ລັດຖະບານອິນເດຍ ມອບອຸປະກອນຫ້ອງທົດລອງວິໄຈດິນ ແລະ ຝຸ່ນ ໃຫ້ກົມຄຸ້ມຄອງ ແລະ ພັດທະນາດິນກະສິກຳ

10:58 | 19/04/2021

ລັດຖະບານ ອິນເດຍ ໄດ້ມອບອຸປະກອນຫ້ອງທົດລອງວິໄຈດິນ ແລະ ຝຸ່ນ ພາຍໃຕ້ໂຄງ ການເຫັນຜົນໄວ ໃນຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໃຫ້ແກ່ກົມຄຸ້ມຄອງ ແລະ ພັດທະນາດິນກະສິກຳ, ກະຊວງກະສິກໍາ ແລະ ປ່າໄມ້ 22 ລາຍການ, ໂດຍມີມູນຄ່າ 50.000 ໂດລາສະຫະລັດ.

ການສົ່ງອອກສິນຄ້າຂອງຫວຽດນາມ ໄດ້ເພີ່ມຂຶ້ນ 6,9% ເຊິ່ງແມ່ນຕົວເລກທີ່ໜ້າປະເອີບໃຈ ການສົ່ງອອກສິນຄ້າຂອງຫວຽດນາມ ໄດ້ເພີ່ມຂຶ້ນ 6,9% ເຊິ່ງແມ່ນຕົວເລກທີ່ໜ້າປະເອີບໃຈ
ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ
undefined
ລັດຖະບານອິນເດຍ ມອບອຸປະກອນຫ້ອງທົດລອງວິໄຈດິນ ແລະ ຝຸ່ນ ໃຫ້ກົມຄຸ້ມຄອງ ແລະ ພັດທະນາດິນກະສິກຳ

ພິທີມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 12 ເມສາ 2021 ທີ່ກົມຄຸ້ມຄອງ ແລະ ພັດທະນາດິນກະສິ ກຳ, ກະຊວງກະສິກໍາ ແລະ ປ່າໄມ້, ໂດຍການເຂົ້າຮ່ວມຂອງ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ແລະ ທ່ານ ດິກາ ອັດທານາ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສ.ອິນເດຍ ປະຈຳ ສປປ ລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ດິກາ ອັດທານາ ໄດ້ກ່າວວ່າ: ໂຄງການດັ່ງກ່າວ, ແມ່ນໄດ້ຮັບການສະໜັບສະໜູນຈາກລັດ ຖະບານອິນເດຍ ໃນມູນຄ່າທັງໝົດ 50.000 ໂດລາສະຫະລັດ, ທີ່ດິນສໍາລັບໂຄງການດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານລາວ ຈະໃຫ້ສໍາເລັດພາຍໃນ 10 ເດືອນ. ເຖິງແມ່ນວ່າຈະໃຊ້ເວ ລາດົນພໍສົມຄວນ ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ, ຂ້າພະເຈົ້າແນ່ໃຈວ່າຊາວກະສິກອນລາວ ຈະສາມາດໄດ້ຮັບປຸ໋ຍຊີວະພາບທີ່ມີຄຸນນະພາບດີ, ເຊິ່ງອາດຈະຜ່ານຂັ້ນຕອນການທົດລອງຢູ່ຫ້ອງທົດລອງທີ່ໄດ້ມາພາຍໃຕ້ໂຄງການ ແລະ ຄາດວ່າມີຊາວກະສິກອນຫລາຍກວ່າ 100.000 ຄົນ ຈະໄດ້ຮັບຜົນປະໂຫຍດຈາກໂຄງການນີ້.

