ອັດວັນບຸນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວບັນດາເຜົ່າເຂດໄຕບັກ ປີ 2022

15:15 | 07/12/2022

ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດໄຕບັກ ຄັ້ງທີ XV ຈັດຂຶ້ນໃນລະຫວ່າງ 2 – 4 ທັນວາ, ຢູ່ນະຄອນ ຫວຽດຈີ່, ແຂວງ ຝູເທາະ...

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ-ເອີ​ຣົບ ແລະ ຢ້ຽມ​ຢາມ ລຸກ​ຊຳ​ບວກ, ໂຮນ​ລັງ​, ແບ​ນຊິກ ຢ່າງ​ເປັນ​ທາງ​ການ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ-ເອີ​ຣົບ ແລະ ຢ້ຽມ​ຢາມ ລຸກ​ຊຳ​ບວກ, ໂຮນ​ລັງ​, ແບ​ນຊິກ ຢ່າງ​ເປັນ​ທາງ​ການ
ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ທ້ອງ​ຖິ່ນ​ຂອງ​ລາວ, ກຳ​ປູ​ເຈຍ ແລະ ສ.ເກົາຫຼີ ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ທ້ອງ​ຖິ່ນ​ຂອງ​ລາວ, ກຳ​ປູ​ເຈຍ ແລະ ສ.ເກົາຫຼີ
ແຂວງ ອຽນບ໊າຍ ໄດ້ຮັບທຸງເຈົ້າພາບຈັດງານບຸນໃນປີ 2023 (ພາບ:TTXVN)
ແຂວງ ອຽນບ໊າຍ ໄດ້ຮັບທຸງເຈົ້າພາບຈັດງານບຸນໃນປີ 2023 (ພາບ:TTXVN)

ຫວ່າງແລ້ວນີ້, ຢູ່ແຂວງ ຝູເທາະ, ຄະນະຈັດຕັ້ງວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດໄຕບັກ ຄັ້ງທີ XV ປີ 2022 ໄດ້ຈັດການສະຫລຸບ ແລະ ອັດວັນບຸນ. ທຸງເຈົ້າພາບຈັດວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າໄຕບັກ ຄັ້ງທີ XVI ປີ 2025 ໄດ້ມອບໃຫ້ແຂວງ ອຽນບ໊າຍ.

ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດໄຕບັກ ຄັ້ງທີ XV ຈັດຂຶ້ນໃນລະຫວ່າງ 2 – 4 ທັນວາ, ຢູ່ນະຄອນ ຫວຽດຈີ່, ແຂວງ ຝູເທາະ. ເຂົ້າຮ່ວມວັນບຸນມີນັກສິລະປະການ, ນັກສິລະປິນ, ນັກກິລາມະຫາຊົນ, ພໍ່ແມ່ປະຊາຊົນບັນດາເຜົ່າຂອງ 7 ແຂວງ, ເຊິ່ງລວມມີ: ຝູເທາະ, ຮ່ວາບິ່ງ, ດ້ຽນບຽນ, ລາຍເຈົາ, ລາວກາຍ, ອຽນບ໊າຍ ແລະ ເຊີນລາ. ມີຫຼາຍລາຍການດ້ວຍຂອບຂະໜາດໃຫຍ່, ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວ.

ເນື່ອງໃນໂອກາດນີ້, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ມອບໃບຍ້ອງຍໍໃຫ້ 11 ໝູ່ຄະນະ, 5 ສ່ວນບຸກຄົນ ທີ່ມີຜົນງານດີເດັ່ນໃນການເຂົ້າຮ່ວມວັນບຸນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.