ລາວ ເລີ່ມລົງມືກໍ່ສ້າງ ອາຄານກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ

16:30 | 28/12/2021

ຍສໝ - ເມື່ອບໍ່ດົນມານີ້, ຢູ່ນະຄອນຫຼວງວຽງຈັນ (ສປປ.ລາວ), ໄດ້ຈັດພິທີເລີ່ມລົງມືໂຄງການກໍ່ສ້າງ ອາຄານກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຂອບເຂດຂອງກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ.ລາວ ທີ່ອຸປະຖຳໂດຍສະມາຄົມຊາວຫວຽດນາມ ຢູ່ນະຄອນຫລວງວຽງຈັນ.

ວິສາຫະກິດລາວ ສະໜັບສະໜູນກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ ວິສາຫະກິດລາວ ສະໜັບສະໜູນກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ
ບັນດາວິສາຫະກິດລາວ ໄດ້ສືບຕໍ່ຮ່ວມແຮງຮ່ວມໃຈສະໜັບສະໜູນ ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ບັນດາວິສາຫະກິດລາວ ໄດ້ສືບຕໍ່ຮ່ວມແຮງຮ່ວມໃຈສະໜັບສະໜູນ ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ນີ້​ແມ່ນ​ໂຄງການ​ປະຕິບັດ​ຂໍ້​ຕົກລົງ​ແລກປ່ຽນ​ສິດ​ນຳ​ໃຊ້​ທີ່​ດິນ​ສາທາລະນະ ​ທີ່​ໄດ້​ລົງ​ນາມ​ລະຫວ່າງ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ກະຊວງ​ອຸດສາຫະກຳ​ການ​ຄ້າ ແຫ່ງ ສປປ.ລາວ.

ຕາມ​ສຳນັກຂ່າວສານ​ຫວຽດນາມ ທີ່​ນະຄອນຫຼວງ​ວຽງ​ຈັນ ແລ້ວ, ​ເຂົ້າ​ຮ່ວມ​ພິທີ​ເລີ່ມລົງມື​ໂຄງການ​ກໍ່ສ້າງ​ ຝ່າຍ​ຫວຽດນາມ ມີ​ຜູ້ຕາງໜ້າ​ສະຖານທູດ​ຫວຽດນາມ ປະຈຳລາວ, ທ່ານ ​ເລ​ວັນ​ມຸ້ຍ ປະທານ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ແລະ ທ່ານພະສັງຄະນາຍົກ ​ທິກມິ​ງກວາງ, ຫົວໜ້າຄະນະ​ກຳມະການ ​ປະສານ​ງານ​ພຸດທະສາສະໜາ​ຫວຽດນາມ ຢູ່​ລາວ, ​ແລະ ຜູ້ຕາງໜ້າ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ຈໍານວນ​ໜຶ່ງ. ສ່ວນຝ່າຍລາວ, ມີທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ.ລາວ ພ້ອມດ້ວຍບັນດາການນຳກະຊວງເຂົ້າຮ່ວມ.

ລາວ ເລີ່ມລົງມືກໍ່ສ້າງ ອາຄານກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ
ລາວ ເລີ່ມລົງມືກໍ່ສ້າງ ອາຄານກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ. (ພາບ: bnews)

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ເລ​ວັນ​ມຸ້ຍ ​ໃຫ້​ຮູ້​ວ່າ: ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ກວ່າ 13 ຕື້​ກີບ (1,1 ລ້ານ USD), ອາຄານກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ກໍ່ສ້າງໃນເນື້ອທີ່ 2,500 m2 , ລວມມີ 5 ຊັ້ນ ໄດ້​ປະກອບ​ສິ່ງອຳນວຍຄວາມສະດວກຢ່າງຄົບຊຸດ​, ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ການ​ເຮັດ​ວຽກ​ ສຳຫຼັບ​ຫຼາຍ​ກ່ວາ 200 ຄົນ​. ຄາດຄະເນໄລຍະເວລາການກໍ່ສ້າງຂອງໂຄງການແມ່ນ 18 ເດືອນ. ເມື່ອສ້າງສຳເລັດແລ້ວ, ອາຄານດັ່ງກ່າວຈະປະກອບສ່ວນຍົກສູງປະສິດທິຜົນດ້ານວິຊາສະເພາະຂອງກົມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າຂອງ ສປປ.ລາວ ເວົ້າລວມ ໃນອະນາຄົດ.

ຕາງໜ້າການນຳກະຊວງອຸດສາຫະກຳ ແລະ ການຄ້າລາວ, ທ່ານ ບຸນເຖິງ ດວງສະຫວັນ, ອະດີດຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ຕີລາຄາສູງຄວາມສຳຄັນຂອງໂຄງການນີ້, ຢືນຢັນການແລກປ່ຽນສິດນຳໃຊ້ທີ່ດິນສາທາລະນະ ລະຫວ່າງສະມາຄົມຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ກະຊວງ​ອຸດສາຫະກຳ - ການ​ຄ້າ ແຫ່ງ ສປປ.ລາວ ​ແມ່ນແທດເໝາະ​ກັບ​ສະພາບ​ຕົວ​ຈິງ, ປະກອບສ່ວນ​ສ້າງ​ເງື່ອນ​ໄຂ​ສະດວກ ​ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ດີງາມ​ໃຫ້​ແຕ່ລະ​ຝ່າຍ, ພ້ອມ​ກັນ​ນັ້ນ ​ກໍໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ ລາວ - ຫວຽດນາມ.

ກ່ອນໜ້ານີ້, ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ.ລາວ ກໍໄດ້ມອບສິດນຳໃຊ້ທີ່ດິນ ອາຄານເກົ່າຂອງກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ຖັດຈາກວັດເຟີດຕິກ ນະຄອນຫຼວງວຽງຈັນ) ເພື່ອສ້າງອະນຸສາວະລີຜູ້ນຳລາວ-ຫວຽດນາມ, ​ແລະ ດວງວິນຍານວິ​ລະ​ຊົນ, ນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດ ​ຂອງ​ສອງ​ປະ​ເທດ​ ​ໃນປາງ​ສົງ​ຄາມ​ປົກ​ປັກ​ຮັກ​ສາ​ປະ​ເທດ.

ຄຽງ​ຄູ່​ກັນ​ນັ້ນ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ກົມ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ​ໃນ​ວຽກ​ງານ, ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ວັດ ເຟີດຕິກ​ໄດ້​ເຫັນ​ດີ​ໜູນ​ຊ່ວຍ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ແຫ່ງ ສປປ.ລາວ ກໍ່ສ້າງ​ສຳນັກງານ​ໃຫຍ່​ແຫ່ງ​ໃໝ່ ດ້ວຍ​ການ​ລະດົມ​ທຶນ​ຈາກ ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ທີ່​ລົງທຶນ​ຢູ່​ລາວ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.