ງານປະກວດຫໍ່ເຂົ້ົ້າຕົ້ົ້ມຂອງຊາວຫວຽດນາມຢູ່ສິງກະໂປ ຢ່າງຟົດຟື້ນ

20:09 | 19/01/2022

ຍສໝ - ໃນ 2 ວັນ, ​ແຕ່​ວັນ​ທີ 15-16 ມັງກອນ​ນີ້, ຢູ່​ສະຖານທູດ​ຫວຽດນາມ ປະຈຳ ສິງກະ​ໂປ, ​ໄດ້​ດຳ​ເນີນ​ງານ​ປະ​ກວດ​ຫໍ່​ເຂົ້ົ້າຕົ້ົ້ມ, ປະດັບ​ປະດາ, ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ​ ດ້ວຍ​ຫົວ​ຂໍ້ “ປີ​ໃໝ່​ຫວຽດນາມ” ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ.

ລາວມອບໃບຍ້ອງຍໍໃຫ້ສ່ວນບຸກຄົນ ແລະໝູ່ຄະນະຊາວຫວຽດນາມ ທີ່ຕັ້ງໜ້າເຄື່ອນໄຫວການກຸສົນ ລາວມອບໃບຍ້ອງຍໍໃຫ້ສ່ວນບຸກຄົນ ແລະໝູ່ຄະນະຊາວຫວຽດນາມ ທີ່ຕັ້ງໜ້າເຄື່ອນໄຫວການກຸສົນ
ກຽນຢາງ ສົ່ງຂອງຂວັນໜູນຊ່ວຍພີ່ນ້ອງຊາວຫວຽດນາມຢູ່ກຳປູເຈຍ ຕ້ອນຮັບບຸນປີໃຫມ່ປີຂານ 2022 ກຽນຢາງ ສົ່ງຂອງຂວັນໜູນຊ່ວຍພີ່ນ້ອງຊາວຫວຽດນາມຢູ່ກຳປູເຈຍ ຕ້ອນຮັບບຸນປີໃຫມ່ປີຂານ 2022

ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ “ສະ​ເຫຼີ​ມສະຫຼອງ​ບຸນປີ​ໃໝ່​ປະຈຳ​ຊາດ” ຈັດຕັ້ງໂດຍ​ສະຖານທູດ ຫວຽດນາມ, ຄະນະ​ຕິດ​ຕໍ່​ພົວ​ພັນປະຊາຄົມຊາວ​ຫວຽດ​ນາມ ​ແລະ ສະມາຄົມ​ນັກ​ສຶກສາຫວຽດນາມ ປະຈຳ ສິງກະ​ໂປ ​ເພື່ອ​ອະນຸລັກ​ຮັກສາ ​ແລະ ​ເຊີດ​ຊູ​ວັດທະນະທຳ ຫວຽດນາມ, ຊ່ວຍ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ຄວາມ​ສະໜິດຕິດພັນຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ​ໃນ​ບໍລິເວນ.

ນາງ ຕາ​ທິ​ລຽນ, ຫົວໜ້າ​ຄະນະຕິດ​ຕໍ່​ພົວ​ພັນປະຊາຄົມຊາວ​ຫວຽດ​ນາມ ​ໃຫ້​ຮູ້​ວ່າ: ການ​ປະ​ກວດ​ຫໍ່​​ເຂົ້ົ້າຕົ້ົ້ມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ ​ເພື່ອ​ສ້າງ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ ໃຫ້​ຊາວ​ຫວຽດນາມ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ ແລະ ຄວາມ​ສະໜິດຕິດພັນ ​ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ທີ່​ເກີດ​ຈາກ​ພະຍາດ​ໂຄ​ວິດ-19 ​ແລະ ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ, ​ໃນ​ໂອກາດ​ບຸນ​ປີ​ໃໝ່​ນີ້.

