ເອກອັກຄະລັດຖະທູດ ອິນໂດເນເຊຍ ເນັ້ນໜັກເຖິງບົດບາດຂອງຫວຽດນາມໃນການຮັກສາວິວັດການຮ່ວມມືຂອງອາຊຽນໃນສະພາບການໂລກລະບາດ Covid - 19

06:30 | 09/08/2020

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດອິນ​ໂດ​ເນ​ເຊຍ Ibnu Hadi ເນັ້ນໜັກເຖິງຄວາມມານະພະຍາຍາມ ແລະຂໍ້ລິເລີ່ມຕ່າງໆຂອງຫວຽດນາມໃນການຮັກສາວິ​ວັດການຮ່ວມມືຂອງອາຊຽນໃນສະພາບການລະບາດຂອງພະຍາດ Covid -19, ເຊິ່ງກໍ່ໃຫ້ເກີດຄວາມວຸ້ນວາຍຫຼາຍໃນໂລກ.

ເອກອ ກຄະລ ດຖະທ ດ ອ ນໂດເນເຊຍ ເນ ນໜ ກເຖ ງບ ດບາດຂອງຫວຽດນາມໃນການຮ ກສາວ ວ ດການຮ ວມມ ຂອງອາຊຽນໃນສະພາບການໂລກລະບາດ covid 19 ໂລກ​ລະ​ບາດ Covid – 19: ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກໄດ້ຂຶ້ນເຖິງ 18.434.503 ຄົນ, ໃນນັ້ນ ມີ 696.802 ຄົນເສຍຊີວິດ
ເອກອ ກຄະລ ດຖະທ ດ ອ ນໂດເນເຊຍ ເນ ນໜ ກເຖ ງບ ດບາດຂອງຫວຽດນາມໃນການຮ ກສາວ ວ ດການຮ ວມມ ຂອງອາຊຽນໃນສະພາບການໂລກລະບາດ covid 19 WHO ຍ້ອງ​ຍໍ​ຊົມ​ເຊີນ​ວິ​ທີ​ການ​ຕ້ານ​ໂລກ​ລະ​ບາດ Covid – 19 ຂອງ​ຫວຽດ​ນາມ
ເອກອ ກຄະລ ດຖະທ ດ ອ ນໂດເນເຊຍ ເນ ນໜ ກເຖ ງບ ດບາດຂອງຫວຽດນາມໃນການຮ ກສາວ ວ ດການຮ ວມມ ຂອງອາຊຽນໃນສະພາບການໂລກລະບາດ covid 19
ທ່ານ Ibnu Hadi ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ​ ປະ​ຈຳ​ ຫວຽດ​ນາມ (ພາບ: TTXVN)

ເມື່ອຕ​ອບ​ຄຳສຳ​ພາດ​ຂອງ​ນັກ​ຂ່າວ ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ​ເນ​ື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 53 ປີ​ແຫ່ງວັນ​ສ້າງ​ຕັ້ງ​ອາ​ຊຽນ (8 ສິ​ງ​ຫາ 1967 – 8 ສິງ​ຫາ 2020), ທ່ານ Ibnu Hadi ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ​ປະ​ຈຳ​ຫວຽດ​ນາມ ເນັ້​ນ​ໜັກ​ວ່າ: ຫວນ​ຄືນ​ໄລ​ຍະ​ທາງ​ຕັ້ງ​ແຕ່​ເວ​ລາ​ສ້າງ​ຕັ້ງ​ມາ​ຮອດ​ປັດ​ຈຸ​ບັນ, ສະ​ມາ​ຄົມ​ອາ​ຊຽນ​ໄດ້​ພັດ​ທະ​ນາ​ໃນ​ທຸກ​ດ້ານ​ແຕ່​ການ​ປ້ອງ​ກັບ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ - ການ​ຄ້າ ຕະຫຼອດ​ຮອດ ວັດ​ທະ​ນະ​ທຳ - ສັງ​ຄົມ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ການ​ສ້າງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ແລະ ໂລກ.

