ມີຂັ້ນຕອນໃດ ເພື່ອໃຫ້ຊາວຫວຽດນາມຢູ່ຕ່າງປະເທດ ກັບຄືນເມືອນະຄອນໂຮ່ຈິມິນ ສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ?

16:25 | 12/01/2022

ຍສໝ - ຕາມ​ການ​ຊີ້​ນຳ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ, ຜູ້​ໂດຍສານ​ທີ່​ເຂົ້າເມືອງ ​ຕ້ອງ​ໄດ້ມີ​ຜົນ​ການກວດ PCR ເປັນລົບ ​ພາຍ​ໃນ 72 ຊົ່ວ​ໂມງ. ຄຽງ​ຄູ່​ກັນ​ນັ້ນ, ​ເມື່ອ​ເຂົ້າ​ໄປ​ສະໜາມ​ບິນ, ຜູ້​ໂດຍສານ​ຕ້ອງ​ປະຕິບັດ​ຕາມ​ຄຳ​ແນະນຳ​ທັງ 5 ຢ່າງ.

ປີ 2021 ຊາວຫວຽດນາມຢູ່ຕ່າງປະເທດສົ່ງເງິນກັບຄືນປະເທດ ຄາດວ່າຈະເພີ່ມຂຶ້ນ 10% ເມື່ອທຽບໃສ່ປີກ່ອນ ປີ 2021 ຊາວຫວຽດນາມຢູ່ຕ່າງປະເທດສົ່ງເງິນກັບຄືນປະເທດ ຄາດວ່າຈະເພີ່ມຂຶ້ນ 10% ເມື່ອທຽບໃສ່ປີກ່ອນ
ຮຽກຮ້ອງບັນດາອົງການ, ສ່ວນບຸກຄົນ ແລະ ຊາວຫວຽດນາມຢູ່ຕ່າງປະເທດ ສືບຕໍ່ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ຮຽກຮ້ອງບັນດາອົງການ, ສ່ວນບຸກຄົນ ແລະ ຊາວຫວຽດນາມຢູ່ຕ່າງປະເທດ ສືບຕໍ່ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

ທ່ານ ຫງວຽນ​ຮິວ​ຮື່ງ, ຮອງ​ຫົວ​ໜ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ນະ​ຄອນ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ: ນະ​ຄອນ​ໄດ້​ປະກາດລະ​ບຽບ​ການ ​ໃຫ້​ຄົນ​ຕ່າງ​ປະ​ເທດ​ທີ່​ເຂົ້າເມືອງນະ​ຄອນ​ໂຮ່​ຈິ​ມິນ. ລະອຽດ​, ການແນະນຳ​ນີ້​ແມ່ນ​ອີງ​ຕາມ​ການ​ຕົກລົງ​ຂອງ​ລັດຖະບານ ​ກ່ຽວກັບການ​ອະນຸຍາດ​ໃຫ້​ນະຄອນ ​ໄດ້​ຮັບ​ຖ້ຽວ​ບິນ​ການ​ຄ້າ ​ແລະ ຮັບ​ເອົາ​ພົນລະ​ເມືອງ​ຈາກ​ຕ່າງປະ​ເທດ​ ​ເຂົ້າເມືອງມາ​ຫວຽດນາມ ໃນບຸນປີໃໝ່ປະຈຳຊາດ ແຕ່​ວັນ​ທີ 1 ມັງກອນ 2022.

ຕາມເນື້ອໃນແນະ​ນຳ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ, ຜູ້​ໂດຍສານ​ທີ່​ເຂົ້າເມືອງ ​ຕ້ອງ​ໄດ້ມີ​ຜົນ​ການກວດ PCR ເປັນລົບ ​ພາຍ​ໃນ 72 ຊົ່ວ​ໂມງ ເຊິ່ງອອກໂດຍອຳນາດການປົກຄອງຂອງປະເທດປະຈຳຖິ່ນ. ນອກຈາກນັ້ນ, ຜູ້ໂດຍສານຕ້ອງແຈ້ງອາການສຸຂະພາບການແພດ, ຢືນຢັນວ່າ ພວກເຂົາໄດ້ຮັບການສັກຢາວັກຊີນສອງໂດສ, ສໍາລັບຜູ້ທີ່ຕິດເຊື້ອ ​ໂຄ​ວິດ-19, ຕ້ອງມີໃບຢັ້ງຢືນການຫາຍດີເປັນປົກກະຕິ.

