ສັບປະດາປຶ້ມຍີ່ປຸ່ນ ຢູ່ ຫວຽດນາມ: “ຂົວຕໍ່ທີ່ນຸ່ມນວນ” ແຫ່ງສາຍພົວພັນລະຫວ່າງປະຊາຊົນສອງປະເທດ

16:45 | 04/07/2026

ຍສໝ - ໃນວັນທີ 1 ກໍລະກົດ, “ສັບປະດາປຶ້ມຍີ່ປຸ່ນ” ພາຍໃຕ້ຫົວຂໍ້ “ຍີ່ປຸ່ນໃນທຸກໜ້າປຶ້ມ” ໄດ້ເປີດຂຶ້ນຢ່າງເປັນທາງການຢູ່ ຮ້ານປຶ້ມ ຟາຮາຊາ ຫງວຽນເຫວ້ (Fahasa Nguyễn Huệ), ນະຄອນ ໂຮ່ຈີມິນ.

ທ່ານນາງ ນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ສິ້ນສຸດບົດຢ້ຽມຢາມຢ່າງເປັນທາງການ ຢູ່ ຫວຽດນາມ
ຊອກຫາວິທີການຮັກສາພາສາຫວຽດນາມ ຢູ່ Kyushu (ຍີ່ປຸ່ນ)

ເຫດການນີ້ໄດ້ຈັດຂຶ້ນໃນທ່າມກາງສະພາບການຮ່ວມມືດ້ານການພິມຈຳໜ່າຍ, ການຢາຍປຶ້ມ ແລະ ການແລກປ່ຽນວັດທະນະທຳ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ນັບມື້ນັບໄດ້ຮັບການຂະຫຍາຍຕົວ, ທັງເປັນການສະເຫຼີມສະຫຼອງ ວັນຄ້າຍວັນສ້າງຕັ້ງ ແລະ ພັດທະນາ ຄົບຮອບ 50 ປີ ຂອງບໍລິສັດຫຸ້ນສ່ວນອອກຈຳໜ່າຍປຶ້ມ ນະຄອນ ໂຮ່ຈີມິນ (Fahasa) ແລະ ຄົບຮອບ 10 ປີ ແຫ່ງການຮ່ວມມື ລະຫວ່າງ Fahasa ກັບ ກຸ່ມບໍລິສັດ Kinokuniya.

ກ່າວປາໄສໃນເຫດການ, ທ່ານ Furudate Seiki, ຮອງໂຄສົກກົງສຸນໃຫຍ່ ຍີ່ປຸ່ນ ປະຈຳ ນະຄອນ ໂຮ່ຈີມິນ ເຫັນວ່າ ສັບປະດາປຶ້ມຍີ່ປຸ່ນ ບໍ່ພຽງແຕ່ແມ່ນກິດຈະກຳແນະນຳຜະລິດຕະພັນສິ່ງພິມເທົ່ານັ້ນ, ແຕ່ຍັງແມ່ນພື້ນທີ່ແລກປ່ຽນວັດທະນະທຳ ອັນມີຄວາມໝາຍເລິກເຊິ່ງ ລະຫວ່າງ ສອງປະເທດ. ຕາມທ່ານແລ້ວ, ປຶ້ມພວມກາຍເປັນ “ຂົວຕໍ່ທີ່ນຸ່ມນວນ”, ຊ່ວຍເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຫຼຸດຜ່ອນໄລຍະຫ່າງທາງດ້ານພາສາ, ເຜີຍແຜ່ຄຸນຄ່າວັດທະນະທຳ ແລະ ການສຶກສາ ໃນທ່າມກາງການແລກປ່ຽນລະຫວ່າງປະຊາຊົນ ຫວຽດນາມ - ຍີ່ປຸ່ນ ທີ່ນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງ.