ຕີລາຄາການປະກອບສ່ວນຂອງຫວຽດນາມໃນຖານະເປັນປະທານໝູນວຽນອາຊຽນປີ 2020, ໂດຍສະເພາະໃນສະພາບເກີດ​ຂຶ້ນ​ໂລກ​ລະ​ບາດ COVID-19, ທ່ານ Ibnu Hadi ​ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມໃນການຄວບຄຸມໂລກ​ລະ​ບາດ COVID-19ຢ່າງມີປະສິດທິຜົນ. ພ້ອມກັນນັ້ນ, ກໍ່ຮັບຮູ້ບັນດາຂໍ້ລິເລີ່ມຂອງຫວຽດນາມໃນການຊ່ວຍເຫຼືອອາຊຽນຜ່ານຜ່າໂລກລະບາດຢ່າງວ່ອງໄວ.

“ ນັບແຕ່ຕົ້ນປີນີ້, ຫວຽດນາມໃນຖານະເປັນປະທານອາຊຽນໄດ້ມີຫຼາຍຂໍ້ລິເລີ່ມເພື່ອ ໜູນຊ່ວຍອາຊຽນໃນການຕໍ່ສູ້ກັບ COVID-19. ພວກເຮົາໄດ້ຈັດ​ຕັ້ງກອງປະຊຸມສຸດຍອດພິເສດອາຊຽນ ແລະ ກອງປະຊຸມຂັ້ນ​ສູງພິເສດອາຊຽນ +3 (ຈີນ, ຍີ່ປຸ່ນແລະ ສ.ເກົາຫຼີ​) ກ່ຽວ​ກັບ​ການ​ຮັບ​ມືກັບໂລກ​ລະ​ບາດ COVID-19 ດ້ວຍ​ຮູບ​ແບບທາງອອ​ນ​ລາຍໃນເດືອນເມສາ.ທ່ານເອກອັກຄະລັດຖະທູດອິນໂດເນເຊຍແບ່ງ​ປັນ​ວ່າ:

ນີ້ແມ່ນກອງປະຊຸມພິເສດກ່ຽວກັບ COVID-19 ແລະພວກເຮົາໄດ້ຮັບຮອງເອົາຖະແຫຼງການຮ່ວມອາຊຽນ +3 ກ່ຽວກັບການໂລກ​ລະ​ບາດດັ່ງກ່າວ. ຄຽງຄູ່ກັບຫຼາຍກິດຈະກຳອື່ນໆ, ທຸກໆປະເທດສະມາຊິກມີຄຳ​ໝັ້ນ​ສັນ​ຍາຈະມາ​ນະ​ພະ​ຍາ​ຍາມແກ້ໄຂບັນຫາທີ່ເກີດຈາກ​ໂລກ​ລະ​ບາດ Covid - 19. ອາດເວົ້າໄດ້ວ່າຫວຽດນາມໄດ້ອຸ​ທິ​ສ່ວນຫຼາຍຢ່າງໃຫ້​ແກ່ອາຊຽນ”.

ທ່ານເອກອັກຄະລັດຖະທູດ Ibnu Hadi ກໍ່ໄດ້ເນັ້ນໜັກເຖິງຄວາມມານະພະຍາຍາມແລະຂໍ້ລິເລີ່ມຕ່າງໆຂອງຫວຽດນາມໃນການຮັກສາວິ​ວັດການຮ່ວມມືຂອງອາຊຽນໃນສະພາບການລະບາດຂອງພະຍາດ Covid -19, ເຊິ່ງກໍ່ໃຫ້ເກີດຄວາມວຸ້ນວາຍຫຼາຍໃນໂລກ.

