງເຂດອະນຸສາວະລີປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະເຂດໄວ້ອາໄລດວງວິນຍານບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຫວຽດນາມ-ລາວ ທີ່ເສຍສະຫຼະຊີວິດໃນການຕໍ່ສູ້ເພື່ອພື້ນຖານເອກະລາດ, ຄວາມເສລີພາບຂອງສອງຊາດ; ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ກໍາລັງທໍາມາຫາກິນຢູ່ລາວ ແລະຢູ່ໃນພາຍໃນປະເທດ, ປະກອບສ່ວນຕາມຄວາມສາມາດຂອງຕົນ, ເພື່ອໃຫ້ແຜນການບູລະນະວັດເຝິດຕິ໊ກວຽງຈັນສໍາເລັດໂດຍໄວ.

la.qdnd.vn

ເຫດການ
302 Found

Found

The document has moved here.