ສັບປະດາປຶ້ມຍີ່ປຸ່ນ ຢູ່ ຫວຽດນາມ: “ຂົວຕໍ່ທີ່ນຸ່ມນວນ” ແຫ່ງສາຍພົວພັນລະຫວ່າງປະຊາຊົນສອງປະເທດ

(ຮູບພາບ: ທ່ານ Furudate Seiki, ຮອງໂຄສົກກົງສຸນໃຫຍ່ ຍີ່ປຸ່ນ ປະຈຳ ນະຄອນ ໂຮ່ຈີມິນ ແລະ ຕາງໜ້າ Fahasa, Kinokuniya ຮ່ວມກັນຕັດແຖບຜ້າເປີດງານ ສັບປະດາປຶ້ມຍີ່ປຸ່ນຢ່າງເປັນທາງການ. ພາບໂດຍ: ບົກຕິນຕຶກ)

ຈາກປະສົບການສ່ວນຕົວ, ທ່ານ Furudate Seiki ໃຫ້ຮູ້ວ່າ ເມື່ອຕອນທີ່ເພິ່ນຫາກໍ່ມາປະຕິບັດໜ້າທີ່ທາງລັດຖະການໃໝ່ໆ, ເນື່ອງຈາກສຳນັກງານສະຖານກົງສຸນໃຫຍ່ຍີ່ປຸ່ນ ປະຈຳ ນະຄອນ ໂຮ່ຈີມິນ ຕັ້ງຢູ່ໃກ້ກັບຮ້ານປຶ້ມ Fahasa ຫງວຽນເຫວ້, ເພິ່ນຈຶ່ງມັກແວ່ມາຊື້ປຶ້ມເພື່ອຮັບໃຊ້ໃຫ້ແກ່ການຮຽນພາສາຫວຽດນາມ. ຕາມທ່ານແລ້ວ, ໃນປັດຈຸບັນ ການເຂົ້າເຖິງປຶ້ມພາສາຫວຽດນາມ ແມ່ນມີຄວາມສະດວກສະບາຍກວ່າເກົ່າຫຼາຍ, ທັງຢູ່ ຫວຽດນາມ ແລະ ຍີ່ປຸ່ນ, ໂດຍຜ່ານລະບົບເຄືອຂ່າຍຂອງ Fahasa ແລະ Kinokuniya.

ຕາງໜ້າກຸ່ມບໍລິສັດ Kinokuniya, ທ່ານ Kotaro Takano, ໃຫ້ຮູ້ວ່າ ສາຍພົວພັນຮ່ວມມືລະຫວ່າງສອງຫົວໜ່ວຍ ບໍ່ພຽງແຕ່ຢຸດຢູ່ທີ່ກິດຈະກຳການຄ້າສິ່ງພິມເທົ່ານັ້ນ, ແຕ່ຍັງຂະຫຍາຍໄປຮອດບັນດາແຜນງານແລກປ່ຽນວັດທະນະທຳ. ການຮັກສາບັນດາສັບປະດາປຶ້ມ, ເຫດການມັງງະ (Manga), ກິດຈະກຳແນະນຳນັກປະພັນຍີ່ປຸ່ນ ຢູ່ ຫວຽດນາມ ໄດ້ປະກອບສ່ວນສ້າງສະພາບແວດລ້ອມການອ່ານທີ່ທັນສະໄໝ ແລະ ມີການໂຕ້ຕອບກັນຢ່າງສູງ ລະຫວ່າງ ຜູ້ອ່ານສອງປະເທດ.

ທາງຝ່າຍຫວຽດນາມ, ທ່ານ ຟ້າມ ມິງ ຖ້ວນ, ປະທານສະພາຄຸ້ມຄອງ Fahasa, ໃຫ້ຮູ້ວ່າ ຫຼັງຈາກການຮ່ວມມືເປັນເວລາ 10 ປີ, ລະບົບຮ້ານວາງສະແດງປຶ້ມຍີ່ປຸ່ນ ຢູ່ ຫວຽດນາມ ແລະ ເຂດວາງສະແດງປຶ້ມຫວຽດນາມ ຢູ່ ຍີ່ປຸ່ນ ໄດ້ກາຍເປັນຈຸດເຊື່ອມຕໍ່ວັດທະນະທຳອັນສຳຄັນ. ນີ້ບໍ່ພຽງແຕ່ແມ່ນກິດຈະກຳອອກຈຳໜ່າຍປຶ້ມເທົ່ານັ້ນ, ແຕ່ຍັງປະກອບສ່ວນນຳເອົາວັດທະນະທຳການອ່ານ ເຂົ້າໃກ້ກັບມວນຊົນ, ຊ່ວຍໃຫ້ຜູ້ອ່ານສອງປະເທດ ເຂົ້າເຖິງພາສາ, ຊີວິດຈິດໃຈ ແລະ ຫົວຄິດປະດິດສ້າງຂອງກັນແລະກັນ ໂດຍກົງ.

