ເຊື່ອມ​ຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ​ຮັກ​ຊາດ ອວ່າຍໜ້າເມືອ​ບ້ານ​ເກີດ​ເມືອງ​ນອນ

14:08 | 10/02/2022

ຕອນ​ບ່າຍ​ວັນ​ທີ 8 ກຸມພາ, ຄະນະຫົວໜ້າ​ສະພາ​ທີ່​ປຶກສາ​ການ​ພົວພັນຕ່າງປະ​ເທດ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຂອງ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ໄດ້​ມີ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ ​ທ່ານ ຮວ່າງຢຸຍຮຸ່ງ, ທະນາຍຄວາມ ​ອາເມ​ລິ​ກາ ເຊື້ອຊາດຫວຽດນາມ.

The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022 The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022
ວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນວຽກງານສຳຄັນໜຶ່ງໃນບັນດາການເຄື່ອນໄຫວຂອງ VUFO ວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນວຽກງານສຳຄັນໜຶ່ງໃນບັນດາການເຄື່ອນໄຫວຂອງ VUFO

ທີ່​ການ​ພົບ​ປະ, ບັນດາ​ຜູ້​ແທນ​ໄດ້​ແລກປ່ຽນ ​ແລະ ເຮັດ​ແຈ້ງ​ບັນດາ​ບັນຫາ​ຕົວ​ຈິງ​ກ່ຽວ​ກັບ​ວຽກ​ງານ​ຊາວ​ຫວຽດນາມອາໄສ​ຢູ່​ຕ່າງປະ​ເທດ, ປຶກສາ​ຫາລື, ຊອກ​ຫາ​ສາຍ​ເຫດ, ສະ​ເໜີມາດຕະການ​ແກ້​ໄຂ​ບັນດາ​ຂໍ້​ຈຳກັດ, ຂໍ້​​ຍັງ​ຄົງ​ຄ້າງ.

ເຊື່ອມ​ຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ​ຮັກ​ຊາດ ອວ່າຍໜ້າເມືອ​ບ້ານ​ເກີດ​ເມືອງ​ນອນ
ບັນຍາກາດທີ່ການເຮັດວຽກ. ພາບ: mattran.org.vn

ທ່ານ​ທະນາຍຄວາມ ຮວ່າງຢຸຍຮຸ່ງ ​ໄດ້​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຕໍ່​ຄວາມ​ຮັກ​ແພງ, ການ​ແບ່ງປັນ ​ແລະ ການ​ຕ້ອນຮັບ​ຂອງຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ທີ່ມີຕໍ່ຕົນເອງ ແລະພ້ອມ​ກັນ​ນັ້ນ ກໍ​ຢືນຢັນ​ເຖິງ​ການ​ສະໜັບສະໜູນ​ແນວທາງ ​ແລະ ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ, ສະໜັບສະໜູນຄວາມສະຖຽນ​ລະ​ພາບ​ດ້ານການ​ເມືອງ​ທີ່ໄດ້ຮັບການສ້າງຕັ້ງໂດຍ​ພັກ​ກອມ​ມູນິດ ຫວຽດນາມ.

ທ່ານ ຟຸ່ງແຄ໊ງຕ່າຍ, ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ໃຫ້​ຮູ້​ວ່າ: ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແມ່ນຊາຍຄາລວມຂອງກຸ່ມກ້ອນມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ແມ່ນ​ບ່ອນ​ທີ່ສະໜິດ ຕິດພັນ​ທຸກຄົນ, ຮ່ວມແຮງຮ່ວມໃຈ​ປະກອບສ່ວນ​ເພື່ອການພັດທະນາລວມຂອງ ປະເທດຊາດ.

ທ່ານ ຟຸ່ງແຄ໊ງຕ່າຍ ປາດ​ຖະໜາ​ວ່າ ທະນາຍຄວາມ ຮວ່າງຢຸຍຮຸ່ງ ​ແລະ ບັນດາ​ສະຫາຍ​ຮັກ​ຊາດ​ຈະ​ຮັກສາ​ຄວາມສະໜິດຕິດພັນ, ການຕິດຕໍ່ສື່ສານ, ​ເປັນ​ຊ່ອງ​ຂໍ້​ມູນ​ຂ່າວສານ​ສຳຄັນ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ​ກ່ຽວກັບ​ແຜນນະ​ໂຍບາຍ​, ແນວທາງຂອງ​ພັກ ​ແລະ ນະໂຍບາຍກົດໝາຍ​ຂອງ​ລັດ ​ເພື່ອ​ໃຫ້​ປະຊາຊົນ​ສາມາດ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ດ້ວຍ​ຄວາມ​ອຸ່ນອຽນ​ໃຈ, ​ເສີມ​ຂະຫຍາຍ​ຈິດໃຈ​ຮັກ​ຊາດ, ຮ່ວມ​ກັນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ​ໃຫ້ຮັ່ງມີ ​ແລະ ໝັ້ນຄົງ ເຂັ້ມແຂງ.

ບູນມີ

ເຫດການ
302 Found

Found

The document has moved here.