ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຕ້ອງ​ເປັນ​ເຈົ້າ​ການ, ປະ​ຕິ​ບັດ​ບັນ​ດາຫຼັກ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບ​າດ​ໂຄວິດ - 19 ຂອງ ຍີ່​ປຸ່ນ ຢ່າງ​ເດັດ​ຂາດ

08:51 | 22/05/2021

ຍ​ສ​ໝ -​ໃນ​ສານ​ຂອ​ງ​ຕົນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູ​ນົ່ງ​ນາມ​ໄດ້​ຂຽນ​ວ່າ: ໂລກ​ລະ​ບາດ​ໂຄວິດ - 19 ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ເກີດ​ຂຶ້ນ​ໄວ​ຣັດ​ສາຍ​ພັນ​ໃໝ່ຫຼາຍ​ຊະ​ນິດ​ໃນ​ບໍ​ລິ​ເວນ​ທົ່​ວ​ໂລກ, ໃນ​ນັ້ນ ມີ​ຍີ່​ປຸ່ນ ແລະ​ຫວຽດ​ນາມ, ຈຳ​ນວນ​ຜູ້​ຕິດ​ເຊື້ອ​ຢູ່​ຍີ່​ປຸ່ນ​ຍັ​ງ​ບໍ່​ທັນຫຼຸດ​ລົ​ງ​ເທື່ອ.

ວິ​ສາ​ຫະ​ກິດ ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ​ຍ້ອນ​ມີ​ຄວາມ​ເປັນ​ເຈົ້າ​ການ​ໃນ​ບັນ​ດາ​ມາດ​ຕະ​​ການ​ຮັບ​ມືກັບ​ໂລກ​ລະ​ບາດ​ໂຄ​ວິດ -  19 ວິ​ສາ​ຫະ​ກິດ ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ​ຍ້ອນ​ມີ​ຄວາມ​ເປັນ​ເຈົ້າ​ການ​ໃນ​ບັນ​ດາ​ມາດ​ຕະ​​ການ​ຮັບ​ມືກັບ​ໂລກ​ລະ​ບາດ​ໂຄ​ວິດ - 19
ສາ​ສະ​ໜາ​ພູດ ຫວຽດ​ນາມ ສືບ​ຕໍ່​ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ປະ​ຊາ​ຊົນ ອິນ​ເດຍ ສາ​ສະ​ໜາ​ພູດ ຫວຽດ​ນາມ ສືບ​ຕໍ່​ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ປະ​ຊາ​ຊົນ ອິນ​ເດຍ
ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຕ້ອງ​ເປັນ​ເຈົ້າ​ການ, ປະ​ຕິ​ບັດ​ບັນ​ດາຫຼັກ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບ​າດ​ໂຄວິດ - 19 ຂອງ ຍີ່​ປຸ່ນ ຢ່າງ​ເດັດ​ຂາດ
ພາບ​ປະ​ກອບ

ໃນ​ສະ​ພາບ​ການ​​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ນັ້ນ, ທ່ານ ຫວູ​ຮົ່ງ​ນາມ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ​ປະ​ຈຳ​ຍິ່​ປຸ່ນ ໄດ້​ມີ​ສານ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຍີ່​ປຸ່ນ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

​ໃນ​ສານ​ຂອ​ງ​ຕົນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູ​ນົ່ງ​ນາມ ​ໄດ້​ຂຽນ​ວ່າ: ໂລກ​ລະ​ບາດ​ໂຄວິດ - 19 ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ເກີດ​ຂຶ້ນ​ໄວ​ຣັດ​ສາຍ​ພັນ​ໃໝ່ຫຼາຍ​ຊະ​ນິດ​ໃນ​ບໍ​ລິ​ເວນ​ທົ່​ວ​ໂລກ, ໃນ​ນັ້ນ ມີ​ຍີ່​ປຸ່ນ ແລະ​ຫວຽດ​ນາມ, ຈຳ​ນວນ​ຜູ້​ຕິດ​ເຊື້ອ​ຢູ່​ຍີ່​ປຸ່ນ​ຍັ​ງ​ບໍ່​ທັນຫຼຸດ​ລົ​ງ​ເທື່ອ.

