ທ່ານ ວຽງທອງ ຫັດສະຈັນ ເລຂາພັກນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ລາວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ ແລະປະຊາຄົມ, ສະມາຄົມ ແລະວິສາຫະກິດຫວຽດນາມ ທີ່ພວມທໍາມາຫາກິນ, ດຳລົງຊີວິດຢູ່ແຂວງ ໃນໄລຍະຜ່ານມາ ໄດ້ຊ່ວຍເຫຼືອນະຄອນປ້ອງກັນ, ຕ້ານພະຍາດໂຄວິດ-19 ມາຫຼາຍເທື່ອ.
ຍສໝ - ຫັນທັດສະນະໃຫ້ເປັນປະກົດຜົນເປັນຈິງ ຢ່າງຕັ້ງໜ້າ: ຊາວຫວຽດນາມອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມຊົນຊາດຫວຽດນາມໄດ້, ໃນໄລຍະຈະມາເຖິງ, ລັດຖະບານຈະສຸມໃສ່ປະຕິບັດ 5 ວິທີການແກ້ໄຂພື້ນຖານ ໃຫ້ເປັນຢ່າງດີ. ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມກວາງຮ້ຽວ - ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ໄດ້ໃຫ້ການຕອບສຳພາດຕໍ່ວາລະສານຍຸກສະໄໝ ກ່ຽວກັບເນື້ອໃນນີ້.
ຍສໝ - ຂໍສົ່ງກັບຄືນໄປຫາແຜ່ນດິນບ້ານເກີດເມືອງນອນສຳລັບຄວາມປາຖະໜາອັນລຽບງ່າຍ ແລະ ມີຊີວິດແບບສາມັນ. ແລະຂໍຖະຫວາຍບັນດາຄວາມມຸ່ງມາດປາຖະໜາ ແລະ ແຜນການມາຍັງທ່ານ ເພື່ອປະກອບສ່ວນເຂົ້າໃນຄວາມສຸກ, ຄວາມຈະເລີນຮຸ່ງເຮືອງ, ມະຫາສາມັກຄີຂອງປວງຊົນທັງຊາດ. ວາລະສານ ຍຸກສະໄໝ ຂໍຖືເປັນກຽດທີ່ໄດ້ສົ່ງຄວາມມຸ່ງມາດປາຖະໜາຂອງຊາວຫວຽດນາມຢູ່ຕ່າງປະເທດ ໄປຍັງເພື່ອນຜູ້ອ່ານ.
ຍສໝ - ຄົນຫວຽດນາມມີອຸປະນິໄສ: ເຮັດວຽກຢູ່ໄກ, ມັກເກັບເອົາຜົນສໍາເລັດອັນລ້ຳຄ່າທີ່ສຸດຂອງເຂົາເຈົ້າເພື່ອກັບຄືນບ້ານ... ເມື່ອປະເທດຕ້ອງການຕໍ່ສູ້ກັບພະຍາດລະບາດ ແລະ ສັດຕູ; ຕ້ອງການປົກປັກຮັກສາມໍລະດົກ, ອະນາໄມສິ່ງແວດລ້ອມ, ຕ້ອງການປະດິດສ້າງ ແລະ ຮັບເອົາຄວາມສິ່ງຍອດຢ້ຽມອັນໃໝ່ຂອງມວນມະນຸດ... ນ້ຳໃຈກະຕັນຍູຕໍ່ພໍ່ແມ່ຂອງພີ່ນ້ອງຈະຖືກນໍາກັບມາເພື່ອອຸທິດໃຫ້ກັບປະເທດຊາດ.
ຍສໝ - ຊາວຫວຽດນາມ 5,3 ລ້ານຄົນ ຢູ່ຫ່າງໄກຈາກປະເທດຍ້ອນສະພາບການທີ່ແຕກຕ່າງກັນ ແລະ ມີຊີວິດທີ່ແຕກຕ່າງກັນ. ແຕ່ເມື່ອປະສົບກັບຄວາມຫຍຸ້ງຍາກ ຫຼື ເມື່ອກັບຄືນເມືອຢາມບ້ານເກີດເມືອງນອນ ກໍ່ລ້ວນແຕ່ໄດ້ຮັບການຕ້ອນຮັບດ້ວຍຄວາມພາກພູມໃຈໃນອ້ອມແຂນອັນກວ້າງ. ໂດຍໄດ້ຮັບການປົກປ້ອງໃນໄລຍະການລະບາດຂອງພະຍາດ, ໄດ້ມີການລົງທຶນ, ການສະແຫວງຫາຄວາມສຸກ, ໄດ້ມີການແຂ່ງຂັນ, ໄດ້ມິການພັດທະນາ ແລະ ໄດ້ອາບນໍ້າຢູ່ໃນທະເລຂອງບ້ານເກີດເມືອງນອນ...
