ສ້າງທຸກເງື່ອນໄຂ ໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ ກັບເມືອບ້ານຢ່າງປອດໄພ ໃນສະພາບໂລກລະບາດໂຄວິດ-19

07:58 | 11/01/2022

ຍສໝ - ການ​ນຳ​ຂອງ​ພັກ ​ແລະ ລັດ ​ແມ່ນ​ມີ​ຄວາມ​ເອົາ​ໃຈ​ໃສ່ທີ່ສຸດ ​ແລະ ຊີ້​ນຳ​ ເພື່ອ​ສ້າງ​ເງື່ອນ​ໄຂ​ສູງ​ສຸດ​ໃຫ້​ປະຊາຊົນ​ໄປກັບ​ເມືອຢາມ​ບ້ານເກີດ​ເມືອງ​ນອນ.

ເສີມຂະຫຍາຍແຫຼ່ງກຳລັງ, ນ້ຳໃຈຮັກຊາດຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມຸ່ງສູ່ບ້ານເກີດເມືອງນອນ, ປະເທດຊາດ ເສີມຂະຫຍາຍແຫຼ່ງກຳລັງ, ນ້ຳໃຈຮັກຊາດຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມຸ່ງສູ່ບ້ານເກີດເມືອງນອນ, ປະເທດຊາດ
ເຊື່ອມຕໍ່ນັກຊ່ຽວຊານຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບລະບົບນິເວດປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ ເຊື່ອມຕໍ່ນັກຊ່ຽວຊານຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບລະບົບນິເວດປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ

ໃນ​ຂອບ​ເຂດ​ໂຄງການ​ຂໍ້​ມູນ​ຂ່າວສານ ​ກ່ຽວ​ກັບ​ສະຖານະ​ການ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ໝາກຜົນ​ການ​ເຮັດ​ວຽກ​ຂອງ​ຄະນະ​ກຳມະການ​ລັດ​ ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ປີ 2021 ​ແລະ ທິດ​ທາງ​ການ​ເຄື່ອນ​ໄຫວ​ໃນ​ປີ 2022, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າມກ່ວາງຮ້ຽວ, ປະທານ​ຄະນະ​ກຳມະການ​ແຫ່ງ​ລັດ ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ຖື​ວ່າ: ການພາ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ກັບ​ບ້ານ​ໃນ​ສະພາບ​ໂລກລະບາດ​ໂຄ​ວິດ-19 ​ແມ່ນ​ແຜນນະ​ໂຍບາຍ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ນຳພັກ, ​​ລັດ.

ຜ່ານ​ການ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ ​ຂອງ​ບັນ​ດາ​ການ​ນຳ​ຂັ້ນ​ສູງ, ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ອັນ​ຊອບ​ທຳ​ ທີ່​ຈະ​ກັບ​ຄືນ​ເມືອ​ຢາມບ້ານ​ເກີດ​ເມືອງ​ນອນ ແລະ ປະ​ເທດ​ຕົນ. ສະ​ນັ້ນ, ການ​ນຳ​ຂອງ​ພັກ ​ແລະ ລັດ ລ້ວນ​ແຕ່​ເອົາ​ໃຈ​ໃສ່ ​ແລະ ຊີ້​ນຳ​ສ້າງ​ເງື່ອນ​ໄຂ​ສູງ​ສຸດ​ໃຫ້​ປະຊາຊົນ​ໄປກັບ​ເມືອຢາມ​ບ້ານ​ເກີດ​ເມືອງ​ນອນ.

ສ້າງທຸກເງື່ອນໄຂ ໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ ກັບເມືອບ້ານຢ່າງປອດໄພ ໃນສະພາບໂລກລະບາດໂຄວິດ-19
ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າມກ່ວາງຮ້ຽວ, ປະທານ​ຄະນະ​ກຳມະການ​ແຫ່ງ​ລັດ ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ພາບ: baoquocte.vn

ໃນປີ 2021, ກະຊວງ​ການ​ຕ່າງປະ​ເທດ ປະສານສົມທົບກັບ ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ສາທາລະນະ​ສຸກ, ກະຊວງ​ຕຳຫຼວດ ​ແລະ ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ (ຄະນະ​ເຮັດ​ວຽກ 5 ກະຊວງ) ​ໄດ້​​ຈັດ​ຕັ້ງ​ປະມານ 173 ຖ້ຽວ​ບິນ​ ເພື່ອ​ຕ້ອນຮັບ​ຜູ້​ມີ​​ບຸລິມະສິດ 50.000 ກວ່າ​ຄົນ​ ກັບ​ຄືນ​ປະ​ເທດ, ຈຳກັດບໍລິເວນ​ຢູ່​ບັນດາ​ສະຖານ​ທີ່​ຄຸ້ມ​ຄອງ​ໂດຍ​ທະຫານ; 400 ຖ້ຽວບິນເພື່ອຮັບເອົາປະມານ 70,000 ຄົນ ມາຈຳກັດບໍລິເວນ​ຢູ່ສະຖານທີ່ພົນລະເຮືອນ ໃນຮູບແບບສະຫມັກໃຈ ແລະ ຈ່າຍຄ່າທໍານຽມ.