ມີຂັ້ນຕອນໃດ ເພື່ອໃຫ້ຊາວຫວຽດນາມຢູ່ຕ່າງປະເທດ ກັບຄືນເມືອນະຄອນໂຮ່ຈິມິນ ສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ?
ຊາວຫວຽດນາມຢູ່ຕ່າງປະເທດ ກັບຄືນເມືອນະຄອນໂຮ່ຈິມິນ ສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ

ຕໍ່ໜ້າ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ທີ່ຍາກຈະຄາດຄະເນໄດ້ນັ້ນ, ບັນດາການນຳ ​ນະຄອນ​ຮຽກຮ້ອງ​ໃຫ້​ປະຕິບັດ​ລະບຽບ​ການ​ຢ່າງ​ເຂັ້ມ​ງວດ, ບໍ່​ໃຫ້​​ປະໝາດ, ​ຍົກສູງສະຕິລະວັງຕົວ. ບັນດາໜ່ວຍ​ງານ​ຕ້ອງຍົກສູງ​ຄວາມ​ຮັບຜິດຊອບ​ຂອງ​ຜູ້ນຳໜ້າ, ກຽມພ້ອມ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ, ບໍ່​ໃຫ້​ຕົກຢູ່ໃນທ່າຮັບແບບ​ບໍ່​ຄາດ​ຄິດ. ຈໍາ​ກັດ​ການ​ເຕົ້າ​ໂຮມ​ປະ​ຊາ​ຊົນ ​ເພື່ອ​ຕອບ​ສະ​ຫນອງ​ຂໍ້​ກໍາ​ນົດ​ຂອງ​ການ​ປ້ອງ​ກັນ ​ແລະ ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​.

5 ບາດກ້າວ ​ທີ່​ຕ້ອງ​ປະຕິບັດ​ເມື່ອເຂົ້າເມືອງ ນະຄອນ​ໂຮ່ຈິ​ມິນ:

ຂັ້ນຕອນທີ 1: ເມື່ອເຮືອບິນລົງຈອດຢູ່ສະໜາມບິນ, ຜູ້ໂດຍສານຕ້ອງຕິດຕັ້ງແອັບ PC-Covid ເພື່ອສ້າງ "ລະຫັດ QR ສ່ວນຕົວ".

ຂັ້ນ​ຕອນ​ທີ 2​: ຫຼັງ​ຈາກການເຂົ້າເມືອງ, ຜູ້​ໂດຍ​ສານ​ຕ້ອງໄດ້​ຮັບ​ການ​ກວດ SARS-CoV-2 ທັນ​ທີ ​ທີ່​ເຂົາ​ເຈົ້າ​ໄປ​ເຖິງ​ສະ​ຫນາມ​ບິນ​ ແລະ ​​ຮັບ​ຜົນ​ການ​ກວດແບບ​ໄວ​ຢູ່​ກັບທີ່ເລີຍ​. ຖ້າຜົນກວດອອກມາເປັນບວກ, ຜູ້ໂດຍສານຈະຕ້ອງເອົາຕົວຢ່າງເພື່ອກວດ RT-PCR ແລະ ສົ່ງໄປໂຮງໝໍພາກສະໜາມ ເລກທີ 12 ເພື່ອແຍກຫ່າງ ແລະ ປິ່ນປົວ. ໃນທາງກົງກັນຂ້າມ, ເມື່ອຜົນກວດເປັນລົບ, ຜູ້ໂດຍສານ ຈະໄດ້ຮັບການແນະນໍາຜ່ານຂັ້ນຕອນການອອກຈາກສະຫນາມບິນ ແລະ ກັບຄືນໄປຫາບ່ອນພັກທີ່ລົງທະບຽນກ່ອນນັ້ນ.

ຂັ້ນ​ຕອນ​ທີ 3: ໃນ​ຕະຫຼອດ​​ການ​ເຄື່ອນ​ຍ້າຍ​ໄປທີ່​ພັກ​, ຜູ້​ເຂົ້າ​ເມືອງ​ຕ້ອງ​ປະ​ຕິ​ບັດ​ຕາມ​ລະ​ບຽບ 5K ຢ່າງ​ເຂັ້ມ​ງວດ​.

ຂັ້ນຕອນທີ 4: ໃນວິວັດການຈຳກັດບໍລິເວນ, ປະຊາຊົນຕ້ອງຕິດຕາມສຸຂະພາບຂອງເຂົາເຈົ້າ ແລະ ແຈ້ງອາການສຸຂະພາບການແພດທຸກໆມື້.

ຂັ້ນຕອນທີ 5: ມີ 2 ກໍລະນີ. ສຳລັບຜູ້ທີ່ໄດ້ຮັບວັກຊີນຄົບແລ້ວ, ເມື່ອກັບຄືນບ້ານແມ່ນຕ້ອງໄດ້ຕິດຕາມສຸຂະພາບຢູ່ເຮືອນເປັນເວລາ 3 ວັນ. ຜູ້ທີ່ຍັງບໍ່ໄດ້ຮັບວັກຊີນ ຫຼື ຍັງບໍ່ທັນໄດ້ຮັບວັກຊີນຄົບ ຕ້ອງໄດ້ຈຳກັດບໍລິເວນຢູ່ເຮືອນເປັນເວລາ 7 ວັນ, ອຳນາດການປົກຄອງທ້ອງຖິ່ນຈະເຮັດການກວດວິໄຈໃນວັນທີ 3 ແລະ ວັນທີ 7.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.