ສ່ວນ​ບັນ​ດາສິ່ງທ້າທາຍ ແລະກາລະໂອກາດທີ່ປະຊາຄົມອາຊຽນປະເຊີນ​​ໜ້າພາຍຫລັງປີ 2025, ທ່ານ Ibnu Hadi ໄດ້ສະແດງໃຫ້ເຫັນວ່າ ໜຶ່ງໃນບັນດາສິ່ງທ້າທາຍຂອງປະຊາຄົມອາຊຽນແມ່ນການຮັກສາສັນຕິພາບແລະສະຖຽນລະພາບໃນພາກພື້ນ.

ທ່ານເອກອັກຄະລັດຖະທູດກໍ່ຫວັງວ່າ, ດ້ວຍວິໄສທັດປະຊາຄົມອາຊຽນພາຍຫຼັງປີ 2025, ອາຊຽນຈະສືບຕໍ່ເປີດກວ້າງການພົວພັນຄູ່ຮ່ວມມືກັບຫຼາຍປະເທດທົ່ວໂລກ, ກາຍເປັນໃຈ​ກາງຜະລິດໃນພາກພື້ນ.

ເອກອ ກຄະລ ດຖະທ ດ ອ ນໂດເນເຊຍ ເນ ນໜ ກເຖ ງບ ດບາດຂອງຫວຽດນາມໃນການຮ ກສາວ ວ ດການຮ ວມມ ຂອງອາຊຽນໃນສະພາບການໂລກລະບາດ covid 19 ໂລກ​ລະ​ບາດ Covid – 19: ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກໄດ້ຂຶ້ນເຖິງ 18.434.503 ຄົນ, ໃນນັ້ນ ມີ 696.802 ຄົນເສຍຊີວິດ

ຍສໝ - ຢູ່ ເອີຣົບ, ລັດເຊຍ ແມ່ນປະເທດຖືກຜົນສະທ້ອນຢ່າງຮຸນແຮງຈາກ ໂຄວິດ-19 ເຊິ່ງຢືນອັນດັບ 4 ໃນໂລກ ແລະ ອັນດັບ 1 ຢູ່ ເອີຣົບ.

ເອກອ ກຄະລ ດຖະທ ດ ອ ນໂດເນເຊຍ ເນ ນໜ ກເຖ ງບ ດບາດຂອງຫວຽດນາມໃນການຮ ກສາວ ວ ດການຮ ວມມ ຂອງອາຊຽນໃນສະພາບການໂລກລະບາດ covid 19 WHO ຍ້ອງ​ຍໍ​ຊົມ​ເຊີນ​ວິ​ທີ​ການ​ຕ້ານ​ໂລກ​ລະ​ບາດ Covid – 19 ຂອງ​ຫວຽດ​ນາມ

​ຍ​ສ​ໝ - ວັນ​ທີ 3 ສິງ​ຫາ, ຜູ້​ຕາງ​ໜ້າ​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ວິ​ທີ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ຂອງ​ຫວຽດ​ນາມ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຕ່າງໆ​ທາບ​ທາມ​ມາດ​ຕະ​ການ​ດັ່ງ​ກ່າວ.

ເອກອ ກຄະລ ດຖະທ ດ ອ ນໂດເນເຊຍ ເນ ນໜ ກເຖ ງບ ດບາດຂອງຫວຽດນາມໃນການຮ ກສາວ ວ ດການຮ ວມມ ຂອງອາຊຽນໃນສະພາບການໂລກລະບາດ covid 19 ສະ​ພາບ​ການ​ໂລກ​ລະ​ບາດ Covid - 19 ຢູ່​ ຫວຽດ​ນາມ ແລະ ທົ່ວ​ໂລກ

ຍ​ສ​ໝ - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 9 ໂມງເຊົ້າວັນທີ 20 ກໍລະກົດ (ຕາມເວລາ ຫວຽດນາມ), ທົ່ວໂລກ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ປັນຈຳນວນ 14.640.375 ຄົນ ແລະ ມີ 608.857 ຄົນເສຍຊີວິດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.