ຍສໝ - ໃນເດືອນຕຸລາຂອງທຸກໆປີ ບັນດາຜູ້ກຳກັບໜຸ່ມ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ພັດພົບປະກັນຢູ່ ງານມະໂຫລານຮູບເງົາ “Ici Vietnam Festival” ເພື່ອແບ່ງປັນ ແລະ ນຳສະເໜີບັນດາຜົນງານ ເຊິ່ງເຂົາເຈົ້າປະຕິບັດໄດ້ ໃນໄລຍະຜ່ານມາໄປຍັງສື່ມວນຊົນ.
ຍສໝ - ໂດຍຫ່າງໄກຈາກບ້ານເກີດເມືອງນອນແຕ່ເຫິງນານ, ໃນບ້ານເພິ່ນເມືອງທ່ານ ບັງເອີນໄດ້ແຕະຂວັນຂອງບ້ານເກີດເມືອງນອນ. ນີ້ແມ່ນຜະລິດຕະພັນ Made in Viet Nam, ບັນດາຮູບເງົາ, ບົດຄວາມ, ບົດຂ່າວ ແລະ ຊື່ສຽງຂອງປະເທດໃນເວທີສາກົນ. ປະເທດຂອງພວກເຮົາ ກຳລັງຂຽນປະຫວັດສາດໜ້າໃໝ່. ພໍ່ແມ່ພີ່ນ້ອງພວກເຮົາ ຢູ່ຕ່າງປະເທດ ຢາກເວົ້າວ່າ: "ດີໃຈນຳບ້ານເກີດເມືອງນອນ!".
ການເປີດຕົວດ້ວຍຈຸດປະສົງຮັບເອົາຄຳເຫັນປະກອບໂດຍກົງຈາກຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ມີຕໍ່ແຜນນະໂຍບາຍ, ນະໂຍບາຍ, ກົດໝາຍ, ລະບຽບການບໍລິການ ທີ່ກ່ຽວຂ້ອງເຖິງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
ຕໍ່ໜ້າຄວາມຫຍຸ້ງຍາກຂອງຫຼາຍຄອບຄົວຊາວຫວຽດນາມ ແລະຊາວລາວ ຍ້ອນຜົນກະທົບຈາກພະຍາດໂຄວິດ 19, ຫຼາຍວິສາຫະກິດ ແລະບຸກຄົນ ຊາວຫວຽດນາມ ອາໄສຢູ່ລາວ ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອບໍລິຈາກເງິນຊ່ວຍເຫຼືອປະຊາຊົນ.
ຍສໝ - ການສ້າງຕັ້ງສະມາຄົມໄດ້ຕອບສະໜອງຕາມຄວາມມຸ່ງມາດປາຖະໜາ ທີ່ມີມາແຕ່ດົນນານຂອງບັນດາລຸ້ນຄົນຫວຽດນາມຢູ່ Miyazaki ກ່ຽວກັບ “ຊາຍຄາລວມ” ທີ່ຕິດພັນທຸກຊັ້ນຄົນຊາວຫວຽດນາມ ທີ່ພວມດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ໃນແຂວງນີ້.
ຍສໝ - ນີ້ແມ່ນກິດຈະກຳປະຈຳປີ ທີ່ສະມາຄົມຊາວຫວຽດນາມຢູ່ແບນຊິກ (UGVB) ຈັດຕັ້ງເພື່ອຮັດແໜ້ນ ຄວາມສາມັກຄີລະຫວ່າງປະຊາຄົມຊາວຫວຽດນາມ ຢູ່ລາຊະອານາຈັກແບນຊິກ, ຍົກສູງບົດບາດຂອງຄອບຄົວຊາວຫວຽດນາມ ໃນການຮັກສາເອກະລັກວັດທະນະທຳ ແລະ ປະເພນີຂອງຊາດ, ພ້ອມກັນນັ້ນ ກໍ່ເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນ...
