ສົ່ງອອກໝາກລິນຈີ່ ຂອງບັ໊ກຢາງ ງວດທຳອິດໄປຍັງຕະຫຼາດຍີ່ປຸ່ນ

16:11 | 28/05/2021

ຍສໝ - ໝາກລິນຈີ່ ເຕິນອຽນ ງວດທຳອິດ ປະມານ 20 ໂຕນໄດ້ສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ ຢ່າງເປັນທາງການ.

ປະທານປະເທດ ຫວຽດນາມ ຮຽກຮ້ອງໃຫ້ປະຊາຊົນແຕ່ລະຄົນ ຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງໃນບັ້ນປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ປະທານປະເທດ ຫວຽດນາມ ຮຽກຮ້ອງໃຫ້ປະຊາຊົນແຕ່ລະຄົນ ຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງໃນບັ້ນປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19
ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່” ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່”
ພາບປະກອບ
ພາບປະກອບ

ຫວ່າງແລ້ວນີ້, ຢູ່ເມືອງເຕິນອຽນ, ແຂວງບັ໊ກຢາງ, ຄະນະກໍາມະການປະຊາຊົນເມືອງເຕິນອຽນ ໄດ້ຈັດການສົ່ງອອກໝາກລິນຈີ່ ເຕີນອຽນ ງວດທຳອິດໄປຍັງຕະຫຼາດຍີ່ປຸ່ນ.ປີນີ້, ເນື້ອທີ່ປູກຕົ້ນລິນຈີ່ ຂອງເມືອງເຕິນອຽນ ແມ່ນກວ່າ 1.300 ແຮັກຕາ, ສະມັດຕະພາບຄາດວ່າ ບັນລຸ 14.000 ໂຕນ. ເມືອງໄດ້ສຸມໃສ່ໂຄສະນາ, ຂົນຂວາຍປະຊາຊົນໃນເຂດປູກຕົ້ນລິນຈີ່ບໍ່ອອກຈາກບໍລິເວນ, ສຸມໃສ່ການຜະລິດ, ບໍລິໂພກ; ສ້າງຈຸດກວດກາຄົນ, ພາຫະນະເຂົ້າເຂດປູກຕົ້ນລິນຈີ່, ຮັບປະກັນປະຕິບັດຕາມຂໍ້ກຳນົດວ່າດ້ວຍການປ້ອງກັນ, ຕ້ານພະຍາດ... ຮັບປະກັນຄວາມປອດໄພໃຫ້ເຂດປູກຕົ້ນລິນຈີ່, ເພື່ອບໍ່ຖືກຜົນສະທ້ອນຈາກພະຍາດໂຄວິດ-19.

ຍອດປະລິມານລິນຈີ່ ຂອງບັກຢາງ ສົ່ງອອກໄປຍັງຍີ່ປຸ່ນ ໃນ 2 ຄັ້ງແມ່ນເກືອບ 10 ໂຕນ. ລິນຈີ່ ບັກຢາງທີ່ສົ່ງອອກໃນຈຸດເວລານີ້ ໄດ້ປະຕິບັດຢ່າງຖືກຕ້ອງຕາມ ບັນດາມາດຖານໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດທີ່ສຸດ. ປີນີ້, ບັນດາອົງການວິຊາສະເພາະ ຍີ່ປຸ່ນ ໄດ້ມອບສິດໃຫ້ແກ່ອົງການກວດກາ ກັກກັນພະຍາດພືດ ຫວຽດນາມ ປະຕິບັດການ ຕິດຕາມກວດກາ, ຂ້າເຊື້ອໃຫ້ແກ່ລິນຈີ່ສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ. ເລື່ອງນີ້ ຈະຊ່ວຍປະຢັດເວລາ ແລະ ຄ່າທຳນຽມໃນການກະກຽມສົ່ງອອກ, ສ້າງເງື່ອນໄຂຢ່າງສະດວກໃຫ້ແກ່ລິນຈີ່ສົ່ງອອກໄປຍັງຍີ່ປຸ່ນ.

