ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາລາວ ອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ

11:40 | 27/11/2020

ສະຫາຍ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈໍາ ລາວ ໄດ້ຕີລາຄາສູງ ການພັດທະນາຂອງ ສປປ ລາວ ຕະຫລອດໄລຍະ 45 ປີ ຜ່ານມາ ເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວໄວ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງເທື່ອລະກ້າວ.

ເອກອ ກຄະລ ດຖະທ ດ ແຫ ງ ສສ ຫວຽດນາມ ປະຈ າລາວ ອວຍພອນວ ນຊາດ ແຫ ງ ສປປ ລາວ ຄ ບຮອບ 45 ປ ສານຂອງພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນ ໂອກາດລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວັນທີ 25 ພະຈິກ 2020
ເອກອ ກຄະລ ດຖະທ ດ ແຫ ງ ສສ ຫວຽດນາມ ປະຈ າລາວ ອວຍພອນວ ນຊາດ ແຫ ງ ສປປ ລາວ ຄ ບຮອບ 45 ປ ລາວ - ຫວຽດນາມ ມີ ດ່ານຊາຍແດນສາກົນ ມີ 08 ແຫ່ງ

ໃນຕອນເຊົ້າວັນທີ 26 ພະຈິກ 2020, ທີ່ກະຊວງການຕ່າງປະເທດ ສະຫາຍ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈໍາລາວ ໄດ້ນໍາພາຄະນະ ຈາກສະຖານທູດ ຫວຽດນາມ ແລະ ຫ້ອງການຜູ້ຕາງໜ້າຫວຽດນາມ ປະຈໍາ ລາວ ເຂົ້າມອບກະຕ່າດອກໄມ້ອວຍພອນ ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດລາວ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ.

ເອກອ ກຄະລ ດຖະທ ດ ແຫ ງ ສສ ຫວຽດນາມ ປະຈ າລາວ ອວຍພອນວ ນຊາດ ແຫ ງ ສປປ ລາວ ຄ ບຮອບ 45 ປ
ສະຫາຍ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈໍາ ລາວ ໄດ້ນໍາພາຄະນະ ຈາກສະຖານທູດ ຫວຽດນາມ ແລະ ຫ້ອງການຜູ້ຕາງໜ້າຫວຽດນາມ ປະຈໍາລາວ ເຂົ້າມອບກະຕ່າດອກໄມ້ອວຍພອນ ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດລາວ. ພາບ: ຂປລ.

ໃນໂອກາດດັ່ງກ່າວ, ສະຫາຍເອກອັກຄະລັດຖະທູດ ໄດ້ຕີລາຄາສູງ ການພັດທະນາຂອງ ສປປ ລາວ ຕະຫລອດໄລຍະ 45 ປີ ຜ່ານມາ ເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວໄວ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງເທື່ອລະກ້າວ, ເຊິ່ງຜົນສໍາເລັດດັ່ງກ່າວກໍ່ມີການປະກອບສ່ວນອັນສໍາຄັນ ຈາກຂະແໜງການຕ່າງປະເທດຂອງສອງປະເທດ.

ທີ່ການຕ້ອນຮັບ, ສະຫາຍລັດຖະມົນຕີຕ່າງປະເທດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍເອກອັກຄະລັດຖະທູດ ແລະ ສະແດງຄວາມຂອບໃຈຕໍ່ການປະກອບສ່ວນໃຫ້ການຊ່ວຍເຫລືອອັນສໍາຄັນ ແລະ ທັນການແກ່ ສປປ ລາວ ມາໂດຍຕະຫລອດ ບໍ່ວ່າໃນຍາມຕໍ່ສູ້ກູ້ຊາດ ກໍ່ຄື ໃນໄລຍະພັດທະນາປະເທດຊາດໃນປັດຈຸບັນ.

ທີ່ການຕ້ອນຮັບ, ສອງຝ່າຍໄດ້ຕີລາຄາສູງ ຕໍ່ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ທີ່ນັບມື້ໄດ້ຮັບການສົ່ງເສີມ ແລະ ຂະຫຍາຍຕົວໃຫ້ເຂົ້າສູ່ລວງເລິກ ໃນປັດຈຸບັນ. ສອງຝ່າຍຍັງໄດ້ຢືນຢັນ ທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດເພື່ອຮ່ວມກັນຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ ໃຫ້ຈະເລີນ ແລະ ງອກງາມແຕກດອກອອກຜົນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດຢ່າງແທ້ຈິງ. ພ້ອມນີ້, ກໍ່ຈະຮ່ວມມືກັນເພື່ອກະກຽມໃຫ້ແກ່ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ລະຫວ່າງສອງກະຊວງການຕ່າງປະເທດ, ກອງປະຊຸມສອງກົມການເມືອງ ລາວ-ຫວຽດນາມ ແລະ ກອງປະຊຸມຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 43 ທີ່ຈະມີຂຶ້ນໃນອະນາຄົດອັນໃກ້ນີ້.