ຢູ່​ຍີ່​ປຸ່ນ, ລັດ​ຖະ​ບານ ຍີ່​ປຸ່ນ​ພ້ອມ​ກັບ​ອຳ​ນາດ​ການ​ປົກ​ຄອງ​ບັນ​ດາ​ແຂວງ​ນະ​ຄອນ​ພວມ​ມາ​ນະ​ພະ​ຍາ​ຍາມ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ຕັ້ງ​ໜ້າ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19, ເພີ່ມ​ທະ​ວີ​ຄວາມ​ໄວ​ໃນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ເພື່ອ​ແນ​ໃສ່​ຄວບ​ຄຸມ​ການ​ລະ​ບາດ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ໄວ, ມຸ່ງ​ໄປ​ເຖິງ​ການ​ຟື້ນ​ຟູ​ບັນ​ດາ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ ສັງ​ຄົມ.

ສ່ວນ​ຢູ່​ຫວຽດ​ນາມ, ລັດ​ຖະ​ບານ ພ້ອມ​ກັບ​ບັນ​ດາ​ແພດ​ໝ​ໍ ພວມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຄວບ​ຄຸມ​ສະ​ພາບ​ການ​ຕິດ​ເຊື້ອ​ໃນ​ຊຸມ​ຊົນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເລື່ອງ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ສາຍ​ພັນ​ໃໝ່​ເພີ່ມ​ຂຶ້ນ​ໂດຍ​ໄວ ພາຍ​ໃນ​ເວ​ລາ​ສັ້ນ ໄດ້​ເຮັດ​ໃຫ້​ບັນ​ດາ​ຮາກ​ຖານ​ແຍກ​ຕົວ​ມີ​ການ​ເຄື່ອນ​ໄຫວ​ເກີນ​ຄວາມ​ສາ​ມາດ. ດັ່ງ​ນັ້ນ, ບັນ​ດາ​ຖ້ຽວ​ບິນ ນຳ​ພົນ​ລະ​ເມືອງ ກັບ​ຄືນ​ປະ​ເທດ​ຊົ່ວ​ຄາວ​ຕ້ອງ​ປັບ​ປຸ​ງ​ຖ້ຽວ​ບິນ ແລະ ຟື້ນ​ຟູ​ໂດຍ​ໄວ. ທ່ານ​ກໍ່​ສະ​ເໜີ​ໃຫ້​ພົນ​ລະ​ເມືອງ​ທີ່​ມີ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຢາກ​ກັບ​ຄືນ​ປະ​ເທດ​ອຸ່ນ​ອ່ຽນ​ໃຈ, ສືບ​ຕໍ່​ຊອກ​ຫາ​ບັນ​ດາ​ຄວາມ​ສາ​ມາດ​ໃນ​ການ​ເຮັດ​ວຽກ ໃນ​ໄລ​ຍະ​ລໍ​ຖ້າ, ບັນ​ດາ​ພົນ​ລະ​ເມືອງ ຫວ​ຽດ​ນາມ ມີ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ສືບ​ຕໍ່​ຈົດ​ທະ​ບຽ​ນ​ກັບ​ຄືນ​ປະ​ເທດ​ຜ່ານ​ເວັຍ​ໄຊ​ຂອງ​ສະ​ຖານ​ທ​ູດ.

ໃນ​ໄລ​ຍະ​ນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູ​ຮົ່ງ​ນາມ ສະ​ເໜີ​ປະ​ຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຍີ່​ປຸ່ນ ເປັນ​ເຈົ້າ​ການ, ປະ​ຕິ​ບັດ​ບັນ​ດາຫຼັກ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ລັດ​ຖະ​ບານ ແລະ ອ​ຳ​ນາດ​ການ​ປົກ​ຄອງ​ປະ​ເທດ​ປະ​ຈຳ​ຖິ່ນ​ຢ່ງ​ເຂັ້ມ​ງວດ​ຄື: ໃສ່​ຜ້າ​ອັດ​ປາກ - ດັງ, ຮັກ​ສາ​ການ​ເວັ້ນ​ໄລ​ຍະ​ຫ່າງ, ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ຂ້າ​ເຊື້ອ​ໃຫ້​ແກ່​ຕົວ​ເອງ, ຈຳ​ກັດ​ການ​ເຕົ້າ​ໂຮມຫຼາຍ​ຄົນ… ເມື່ອ​ມີ​ອາ​ການ​ໄອ, ໄຂ້ ຫຼື​ສົ່ງ​ໄສ​ຕິດ​ເຊື້ອ​ຕ້ອງ​ແຈ້ງ​ໃຫ້​ອົງ​ການ​ສາ​ທາ​ລະ​ນະ​ສຸກ, ບໍ​ລິ​ສັດ, ໂຮງຮຽ​ນ ແລະ ເປ​ັນ​ເຈົ້າ​ການ​ໃນ​ການ​ແຍ​ກ​ຕົວ.

