ປະທານປະເທດ ຫວຽດນາມ ຮຽກຮ້ອງໃຫ້ປະຊາຊົນແຕ່ລະຄົນ ຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງໃນບັ້ນປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19

10:32 | 28/05/2021

ຍສໝ - ໃນຈຸດເວລາຫຍຸ້ງຍາກທີ່ສຸດ ກໍ່ແມ່ນໂອກາດເພື່ອໃຫ້ປະຊາຊົນແຕ່ລະຄົນສະແດງໃຫ້ເຫັນຈິດໃຈຮັກຊາດ ຄວາມສາມັກຄີ ພ້ອມກັນມີການກະທຳ ແລະ ມີຄວາມຮັບຜິດຊອບເພື່ອ ປະເທດຊາດ ເພື່ອປະຊາຊົນ.

ບົດກ່າວປາໄສຂອງເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນ ຟູ ຈ້ອງ ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 90 ປີ ບົດກ່າວປາໄສຂອງເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນ ຟູ ຈ້ອງ ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 90 ປີ
ເວທີປຶກສາຫາລື ໂປອາວ ປະຈຳປີ 2019 ຮ່ວມອະນາຄົດ ຮ່ວມແຮງຮ່ວມໃຈ ແລະ ຮ່ວມກັນພັດທະນາ ເວທີປຶກສາຫາລື ໂປອາວ ປະຈຳປີ 2019 ຮ່ວມອະນາຄົດ ຮ່ວມແຮງຮ່ວມໃຈ ແລະ ຮ່ວມກັນພັດທະນາ
ປະທານປະເທດ ຫວຽດນາມ ຮຽກຮ້ອງໃຫ້ປະຊາຊົນແຕ່ລະຄົນ ຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງໃນບັ້ນປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ. ພາບ:VGP

ໃນຕອນເຊົ້າວັນທີ 27 ພຶດສະພາ, ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ພິທີ ປຸກລະດົມການບໍລິຈາກສະຫນັບສະຫນູນການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ - 19, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ ຮຽກຮ້ອງໃຫ້ທຸກວິສາຫະກິດ, ອົງການຈັດຕັ້ງ, ຜູ້ໃຈບຸນໃຈກຸສົນ ຈົ່ງມີການກະທຳ ແລະ ມີຄວາມຮັບຜິດຊອບເພື່ອປະເທດຊາດ ເພື່ອປະຊາຊົນ. ຮຽກຮ້ອງປະຊາຊົນທຸກຊັ້ນວັນນະ ບັນດາວິສາຫະກິດໃນທຸກພາກສ່ວນເສດຖະກິດ, ອົງການຈັດຕັ້ງ ແລະປະຊາຊົນໃນທົ່ວປະເທດ, ຊາວຫວຽດນາມ ອາໄສຢູ່ ຕ່າງປະເທດ, ບັນດາສາສະຫນາ ເພື່ອນມິດ ແລະ ປະຊາຊົນບັນດາປະເທດ ອີງຕາມເງື່ອນໄຂ ແລະ ຄວາມສາມາດຂອງຕົນ, ເຂົ້າຮ່ວມການປະກອບສ່ວນ ບໍລິຈາກສະຫນັບສະຫນູນນັບທັງດ້ານວັດຖຸ ແລະ ຈິດໃຈ ເພື່ອພ້ອມກັບທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຍູ້ໂລກລະບາດໃຫ້ຖອຍໄປ.

ໃນເຫດການທີ່ກ່ຽວຂ້ອງ, ທີ່ການເຮັດວຽກກັບກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຕອນເຊົ້າວັນທີ 27 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ໄດ້ເນັ້ນໜັກເຖິງທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຢີ, ໂດຍສະເພາະແມ່ນໃນສະພາບການປັດຈຸບັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ, ປະເທດໃດຢາກພັດທະນາຢ່າງກະໂດດຂັ້ນ ກໍຕ້ອງມີຂະແໜງວິທະຍາສາດ ແລະ ເຕັກໂນໂລຢີ ສວມບົດບາດນຳພາ ແລະ ມີຄວາມກ້າວໜ້າຢ່າງກະໂດດຂັ້ນ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງພັດທະນາຕະຫຼາດວິທະຍາສາດເຕັກໂນໂລຢີຢ່າງແທ້ຈິງ ເພື່ອຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ປ່ຽນແປງໃໝ່ປະດິດຄິດສ້າງ. ພິເສດ, ໃນວຽກງານການຄົ້ນຄວ້າການຜະລິດວັກຊິນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີ ໃຫ້ກະຊວງ ຕ້ອງຮຽງບ່າຮຽງໄຫຼ່ພ້ອມກັບບັນດານັກວິທະຍາສາດ, ບັນດາຮາກຖານຄົ້ນຄວ້າ, ວິສາຫະກິດ ເພື່ອຊຸກຍູ້, ເສີມຂະຫຍາຍຄຸນນະທາດ, ພູມປັນຍາຂອງຊາວ ຫວຽດນາມ ໃນໜ້າທີ່ທີ່ມີຄວາມສຳຄັນ ແລະ ຮີບດ່ວນນີ້; ຍູ້ແຮງການຮ່ວມມືສາກົນຢ່າງເລິກເຊິ່ງກວ້າງຂວາງ ເພື່ອຮັບໃຊ້ 3 ຂອດບຸກທະລຸຍຸດທະສາດໃນຂົງເຂດ ການປ່ຽນແປງຂອງດິນຟ້າອາກາດ ແລະ ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ປະກອບສ່ວນໝູນໃຊ້ເຂົ້າໃນການພັດທະນາອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ທ່ານ ເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນ ຟູ ຈ້ອງ ເຈລະຈາ ກັບ ທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ທ່ານ ເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນ ຟູ ຈ້ອງ ເຈລະຈາ ກັບ ທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ

ຍສໝ - ໃນຕອນເຊົ້າຂອງວັນທີ 24 ກຸມພາ, ທີ່ນະຄອນຫຼວງວຽງຈັນ ທ່ານ ເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນ ຟູ ຈ້ອງ ໄດ້ມີການເຈລະຈາ ກັບ ທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ.

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັັ້ນ ສູງພັກ-ລັດ ຫວຽດນາມ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັັ້ນ ສູງພັກ-ລັດ ຫວຽດນາມ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ

ຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະ ນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັັ້ນສູງຂອງພັກ-ລັດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ...

ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ສົ່ງຈົດຫມາຍສະແດງຄວາມຍິນດີກັບກະສັດແຫ່ງ ຣາຊະອານາຈັກໄທ. ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ສົ່ງຈົດຫມາຍສະແດງຄວາມຍິນດີກັບກະສັດແຫ່ງ ຣາຊະອານາຈັກໄທ.

ຍສໝ - ໃນຈົດຫມາຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນ ຟູ໋ ຈ້ອງ ໄດ້ສະແດງຄວາມຊື່ອຫມັ້ນວ່າ ພາຍໃຕ້ການປົກຄອງຂອງກະສັດ, ປະຊາຊົນຊາວໄທ ຈະຍັງຄົງປະສົບຜົນສໍາເລັດອັນຍິ່ງໃຫຍ່ຍິ່ງກວ່າເກົ່າ.

ໄຊພອນ

ເຫດການ
302 Found

Found

The document has moved here.