ຫວຽດນາມ ໄດ້ຮຽກຮ້ອງຕ້ອງການສົ່ງເສີມການຮ່ວມມືຫຼາຍຝ່າຍ ເພື່ອແກ້ໄຂບັນຫາທີ່ສ່ວນລວມ

15:02 | 10/05/2021

ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ສະແດງຄວາມຊົມເຊີຍຂໍ້ລິເລີ່ມຂອງຈີນ ແລະຖືວ່າການຮ່ວມມືຫຼາຍຝ່າຍມີຄວາມໝາຍຫຼັກແຫຼ່ງໃນສະພາບທີ່ສິ່ງທ້າທາຍທົ່ວໂລກ, ນັບແຕ່ການຊ່ວງເສັງອາວຸດ, ການກໍ່ການຮ້າຍ, ອາດຊະຍາກໍາຂ້າມຊາດ ຕະຫຼອດຮອດການປ່ຽນແປງຂອງດິນຟ້າອາກາດ ແລະພະຍາດໂຄວິດ-19 ທີ່ກໍາລັງຜັນແປຢ່າງສັບສົນຄືໃນປັດຈຸບັນ.

ເອກອັກຄະລັດຖະທູດ ຫວຽດນາມປະຈຳສະຫະປະຊາຊາດຊົມເຊີຍຕໍ່ບັນດາຄວາມຄືບໜ້າກ່ຽວກັບດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ - ສັງຄົມຢູ່ ບັນດາປະເທດອາຊີກາງໃນໄລຍະຜ່ານມາ ເອກອັກຄະລັດຖະທູດ ຫວຽດນາມປະຈຳສະຫະປະຊາຊາດຊົມເຊີຍຕໍ່ບັນດາຄວາມຄືບໜ້າກ່ຽວກັບດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ - ສັງຄົມຢູ່ ບັນດາປະເທດອາຊີກາງໃນໄລຍະຜ່ານມາ
ສັນຍາລັກຂອງຫວຽດນາມ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ສັນຍາລັກຂອງຫວຽດນາມ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ

ຫວ່າງແລ້ວນີ້, ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ຫວາງອີ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ, ປະທານສະພາຄວາມໝັ້ນຄົງ ສປຊ ເດືອນ ພຶດສະພາ ປີ 2021, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ວາລະປຶກສາຫາລືເປີດຂັ້ນລັດຖະມົນຕີແບບທາງໄກຂອງສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ເພີ່ມທະວີລັດທິຫຼາຍຝ່າຍ ແລະລະບົບສາກົນ ດ້ວຍ ສປຊ ເປັນໃຈກາງ”.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ສະແດງຄວາມຊົມເຊີຍຂໍ້ລິເລີ່ມຂອງຈີນ ແລະຖືວ່າການຮ່ວມມືຫຼາຍຝ່າຍມີຄວາມໝາຍຫຼັກແຫຼ່ງໃນສະພາບທີ່ສິ່ງທ້າທາຍທົ່ວໂລກ, ນັບແຕ່ການຊ່ວງເສັງອາວຸດ, ການກໍ່ການຮ້າຍ, ອາດຊະຍາກໍາຂ້າມຊາດ ຕະຫຼອດຮອດການປ່ຽນແປງຂອງດິນຟ້າອາກາດ ແລະພະຍາດໂຄວິດ-19 ທີ່ກໍາລັງຜັນແປຢ່າງສັບສົນຄືໃນປັດຈຸບັນ.

ຫວຽດນາມ ໄດ້ຮຽກຮ້ອງຕ້ອງການສົ່ງເສີມການຮ່ວມມືຫຼາຍຝ່າຍ ເພື່ອແກ້ໄຂບັນຫາທີ່ສ່ວນລວມ
ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ. (ພາບ: baoquocte)

