ຄັດຄ້ານຄຳສັ່ງຫ້າມຫາປາຂອງຈີນ ຢູ່ທະເລຕາເວັນອອກ

17:50 | 09/05/2021

ຫວຽດນາມ ມີສິດອຳນາດອະທິປະໄຕ ແລະ ສິດອຳນາດສານ ເພື່ອປະຕິບັດຄຳສັ່ງຫ້າມຫາປາ, ແລະ ສຳລັບ ຈີນ ບໍ່ມີສິດປະຕິບັດໃນເຂດທະເລຂອງຫວຽດນາມແຕ່ຢ່າງໃດ.

ກະກຽມແຫຼ່ງສິນຄ້າທີ່ຈຳເປັນ, ຮັບປະກັນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ກະກຽມແຫຼ່ງສິນຄ້າທີ່ຈຳເປັນ, ຮັບປະກັນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19
ບັນດາທ້ອງຖິ່ນປະຕິບັດບັນດາມາດຕະການປ້ອງກັນ, ຕ້້ານໂລກລະບາດໂຄວິດ-19 ຢ່າງຂ້ຽວຂາດ ບັນດາທ້ອງຖິ່ນປະຕິບັດບັນດາມາດຕະການປ້ອງກັນ, ຕ້້ານໂລກລະບາດໂຄວິດ-19 ຢ່າງຂ້ຽວຂາດ
undefined
ພາບປະກອບ

ຫວ່າງມໍ່ໆມານີ້, ຈີນ ຫາກໍ່ປະກາດຄຳສັ່ງຫ້າມຫາປາຢູ່ທະເລຕາເວັນອອກ ເລີ່ນແຕ່ວັນທີ 01 ພຶດສະພາ - 16 ກັນຍາ 2021, ດ້ວຍການເຂົ້າຮ່ວມຕິດຕາມຂອງກຳລັງຕຳຫຼວດທະເລ. ຂອບເຂດຫ້າມຫາປາແມ່ນເລີ່ມແຕ່ບໍລິເວນທະເລທາງຕອນເໜືອຂອງທະເລຕາເວັນອອກ, ລວມທັງສ່ວນໜຶ່ງເຂດອ່າວພາກເໜືອ ແລະ ໝູ່ເກາະ ຮ່ວາງຊາ ຂຶ້ນກັບອະທິປະໄຕຂອງຫວຽດນາມ.

ໄຈ້ແຍກເນື້ອໃນຄຳສັ່ງດັ່ງກ່າວ, ທ່ານຮອງສາດສະດາຈານ, ປະລິນຍາເອກ ຫວູແທັງກາ, ອະດີດຫົວໜ້າກົມຮ່ວມມືສາກົນ ແລະ ວິທະຍາສາດເຕັກໂນໂລຊີ, ກົມໃຫຍ່ທະເລ ແລະ ໝູ່ເກາະ ຫວຽດນາມ, ຢືນຢັນວ່າ:

“ຈີນ ໄດ້ອອກຄຳສັ່ງຫ້າມຫາປາພຽງລຳພັງຝ່າຍດຽວໃນຂອບເຂດທົ່ວທະເລຕາເວັນອອກ, ເຊິ່ງນອນໃນບໍລິເວນຈາກເສັ້ນຂະໜາມ 12 ອົງສາຂຶ້ນສູ່ທາງທິດເໜືອ. ທົ່ວເຂດທະເລດັ່ງກ່າວລວມທັງໝູ່ເກາະ ຮ່ວາງຊາ ທັງໝົດ ກໍຄືສ່ວນໜຶ່ງເຂດເສດຖະກິດພິເສດຂອງຫວຽດນາມ. ສິ່ງດັ່ງກ່າວແມ່ນຝືນກັບກົດໝາຍສາກົນ. ຢູ່ໃນເຂດທະເລຂອງຫວຽດນາມ, ຫວຽດນາມ ມີສິດອຳນາດອະທິປະໄຕ ແລະ ສິດອຳນາດສານ ເພື່ອປະຕິບັດຄຳສັ່ງຫ້າມຫາປາ, ແລະ ສຳລັບ ຈີນ ບໍ່ມີສິດປະຕິບັດໃນເຂດທະເລຂອງຫວຽດນາມແຕ່ຢ່າງໃດ”.

ຕາມທ່ານ ຫງວຽນຈູໂຮ່ຍ, ຮອງປະທານຜູ້ປະຈຳການສະມາຄົມອາຊີບປະມົງຫວຽດນາມ ແລ້ວ, ຄຳສັ່ງຫ້າມຫາປາດັ່ງກ່າວໄດ້ຍົກອອກມາໃນສະພາບທີ່ ທະເລຕາເວັນອອກພວມມີການຜັນແປສັບສົນຫຼາຍຢ່າງ ເມື່ອ ຈີນ ຮັບຮອງເອົາກົດໝາຍວ່າດ້ວຍຕຳຫຼວດທະເລ. ສະມາຄົມອາຊີບປະມົງ ຫວຽດນາມ ໄດ້ອອກຈົດໝາຍທາງການຄັດຄ້ານຂໍ້ຕົກລົງພຽງລຳພັງຝ່າຍດຽວດັ່ງກ່າວ.