ເຖິງວ່າ ຖືກປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງຍ້ອນໂລກລະບາດໂຄວິດ - 19 ກໍຕາມ ແຕ່ໃນໄຕມາດ 1 ປີນີ້ ການສົ່ງອອກຜັກໝາກໄມ້ ພັດບັນລຸການເຕີບໂຕຢ່າງແຮງ. ໝາກຜົນນັ້ນກໍ່ຍ້ອນປະຕິບັດການຄວບຄຸມໂລກລະບາດໄດ້ເປັນຢ່າງດີ ຊ່ວຍໃຫ້ການເຄື່ອນໄຫວສົ່ງອອກບໍ່ຖືກຕັດຕອນ ແລະ ໃນໄລຍະຈະມາເຖິງ ຄາດວ່າ ການສົ່ງອອກຈະບັນລຸການເຕີບໂຕສູງພໍສົມຄວນ.

ກົມການສົ່ງອອກນຳເຂົ້າ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: ໃນເດືອນມີນາ ປີ 2021 ມູນຄ່າການສົ່ງອອກຜັກໝາກໄມ້ ບັນລຸ 380 ລ້ານ USD, ເພີ່ມຂຶ້ນ 6,3% ເມື່ອທຽບໃສ່ເດືອນມີນາ ປີກາຍນີ້. ໄລ່ລວມ ໃນ 3 ເດືອນຕົ້ນປີ 2021, ການສົ່ງອອກຜັກໝາກໄມ້ຄາດວ່າ ບັນລຸ 944 ລ້ານ USD, ເພີ່ມຂຶ້ນກວ່າ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເຖິງວ່າ ໂລກລະບາດໂຄວິດ 19 ຍັງຜັນແປໄປຢ່າງສັບສົນກໍຕາມ ແຕ່ການເຄື່ອນໄຫວສົ່ງອອກຜັກໝາກໄມ້ຂອງຫວຽດນາມ ຍັງຄົງດຳເນີນໄປຢ່າງຟົດຟື້ນໃນ 3 ເດືອນຕົ້ນປີ 2021.

ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່” ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່”

ຍສໝ - ນີ້ແມ່ນໂຄງການໜຶ່ງ ທີ່ປະກອບສ່ວນດຶງດູດຄວາມສົນໃຈຂອງປະຊາຊົນ ຕໍ່ບັນດາບັນຫາແມ່ຍິງ ແລະ ຊົມເຊີຍບັນດາຂະແໜງການທີ່ມີຫົວຄິດປະດິດສ້າງ.

ໜັງສືພິມລາວ ລາຍງານການເລືອກຕັ້ງສະພາຜູ້ແທນທົ່ວປະເທດປະສົບຜົນສຳລັດຂອງ ສສ.ຫວຽດນາມ ໜັງສືພິມລາວ ລາຍງານການເລືອກຕັ້ງສະພາຜູ້ແທນທົ່ວປະເທດປະສົບຜົນສຳລັດຂອງ ສສ.ຫວຽດນາມ

ຍສໝ - ໜັງສືພິມ KPL ໄດ້ລົງຂ່າວວ່າ, ຜູ້ມີສິດເລືອກຕັ້ງຫວຽດນາມຫຼາຍກວ່າ 60 ລ້ານຄົນໃນທົ່ວປະເທດ ໄດ້ລົງຄະແນນສຽງໃນວັນທີ 23 ພຶດສະພາ ໃນບັນຍາກາດທີ່ຄຶກຄື້ນຂອງວັນເລືອກຕັ້ງ ເພື່ອເລືອກເອົາຜູ້ແທນທີ່ມີມາດຕະຖານເພື່ອເປັນຕົວແທນປະຊາຊົນ.

ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ 207 ຂອງສະພາບໍລິຫານ IPU ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ 207 ຂອງສະພາບໍລິຫານ IPU

ຍສໝ - ຫວ່າງແລ້ວນີ້, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍສະມາຊິກກົມການເມືອງ, ປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ເຂົ້າຮ່ວມວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 207 ຂອງຄະນະບໍລິຫານງານສະຫະພັນລັດຖະສະພາໂລກ (IPU) ໂດຍ ຮູບການຖ່າຍທອດສົດ.

ໄຊພອນ

ເຫດການ
302 Found

Found

The document has moved here.