ທ່ານ ປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

09:27 | 01/01/2021

ຍສໝ - ຜູ້ນຳປະເທດລັດເຊຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຜ່ານຄວາມມານະພະຍາຍາມລວມຂອງ ລັດເຊຍ ແລະ ຫວຽດນາມ, ສອງປະເທດຈະຮັບປະກັນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃຫ້ຫຼາຍກ່ວາອີກ.

ສະເຫຼີມສະຫຼອງ 65 ປີແຫ່ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ ຢູ່ນະຄອນໂຮ່ຈີມິນ ສະເຫຼີມສະຫຼອງ 65 ປີແຫ່ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ ຢູ່ນະຄອນໂຮ່ຈີມິນ
ຫວຽດນາມ: ຈັດບັນດາການເຄື່ອນໄຫວການພົວພັນຕ່າງປະເທດທີ່ມີຄວາມໄຫວພິບ, ຮັບປະກັນຄວາມເໝາະສົມກັບສະພາບການໂລກ ຫວຽດນາມ: ຈັດບັນດາການເຄື່ອນໄຫວການພົວພັນຕ່າງປະເທດທີ່ມີຄວາມໄຫວພິບ, ຮັບປະກັນຄວາມເໝາະສົມກັບສະພາບການໂລກ
ທ່ານ ປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ
ທ່ານ ປະທານາທິບໍດີລັດເຊຍ Vladimir Putin. ພາບ: TTXVN

ເມື່ອບໍ່ດົນມານີ້, ທ່ານ ປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດປີໃໝ່ສາກົນ 2021 ແລະ ບຸນເຕັດຫວຽດນາມ ທີ່ໃກ້ຈະມາເຖິງນີ້. ໃນສານທີ່ໄດ້ສົ່ງໄປເຖິງທ່ານ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ຜູ້ນຳປະເທດລັດເຊຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຜ່ານຄວາມມານະພະຍາຍາມລວມຂອງ ລັດເຊຍ ແລະ ຫວຽດນາມ, ສອງປະເທດຈະຮັບປະກັນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃຫ້ຫຼາຍກ່ວາອີກ. ພ້ອມທັງ ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາການພັດທະນາທີ່ຂະຫຍັນຂັນເຄື່ອນຂອງການພົວພັນລັດເຊຍ-ຫວຽດນາມ ໃນຫຼາຍຂົງເຂດໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ ແລະ ສັບສົນທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19.

ຕີລາຄາກ່ຽວກັບການສົມທົບລະຫວ່າງສະຫະພັນລັດເຊຍ ແລະຫວຽດນາມ ຢູ່ບັນດາເວທີປາໄສສາກົນ, ກໍ່ຄືສໍາລັບບັນດາບັນຫາພາກພື້ນອາຊີ-ປາຊີຟິກ, ທ່ານ Igor Olegovich Mishin ເຊິ່ງເປັນນັກຊ່ຽວຊານຂອງສະຖາບັນເສດຖະກິດສາກົນ ແລະການພົວພັນຕ່າງປະເທດ (IMEMO) ສັງກັດສະພາມະຫາບັນດິດວິທະຍາສາດລັດເຊຍ ໄດ້ຢັ້ງຢືນວ່າ ການພົວພັນລັດເຊຍ-ຫວຽດນາມ ມີທາດແທ້ຄູ່ຮ່ວມມືຍຸດທະສາດ, ການພົວພັນສອງຝ່າຍໄດ້ທົດສອບຜ່ານໄລຍະ. ສະຫະພັນລັດເຊຍ ແລະຫວຽດນາມ ພວມຮ່ວມມືປະສົບຜົນສໍາເລັດໃນຂອບເຂດອາຊຽນ, ກໍ່ຄືທີ່ເວທີປາໄສຄວາມໝັ້ນຄົງພາກພື້ນອາຊຽນ (ARF), ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະບັນດາຄູ່ຮ່ວມມືເຈລະຈາ (ADMM+).

ປີ 2020 ຫວຽດນາມ ດຶງດູດທຶນຈາກຕ່າງປະເທດບັນລຸ ກວ່າ 28 ຕື້ໂດລາສະຫະລັດ ປີ 2020 ຫວຽດນາມ ດຶງດູດທຶນຈາກຕ່າງປະເທດບັນລຸ ກວ່າ 28 ຕື້ໂດລາສະຫະລັດ

ຍສໝ - ຫວຽດນາມ ພວມສຸມໃສ່ຄົ້ນຄ້ວາບັນດາກະແສເງິນລົງທຶນຈາກບັນດາປະເທດໃນໂລກເພື່ອຮັບເອົາກາລະໂອກາດລົງທຶນ.

ວິສາຫະກິດຫວຽດນາມ ໄດ້ມອບຂອງຂວັນຫລາຍກວ່າ 10.000 ຜະລິດຕະພັນແຟຊັ່ນ ໃຫ້ແກ່ແມ່ຍິງລາວ ວິສາຫະກິດຫວຽດນາມ ໄດ້ມອບຂອງຂວັນຫລາຍກວ່າ 10.000 ຜະລິດຕະພັນແຟຊັ່ນ ໃຫ້ແກ່ແມ່ຍິງລາວ

ຍສໝ - ທ່ານນາງ ຫງວຽນກວກແອງ, ຜູ້ອຳນວຍການໃຫຍ່ຂອງ ບໍລິສັດ ແຟຊັ່ນ Elise ຈຳກັດ ໃຫ້ຮູ້ວ່າຂອງຂວັນເຫຼົ່ານີ້ທີ່ສະແດງໃຫ້ເຫັນຄວາມຮັກແພງຂອງບໍລິສັດ ສະຫງວນໃຫ້ແກ່ແມ່ຍິງລາວ.

ຫວຽດນາມແບ່ງປັນຫຼາຍມາດຕະການ ແລະ ທິດທາງໃຫຍ່ໃຫ້ແກ່ສະພາຄວາມໝັ້ນຄົງ ຫວຽດນາມແບ່ງປັນຫຼາຍມາດຕະການ ແລະ ທິດທາງໃຫຍ່ໃຫ້ແກ່ສະພາຄວາມໝັ້ນຄົງ

ຍສໝ - ຫວຽດນາມໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ໃນການແກ້ໄຂບັນຫາຕ່າງໆທີ່ສະພາຄວາມໝັ້ນຄົງ ດ້ວຍຈິດໃຈເປັນເອກະລາດ, ເປັນເຈົ້າຕົນເອງ, ມີຄວາມຮັບຜິດຊອບ ແລະ ມີຄວາມສົມດຸນ, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມກ້າຫານ ແລະ ເອກະລັກການຕ່າງປະເທດ, ຍຶດໝັ້ນຫຼັກໝັ້ນຂອງຕົນ.

ໄຊພອນ

ເຫດການ
302 Found

Found

The document has moved here.