ເອກອັກຄະລັດຖະທູດ ລາວ ປາດຖະໜາຢາກໃຫ້ແຂວງກວາງນາມສະໜັບສະໜູນ ລາວ ໃນການຫັນຍຸດທະສາດແລວທາງຕາເວັນອອກ-ຕາເວັນຕົກ ໃຫ້ປະກົດຜົນເປັນຈິງ

14:33 | 14/04/2021

ຍສໝ - ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກໍ່ຫວັງວ່າແຂວງກວາງນາມ ຈະສືບຕໍ່ໜູນຊ່ວຍແຂວງເຊກອງ ກໍ່ສ້າງກິດຈະກໍາໂຄງລ່າງທີ່ຈໍາເປັນ; ຊຸກຍູ້ພື້ນຖານໂຄງລ່າງ ແລະຂຸດຄົ້ນດ່ານຊາຍແດນສາກົນດັກຕາອອກ-ນາມຢາງ ຢ່າງມີປະສິດທິຜົນ...

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີເອຢິບ ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີເອຢິບ
ເອກອັກຄະລັດຖະທູດ ຫວຽດນາມປະຈຳສະຫະປະຊາຊາດຊົມເຊີຍຕໍ່ບັນດາຄວາມຄືບໜ້າກ່ຽວກັບດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ - ສັງຄົມຢູ່ ບັນດາປະເທດອາຊີກາງໃນໄລຍະຜ່ານມາ ເອກອັກຄະລັດຖະທູດ ຫວຽດນາມປະຈຳສະຫະປະຊາຊາດຊົມເຊີຍຕໍ່ບັນດາຄວາມຄືບໜ້າກ່ຽວກັບດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ - ສັງຄົມຢູ່ ບັນດາປະເທດອາຊີກາງໃນໄລຍະຜ່ານມາ
ເອກອັກຄະລັດຖະທູດ ລາວ ປາດຖະໜາຢາກໃຫ້ແຂວງກວາງນາມສະໜັບສະໜູນ ລາວ ໃນການຫັນຍຸດທະສາດແລວທາງຕາເວັນອອກ-ຕາເວັນຕົກ ໃຫ້ປະກົດຜົນເປັນຈິງ
ການນໍາແຂວງກວາງນາມ ຖ່າຍຮູບເປັນທີ່ລະນຶກກັບຄະນະປະຕິບັດງານ ສະຖານທູດລາວ. ພາບ:TTXVN

ຫວ່າງແລ້ວນີ້, ທີ່ແຂວງກວາງນາມ, ທ່ານ ຟານວຽດເກື່ອງ, ເລຂາພັກແຂວງກວາງນາມ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ຟານວຽດເກື່ອງ, ເລຂາພັກແຂວງກວາງນາມ ໄດ້ແຈ້ງໃຫ້ຊາບໂດຍສັງເຂັບກ່ຽວກັບສະພາບການເສດຖະກິດ-ສັງຄົມ ຂອງແຂວງໃນໄລຍະຜ່ານມາ; ການພົວພັນຮ່ວມມືລະຫວ່າງແຂວງກວາງນາມ ແລະ ແຂວງເຊກອງ ສປປ ລາວ ແລະ ຂີດໝາຍແຫ່ງການຮ່ວມມືລະຫວ່າງສອງທ້ອງຖິ່ນໃນຂົງເຂດຮັບປະກັນຄວາມສະຫງົບຢູ່ເຂດຊາຍແດນ, ການຄຸ້ມຄອງການເຂົ້າ-ອອກເມືອງ, ຮັບປະກັນຄວາມສະຫງົບປອດໄພໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

ທ່ານ ຟານວຽດເກື່ອງ ກໍ່ໄດ້​ເນັ້ນ​ໜັກ​ວ່າ, ດ້ວຍ​ຈຸດ​ພິ​ເສດ​ດ້ານ​ພູ​ມີ​ປະ​ເທດ​ແມ່ນ​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ​ກັນ ທີ່​ຍາວ​ກ່​ວາ 157 ກີ​ໂລ​ແມັດ, ກວາງ​ນາມ ​ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ​ກັບ​ບັນ​ດາ​ແຂວງ​ທີ່​ຕິດ​ກັບ​ຊາຍ​ແດນ ແລະ ບັນດາ​ທ້ອງ​ຖິ່ນ​​ຂອງ​ລາວ. ພ້ອມ​ທັງ ​ສະ​ແດງ​ຄວາມ​ຫວັງ​ວ່າ, ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ນະ​ໂຍ​ບາຍ​ລວມ​ເຊິ່ງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ແລ້ວ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ມີຫຼາຍ​ຮູບ​ການ​ຮ່ວມ​ມື​ທີ່​ມີ​ປະ​ສິດ​ທິ​ຜົນ​ກ່​ວາອີກ​ໃນບັນດາຂົງເຂດຕ່າງໆ.

ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງແຂວງກວາງນາມ ທີ່ມີຕໍ່ແຂວງເຊກອງ ແລະແຂວງຕ່າງໆຂອງລາວ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ພ້ອມທັງກໍ່ຫວັງວ່າແຂວງກວາງນາມ ຈະສືບຕໍ່ໜູນຊ່ວຍແຂວງເຊກອງ ກໍ່ສ້າງກິດຈະກໍາໂຄງລ່າງທີ່ຈໍາເປັນ; ຊຸກຍູ້ພື້ນຖານໂຄງລ່າງ ແລະຂຸດຄົ້ນດ່ານຊາຍແດນສາກົນດັກຕາອອກ-ນາມຢາງ ຢ່າງມີປະສິດທິຜົນ; ປະກອບສ່ວນຊຸກຍູ້ການແລກປ່ຽນສິນຄ້າລະຫວ່າງບັນດາທ້ອງຖິ່ນຢູ່ພາກກາງຫວຽດນາມ ແລະບັນດາແຂວງພາກໃຕ້ລາວ. ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກໍ່ໄດ້ປາດຖະໜາຢາກໃຫ້ແຂວງກວາງນາມ ສະໜັບສະໜູນຂໍ້ສະເໜີຂອງຝ່າຍລາວ ກ່ຽວກັບການກໍ່ສ້າງທາງດ່ວນເຊື່ອມຕໍ່ສອງປະເທດ, ຫັນຍຸດທະສາດແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ໃຫ້ປະກົດຜົນເປັນຈິງ.

ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາລາວ  ອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາລາວ ອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ

ສະຫາຍ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈໍາ ລາວ ໄດ້ຕີລາຄາສູງ ການພັດທະນາຂອງ ສປປ ລາວ ຕະຫລອດໄລຍະ 45 ປີ ຜ່ານມາ ເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວໄວ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງເທື່ອລະກ້າວ.

ເອກອັກຄະລັດຖະທູດ ອິນໂດເນເຊຍ ເນັ້ນໜັກເຖິງບົດບາດຂອງຫວຽດນາມໃນການຮັກສາວິວັດການຮ່ວມມືຂອງອາຊຽນໃນສະພາບການໂລກລະບາດ Covid - 19 ເອກອັກຄະລັດຖະທູດ ອິນໂດເນເຊຍ ເນັ້ນໜັກເຖິງບົດບາດຂອງຫວຽດນາມໃນການຮັກສາວິວັດການຮ່ວມມືຂອງອາຊຽນໃນສະພາບການໂລກລະບາດ Covid - 19

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດອິນ​ໂດ​ເນ​ເຊຍ Ibnu Hadi ເນັ້ນໜັກເຖິງຄວາມມານະພະຍາຍາມ ແລະຂໍ້ລິເລີ່ມຕ່າງໆຂອງຫວຽດນາມໃນການຮັກສາວິ​ວັດການຮ່ວມມືຂອງອາຊຽນໃນສະພາບການລະບາດຂອງພະຍາດ Covid -19, ເຊິ່ງກໍ່ໃຫ້ເກີດຄວາມວຸ້ນວາຍຫຼາຍໃນໂລກ.

ເອກອັກຄະລັດຖະທູດ ຜູ້ໃໝ່ຂອງ ສປປ ລາວໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເອກອັກຄະລັດຖະທູດ ຜູ້ໃໝ່ຂອງ ສປປ ລາວໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ຍສໝ​ - ຕອນບ່າຍວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດລາວ ແສງເພັດ ຮຸ່ງບຸນຍວງ ເນື່ອງໃນໂອກາດມາຮັບໜ້າທີ່ທາງການທູດຢູ່ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.