ລັດຖະບານຂະຫຍາຍກຸ່ມເປົ້າໝາຍ ທີ່ຈະໄດ້ຮັບສັກວັກແຊງປ້ອງກັນພະຍາດ ໂຄວິດ-19

11:07 | 07/04/2021

ທ່ານ ພອນປະເສິດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາ ທາລະນະສຸກ ໄດ້ລາຍງານໃຫ້ຮູ້ ໃນວັນທີ 6 ເມສາ 2021 ນີ້ວ່າ: ມາຮອດປັດຈຸບັນ ສປປ ລາວ ສາມາດສັກຢາວັກແຊງທັງໝົດ 122.491 ຄົນ, ໃນນັ້ນສຳເລັດການສັກຄົບສອງຄັ້ງ ມີ 6.171 ຄົນ.

ສື່ມວນ​ຊົນ ສາ​ກົນ: ເສດ​ຖະ​ກິດ ຫວຽດ​ນາມ ໝັ້ນ​ຄົງ​ໃນ​ໂລກ​ລະ​ບາດ​ໂຄວິດ - 19 ສື່ມວນ​ຊົນ ສາ​ກົນ: ເສດ​ຖະ​ກິດ ຫວຽດ​ນາມ ໝັ້ນ​ຄົງ​ໃນ​ໂລກ​ລະ​ບາດ​ໂຄວິດ - 19
ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ​ນັບ​ມື້​ນັບ​ພິ​ເສດ​ໃນ​ໂລກ​ລະ​ບາດ​ໂຄວິດ - 19 ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ​ນັບ​ມື້​ນັບ​ພິ​ເສດ​ໃນ​ໂລກ​ລະ​ບາດ​ໂຄວິດ - 19
ລັດຖະບານຂະຫຍາຍກຸ່ມເປົ້າໝາຍ ທີ່ຈະໄດ້ຮັບສັກວັກແຊງປ້ອງກັນພະຍາດ ໂຄວິດ-19
ພາບປະກອບ

ໃນໄລຍະຜ່ານ ສປປ ລາວ ໄດ້ຮັບວັກແຊງປ້ອງກັນ ພະຍາດໂຄວິດ-19 ຈາກການຊ່ວຍເຫລືອ ຈາກຕ່າງປະເທດ ທັງໝົດ ມີ 3 ຊະນິດ ຄື: ຊີໂນຟາມ, AstraZeneca ແລະ Sputnik V ເຊິ່ງໃນເບື່ອງຕົ້ນລັດຖະບານ ໄດ້ເລັ່ງໃສ່ 3 ກຸ່ມເປົ້າໝາຍ ທີ່ມີຄວາມສ່ຽງສູງ ຕໍ່ການຕິດເຊື້ອພະຍາດໂຄວິດ-19 ຄື: ພະນັກງານແພດ-ໝໍ, ພະນັກງານທີ່ເຮັດວຽກຢູ່ ບັນດາສູນກັກກັນ ແລະ ພະນັກງານທີ່ເຮັດວຽກ ຢູ່ຕາມຈຸດຜ່ານແດນຕ່າງໆ ຮອດມາປັດຈຸບັນເຫັນວ່າ ສາມາດສັກວັກແຊງ ສຳເລັດຕາມເປົ້າໝາຍແລ້ວ.

ນອກຈາກນີ້, ລັດຖະບານ ຍັງໄດ້ຂະຫຍາຍກຸ່ມເປົ້າໝາຍ ໃຫ້ກວ້າງອອກຕື່ມອີກ 6 ກຸ່ມເປົ້າ ໝາຍ ຄື: ພະນັກງານທີ່ເຮັດວຽກກ່ຽວກັບການຂົນສົ່ງ ເປັນຕົ້ນ ການຂົນສົ່ງທາງບົກ, ທາງອາກາດ ແລະ ທາງນໍ້າ; ພະນັກງານທີ່ເຮັດວຽກ ກ່ຽວກັບການທ່ຽວທ່ອງ ເຊັ່ນ: ໂຮງແຮມ, ເຮືອນພັກ; ຜູ້ປະ ກອບການໃນຕະຫລາດ (ຂາຍຍົກ, ຂາຍຍ່ອຍ) ບັນດາຮ້ານອາຫານ, ຮ້ານຂາຍເຄື່ອງ; ພະນັກງານ ທະນາຄານ; ຄູ-ອາຈານ; ພະນັກງານຂົງເຂດໄຟຟ້າ ແລະ ນໍ້າປະປາ ຕື່ມອີກ ທັງນີ້ແນໃສ່ຂະຫຍາຍຕາໜາງ ໃນການບໍລິການສັກວັກແຊງໃຫ້ທົ່ວເຖິງ.

