ເຈີນອຽນ: ເມືອງຊົນນະບົດໃຫມ່ແຫ່ງທຳອິດຂອງເຂດໄຕບັກ

15:35 | 10/05/2021

ການຜະລິດກະສິກຳຢູ່ ເມືອງ ເຈີນອຽນ ແຂວງ ອຽນບາຍ ໃນໄລຍະຜ່ານມາ ໄດ້ມີບາດກ້າວພັດທະນາອັນໃຫຍ່ຫລວງ. ເພື່ອບັນລຸໄດ້ສິ່ງນັ້ນ ການນຳເມືອງ ໄດ້ກຳນົດລະອຽດບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງ, ຕົ້ນໄມ້, ສັດລ້ຽງເປັນຫລັກແຫລ່ງໃນການພັດທະນາເສດຖະກິດ ຄື: ການປູກມອນລ້ຽງມ້ອນ, ຫນໍ່ໄມ້ໄຜ່ ບາດໂດ້, ຕົ້ນໄຄ... ທິດກ້າວເດີນນີ້ ໄດ້ຊ່ວຍໃຫ້ປະຊາຊົນຫັນປ່ຽນການຜະລິດ, ຍົກສູງລາຍຮັບ, ປະກອບສ່ວນນຳ ເຈີນອຽນ ກາຍເປັນເມືອງຊົນນະບົດໃຫມ່ແຫ່ງທຳອິດຂອງເຂດພູດອຍ ໄຕບັກ.

ກະຊວງສາທາລະນະສຸກ: ປະຊາຊົນຫວຽດນາມ ຫລາຍກວ່າ 832,000 ຄົນໄດ້ຮັບການສັກຢາວັກແຊງປ້ອງກັນ COVID-19 ກະຊວງສາທາລະນະສຸກ: ປະຊາຊົນຫວຽດນາມ ຫລາຍກວ່າ 832,000 ຄົນໄດ້ຮັບການສັກຢາວັກແຊງປ້ອງກັນ COVID-19
ຫວຽດນາມ ໄດ້ຮຽກຮ້ອງຕ້ອງການສົ່ງເສີມການຮ່ວມມືຫຼາຍຝ່າຍ ເພື່ອແກ້ໄຂບັນຫາທີ່ສ່ວນລວມ ຫວຽດນາມ ໄດ້ຮຽກຮ້ອງຕ້ອງການສົ່ງເສີມການຮ່ວມມືຫຼາຍຝ່າຍ ເພື່ອແກ້ໄຂບັນຫາທີ່ສ່ວນລວມ
ເຈີນອຽນ: ເມືອງຊົນນະບົດໃຫມ່ແຫ່ງທຳອິດຂອງເຂດໄຕບັກ
ລຸງ ຫງວຽນດຶກມີງ ຮັກສາການລ້ຽງມ້ອນມາເປັນເວລາຫລາຍປີ

ເຖິງວ່າ ຫຍຸ້ງວຽກກວ່າເມື່ອທຽບໃສ່ກັບການລ້ຽງໝູ, ເຮັດນາ ແຕ່ຄອບຄົວລຸງ ຫງວຽນດຶກມີງ ຢູ່ ບ້ານ ລານດີງ ຕາແສງ ຫວຽດແທ່ງ ເມືອງ ເຈີນອຽນ ຍັງຄົງຮັກສາການລ້ຽງມ້ອນມາເປັນເວລາຫລາຍປີ ຍ້ອນມີລາຍຮັບສູງພໍສົມຄວນເມື່ອທຽບໃສ່ການເຮັດນາ, ປູກສາລີ.