ເອກອ ກຄະລ ດຖະທ ດ ແຫ ງ ສສ ຫວຽດນາມ ປະຈ າລາວ ອວຍພອນວ ນຊາດ ແຫ ງ ສປປ ລາວ ຄ ບຮອບ 45 ປ
ສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າອວຍພອນວັນຊາດ ສປປ ລາວ ຄົບຮອບ 45 ປີ ຂອງສະຫາຍ ຫງວຽນບ່າຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ.ພາບ: ຂປລ.

ໃນວັນດຽວກັນ, ສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າອວຍພອນວັນຊາດ ສປປ ລາວ ຄົບຮອບ 45 ປີ ຂອງສະຫາຍ ຫງວຽນບ່າຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ.

ທີ່ການຕ້ອນຮັບ, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວສະແດງຄວາມຂອບໃຈສະຫາຍ ຫງວຽນບ່າຮຸ່ງ ທີ່ໄດ້ຕີລາຄາ ແລະ ອວຍພອນບັນດາຜົນສຳເລັດຮອບດ້ານຂອງ ສປປ ລາວ ໃນຕະຫລອດ 45 ປີຜ່ານມາ ແລະ ໝາກຜົນຂອງການຮ່ວມມືສອງຝ່າຍ, ສະຫາຍ ນາງ ສູນທອນ ໄຊຍະຈັກ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອຂອງ ສສ. ຫວຽດນາມ ໃນການຄຸ້ມຄອງ, ສະກັດກັ້ນ ແລະ ຮັບມືກັບພະຍາດໂຄວິດ-19 ໃນປີ 2020 ແລະ ໄດ້ສະແດງຄວາມໝັ້ນໝາຍທີ່ຈະສືບຕໍ່ຮ່ວມມືກັບຝ່າຍຫວຽດນາມໃນການສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນທີ່ຫາຍາກ ລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງຊາດ ລາວ-ຫວຽດນາມ.

ເອກອ ກຄະລ ດຖະທ ດ ແຫ ງ ສສ ຫວຽດນາມ ປະຈ າລາວ ອວຍພອນວ ນຊາດ ແຫ ງ ສປປ ລາວ ຄ ບຮອບ 45 ປ ບັນດານັກລົງທຶນ ສສ ຫວຽດນາມມີ 414 ໂຄງການດ້ວຍຍອດ ຈຳນວນເງິນລົງທຶນ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ

ມາຮອດປະຈຸບັນ, ບັນດານັກລົງທຶນ ສສ ຫວຽດນາມມີ 414 ໂຄງການດ້ວຍຍອດ ຈຳນວນເງິນລົງທຶນ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ, ຕົກອັນດັບທີ 3 ໃນບັນດານັກລົງທຶນຢູ່ລາວ. ພິເສດ, ຢູ່ 10 ແຂວງຊາຍແດນຂອງ ສປປ ລາວ, ໄດ້ມີ 110 ໂຄງການລົງທຶນໂດຍກົງຂອງບັນດານັກລົງທຶນຫວຽດນາມ ...

ເອກອ ກຄະລ ດຖະທ ດ ແຫ ງ ສສ ຫວຽດນາມ ປະຈ າລາວ ອວຍພອນວ ນຊາດ ແຫ ງ ສປປ ລາວ ຄ ບຮອບ 45 ປ ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ລົງຢ້ຽມ​ຢາມໂຄງ​ການກໍ່​ສ້າງ​ຫໍ​ສະ​ພາ​ແຫ່ງ​ຊາດ ລາວ ຫຼັງໃໝ່

​ຍ​ສ​ໝ - ທ່ານ ສອນໄຊ ສີພັນດອນ ໄດ້ຮັບຮູ້ບັນດາຂໍ້ສະເໜີແນະຂອງ ແມ່ທັບນ້ອຍ 11 ແລະ ຈະຊີ້ນຳບັນດາອົງການທີ່ມີໜ້າທີ່ຂອງ ລາວ ຄົ້ນຄ້ວາຕໍ່ຂໍ້ສະເໜີດັ່ງກ່າວ, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ກົມກອງໄດ້ມີແຫຼ່ງແຮງງານ, ວັດສະດຸ, ວັດຖຸດິບ ຢ່າງຄົບຖ້ວນເພື່ອຮັບໃຊ້ການກໍ່ສ້າງໂຄງການມີຄວາມຄືບໜ້າຖືກຕາມກຳນົດເວລາ, ບັນລຸຄຸນນະພາບດ້ານເຕັກນິກ, ຄວາມປານີດ, ສູ້ຊົນກໍ່ສ້າງໃຫ້ສຳເລັດ ແລະ ມອບຮັບກິດຈະການໃນໄຕມາດ 1 ປີ 2021.

ເອກອ ກຄະລ ດຖະທ ດ ແຫ ງ ສສ ຫວຽດນາມ ປະຈ າລາວ ອວຍພອນວ ນຊາດ ແຫ ງ ສປປ ລາວ ຄ ບຮອບ 45 ປ ພິທີໂຮມຊຸມນຸມສະເຫລີມສະຫລອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ (2/12/1975-2/12/2020) ດ້ວຍບັນຍາກາດອັນຟົດຟື້ນ

ຄະນະປະຈຳສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ນຳໂດຍທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົມນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ສະເຫລີມສະຫລອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ.

ໄຊພອນ

ເຫດການ
302 Found

Found

The document has moved here.