ໃນໂອກາດດຽວກັນນີ້, ທ່ານ ເພັດ ພົມພິພັກ ກໍໄດ້ກ່າວສະແດງຄວາມຂອບໃຈ ລັດຖະບານອິນເດຍ ກໍຄື ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ສປປ ລາວ ທີ່ໄດ້ມອບອຸປະກອນຫ້ອງວິໄຈດິນ ແລະ ຝຸ່ນໃນຄັ້ງນີ້, ເຊິ່ງເຫັນວ່າມີຄຸນຄ່າ ແລະ ມີຄວາມຈໍາເປັນທີ່ສຸດ ຕໍ່ກັບວຽກງານການຄໍ້າປະກັນທາງດ້ານສະບຽງອາຫານ ຂອງລັດຖະບານ ໂດຍສະເພາະວຽກງານການຄຸ້ມຄອງດິນ ແລະ ຝຸ່ນ ໃຫ້ມີປະສິດ ທິພາບສູງສຸດ. ຄວາມຈິງແລ້ວວຽກງານການວິໄຈດິນກະສິກໍາຂອງພວກເຮົາ ກໍ່ໄດ້ຈັດຕັ້ງປະຕິບັດມາຫລາຍສິບປີແລ້ວ ເພື່ອຮັບໃຊ້ການຜະລິດຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ເຊິ່ງໃນໄລຍະຜ່ານມາພວກເຮົາໄດ້ວິໄຈ ປັດໄຈທາງດ້ານເຄມີຂອງດິນ ແລະ ຝຸ່ນ ບາງຢ່າງທີ່ຈຳເປັນເທົ່ານັ້ນ ແຕ່ຍັງບໍ່ສາມາດວິໄຈໄດ້ຄົບທຸກປັດໄຈທີ່ສໍາຄັນ, ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໃນໄລຍະໃໝ່ເຫັນວ່າ ພວກເຮົາຈະຕ້ອງໄດ້ພັດທະນາຕື່ມອີກໃນຫລາຍໆດ້ານ ເຊັ່ນ: ການວິໄຈທາດໂລຫະໜັກທີ່ເປັນອັນຕະລາຍ ແລະ ເປັນສານພິດຕົກຄ້າງໃນດິນ ແລະ ຝຸ່ນ, ເຊິ່ງເປັນຜົນກະທົບທີ່ບໍ່ດີຕໍ່ສິ່ງແວດລ້ອມ, ການວິໄຈຈຸລິນຊີທີ່ເປັນປະໂຫຍດໃນດິນ ແລະ ຝຸ່ນ ເຊິ່ງມີຄວາມສຳຄັນຕໍ່ການພັດທະນາກະສິກຳສະອາດ ຕາມທິດສີຂຽວ ແລະ ຍືນຍົງ.

ທ່ານລັດຖະມົນຕີກ່າວຕື່ມວ່າ: ການຊ່ວຍເຫລືອຈາກລັດຖະບານອິນເດຍ ໃນຄັ້ງນີ້, ແມ່ນສຸດທີ່ມີຄວາມໝາຍຄວາມສໍາຄັນຫລາຍທີ່ສຸດ ຕໍ່ວຽກງານການພັດທະນາກະສິກຳສະອາດ ຂອງກະຊວງກະສິກຳ ແລະ ປ່າໄມ້, ເຊິ່ງອຸປະກອນຈຳນວນ 22 ລາຍການດັ່ງກ່າວ, ຈະໄດ້ມອບໃຫ້ກົມຄຸ້ມຄອງ ແລະ ພັດທະ ນາທີ່ດິນກະສິກຳ ເປັນຜູ້ນໍາໃຊ້ເຂົ້າໃນວຽກງານວິໄຈຈຸລິນຊີໃນດິນ ແລະ ຝຸ່ນອົງຄະທາດ (ຝຸ່ນອິນຊີ) ເພື່ອຕອບສະໜອງໃຫ້ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ. ສໍາລັບກະຊວງກະສິກໍາ ແລະ ປ່າໄມ້ ຂອງພວກເຮົາ ນອກຈາກໄດ້ຮັບການຊ່ວຍເຫລືອອຸປະກອນການວິໄຈດິນ ແລະ ຝຸ່ນແລ້ວ, ຂ້າພະເຈົ້າຊາບອີກວ່າ ທາງລັດຖະບານອິນເດຍ ຍັງໄດ້ຊ່ວຍເຫລືອອີກສອງໂຄງການ ຄື: ໂຄງການສົ່ງເສີມຄອບຄົວຕົວແບບ ເພື່ອລ້ຽງແບ້ເປັນຝາມຢູ່ບ້ານແຈ້ງ, ເມືອງທຸລະຄົມ, ແຂວງວຽງຈັນ ແລະ ໂຄງການສົ່ງເສີມຂະ ຫຍາຍການປູກໝາກແໜ່ງຂຽວ (ໝາກແໜ່ງອິນເດຍ) ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ລວມທັງໝົດ 3 ໂຄງການ ເປັນມູນຄ່າ 150.000 ໂດລາສະຫະລັດ. ຈາກການຊ່ວຍເຫລືອຂອງທ່ານ ພວກຂ້າພະເຈົ້າຈະພະຍາຍາມທີ່ສຸດ ເພື່ອຜັນຂະຫຍາຍໃຫ້ເກີດດອກອອກຜົນ ໃຫ້ມີຄວາມຍືນຍົງ ແລະ ຫວັງເປັນຢ່າງຍິ່ງວ່າ ຈະໄດ້ຮັບການຊ່ວຍເຫລືອ-ຮ່ວມມືອີກ ໃນອະນາຄົດຕໍ່ໆໄປ.