ພາຍຫຼັງຄຳຖະແຫຼງພຽງລຳພັງຝ່າຍດຽວຂອງຈີນ, ວັນທີ 29 ເມສາ, ທ່ານຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ດ່ວານຄັ໊ກຫວຽດ ໄດ້ຢືນຢັນວ່າ: ຫວຽດນາມ ຄັດຄ້ານ ແລະ ເດັດດ່ຽວປະຕິເສດຂໍ້ຕົກລົງພຽງລຳພັງຝ່າຍດຽວດັ່ງກ່າວຂອງຈີນ. ຂໍ້ກຳນົດດັ່ງກ່າວໄດ້ລະເມີດອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ຂອງຫວຽດນາມ, ລະເມີດກົດໝາຍສາກົນ, ໃນນັ້ນມີສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ໄປຝືນກັບເນື້ອໃນຈິດໃຈຂອງຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ໄປຝືນກັບຂໍ້ຕົກລົງກ່ຽວກັບບັນດາຫຼັກຖານພື້ນຖານຊີ້ນຳການແກ້ໄຂບັນດາບັນຫາທາງທະເລລະຫວ່າງ ຫວຽດນາມ ແລະ ຈີນ.

ກູບາຖືເປັນສຳຄັນ ແລະ ຂອບໃຈນ້ຳໃຈສາມັກຄີ, ການໜຼນຊ່ວຍອັນລ້ຳຄ່າ ຂອງ ຫວຽດນາມ ກູບາຖືເປັນສຳຄັນ ແລະ ຂອບໃຈນ້ຳໃຈສາມັກຄີ, ການໜຼນຊ່ວຍອັນລ້ຳຄ່າ ຂອງ ຫວຽດນາມ

ຍ​ສ​ໝ - ທ່ານລັດຖະມົນຕີການ​ຕ່າງ​ປະ​ເທດ Bruno Rodriguez Parrilla ໄດ້​ສະ​ແດງ​ຄວາມຊົມເຊຍ​ຕໍ່​ທ່ານລັດຖະມົນຕີການຕ່າງປະເທດ ຫວຽດ​ນາມ ບຸນ​ແທັງ​ເຊີນ; ທ່ານ​ກໍ່ສະແດງຄວາມຂອບອົກຂອບໃຈແລະຖ​ື​ເປັນ​ສຳ​ຄັນນ້ຳ​ໃຈ​ສາ​ມັກ​ຄີ, ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຂອງ ຫວຽ,ນາມ ທີ່ສະ​ຫງວຽນ​ໃຫ້​ແກ່​ກູບາໃນໄລຍະທີ່ຜ່ານມາ, ໄດ້ຕີລາຄາສູງບົດບາດຂອງ ຫວຽດນາມ ໃນຖານະເປັນປະທານໝູນວຽນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (ເດືອນມັງກອນ 2020 ແລະ ເດືອນເມສາ 2021).

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂອ້ລົມທາງໂທລະສັບກັບລັດຖະມົນຕີກະຊວງປ້ອງກັນປະເທດການາດາ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂອ້ລົມທາງໂທລະສັບກັບລັດຖະມົນຕີກະຊວງປ້ອງກັນປະເທດການາດາ

ຍສໝ - ໃນການໂອ້ລົມທາງໂທລະສັບ, ທ່ານພົນໂທ ຟານວັນຢາງ ໄດ້ຕີລາຄາສູງບົດບາດຂອງການາດາໃນໂລກ ແລະ ພາກພື້ນ, ປາດຖະໜາວ່າ ຢາກເພີ່ມທະວີການພົວພັນກັບການາດາ ບົນພື້ນຖານຄວາມສະເໝີພາບ ແລະ ມີຜົນປະໂຫຍດລວມ.

ພິທີໄວ້ອາໄລ, ປົງອັດຖິນັກຮົບຫວຽດນາມ ເສຍສະຫຼະຊີວິດເພື່ອຊາດຢູ່ລາວ 24 ຊຸດ ພິທີໄວ້ອາໄລ, ປົງອັດຖິນັກຮົບຫວຽດນາມ ເສຍສະຫຼະຊີວິດເພື່ອຊາດຢູ່ລາວ 24 ຊຸດ

ຍ​ສ​ໝ - ນີ້ແມ່ນຄັ້ງທີ 35 ນັບແຕ່ປີ 1993, ແຂວງ ກວາງຈີ້ ຈັດພິທີໄວ້ອາໄລ ແລະ ປົງອັດຖິເຊິ່ງແມ່ນທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ປະເທດສປປ.ລາວ.

vovworld.vn

ເຫດການ
302 Found

Found

The document has moved here.