ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມີການໂທລະສັບກັບເລຂາທິການໃຫຍ່ພັກກອມມູນິດກູບາ

08:18 | 30/03/2021

ຍສໝ - ເມື່ອບໍ່ດົນມານີ້, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດກູບາ Raul Castro ໄດ້ການໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ.

ທ ານເລຂາທ ການໃຫຍ ປະທານປະເທດ ຫງວຽນຝ ຈ ອງ ມ ການໂທລະສ ບກ ບເລຂາທ ການໃຫຍ ພ ກກອມມ ນ ດກ ບາ ເພີ່ມພູນຄູນສ້າງສາຍພົວພັນ ລະຫວ່າງ ສອງປະເທດ ຫວຽດນາມ-ກູບາ
ທ ານເລຂາທ ການໃຫຍ ປະທານປະເທດ ຫງວຽນຝ ຈ ອງ ມ ການໂທລະສ ບກ ບເລຂາທ ການໃຫຍ ພ ກກອມມ ນ ດກ ບາ ບັນດາການນໍາພັກ, ລັດຫວຽດນາມ ໄດ້ສົ່ງສານອວຍພອນວັນຊາດແຫ່ງ ສາທາລະນະລັດ ກູບາ ຄົບຮອບ 62 ປີ

ທີ່ການໂອ້ລົມທາງໂທລະສັບ, ທ່ານ Raul Castro ໄດ້ຊົມເຊີຍອວຍພອນພັກກອມມູນິດຫວຽດນາມ ທີ່ໄດ້ຈັດກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຢ່າງສຳເລັດຜົນ; ຊົມເຊີຍທ່ານຫງວຽນຟູຈ້ອງ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຫວຽດນາມຊຸດທີ XIII.

ທ່ານ Raul Castro ໄດ້ຕີລາຄາສູງຕໍ່ບົດບາດ ແລະ ການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໃນພາລະກິດສ້າງສາ ແລະ ພັດທະນາ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດກູບາ - ຫວຽດນາມ.

ທ ານເລຂາທ ການໃຫຍ ປະທານປະເທດ ຫງວຽນຝ ຈ ອງ ມ ການໂທລະສ ບກ ບເລຂາທ ການໃຫຍ ພ ກກອມມ ນ ດກ ບາ
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ. (ພາບ: TTXVN)

ທ່ານ Raul Castro ໄດ້ສະແດງຄວາມເຊື່ອວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະປະຕິບັດສຳເລັດມະຕິທີ່ກອງປະຊຸມໃຫຍ່ຄັ້ງທີ XIII ກຳນົດໄວ້, ສືບຕໍ່ໄດ້ຮັບຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ ໃນການສ້າງສາສັງຄົມນິຍົມ, ສ້າງສາປະເທດຫວຽດນາມຢ່າງສຳເລັດຜົນ.

ເນື່ອງໃນໂອກາດນີ້, ທ່ານ Raul Castro ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ສະຫງວນໃຫ້ແກ່ເຖິງພັກ, ລັດ ແລະ ປະຊາຊົນກູບາ, ພິເສດແມ່ນໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ກູບາ ໃນໄລຍະປະຈຸບັນ ໂດຍຜ່ານການສະໜອງເຂົ້າສານ ແລະ ການຮ່ວມມືຢ່າງມີປະສິດທິຜົນໃນໂຄງການຮ່ວມມືດ້ານກະສິກຳ ກໍ່ຄື ບັນດາຂົງເຂດອື່ນໆ.