ວິ​ສາ​ຫະ​ກິດ ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ​ຍ້ອນ​ມີ​ຄວາມ​ເປັນ​ເຈົ້າ​ການ​ໃນ​ບັນ​ດາ​ມາດ​ຕະ​​ການ​ຮັບ​ມືກັບ​ໂລກ​ລະ​ບາດ​ໂຄ​ວິດ -  19 ວິ​ສາ​ຫະ​ກິດ ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ​ຍ້ອນ​ມີ​ຄວາມ​ເປັນ​ເຈົ້າ​ການ​ໃນ​ບັນ​ດາ​ມາດ​ຕະ​​ການ​ຮັບ​ມືກັບ​ໂລກ​ລະ​ບາດ​ໂຄ​ວິດ - 19

ພາຍຫລັງ 01 ປີທີ່ຮັບມື ແລະ ປັບຕົວໃຫ້ແທດເໝາະກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19, ມີວິສາຫະກິດຫລາຍແຫ່ງ ເປັນຕົ້ນແມ່ນວິສາຫະກິດຂະຫນາດກາງ ແລະ ນ້ອຍ ຊອກໄດ້ທິດກ້າວເດີນຢ່າງເໝາະສົມ, ຄ່ອຍໆນຳການເຄື່ອນໄຫວດຳເນີນທຸລະກິດເປັນປົກກະຕິ ແລະ ກ້າວຂຶ້ນເທື່ອລະກ້າວ. ຕົວຈິງສະແດງໃຫ້ເຫັນວ່າ ເລື່ອງເປັນເຈົ້າການໃນການສ້າງວິທີການ ແລະ ມາດຕະການຢ່າງມີຫົວຄິດປະດິດສ້າງ, ໄຫວພິບແມ່ນປັດໄຈຫລັກແຫລ່ງ, ຕັດສິນຊີ້ຂາດເຖິງເລື່ອງວິສາຫະກິດຈະຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດຄືແນວໃດ.

ສາ​ສະ​ໜາ​ພູດ ຫວຽດ​ນາມ ສືບ​ຕໍ່​ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ປະ​ຊາ​ຊົນ ອິນ​ເດຍ ສາ​ສະ​ໜາ​ພູດ ຫວຽດ​ນາມ ສືບ​ຕໍ່​ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ປະ​ຊາ​ຊົນ ອິນ​ເດຍ

ຍ​ສ​ໝ - ທີ່​ພິ​ທີ, ທ່ານ​​ພະມະ​ຫາ​ອາ​ຈານ ທິດ​ທຽນ​ເຍິນ, ປະ​ທານ​ສະ​ພາ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພູດ​ທະ​ສາ​ສະ​ໜາ ຫວຽດນາມ ໄດ້​ແບ່ງ​ປັນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບັນ​ດາ​ຄວາມ​ເຈັບ​ປວດ, ເສຍ​ຫາຍ​ເຊິ່ງ​ສາ​ສະ​ນິ​ກະ​ຊົນ, ປະ​ຊາ​ຊົນ​ອິນ​ເດຍ​ພວມ​ຕ້ອງ​ປະ​ເທດ​ໜ້າ​ຈາກ​ໂລກ​ລະ​ບາດ​ໂຄ​ວິດ - 19.

ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ໂມ​ຊຳ​ບິກ​ສະ​ເຫຼີມ​ສະຫຼອງ 131 ປີ​ແຫ່ງວັນ​ຄ້າ​ຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ໂມ​ຊຳ​ບິກ​ສະ​ເຫຼີມ​ສະຫຼອງ 131 ປີ​ແຫ່ງວັນ​ຄ້າ​ຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ

ຍ​ສ​ໝ - ເຂົ້າ​ຮ່ວມ​ພິ​ທີ ມີ​ບັນ​ດາ​ພະ​ນັກ​ງານ​ສະ​ຖານ​ທູດ, ຜູ້​ຕາງ​ໜ້​າ​ບໍ​ລິ​ສັດ​ໂທ​ລະ​ຄົມ​ມ​ະ​ນາ​ຄົມ Movitel ແລະ ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ຊ່ຽວ​ຊານ, ຜູ້​ອອກ​ແຮງ​ງານ ຫວຽດ​ນາມ ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ນະ​ຄອນຫຼວງ Maputo.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.