ສະພາບການຊາວຫວຽດນາມ ອາໄສຢູ່ ​ຢູແກຼນ ບໍ່ມີຄວາມວຸ່ນວາຍຫຼາຍ

11:23 | 20/02/2022

ຍສໝ - ວັນ​ທີ 17 ກຸມພາ​, ທີ່​ກອງ​ປະຊຸມ​ຂ່າວ​ປະຈຳໄລຍະ​ກະຊວງ​ການ​ຕ່າງປະ​ເທດ, ​ເມື່ອ​ຕອບຄຳຖາມ​ກ່ຽວ​ກັບ​ວຽກ​ງານ​ປົກ​ປ້ອງ​ພົນລະ​ເມືອງ​ໃນ​ສະພາບ​ການ​ຢູ່ຢູ​ແກຼນ, ​ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ​ ໃຫ້​ຮູ້​ວ່າ:

ປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ ຮ່ວມແຮງຮ່ວມໃຈຊ່ວຍເຫຼືອປະຊາຊົນຊາວ ລາວ ແລະຫວຽດນາມ ປະສົບຄວາມຫຍຸ້ງຍາກ ປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ ຮ່ວມແຮງຮ່ວມໃຈຊ່ວຍເຫຼືອປະຊາຊົນຊາວ ລາວ ແລະຫວຽດນາມ ປະສົບຄວາມຫຍຸ້ງຍາກ
ສ່ວນບຸກຄົນ 4 ຄົນ ແລະ ໝູ່ຄະນະໄດ້ຮັບໃບຍ້ອງຍໍຢູ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ ຢູແກຼນ ແຂວງເງະອານຊຸດ​ທີ  III ສ່ວນບຸກຄົນ 4 ຄົນ ແລະ ໝູ່ຄະນະໄດ້ຮັບໃບຍ້ອງຍໍຢູ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ ຢູແກຼນ ແຂວງເງະອານຊຸດ​ທີ III

ຫວຽດນາມ​ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະຕິດຕາມ​ກວດກາ​ສະພາບ​ການ​ຢູ່ ຢູ​ແກຼນ ຢ່າງ​ໃກ້ຊິດ, ກໍ່ຄືວຽກງານ​ປົກ​ປ້ອງ​ພົນລະ​ເມືອງ ​ແລະຊາວ​ຫວຽດນາມ ທີ່ອາ​ໄສ ​ແລະ ​ເຮັດ​ວຽກ​ຢູ່​ທີ່​ນີ້. ດ້ວຍ​ຈິດ​ໃຈ​ນັ້ນ, ກະຊວງ​ການ​ຕ່າງປະ​ເທດ​ໄດ້​ຊີ້​ນຳ​ສະຖານທູດ​ຫວຽດນາມ ປະຈຳ ຢູ​ແກຼນ ​ໄປ​ຍັງ​ບາງ​ສະຖານ​ທີ່​ຊາວ​ຫວຽດນາມ ອາ​ໄສຢູ່ໂດຍ​ກົງ​ ເພື່ອ​ຢ້ຽມຢາມຖາມຂ່າວພໍ່ແມ່ປະຊາຊົນ ​ແລະຊອກ​ຮູ້​ສະພາບ​ຕົວ​ຈິງ. ມາ​ຮອດ​ປະ​ຈຸ​ບັນ, ສະ​ພາບ​ການ​ຊາວ​ຫວຽດ​ນາມ ​ຢູ່ ຢູ​ແກຼນ ຍັງ​ບໍ່​ທັນ​ມີ​ຄວາມວຸ່ນວາຍຫຍັງຫຼາຍເທື່ອ.

ສະພາບການຊາວຫວຽດນາມ ອາໄສຢູ່ ​ຢູແກຼນ ບໍ່ມີຄວາມວຸ່ນວາຍຫຼາຍ
ທ່ານນາງເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: cand.com.vn

ໂດຍຕອບຄໍາຖາມຂອງນັກຂ່າວ, ສະເໜີໃຫ້ຮູ້ວ່າ ປະຕິກິລິຍາຂອງຫວຽດນາມ ຕໍ່ກັບເລື່ອງກະຊວງການຄ້າອາເມລິກາ ປະກາດລະດັບພາສີຕ້ານການຂາຍ ບຸບລາຄາເບື້ອງຕົ້ນ ຄາດຄະເນຂຶ້ນເຖິງ 400% ຕໍ່ກັບຜະລິດຕະພັນ ນໍ້າເຜິ້ງ ຂອງຫວຽດນາມ, ທ່ານນາງ ເລທິທູຮ່ັງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ເລື່ອງຝ່າຍອາເມລິກາ ໝູນໃຊ້ລະດັບພາສີການຕ້ານຂາຍບຸບລາຄາ ທີ່ຄາດຄະເນ ຕໍ່ກັບນໍ້າເຜິ້ງຂອງຫວຽດນາມຄືດັ່ງຂ້າງເທິງ ຈະສົ່ງຜົນກະທົບທີ່ຫຍໍ້ທໍ້ ຫຼາຍຢ່າງໃຫ້ຂະແໜງລ້ຽງເຜິ້ງຂອງຫວຽດນາມ ເຊິ່ງອາເມລິກາແມ່ນ ຕະຫຼາດສົ່ງອອກຕົ້ນຕໍ; ພ້ອມທັງສົ່ງຜົນກະທົບທີ່ເສຍປຽບເຖິງຂະແໜງ ປູກຝັງຂອງຫວຽດນາມ. ເລື່ອງນີ້ແນ່ນອນຈະສົ່ງຜົນສະທ້ອນຢ່າງໂດຍກົງເຖິງ ວຽກເຮັດງານທໍາ, ການທໍາມາຫາກິນຂອງຫຼາຍຄອບຄົວທີ່ລ້ຽງເຜິ້ງ ແລະຊາວ ກະສິກອນ, ເປັນຕົ້ນແມ່ນພາກໃຕ້ ແລະເຂດໄຕງວຽນຂອງຫວຽດນາມ.

ປະຈຸບັນ, ກະຊວງອຸດສາຫະກໍາ ແລະການຄ້າ ແລະກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ ກໍາລັງດໍາເນີນການແລກປ່ຽນກັບຝ່າຍ ອາເມລິກາຢູ່ທຸກຂັ້ນເພື່ອແກ້ໄຂວຽກດັ່ງກ່າວ, ສະເໜີບັນດາມາດຕະການຂອງ ຝ່າຍອາເມລິກາ ໃນບັນຫານີ້ຕ້ອງອີງໃສ່ພື້ນຖານພາວະວິໄສ, ຍຸຕິທໍາ, ຖືກຕ້ອງ ຕາມລະບຽບການຂອງ WTO, ບໍ່ສ້າງຄວາມເສຍຫາຍທີ່ບໍ່ມີເຫດຜົນໃຫ້ຜູ້ລ້ຽງເຜິ້ງ ແລະວິສາຫະກິດຫວຽດນາມ.

ບູນມີ

ເຫດການ
302 Found

Found

The document has moved here.