ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີເອຢິບ

10:58 | 29/03/2021

ຫວ່າງແລ້ວນີ້, ທີ່ທໍານຽບປະທານາທິບໍດີ ນະຄອນຫລວງ ໄຄໂຣ, ສາທາລະນະລັດ ອາຣັບ ເອຢິບ, ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ອັບເດວ ຟາຕາ ອານ-ສິສິ (Abdel Fattah Al-Sisi), ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ, ເພື່ອດໍາລົງ ຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ປະຈໍາ ສາທາລະນະລັດ ອາຣັບ ເອຢິບ, ໂດຍມີສໍານັກງານຕັ້ງ ຢູ່ ນະຄອນຫລວງນິວເດນລີ, ປະເທດອິນເດຍ.

ເອກອ ກຄະລ ດຖະທ ດ ສປປ ລາວ ຍ ນສານຕາຕ ງ ຕ ປະທານາທ ບ ດ ເອຢ ບ ຫວຽດນາມ ແມ່ນສະຖານທີ່ນັດພົບທີ່ມີຄວາມດຶງດູດ ແລະ ປອດໄພ
ເອກອ ກຄະລ ດຖະທ ດ ສປປ ລາວ ຍ ນສານຕາຕ ງ ຕ ປະທານາທ ບ ດ ເອຢ ບ ໃນປີ 2020, ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີລະດັບເຕີບໂຕສູງທີ່ສຸດໃນໂລກ
ເອກອ ກຄະລ ດຖະທ ດ ສປປ ລາວ ຍ ນສານຕາຕ ງ ຕ ປະທານາທ ບ ດ ເອຢ ບ

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີເອຢິບ

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຢ່າງຍິ່ງ ແລະ ຖືເປັນກຽດຢ່າງສູງ ທີ່ພະນະທ່ານປະທານາທິບໍດີ ໄດ້ໃຫ້ກຽດຮັບສານຕາຕັ້ງດັ່ງກ່າວ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະເວລາ ການປະຕິບັດໜ້າທີ່ ການທູດປະຈໍາປະເທດເອຢິບນີ້ ທ່ານຈະພະຍາຍາມ ເຮັດສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ສົ່ງເສີມສາຍ ພົວພັນມິດຕະພາບ ທີ່ມີມູນເຊື້ອດີງາມ ແລະ ການຮ່ວມມືສອງຝ່າຍ ໃຫ້ຂະຫຍາຍຕົວຂຶ້ນໄປເລື້ອຍໆ. ພ້ອມນີ້ ທ່ານເອກອັກ ຄະລັດຖະທູດລາວ ກໍໄດ້ນໍາເອົາຄໍາອວຍພອນໄຊອັນປະເສີດຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງພະນະ ທ່ານປະທານາທິບໍດີ ອັບເດວ ຟາຕາ ອາວ-ສິສິ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ, ມີຄວາມຜາສຸກ ໃນຊີວິດສ່ວນຕົວ ແລະ ຄອບຄົວ ແລະ ໄດ້ຮັບຜົນສໍາເລັດ ໃນໜ້າທີ່ອັນສູງສົ່ງ.

ສປປ ລາວ ແລະ ສາທາລະນະລັດ ອາຣັບ ເອຢິບ ໄດ້ສ້າງຕັ້ງສາຍພົວພັນ ການທູດນໍາກັນໃນປີ 1976 ເຊິ່ງຈະໝູນວຽນບັນຈົບ ຮອບ 45 ​ປີ ໃນເດືອນພະຈິກ 2021 ທີ່ຈະມາເຖິງນີ້, ເຖິງວ່າສອງປະເທດມີພູມສາດ ກາຍຍະພາບທີ່ແຕກຕ່າງກັນ ແຕ່ກໍມີຫລາຍທ່າແຮງ ແລະ ຄວາມອາດສາມາດ ທີ່ຈະຮ່ວມມື ແລະ ແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນໄດ້, ໂດຍສະເພາະ ການຄຸ້ມຄອງຊັບພະຍາກອນນໍ້າ ຊຶ່ງ ສປປ ລາວ ກໍມີແມ່ນໍ້າຂອງ ທີ່ຍາວຢຽດແຕ່ເໜືອເຖິງໃຕ້ ແລະ ເອຢິບກໍມີແມ່ນໍ້ານາຍ (Nile) ທີ່ມີຊື່ສຽງ ແລະ ຍາວທີ່ສຸດໃນໂລກປະມານ 6.650 ກມ ໄຫລຜ່ານ ແຕ່ໃຕ້ຫາເໜືອຂອງປະເທດ; ປະເທດເອຢິບ ຍັງມີບົດຮຽນ ໃນການຄຸ້ມຄອງ ການທ່ອງທ່ຽວ, ກະສິກໍາ ແລະ ອື່ນໆ. ໃນໄລຍະຜ່ານມາ, ເຖິງວ່າການພົວພັນ ແລະ ຮ່ວມມືຂອງສອງຝ່າຍ ໃນຫລາຍດ້ານຍັງຢູ່ໃນ ຂອບເຂດຈໍາກັດ, ແຕ່ສອງຝ່າຍກໍໄດ້ພະຍາ ຍາມສ້າງເງື່ອນໄຂເອື້ອອໍານວຍ ເພື່ອຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມືດັ່ງກ່າວ ໃຫ້ຂະຫຍາຍຕົວ ຍິ່ງໆຂຶ້ນ.