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຮຽກຮ້ອງໃຫ້ປະຊາຄົມສາກົນ ຊຸກຍູ້ວັດທະນະທໍາໃນການເຄົາລົບກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ຂັດຄ້ານສິດອໍານາດບາດໃຫຍ່ທາງດ້ານການເມືອງ ແລະການກະທໍາບີບບັງຄັບ, ນໍາໃຊ້ກໍາລັງອາວຸດເຂົ້າໃນການພົວພັນສາກົນ; ພ້ອມກັນນັ້ນ, ທ່ານ ກໍ່ຢັ້ງຢືນຄໍາໝັ້ນສັນຍາຢ່າງແຮງຂອງຫວຽດນາມ ຕໍ່ກັບລັດທິຫຼາຍຝ່າຍ, ຄວາມສາມັກຄີສາກົນ ແລະຄວາມມານະພະຍາຍາມລວມ ເພື່ອສັນຕິພາບ ແລະການພັດທະນາໃນໂລກ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ເນັ້ນໜັກເຖິງຄວາມເປັນໃຈກາງ ແລະ ຄວາມພະຍາຍາມຂອງອາຊຽນ ໃນການແກ້ໄຂບັນຫາພາກພື້ນ ແລະ ສາກົນ; ໃນຂະນະດຽວກັນ, ທ່ານບຸ່ຍແທັງເຊີນ ໄດ້ຮຽກຮ້ອງໃຫ້ສະຖາບັນຫຼາຍຝ່າຍ, ລວມທັງສະພາຄວາມໝັ້ນຄົງ ຕ້ອງການພະຍາຍາມປະຕິຮູບເພື່ອກ້າວໄປສູ່ຄວາມໂປ່ງໃສ, ປະຊາທິປະໄຕ, ປະສິດທິຜົນ ແລະ ການເປັນຕົວແທນຂອງບັນດາປະເທດ.

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ຢັ້ງຢືນວ່າ ການໄຊຊະນະດ້ຽນບຽນຝູ ຂອງປະຊາຊົນຫວຽດນາມໃນ 67 ປີກ່ອນ (7 ພຶດສະພາ 1954 - 7 ພຶດສະພາ 2021), ມີບົດບາດສຳຄັນໃນການຊຸກຍູ້ການເຄື່ອນໄຫວເພື່ອສັນຕິພາບ, ເອກະລາດ ແລະ ປົດປ່ອຍຊາດ, ປອດລ່າເມືອງຂຶ້ນ, ປະກອບສ່ວນເຂົ້າໃນການຂະຫຍາຍ ແລະ ສົ່ງເສີມປະຊາທິປະໄຕໃນລະບົບສາກົນ ສຳລັບສະຫະປະຊາຊາດ ແມ່ນມີຄວາມໝາຍເປັນໃຈກາງ, ແລະ ຫວຽດນາມເປັນສະມາຊິກ.

ເອກອັກຄະລັດຖະທູດ ຫວຽດນາມປະຈຳສະຫະປະຊາຊາດຊົມເຊີຍຕໍ່ບັນດາຄວາມຄືບໜ້າກ່ຽວກັບດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ - ສັງຄົມຢູ່ ບັນດາປະເທດອາຊີກາງໃນໄລຍະຜ່ານມາ ເອກອັກຄະລັດຖະທູດ ຫວຽດນາມປະຈຳສະຫະປະຊາຊາດຊົມເຊີຍຕໍ່ບັນດາຄວາມຄືບໜ້າກ່ຽວກັບດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ - ສັງຄົມຢູ່ ບັນດາປະເທດອາຊີກາງໃນໄລຍະຜ່ານມາ

ຍ​ສ​ໝ - ໃນກອງປະຊຸມ, ທ່ານ​ນາງ ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ສະຫະປະຊາຊາດແລະຫົວໜ້າ UNRCCA Natalie Gherman ໄດ້ລາຍງານກ່ຽວກັບບັນດາການເຄື່ອນໄຫວຕົ້ນຕໍຂອງ UNRCCA ນັບແຕ່ກອງປະຊຸມສະພາຄວາມ ໝັ້ນຄົງສະຫະປະຊາຊາດໃນເດືອນກໍລະກົດປີ 2020.

ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິນເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິນເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍ​ສ​ໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢືນຢັນວ່າການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ສະຫະພັນອາຟຼິກາແມ່ນກອບສຳຄັນສຳລັບການປະຕິບັດບັນດາຂໍ້ລິເລີ່ມດ້ານຄວາມໝັ້ນຄົງ ແລະສັນຕິພາບໃນພາກພື້ນ, ໂດຍຜ່ານການນຳໃຊ້ການສະໜັບສະໜູນ ແລະ ຊິ​ຊາ​ການຂອງສາກົນ.

ລັດຖະມົນຕີການຕ່າງປະເທດລາວ ຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ ກໍ່ຄືຖານະຕໍາແໜ່ງກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ລັດຖະມົນຕີການຕ່າງປະເທດລາວ ຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ ກໍ່ຄືຖານະຕໍາແໜ່ງກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍສໝ - ທ່ານ ສະເຫຼີມໄຊ ກົມມະສິດ ຕີລາຄາສູງບົດບາດນໍາພາ, ຄວາມສາມາດຊັກຈູງຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ກໍ່ຄືບັນດາການປະກອບສ່ວນຂອງຫວຽດນາມ ໃນການຍົກສູງບົດບາດຂອງອາຊຽນໃນເວທີປາໄສພາກພື້ນ ແລະສາກົນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.