ກ່ຽວ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຊອບ​ທຳ ​ຂອງ​ຊາວ​ຫວຽດນາມ ທີ່​ຢາກ​ກັບ​ຄືນ​ເມືອ​ບ້ານ​ເກີດ​ເມືອງ​ນອນ​ ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ໃຫ້​ຮູ້​ວ່າ: ກະຊວງ​ການ​ຕ່າງປະ​ເທດ​ ໄດ້​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ຈັດຕັ້ງປະຕິບັດ​ທິດ​ທາງ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີຜູ້ປະຈຳການ ຟ້າ​ມບິ່ງ​ມິ​ງ, ຕົກລົງ​ຈະ​ຟື້ນ​ຟູ​ຖ້ຽວ​ບິນໂດຍສານ​ສາກົນ​ປົກກະຕິ​ກັບ​ເຂດ​ທີ່​ມີ​ຄວາມ​ປອດ​ໄພ​ສູງ ​ຄື: ​​ປັກ​ກິ່ງ/ກວາງ​ໂຈ່​ວ (ຈີນ), ​ໂຕ​ກຽວ (ຍີ່ປຸ່ນ), ​ເຊ​ອຸນ (ສ.​ເກົາຫຼີ), ​ໄທ​ເປ (​ໄຕ້​ຫວັນ-ຈີນ), ບາງກອກ (​ໄທ), ສິງກະໂປ, ວຽງຈັນ (ລາວ), ພະນົມເປັນ (ກຳປູເຈຍ), ຊານຟານຊິດໂກ/ລອສແອງເຈລີສ (ສະຫະລັດອາເມລິກາ) ໂດຍປະຕິບັດຕາມຄຳແນະນຳຂອງກະຊວງສາທາລະນະສຸກ ກ່ຽວກັບມາດຕະການການແພດ ເພື່ອປ້ອງກັນການລະບາດຂອງພະຍາດສຳລັບຄົນເຂົ້າ-ອອກເມືອງ, ຮັບປະກັນຄວາມປອດໄພ, ປະສິດທິພາບ ແລະ ລຸລ່ວງຕະຫຼອດ. ໄລຍະເວລາທົດລອງເລີ່ມແຕ່ວັນທີ 1 ມັງກອນ 2022.

ວັນ​ທີ 16 ທັນວາ 2021, ກະຊວງ​ສາທາລະນະ​ສຸກ​ ໄດ້​ອອກ​ຈົດໝາຍ​ທາງ​ການເລກທີ 10688/BYT-MT ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ​ໂຄ​ວິດ-19 ສຳລັບ​ຄົນ​ເຂົ້າ​ເມືອງ, ​ໃນ​ນັ້ນ​ມີ​ລະບຽບ​ການ​ ໃນ​ກໍລະນີ​ທີ່​ຄົນ​ເຂົ້າ​ຫວຽດນາມ​ ທີ່ໄດ້​ຮັບການສັກຢາ​ວັກ​ແຊງ​ຢ່າງຄົບຖ້ວນ, ຕ້ອງຈຳກັດບໍລິເວນ​​ຢູ່​ໃນ​ບ້ານ 3 ວັນ; ສໍາລັບຜູ້ທີ່ຍັງບໍ່ໄດ້ສັກຢາປ້ອງກັນ, ພວກເຂົາຕ້ອງໄດ້ຈຳກັດບໍລິເວນ​ເປັນເວລາດົນກວ່າ. ນອກ​ນີ້, ກະຊວງ​ການ​ຕ່າງປະ​ເທດ ​ຍັງ​ປຶກສາ​ຫາລື​ກັບ​ບັນດາ​ປະ​ເທດ​ກ່ຽວ​ກັບ​ຮູບ​ແບບ​ການ​ຮັບ​ຮູ້ “ໜັງສືຜ່ານ​ແດນ​ວັກ​ແຊງ” ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຊົນ​ໃນ​ການ​ເດີນທາງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.