ທ່ານ ຫງວຽນວັນແມ້ງ, ຮອງຫົວຫນ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດ ເມືອງ ເຈີນອຽນ ໃຫ້ຮູ້ວ່າ: ດ້ວຍການກຳນົດທິດພັດທະນາກະສິກຳ, ໄລຍະຜ່ານມາ ຂະແຫນງກະສິກຳເມືອງ ໄດ້ແນະນຳໃຫ້ພໍ່ແມ່ປະຊາຊົນ ຫັນປ່ຽນເນື້ອທີ່ການປູກເຂົ້າທີ່ບໍ່ບັນລຸປະສິດທິຜົນ, ດິນຢູ່ແຄມແມ່ນ້ຳແດງ ມາປູກມອນລ້ຽງມ້ອນ ແລະ ຫນູນຊ່ວຍພໍ່ແມ່ປະຊາຊົນກ່ຽວກັບດ້ານເຕັກນິກ. ປະຈຸບັນ ອຳນາດການປົກຄອງເມືອງ ໄດ້ກໍ່ສ້າງບັນດາເຂດປູກມອນລ້ຽງມ້ອນຕາມຂັ້ນຕອນ ເພື່ອແນໃສ່ຫລຸດຜ່ອນລາຍຈ່າຍ, ຄ່າແຮງງານໃຫ້ແກ່ຊາວກະສິກອນ,ເພີ່ມປະລິມານການລ້ຽງມ້ອນ. ປໍ້ມ້ອນໄດ້ນຳໄປຂາຍໃຫ້ບໍລິສັດ, ວິສາຫະກິດດ້ວຍລາຄາເປັນປົກກະຕິ ແມ່ນປະມານ 100.000 ດົ່ງ/ກິໂລກຼາມ. ການປູກມອນລ້ຽງມ້ອນໄດ້ນຳລາຍຮັບມາໃຫ້ປະຊາຊົນ ສູງກວ່າ 5- 7 ເທົ່າເມື່ອທຽບໃສ່ການປູກເຂົ້າ.

ແຕ່ລະໄລຍະລ້ຽງມ້ອນ ຫລືຕົ້ນລະດູການ ລ້ວນແຕ່ມີພະນັກງານເຕັກນິກ ພະນັກງານສົ່ງເສີມກະສິກຳລົງໄປແນະນຳບັນດາມາດຕະການເຕັກນິກໃນການລ້ຽງ ແລະ ປ້ອງກັນພະຍາດໃຫ້ມ້ອນ. ເມື່ອປະຊາຊົນ ມີແນວພັນດີ ເວລານັ້ນ ລ້ຽງມ້ອນຈຶ່ງບັນລຸປະສິດທິຜົນສູງ.”

ເຈີນອຽນ: ເມືອງຊົນນະບົດໃຫມ່ແຫ່ງທຳອິດຂອງເຂດໄຕບັກ
ອາຊີບ ລ້ຽງມ້ອນ ນຳມາເຊິ່ງລາຍຮັບຫລາຍພໍສົມຄວນໃຫ້ແກ່ປະຊາຊົນໃນຫລາຍປີ

ເມືອງ ເຈີນອຽນ ປະຈຸບັນ ມີເນື້ອທີ່ເກືອບ 700 ເຮັກຕາ ແມ່ນສະຫງວນໃຫ້ແກ່ການລ້ຽງມ້ອນ, ສ່ວນຫລາຍແມ່ນຢູ່ບັນດາຕາແສງ ຫວຽດແທ່ງ, ບາວດາບ, ອີການ, ກູຍມົງ ແລະ ໄດ້ກາຍເປັນອາຊີບຫລັກຂອງພໍ່ແມ່ຊາວກະສິກອນ. ອາຊີບລ້ຽງມ້ອນ ໄດ້ນຳມາເຊິ່ງລາຍຮັບຫລາຍພໍສົມຄວນໃຫ້ແກ່ປະຊາຊົນໃນຫລາຍປີຜ່ານມາ, ສະເພາະ ປີ 2020 ເຖິງວ່າຖືກຜົນກະທົບຈາກໂລກລະບາດໂຄວິດ 19 ກໍຕາມ ແຕ່ການປູກມອນລ້ຽງມ້ອນ ຍັງໄດ້ນຳມາເຊິ່ງລາຍຮັບປະມານ 80 ຕື້ດົ່ງ ໃຫ້ຊາວກະສິກອນທ້ອງຖິ່ນ. ທ່ານ ເຈີນດົງ ປະທານຄະນະກຳມະການປະຊາຊົນ ເມືອງເຈີນອຽນ ແຂວງອຽນບາຍ ໃຫ້ຮູ້ວ່າ:

ໄລຍະ 2020 2025, ໃນການຜະລິດກະສິກຳ - ປ່າໄມ້ ເມືອງສືບຕໍ່ກຳນົດບັນດາຕົ້ນໄມ້ຫລັກແຫລ່ງຂອງເມືອງຄື: ການປູກມອນລ້ຽງມ້ອນ, ສູ້ຊົນບັນລຸກວ່າ 1 ພັນເຮັກຕາໃນໄລຍະຈະມາເຖິງ, ຮັກສາເນື້ອທີ່ປູກຫນໍ່ໄມ້ບາດໂດ້ ແມ່ນ 3.500 ເຮັກຕາ, ປູກຕົ້ນໄຄ ປອດສານພິດ. ເພື່ອພັດທະນາບັນດາຕົ້ນໄມ້ຫລັກແຫລ່ງຂອງແຂວງແບບຍືນຍົງ ອຳນາດການປົກຄອງເມືອງ ພວມຮ່ວມມືກັບບັນດາວິສາຫະກິດ, ຫົວຫນ່ວຍຂຶ້ນກັບກະຊວງກະສິກຳ ຊອກຫາບັນດາແຫລ່ງແນວພັນມ້ອນທາງການ, ຮ່ວມສຳພັນກັບບັນດາວິສາຫະກິດ ເພື່ອຈັດຕັ້ງການເກັບຊື້,ປຸງແຕ່ງ… ຊ່ວຍໃຫ້ພໍ່ແມ່ປະຊາຊົນຂາຍຜະລິດຕະພັນໄດ້ລາຄາເປັນປົກກະຕິ ແລະ ມີຄວາມອຸ່ນອ່ຽນໃຈກວ່າ”