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ສະຫາຍ Raul Castro ທີ່ໄດ້ສົ່ງໂທລະເລກຊົມເຊີຍກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ອວຍພອນ 91 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ ຜ່ານນັ້ນກໍ່ໄດ້ຢັ້ງຢືນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດ ລະຫວ່າງຫວຽດນາມ ແລະ ກູບາ, ຄວາມຕິດພັນກັນ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳຂັ້ນສູງຂອງສອງພັກ ແລະ ສອງປະເທດ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມຫງວຽນຝູຈ້ອງ ຢືນຢັນວ່າພັກ, ລັດ ແລະ ປະຊາຊົນຫວຽດນາມຍາມໃດກໍ່ເຄົາລົບ ແລະ ຈົດຈຳຢູ່ໃນໃຈຕະຫຼອດໄປກ່ຽວກັບຄວາມສາມັກຄີ, ການສະໜັບສະໜູນກູບາ, ສຸດອົກສຸດໃຈຂອງປະເທດກູບາ ທີ່ສະຫງວນໃຫ້ແກ່ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍ່ຄື ການສ້າງສາ ແລະ ປ້ອງກັນຊາດຫວຽດນາມໃນໄລຍະຫົກທົດສະວັດທີ່ຜ່ານມາ.

ທ ານເລຂາທ ການໃຫຍ ປະທານປະເທດ ຫງວຽນຝ ຈ ອງ ມ ການໂທລະສ ບກ ບເລຂາທ ການໃຫຍ ພ ກກອມມ ນ ດກ ບາ ເພີ່ມທະວີການເພີ່ມ​ບູນ​ຄູນສ້າງມິດຕະພາບ, ພັດທະນາກາລະໂອກາດຮ່ວມ​ມືລົງທຶນລະຫວ່າງຫວຽດນາມ ແລະກູບາ

ຍ​ສ​ໝ - ທ່ານນາງ ກົງສຸນໃຫ​ຍ່ສາທາລະນະລັດກູບາ ປະຈຳ ນະຄອນໂຮ່ຈີມິນ Indira Lopez Arguelles ໄດ້ຢືນຢັນວ່າ ກູບາຍາມໃດກໍ່ພ້ອມແລ້ວທີ່ຈະສືບຕໍ່ຊ່ວຍເຫຼືອຫວຽດນາມໃນບັນດາຂົງເຂດຄື: ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ສາທາລະນະສຸກ.

ທ ານເລຂາທ ການໃຫຍ ປະທານປະເທດ ຫງວຽນຝ ຈ ອງ ມ ການໂທລະສ ບກ ບເລຂາທ ການໃຫຍ ພ ກກອມມ ນ ດກ ບາ ກູບາ ສະເຫຼີມສະຫຼອງ 60 ປີ ແຫ່ງການພົວພັນທາງການທູດກັບຫວຽດນາມ

ຍ​ສ​ໝ - ທ່ານນາຍົກລັດຖະມົນຕີກູບາ Manuel Marrero Cruz ໄດ້ທົບທວນຄືນການພັດທະນາຢ່າງຕໍ່ເນື່ອງຂອງສາຍພົວພັນສອງຝ່າຍໃນຫລາຍປີຜ່ານມາ ດ້ວຍການຢ້ຽມຢາມຂອງບັນດາການນຳຂັ້ນສູງ, ກໍ່ຄືເລື່ອງ ຫວຽດ​ນາມ​ເປັນ​ຄູ່​ຮ່ວມມ​ື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ທີສອງ ແລະ ນັກ​ລົງ​ທຶນ​ໃຫຍ່​ທີ່​ສຸດ​ຂອງ ກູ​ບາ ຢູ່​ພາກ​ພື້ນອາຊີ - ໂອເຊຍເນຍ.

ທ ານເລຂາທ ການໃຫຍ ປະທານປະເທດ ຫງວຽນຝ ຈ ອງ ມ ການໂທລະສ ບກ ບເລຂາທ ການໃຫຍ ພ ກກອມມ ນ ດກ ບາ ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກູບາ

ຍສໝ - ຕອນເຊົ້າວັນທີ 29 ພະຈິກ, ຢູ່ນະຄອນໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ກູບາ (2 ທັນວາ 1960- ວັນທີ 2 ທັນວາປີ 2020) ແລະ 30 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ກູບານະຄອນໂຮ່ຈີມິນ (1990-2020).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.