ໃນໂອກາດນີ້, ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງ ສາທາລະນະສຸກ ໄດ້ເຊີນຊວນ ກຸ່ມຄົນທີ່ຢູ່ ໃນກຸ່ມເປົ້າໝາຍດັ່ງກ່າວ, ຮີບຮ້ອນເຂົ້າໄປຮັບວັກແຊງ ກັນພະຍາດໂຄວິດ-19 ຢູ່ຕາມໂຮງໝໍສູນກາງ, ໂຮງໝໍເມືອງ, ໂຮງໝໍແຂວງ ທີ່ຢູ່ໃກ້ບ້ານ. ທັງນີ້, ແນໃສ່ປ້ອງກັນ ແລະ ສະກັດກັ້ນການລະບາດ ຂອງພະຍາດໂຄວິດ-19 ບໍ່ໃຫ້ເກີດການລະບາດໃນຮອບໃໝ່.

ສະຖານທູດຫວຽດນາມປະຈຳມາເລເຊຍໜູນຊ່ວຍການປ້ອງກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ຊຸມ​ຊົນ ສະຖານທູດຫວຽດນາມປະຈຳມາເລເຊຍໜູນຊ່ວຍການປ້ອງກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ຊຸມ​ຊົນ

ຍ​ສ​ໝ - ສະຖະທູດ ຫວຽດນາມ ປະຈຳ ມາເລເຊຍ ແບ່ງປັນວ່າ: ດ້ວຍຈິດໃຈຮັກແພງເຊິ່ງກັນແລະກັນ, ລັດຖະບານ ຫວຽດນາມ ໄດ້ສະ​ຫງວຽນສ່ວນໜຶ່ງໃນບັນດາແຫຼ່ງ ກຳລັງເພື່ອໜູນຊ່ວຍໃຫ້ຊຸມຊົນຊາວຫວຽດນາມພວມ​ອາ​ໄສຢູ່ມາເລເຊຍ ບັນ​ດາວິທີການປົກປ້ອງສຸຂະພາບໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19.

ໜັງ​ສ​ື​ພິມ​ອາ​ເມ​ລິ​ກາ​ຍ້ອງ​ຍໍ​ສັນ​ລະ​ເສີນ​ການ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ຫວຽດ​ນາມ ໜັງ​ສ​ື​ພິມ​ອາ​ເມ​ລິ​ກາ​ຍ້ອງ​ຍໍ​ສັນ​ລະ​ເສີນ​ການ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ຫວຽດ​ນາມ

ຍ​ສ​ໝ - ສື່​ເອ​ເລັກ​ໂຕ​ນິກ ຖື​ວ່າ ຫວຽດ​ນາມ​ເປັນ​ໜ້າ​ໄດ້​ຮັບ​ການ​ຍ້ອງ​ຍໍຫຼາຍ​ກ່​ວາ ຍ້ອນ​ຄວາມ​ສາ​ມາດ​ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໄລ​ຍະ​ສັ້ນ​ດ້ວຍ​ຮູບ​ແບບ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຖືກ ແລະ ບັນ​ດາ​ຂັ້ນ​ຕອນ​ທີ່​ມີ​ຄວາມປອດ​ໄພສູງ.

ເລີ່ມ​ສັກວັກ​ຊິນກັນ​ໂຄວິດ - 19 ຊະ​ນິດທີ 2 ຂອງ ຫວຽດ​ນາມ ເລີ່ມ​ສັກວັກ​ຊິນກັນ​ໂຄວິດ - 19 ຊະ​ນິດທີ 2 ຂອງ ຫວຽດ​ນາມ

ປັດຈຸບັນ, ກຸ່ມຄົ້ນຄ້ວາ ໄດ້ຮັບສະໝັກຜູ້ເຂົ້າຮ່ວມການທົດລອງສັກວັກຊິນ COVIVAC ຄົບ 120 ຄົນ ໃຫ້ແກ່ໄລຍະທຳອິດ, ລວມມີ 30 ຄົນໃນແຕ່ລະເກນອາຍຸ (18 – 30 ປີ ແລະ 40 – 59 ປີ) ແລະ ມີທັງຊາຍ ແລະ ຍິງ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.