ພື້ນທີ່ຈັດສະແດງຢູ່ ຮ້ານປຶ້ມ Fahasa ຫງວຽນເຫວ້ ໄດ້ຖືກອອກແບບໃຫ້ເຕັມໄປດ້ວຍສີສັນຂອງຍີ່ປຸ່ນ, ໂດຍໄດ້ແນະນຳປຶ້ມຫຼາຍພັນຫົວ ຢູ່ໃນຫຼາຍຂົງເຂດ ເຊັ່ນ: ວັນນະຄະດີ, ປຶ້ມກາຕູນ, ປຶ້ມເດັກນ້ອຍ, ປຶ້ມຮຽນພາສາຕ່າງປະເທດ ແລະ ປຶ້ມສິລະປະ (Artbook). ສັບປະດາປຶ້ມໃນປີນີ້ ມີຜົນງານຫຼາຍເລື່ອງຂອງນັກປະພັນຍີ່ປຸ່ນ ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ອ່ານຊາວຫວຽດນາມ ເຊັ່ນ: Murakami Haruki, Higashino Keigo; ພ້ອມກັບຊຸດກາຕູນມັງງະທີ່ຄຸ້ນເຄີຍ ເຊັ່ນ: ໂດເຣມອນ (Doraemon), ນັກສືບໂຄນັນ (Conan), Chiikawa, Sanrio, Mofusand. ບັນດາຜົນງານຮູບເງົາ ແລະ ກາຕູນອານິເມຊັນ ຂອງຜູ້ກຳກັບ Miyazaki Hayao ກໍ່ໄດ້ດຶງດູດຄວາມສົນໃຈຈາກຜູ້ອ່ານໄວໜຸ່ມເປັນຈຳນວນຫຼວງຫຼາຍ.

ເຫດການດັ່ງກ່າວ ໄດ້ດຶງດູດນັກຮຽນ, ນັກສຶກສາ, ຜູ້ຮຽນພາສາຍີ່ປຸ່ນ ແລະ ບັນດາໄວໜຸ່ມທີ່ຮັກແພງວັດທະນະທຳຍີ່ປຸ່ນ ຢູ່ນະຄອນ ໂຮ່ຈີມິນ ເຂົ້າຮ່ວມຢ່າງຫຼວງຫຼາຍ. ສຳລັບຫຼາຍໆຄົນແລ້ວ, ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອຊອກຊື້ປຶ້ມເທົ່ານັ້ນ, ແຕ່ຍັງແມ່ນໂອກາດດີເພື່ອຝຶກຝົນຫຼໍ່ຫຼອມພາສາຕ່າງປະເທດ, ເຂົ້າເຖິງວັດທະນະທຳຍີ່ປຸ່ນ ດ້ວຍຕາເຫັນ ໂດຍຜ່ານປຶ້ມ, ຮູບພາບ ແລະ ບັນດາກິດຈະກຳແລກປ່ຽນຕ່າງໆ.

