ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV

18:14 | 09/05/2021

ຜ່ານຫຼາຍຮູບການໂຄສະນາທີ່ອຸດົມສົມບູນ ຄື: ພາບໂຄສະນາ, ປ້າຍໂຄສະນາ-ຄໍາຂວັນ, ແຜງໂຄສະນາ, ລົດໂຄສະນາເຄື່ອນທີ່, ງານວາງສະແດງພາບໂຄສະນາຂະໜາດໃຫຍ່... ນີ້ແມ່ນວຽກງານໂຄສະນາການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021-2026 ເຊິ່ງທຸກຂະແໜງການ, ທຸກຂັ້ນ ແລະທ້ອງຖິ່ນຕ່າງໆ ຈັດຕັ້ງປະຕິບັດ.

ຜູ້ມີສິດເລືອກຕັ້ງ ໄດ້ເຫັນດີເປັນເອກະພາບສູງຕໍ່ແຜນການດຳເນີນງານ ຂອງຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ເຂດເລືອກຕັ້ງທີ 4 ນະຄອນໂຮຈິມິນ. ຜູ້ມີສິດເລືອກຕັ້ງ ໄດ້ເຫັນດີເປັນເອກະພາບສູງຕໍ່ແຜນການດຳເນີນງານ ຂອງຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ເຂດເລືອກຕັ້ງທີ 4 ນະຄອນໂຮຈິມິນ.
ຫວຽດນາມ: ປະກາດບັນຊີລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV 868 ທ່ານ ຫວຽດນາມ: ປະກາດບັນຊີລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV 868 ທ່ານ

ທ່ານ ເລືອງດຶກຖັ໊ງ, ຮອງຫົວໜ້າກົມວັດທະນະທໍາຮາກຖານ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ) ໃຫ້ຮູ້ວ່າ, ເພື່ອແນໃສ່ໂຄສະນາໃຫ້ມີປະສິດທິຜົນ ແລະສ້າງບັນຍາກາດເບີກບານມ່ວນຊື່ນ, ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນຕໍ່ກັບເຫດການໃຫຍ່ຂອງປະເທດ, ກົມວັດທະນະທໍາຮາກຖານ ໄດ້ຜັນຂະຫຍາຍຈັດສົ່ງ 63 ແບບຮູບພາບໂຄສະນາທີ່ໄດ້ຄັດເລືອກມາຈາກການປະກວດພາບໂຄສະນາການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021-2026 ໄປຍັງ 63 ແຂວງ, ນະຄອນ. ຜ່ານນັ້ນ, ບັນດາທ້ອງຖິ່ນ ໄດ້ຄັດເລືອກເອົາພາບໂຄສະນາເພື່ອມາວາງສະແດງ, ຈັດພິມເພື່ອໂຄສະນາດ້ວຍຫຼາຍຮູບການເປັນຕົ້ນແມ່ນການຕົບແຕ່ງ, ປະດັບປະດາຢູ່ຕາມຖະໜົນສາຍຕ່າງໆ; ຕໍ່ໜ້າສໍານັກງານ, ອົງການຕ່າງໆ; ລົດໂຄສະນາ.

ຕາມຜູ້ຕາງໜ້າພະແນກວັດທະນະທໍາ ແລະກິລາຮ່າໂນ້ຍແລ້ວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ແມ່ນບັ້ນຂົນຂວາຍການເມືອງທີ່ສໍາຄັນ ແລະແມ່ນການດໍາເນີນຊີວິດທີ່ມີປະຊາທິປະໄຕຢ່າງເລິກເຊິ່ງກວ້າງຂວາງໃນໝູ່ປະຊາຊົນທຸກຊັ້ນວັນນະ. ເພື່ອກະກຽມໃຫ້ແກ່ເຫດການສໍາຄັນນີ້, ປັດຈຸບັນ, ຢູ່ຕາມຖະໜົນສາຍຕ່າງໆ ແລະຂົງເຂດທີ່ດໍາເນີນການເລືອກຕັ້ງຂອງນະຄອນຮ່າໂນ້ຍ, ທາງພະແນກວັດທະນະທໍາ ແລະກິລາ ໄດ້ຕົບແຕ່ງ, ປະດັບປະດາປ້າຍໂຄສະນາ, ປ້າຍຄຳຂວັນ, ທຸງຊາດ, ທຸງທິວແນໃສ່ໂຄສະນາ, ປຸກລະດົມ ເພື່ອໃຫ້ການເລືອກຕັ້ງບັນລຸໝາກຜົນສູງສຸດ, ກາຍເປັນວັນບຸນຂອງທົ່ວປວງຊົນ.

ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV
ພາບໂຄສະນາຂອງນັກແຕ້ມ ລຶວງອັກຟານ (ຮ່າໂນ້ຍ) ຍາດໄດ້ລາງວັນທີ 1 ໃນການປະກວດຮູບພາບໂຄສະນາການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະການເລືອກຕັ້ງສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021-2026. ພາບ: qdnd.
ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV
ພາບໂຄສະນາຂະໜາດໃຫຍ່ທີ່່ຕັ້ງຢູ່ຖະໜົນ ງີຕາມ, ເມືອງໄຕໂຮ່, ຮ່າໂນ້ຍ. ພາບ: qdnd.vn
ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV
ພາບໂຄສະນາຂະໜາດໃຫຍ່ຕັ້ງຢູ່ຖະໜົນໂອເຈິເຢືອ, ເມືອງດົ໊ງດາ, ຮ່າໂນ້ຍ. ພາບ: qdnd.vn
ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV
ປ້າຍຄໍາຂວັນ, ປ້າຍໂຄສະນາການເລືອກຕັ້ງທີ່ປະດັບປະດາຢູ່ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ. ພາບ: qdnd.vn
ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV
ທຸງ, ປ້າຍຄໍາຂວັນ, ປ້າຍໂຄສະນາການເລືອກຕັ້ງ ຢູ່ຕາແສງ ເຈືອງເຢືອງ, ເມືອງຮວ່ານກ໊ຽມ, ຮ່າໂນ້ຍ. ພາບ: qdnd.vn
ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV
ພາບໂຄສະນາຂະໜາດໃຫຍ່ທີ່ຕັ້ງຢູ່ຖະໜົນຟານຈູຈິງ, ຕໍ່ໜ້າໂຮງລະຄອນໃຫຍ່, ຮ່າໂນ້ຍ. ພາບ: qdnd.vn
ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV
ງານວາງສະແດງພາບໂຄສະນາຂະໜາດໃຫຍ່ທີ່ຍາດໄດ້ລາງວັນຈາກການປະກວດພາບໂຄສະນາການເລືອກຕັ້ງຢູ່ນະຄອນ ຫ໋າຍຟ່ອງ (ຖ່າຍໃນວັນທີ 28 ເມສາ 2021). ພາບ: qdnd.vn
ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV
ຂະບວນລົດໂຄສະນາການເລືອກຕັ້ງ ຢູ່ຖະໜົນດົ່ງຊວ່າຍ, ບິ່ງເຟື໊ອກ. ພາບ: qdnd.vn
ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV
ຕັ້ງປ້າຍໂຄສະນາການເລືອກຕັ້ງຂະໜາດໃຫຍ່ຢູ່ຖະໜົນດົ່ງຊວ່າຍ, ບິ່ງເຟື໊ອກ. ພາບ: qdnd.vn
ກູບາຖືເປັນສຳຄັນ ແລະ ຂອບໃຈນ້ຳໃຈສາມັກຄີ, ການໜຼນຊ່ວຍອັນລ້ຳຄ່າ ຂອງ ຫວຽດນາມ ກູບາຖືເປັນສຳຄັນ ແລະ ຂອບໃຈນ້ຳໃຈສາມັກຄີ, ການໜຼນຊ່ວຍອັນລ້ຳຄ່າ ຂອງ ຫວຽດນາມ

ຍ​ສ​ໝ - ທ່ານລັດຖະມົນຕີການ​ຕ່າງ​ປະ​ເທດ Bruno Rodriguez Parrilla ໄດ້​ສະ​ແດງ​ຄວາມຊົມເຊຍ​ຕໍ່​ທ່ານລັດຖະມົນຕີການຕ່າງປະເທດ ຫວຽດ​ນາມ ບຸນ​ແທັງ​ເຊີນ; ທ່ານ​ກໍ່ສະແດງຄວາມຂອບອົກຂອບໃຈແລະຖ​ື​ເປັນ​ສຳ​ຄັນນ້ຳ​ໃຈ​ສາ​ມັກ​ຄີ, ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຂອງ ຫວຽ,ນາມ ທີ່ສະ​ຫງວຽນ​ໃຫ້​ແກ່​ກູບາໃນໄລຍະທີ່ຜ່ານມາ, ໄດ້ຕີລາຄາສູງບົດບາດຂອງ ຫວຽດນາມ ໃນຖານະເປັນປະທານໝູນວຽນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (ເດືອນມັງກອນ 2020 ແລະ ເດືອນເມສາ 2021).

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂອ້ລົມທາງໂທລະສັບກັບລັດຖະມົນຕີກະຊວງປ້ອງກັນປະເທດການາດາ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂອ້ລົມທາງໂທລະສັບກັບລັດຖະມົນຕີກະຊວງປ້ອງກັນປະເທດການາດາ

ຍສໝ - ໃນການໂອ້ລົມທາງໂທລະສັບ, ທ່ານພົນໂທ ຟານວັນຢາງ ໄດ້ຕີລາຄາສູງບົດບາດຂອງການາດາໃນໂລກ ແລະ ພາກພື້ນ, ປາດຖະໜາວ່າ ຢາກເພີ່ມທະວີການພົວພັນກັບການາດາ ບົນພື້ນຖານຄວາມສະເໝີພາບ ແລະ ມີຜົນປະໂຫຍດລວມ.

ພິທີໄວ້ອາໄລ, ປົງອັດຖິນັກຮົບຫວຽດນາມ ເສຍສະຫຼະຊີວິດເພື່ອຊາດຢູ່ລາວ 24 ຊຸດ ພິທີໄວ້ອາໄລ, ປົງອັດຖິນັກຮົບຫວຽດນາມ ເສຍສະຫຼະຊີວິດເພື່ອຊາດຢູ່ລາວ 24 ຊຸດ

ຍ​ສ​ໝ - ນີ້ແມ່ນຄັ້ງທີ 35 ນັບແຕ່ປີ 1993, ແຂວງ ກວາງຈີ້ ຈັດພິທີໄວ້ອາໄລ ແລະ ປົງອັດຖິເຊິ່ງແມ່ນທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ປະເທດສປປ.ລາວ.

la.qdnd.vn

ເຫດການ
302 Found

Found

The document has moved here.