ແຂວງກຽນຢາງ ສະຫຼຸບການສອບເສັງ “ນ້ອງຮັກທະເລ, ໝູ່ເກາະບ້ານເກີດເມືອງນອນ” | |
ປີ 2022, ກຽນຢາງ ຈະດຶງດູດການລົງທຶນ ເຂົ້າເຂດເສດຖະກິດດ່ານຊາຍແດນ |
ນີ້ແມ່ນຂອງຂວັນຂອງຄະນະພັກ, ລັດຖະບານ ແລະ ປະຊາຊົນແຂວງ ກຽນຢາງ ໜູນຊ່ວຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ທຸກຍາກ ຢູ່ເຂດກົງສຸນໃຫຍ່ຮັບຜິດຊອບ (ໃນນັ້ນມີບັນດາແຂວງຄື: ແຂວງ Preah Sihanouk, Kampot, Kep, Koh Kong, Kampong Speu ແລະ Takeo) ເພື່ອຕ້ອນຮັບປີໃໝ່ປີຂານ 2022.
ເຂົ້າຮ່ວມພິທີມີ ທ່ານ ຫວູງອກລີ, ກົງສຸນໃຫຍ່ຫວຽດນາມ ປະຈຳແຂວງ Preah Sihanouk ແລະ ພະນັກງານສະຖານກົງສຸນໃຫຍ່, ການນຳພະແນກການຕ່າງປະເທດ ກຽນຢາງ ແລະ ປ້ອມປ້ອງກັນດ່ານຊາຍແດນສາກົນ ຮ່າຕຽນ, ແຂວງ ກຽນຢາງ.
![]() |
ກຽນຢາງ ສົ່ງຂອງຂວັນໜູນຊ່ວຍພີ່ນ້ອງຊາວຫວຽດນາມຢູ່ກຳປູເຈຍ ຕ້ອນຮັບບຸນປີໃຫມ່ປີຂານ 2022. (ພາບ: vietnamplus) |
ໂດຍຜ່ານກົງສູນໃຫຍ່, ທ່ານ ວັນກົງເດົາ, ຫົວໜ້າພະແນກການຕ່າງປະເທດແຂວງກຽນຢາງ, ຜູ້ຕາງໜ້າການນຳແຂວງກຽນຢາງ ໄດ້ຝາກຄຳຢື້ຢາມຖາມຂ່າວຂອງຄະນະພັກ, ລັດຖະບານ, ແນວໂຮມປະເທດຊາດ ແລະ ປະຊາຊົນແຂວງກຽນຢາງ ຢູ່ເຂດຮັບຜິດຊອບຂອງກົງສຸນໃຫຍ່ ໄດ້ອວຍພອນຕ້ອນຮັບບຸນປີໃໝ່ປະຈຳຊາດຢ່າງມີຄວາມຜາສຸກ ແລະ ອົບອຸ່ນ, ພ້ອມກັນນັ້ນກໍອວຍພອນໃຫ້ພີ່ນ້ອງຮ່ວມຊາດ ມີສຸຂະພາບເຂັ້ມແຂງ ແລະ ແກ້ໄຂຢ່າງສຳເລັດຜົນ ໃນການຜ່ານຜ່າຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ-19.
ນີ້ແມ່ນຄັ້ງທີ 5 ທີ່ແຂວງ ກຽນຢາງ ສົ່ງຂອງຂວັນໄປໜູນຊ່ວຍປະຊາຄົມຊາວຫວຽດນາມ ຢູ່ພາກຕາເວັນຕົກສຽງໃຕ້ຂອງກຳປູເຈຍ ນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19 ໃນຕົ້ນປີ 2020. ຜ່ານບັນດາຂອງຂວັນດັ່ງກ່າວ, ປະຊາຄົມຊາວ ຫວຽດນາມ ຢູ່ ກຳປູເຈຍ ມີຄວາມອຸ່ນອຽນມຈວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຢືນຢູ່ຄຽງຂ້າງໃນໄລຍະຫຍຸ້ງຍາກນີ້, ພ້ອມກັນນັ້ນ ກໍຊຸກຍູ້ນ້ຳໃຈສາມັກຄີຊາວຫວຽດນາມ ຢູ່ ກຳປູເຈຍ.
ຄຳຮຸ່ງ