ຍສໝ - ໂດຍມີຊາວຫວຽດນາມ 3 ຄົນອາໄສຢູ່ ມາເກົາ ທີ່ຕິດເຊື້ອພະຍາດໂຄວິດ - 19, ສະຫະສະມາຄົມ ຊາວຫວຽດນາມ ອາໄສຢູ່ ມາເກົາ ໄດ້ສົມທົບກັບອົງການອຳນາດການປົກຄອງປະເທດປະຈຳຖິ່ນໜູນຊ່ວຍບັນດາກໍລະນີດັ່ງກ່າວປິ່ນປົວພະຍາດຢ່າງໄວວາ.
ຍສໝ - ຫວ່າງແລ້ວນີ້, ທ່ານ ດ່ວານວັນວຽດ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ທ່ານໂຕແອັງຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມອອນໄລ ກັບບັນດາອົງການຕາໜ້າການທູດຫວຽດນາມຢູ່ຕ່າງປະເທດ ກ່ຽວກັບການເພີ່ມທະວີການປະສານງານຊຸກຍູ້ການທ່ອງທ່ຽວຫວຽດນາມ ຢູ່ບັນດາຕະຫຼາດທີ່ສຳຄັນ...
ຍສໝ - ວັນທີ 8 ຕຸລາ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ຕາງໜ້າໃຫ້ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດມອບເງິນບໍລິຈາກກວ່າ 3 ຕື້ດົ່ງເພື່ອ ໜູນຊ່ວຍການປ້ອງກັນ, ຄວບຄຸມໂລກລະບາດ ແລະກອງທຶນວັກຊີນໂຄວິດ -19 ໂດຍຜ່ານຄະນະກຳ ມະການສູນກາງແນວໂຮມປະເທດຊາດຫວຽດນາມ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສາທາລະນະສຸກ ໄທ ຢັ້ງຢືນວ່າ ລັດຖະບານ ໄທ ຈະສືບຕໍ່ສັກວັກຊິນໃນວົງກ້ວາງໃຫ້ແກ່ຊາວຕ່າງປະເທດ, ໃນນັ້ນ ມີຊາວຫວຽດນາມນທີ່ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ໄທ.
ຍສໝ - ໃນອາຍຸການທີສອງ (2021-2023), AVF ໄດ້ ສຸມໃສ່ເຂົ້າໃນບັນດາກິດຈະກໍາເພື່ອສ້າງຊຸມຊົນທີ່ເຂັ້ມແຂງ ແລະ ມີຄວາມສາມັກຄີ.
ຍສໝ - ສະມາຄົມຊາວຫວຽດນາມຢູ່ ຮົງກາລີ ໄດ້ມອບອຸປະກອນການແພດເກືອບ 12,5 ໂຕນ ທີ່ມີມູນຄ່າ 380.000 ໂດລາສະຫະລັດ ໃຫ້ສະຖານທູດຫວຽດນາມ ເພື່ອສະໜັບສະໜູນບ້ານເກີດເມືອງນອນ ໃນການຕ້ານກັບການລະບາດຂອງພະຍາດໂຄວິດ -19.
ຍສໝ - ໃນວັນທີ 19 ກັນຍາ, ຢູ່ນະຄອນຫຼວງເບີລິນ, ສະມາຄົມນັກຮົບເກົ່າຫວຽດນາມ (CCB) ຢູ່ເຢຍລະມັນ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວອາຍຸການ 2018-2020 ພ້ອມທັງປຶກສາຫາລືທິດທາງການເຄື່ອນໄຫວໃນໄລຍະຈະມາເຖິງ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຂອງສະມາຄົມຕື່ມອີກ, ປະກອບສ່ວນເພີ່ມທະວີການເຊື່ອມຕໍ່ ແລະ ຄວາມສາມັກຄີໃນປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ.
ຍສໝ - ບັນດາການລົງພຶດຕິກຳຕົວຈິງ ຢູ່ເຂດໝູ່ເກາະແມ່ນກຳລັງໃຈເພື່ອປະຊາຄົມຊາວຫວຽດນາມ ອາໄສຢູ່ໄກບ້ານເກີດເມືອງນອນ ກໍ່ມີບັນດາການກະທຳຢ່າງລະອຽດ ເພື່ອປະກອບສ່ວນເຂົ້າໃນການຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.
ຕອນບ່າຍວັນທີ 18 ກັນຍາ ຕາມເວລາທ້ອງຖິ່ນ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ ແລະໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ອາໄສ ແລະເຮັດວຽກຢູ່ກູບາ.