ການນໍາຂອງສອງປະເທດ ໄດ້ແລກປ່ຽນສານອວຍພອນ ແລະ ສານສະແດງຄວາມ ເຫັນອົກເຫັນ ໃຈຊຶ່ງກັນ ແລະ ກັນໃນໂອກາດສໍາຄັນຕ່າງໆ; ທັງສອງປະເທດກໍ່ໄດ້ ແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນຂອງຄະນະຜູ້ແທນ ໃນລະດັບຕ່າງໆ ແລະ ໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ. ໃນປີ 2001 ຫາ 2013, ລັດຖະບານເອຢິບ ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນດ້ານການພັດທະນາ ຊັບພະຍາກອນມະນຸດ, ໂດຍສະເພາະ ການສະໜອງທຶນ ການສຶກສາ 5 ທຶນ, ໃນນີ້ທາງດ້ານກະສິກໍາ 3 ທຶນ ແລະ ພາສາອາຣັບ 2 ທຶນ. ສາທາລະນະລັດ ອາຣັບ ເອຢິບ ມີເນື້ອທີ່ທັງໝົດ 1,01 ລ້ານຕາຕະລາງກິໂລແມັດ, ມີປະຊາກອນທັງໝົດປະມານ 100,4 ລ້ານຄົນ (ຕົວເລກໃນປີ 2019). ເອຢິບເປັນໜຶ່ງ ໃນບັນດາປະເທດ ທີ່ຕັ້ງຢູ່ໃນທະວີບ ອາຟຣິກາຕອນເໜືອ ທີ່ມີຊື່ສຽງໂດງດັງທີ່ສຸດ ທາງດ້ານການທ່ອງທ່ຽວໃນໂລກ, ໂດຍສະເພາະ ປີລະມິດ (Pyramid of Khafre) ທີ່ເປັນສະຖານທີ່ ທ່ອງທ່ຽວບູຮານຄະດີ ທີ່ເກົ່າແກ່ຫລາຍພັນປີ, ຊຶ່ງໄດ້ນໍາລາຍ ໄດ້ຫລັກມາສູ່ປະເທດຢ່າງຫລວງຫລາຍ.

ເອກອ ກຄະລ ດຖະທ ດ ສປປ ລາວ ຍ ນສານຕາຕ ງ ຕ ປະທານາທ ບ ດ ເອຢ ບ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາລາວ ອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ

ສະຫາຍ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈໍາ ລາວ ໄດ້ຕີລາຄາສູງ ການພັດທະນາຂອງ ສປປ ລາວ ຕະຫລອດໄລຍະ 45 ປີ ຜ່ານມາ ເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວໄວ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງເທື່ອລະກ້າວ.

ເອກອ ກຄະລ ດຖະທ ດ ສປປ ລາວ ຍ ນສານຕາຕ ງ ຕ ປະທານາທ ບ ດ ເອຢ ບ ເອກອັກຄະລັດຖະທູດ ອິນໂດເນເຊຍ ເນັ້ນໜັກເຖິງບົດບາດຂອງຫວຽດນາມໃນການຮັກສາວິວັດການຮ່ວມມືຂອງອາຊຽນໃນສະພາບການໂລກລະບາດ Covid - 19

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດອິນ​ໂດ​ເນ​ເຊຍ Ibnu Hadi ເນັ້ນໜັກເຖິງຄວາມມານະພະຍາຍາມ ແລະຂໍ້ລິເລີ່ມຕ່າງໆຂອງຫວຽດນາມໃນການຮັກສາວິ​ວັດການຮ່ວມມືຂອງອາຊຽນໃນສະພາບການລະບາດຂອງພະຍາດ Covid -19, ເຊິ່ງກໍ່ໃຫ້ເກີດຄວາມວຸ້ນວາຍຫຼາຍໃນໂລກ.

ເອກອ ກຄະລ ດຖະທ ດ ສປປ ລາວ ຍ ນສານຕາຕ ງ ຕ ປະທານາທ ບ ດ ເອຢ ບ ສປປ ລາວ ​ໄດ້​ມີ​ຄວາມ​ພ້ອມໃນ​ທຸກ​ດ້ານ ​ເພື່ອ​ຮອງ​ຮັບ​ການ​ລະບາດ​ ຂອງ​ເຊື້ອພະຍາດ Covid-19 ທີ່​ອາດ​ຈະ​​ແຜ່​ລະບາດ​ ຢູ່​ ສປປ ລາວ

ວັນ​ທີ 16 ມີນາ 2020 ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ຄະນະ ​ໄດ້​ລົງ​ເຄື່ອນ​ໄຫວ ​ຕິດຕາມ​ການ​ເຝົ້າ​ລະວັງ, ປ້ອງ​ກັນ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ການ​ແຜ່​ລະບາດ ຂອງ​ເຊື້ອ​ໄວຣັດ​ໂຄ​ວິດ-19 ຢູ່ດ່ານ​ສາກົນ ຂົວ​ມິດຕະພາບ ​ລາວ-​ໄທ1, ສະໜາມ​ບິນ​ສາກົນ​ວັດ​ໄຕ, ​ໂຮງໝໍສູນ​ກາງ 103 ​ແລະ ​ໂຮ​ງໝໍ ມິດຕະພາບ ...

kpl.gov.la

ເຫດການ
302 Found

Found

The document has moved here.