ສັບປະດາປຶ້ມຍີ່ປຸ່ນ ຢູ່ ຫວຽດນາມ: “ຂົວຕໍ່ທີ່ນຸ່ມນວນ” ແຫ່ງສາຍພົວພັນລະຫວ່າງປະຊາຊົນສອງປະເທດ

(ຮູບພາບ: ເຫດການດັ່ງກ່າວໄດ້ດຶງດູດໄວໜຸ່ມທີ່ຮັກແພງວັດທະນະທຳຍີ່ປຸ່ນ ເຂົ້າຮ່ວມຢ່າງໜາແໜ້ນ. ພາບໂດຍ: ບົກຕິນຕຶກ)

ຫຼັງຈາກການຮ່ວມມືມາເປັນເວລາໜຶ່ງທົດສະວັດ, ລະບົບຮ້ານວາງສະແດງປຶ້ມພາສາຍີ່ປຸ່ນເກືອບ 30 ແຫ່ງ ຂອງ Fahasa ຢູ່ ຫວຽດນາມ ສາມາດບັນລຸຍອດຈຳໜ່າຍສະເລ່ຍຫຼາຍກວ່າ 60.000 ຫົວຕໍ່ປີ. ຕົວເລກນີ້ສະແດງໃຫ້ເຫັນເຖິງຄວາມຕ້ອງການ ທີ່ນັບມື້ນັບເພີ່ມຂຶ້ນຕໍ່ກັບປຶ້ມຍີ່ປຸ່ນ, ໂດຍສະເພາະແມ່ນໃນກຸ່ມຜູ້ອ່ານໄວໜຸ່ມ, ຜູ້ຮຽນພາສາຕ່າງປະເທດ ແລະ ປະຊາຄົມຊາວຜູ້ຮັກແພງວັດທະນະທຳຍີ່ປຸ່ນ. ໂດຍຜ່ານນັ້ນ, ປຶ້ມໄດ້ສືບຕໍ່ຢືນຢັນບົດບາດ ເປັນພາຫະນະອັນຍືນຍົງ ເພື່ອເຊື່ອມຕໍ່ມະນຸດ, ເຜີຍແຜ່ຄວາມຮູ້ ແລະ ຮັດແໜ້ນຂົວຕໍ່ແຫ່ງມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໃຫ້ໝັ້ນຄົງທະນົງແກ່ນຍິ່ງໆຂຶ້ນ.

ຊາວໜຸ່ມປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ ວາງແຜນກ່ຽວກັບການສ້າງສາປະເທດຊາດ ຊາວໜຸ່ມປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ ວາງແຜນກ່ຽວກັບການສ້າງສາປະເທດຊາດ

ຍສໝ - ໃນລະຫວ່າງວັນທີ 19 – 21 ກໍລະກົດ 2025, ຊາວໜຸ່ມປັນຍາຊົນຫວຽດນາມ 10 ຄົນ ທີ່ຕາງໜ້າປະຊາຄົມປັນຍາຊົນຫວຽດນາມ ຢູ່ ຍີ່ປຸ່ນ ຈະກັບຄືນຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສປັນຍາຊົນຊາວຫນຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 6 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ ດ້ວຍຫົວຂໍ້ວ່າ: “ບັນດານັກປັນຍາຊົນຫວຽດນາມ ໃນທົ່ວໂລກ ປະກອບສ່ວນເຮັດໃຫ້ປະເທດກ້າວເຂົ້າສູ່ສັງກາດໃໝ່”. ...

​ເພີ່ມ​ທະວີ​ການ​ພົວພັນ ​ແລະ ສະໜັບສະໜູນ​ການ​ພັດທະນາ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ​ເພີ່ມ​ທະວີ​ການ​ພົວພັນ ​ແລະ ສະໜັບສະໜູນ​ການ​ພັດທະນາ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ

ຍສໝ -​ ວັນທີ 6 ເມສາ, ສະຫະພັນສະມາຄົມບັນດາສະມາຄົມຫວຽດນາມ ຢູ່ຍີ່ປຸ່ນ (ສະຫະພັນສະມາຄົມ) ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນອາຍຸການ 2025 – 2028, ປຶກສາຫາລື ແລະ ສະເໜີບັນດາທິດທາງການເຄື່ອນໄຫວໃນອາຍຸການໃຫມ່ ເພື່ອແນໃສ່ເພີ່ມທະວີການພົວພັນ, ຊຸກຍູ້ການພັດທະນາປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