ງານປະກວດຫໍ່ເຂົ້ົ້າຕົ້ົ້ມຂອງຊາວຫວຽດນາມຢູ່ສິງກະໂປ ຢ່າງຟົດຟື້ນ
ງານປະກວດຫໍ່ເຂົ້ົ້າຕົ້ົ້ມຂອງຊາວຫວຽດນາມຢູ່ສິງກະໂປ ຢ່າງຟົດຟື້ນ. (ພາບ: TTXVN)

ການປະກວດຫໍ່​ເຂົ້ົ້າຕົ້ົ້ມ ຍັງມີການເຂົ້າຮ່ວມຂອງ “ຜູ້ເຂົ້າປະກວດ” ພິເສດ ເຊັ່ນ: ນາງ Bong Liong Wei ຈາກປະເທດມາເລເຊຍ, ສະມາຊິກທີມ “FPT Asia Pacific” ຫຼື ທ່ານ Adam Winne, ຊາວໄອແລນ ພ້ອມດ້ວຍພັນລະຍາຄົນຫວຽດນາມ.

ນາງ Bong Liong Wei ໃຫ້ຮູ້ວ່າ: ຄວາມປະທັບໃຈຄັ້ງທຳອິດ ເມື່ອມາຮ່ວມງານແມ່ນບັນຍາກາດຂອງຄອບຄົວ, ມີການຕ້ອນຮັບຢ່າງອົບອຸ່ນ ແລະ ຄວາມມ່ສນຊື່ນຈາກທຸກຄົນ, ເຮັດໃຫ້ນາງຮູ້ສຶກອົບອຸ່ນຫຼາຍ.

ທ່ານ Adam Winne ແລະ ພັນລະຍາ - ນາງ ໂດນິຕາ ດົງ ທີ່ໄດ້ໄປເຮັດວຽກຢູ່ສິງກະໂປ ເປັນເວລາ 3 ປີ, ໃຫ້ຮູ້ວ່າ ເຂົາເຈົ້າກໍດີໃຈຫຼາຍທີ່ໄດ້ເຂົ້າຮ່ວມການປະກວດຄັ້ງນີ້, ເຖິງວ່າບໍ່ເຄີຍຫໍ່ເຂົ້ົ້າຕົ້ົ້ມມາກ່ອນ. ສຳລັບ​ທ່ານ Adam Winne ແລະ ນາງ ໂດນິຕາ ດົງ ແລ້ວ, ນີ້​ແມ່ນ​ໂອກາດ​ໄດ້​ໄປ “ບ້ານ​ຊາວ​ຫວຽດນາມ” ຢູ່ ສິງກະ​ໂປ ​ເຊິ່ງແມ່ນ​ສະຖານທູດ​ເພື່ອ​ພົບ​ປະ​ແລກປ່ຽນ, ຮ່ຳຮຽນ, ຊ່ວຍບັນເທົາ​ຄວາມ​ຄິດ​ຮອດ​ບ້ານເກີດເມືອງນອນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມ່າຍເຝຶອກຢຸງ ເນັ້ນ​ໜັກ​ວ່າ ຜູ້​ເຂົ້າ​ຮ່ວມ​ການ​ປະ​ກວດ​ທັງ​ໝົດ, ໃນ​ນັ້ນ​ມີ “ອາ​ສາ​ສະ​ໝັກ” ທີ່​ເຮັດ​ວຽກ​ໜັກ​ຢູ່​ເບື້ອງ​ຫລັງ​ ກໍລ້ວນ​ແຕ່​ແມ່ນ​ຜູ້​ຊະ​ນະ​ເລີດ ແລະ ຄວນ​ໄດ້​ຮັບ​ລາງວັນ. ລາງວັນທີ່ 1 ແມ່ນເປັນການຂອບໃຈສໍາລັບທຸກຄົນທີ່ເຂົ້າຮ່ວມຢ່າງກະຕືລືລົ້ນ.

ລາງວັນທີສອງ ແມ່ນຄວາມສຸກ, ຄວາມສາມັກຄີ, ບັນຍາກາດໃນຄອບຄົວ ແລະ ລົດຊາດບ້ານເກີດເມືອງນອນ. ນີ້​ແມ່ນ​ສິ່ງ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ສຳລັບ​ຊາວ ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ ​ແລະ ຮ່ຳຮຽນ​ຢູ່ ສິງກະ​ໂປ ​ເມື່ອລະດູບານໃໝ່ວຽນມາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.