ຍູ້ແຮງການຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍ ຫວຽດນາມ-ສິງກະໂປ ຍູ້ແຮງການຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍ ຫວຽດນາມ-ສິງກະໂປ

ລັດຖະມົນຕີທັງສອງທ່ານໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະກອບສ່ວນຊຸກຍູ້ການຄ້າ ແລະການລົງທຶນສອງຝ່າຍ, ເພີ່ມທະວີການຮ່ວມມືໃນຂົງເຂດອື່ນໆ, ກໍ່ຄືຍູ້ແຮງການຮ່ວມມືໃນຂອບເຂດອາຊຽນ ແລະເວທີປາໄສຫຼາຍຝ່າຍ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ພາກພື້ນ.

ພິທີບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ 2021: ມີການເຄື່ອນໄຫວຕອບບຸນແທນຄຸນຫຼາຍຢ່າງຕໍ່ບັນພະບຸລຸດ, ມຸ່ງໄປເຖິງກົກເຄົ້າເຫງົ້າກໍ ພິທີບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ 2021: ມີການເຄື່ອນໄຫວຕອບບຸນແທນຄຸນຫຼາຍຢ່າງຕໍ່ບັນພະບຸລຸດ, ມຸ່ງໄປເຖິງກົກເຄົ້າເຫງົ້າກໍ

ຈຸດສຸມຂອງງານບຸນແມ່ນພິທີຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ ຕາມປະເພນີທີ່ເປັນມູນເຊື້ອ ນັບແຕ່ເວລາ 7 ໂມງຂອງວັນທີ 21 ເມສາ (ກົງກັບວັນທີ 10 ມີນາ ໄລ່ຕາມຈັນທະປະຕິທິນ).

ຮັບປະກັນຄວາມປອດໄພ ແລະ ສິດໃນການເຂົ້າເຖິງບໍລິການດ້ານການແພດ ແລະ ການສຶກສາສຳລັບຊາວຫວຽດນາມຢູ່ອາເມລິກາ ຮັບປະກັນຄວາມປອດໄພ ແລະ ສິດໃນການເຂົ້າເຖິງບໍລິການດ້ານການແພດ ແລະ ການສຶກສາສຳລັບຊາວຫວຽດນາມຢູ່ອາເມລິກາ

ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະລັດອາເມລິກາ ຮ່າກິມຫງອກ ໄດ້ມີການໂອ້ລົມສົນທະນາທາງຖ່າຍທອດສົດກັບ ຜູ້ແທນສະພາຕ່ຳອາເມລິກາ ທ່ານ Joaquin Castro - ປະທານຮ່ວມກຸ່ມອາຊຽນປະຈຳສະພາອາເມລິກາ, ປະທານອະນຸກຳມະການພັດທະນາສາກົນ, ອົງການຈັດຕັ້ງສາກົນ ແລະ ຜົນກະທົບທາງສັງຄົມຂອງທຸລະກິດທົ່ວໂລກ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.