ຈາກແຜນນະໂຍບາຍອັນຖືກທິດ, ຄວາມເປັນເຈົ້າການຂອງປະຊາຊົນ, ເສດຖະກິດ ສັງຄົມຂອງເມືອງເຈີນອຽນ ໄດ້ມີການພັດທະນາຢ່າງຕັ້ງຫນ້າ, ຄອບຄົວທຸກຍາກຂອງເມືອງຍັງເຫລືອພຽງກວ່າ 4%, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸເກືອບ 40 ລ້ານດົ່ງໃນປີຜ່ານມາ, ນຳເມືອງກາຍເປັນເມືອງຊົນນະບົດໃຫມ່ທຳອິດຂອງບັນດາແຂວງໄຕບັກ.

ນັບແຕ່ນີ້ຮອດປີ 2025, ໂດຍປະຕິບັດແຜນນະໂຍບາຍຂອງການນຳເມືອງ, ເຈີນອຽນ ຈະບຸລິມະສິດດຶງດູດການລົງທຶນເຂົ້າບັນດາເຂດອຸດສາຫະກຳ, ກໍ່ສ້າງບັນດາໂຮງຈັກປຸງແຕ່ງລົງເລິກກ່ຽວກັບຫນໍ່ໄມ້ໄຜ່ບາດໂດ້, ເສັ້ນໄໝມ້ອນ ຢູ່ເຂດວັດຖຸດິບນີ້ ເພື່ອເພີ່ມປະສິດທິຜົນດ້ານເສດຖະກິດຕື່ມອີກ.

ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV

ຜ່ານຫຼາຍຮູບການໂຄສະນາທີ່ອຸດົມສົມບູນ ຄື: ພາບໂຄສະນາ, ປ້າຍໂຄສະນາ-ຄໍາຂວັນ, ແຜງໂຄສະນາ, ລົດໂຄສະນາເຄື່ອນທີ່, ງານວາງສະແດງພາບໂຄສະນາຂະໜາດໃຫຍ່... ນີ້ແມ່ນວຽກງານໂຄສະນາການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021-2026 ເຊິ່ງທຸກຂະແໜງການ, ທຸກຂັ້ນ ແລະທ້ອງຖິ່ນຕ່າງໆ ຈັດຕັ້ງປະຕິບັດ.

ຄັດຄ້ານຄຳສັ່ງຫ້າມຫາປາຂອງຈີນ ຢູ່ທະເລຕາເວັນອອກ ຄັດຄ້ານຄຳສັ່ງຫ້າມຫາປາຂອງຈີນ ຢູ່ທະເລຕາເວັນອອກ

ຫວຽດນາມ ມີສິດອຳນາດອະທິປະໄຕ ແລະ ສິດອຳນາດສານ ເພື່ອປະຕິບັດຄຳສັ່ງຫ້າມຫາປາ, ແລະ ສຳລັບ ຈີນ ບໍ່ມີສິດປະຕິບັດໃນເຂດທະເລຂອງຫວຽດນາມແຕ່ຢ່າງໃດ.

ກະກຽມແຫຼ່ງສິນຄ້າທີ່ຈຳເປັນ, ຮັບປະກັນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ກະກຽມແຫຼ່ງສິນຄ້າທີ່ຈຳເປັນ, ຮັບປະກັນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ຫຼາຍທ້ອງຖິ່ນໄດ້ສ້າງບັນດາແຜນການລະອຽດ ເພື່ອຮັບປະກັນແຫຼງສະໜອງສິນຄ້າທີ່ຈຳເປັນ ເພື່ອຮັບມືກັບໂລກລະບາດໂຄວິດ-19 ໃນທຸກສະພາບການ.

vovworld.vn

ເຫດການ
302 Found

Found

The document has moved here.