ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດກູບາ

10:05 | 27/11/2020

ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຕີລາຄາສູງ ບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ຂອງທ່ານນາງເອກອັກຄະລັດຖະທູດກູບາ ໃນການເພີ່ມທະວີແລະເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດ ລະຫວ່າງສອງພັກ ແລະ ສອງປະເທດຫວຽດນາມ - ກູບາ ໄດ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.

ທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫງວຽນຝ ຈ ອງ ໄດ ໃຫ ການຕ ອນຮ ບເອກອ ກຄະລ ດຖະທ ດກ ບາ VUFO ໄດ້ມອບຫຼຽນກາລະນຶກໃຫ້ແກ່ ທ່ານນາງ Lianys Torres Rivera ເອກອັກຄະລັດຖະທູດ ກູບາ ປະຈຳຫວຽດນາມ
ທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫງວຽນຝ ຈ ອງ ໄດ ໃຫ ການຕ ອນຮ ບເອກອ ກຄະລ ດຖະທ ດກ ບາ ເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ - ກູບາ

ໃນວັນທີ 25 ພະຈິກ, ທີ່ສຳນັກງານສູນກາງພັກ, ທ່ານຫງວຽນຝູຈ້ອງ - ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ມີການຕ້ອນຮັບ ທ່ານນາງ Lianys Torres Rivera - ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສາທາລະນະລັດກູບາ ທີ່ມາອຳລາເນື່ອງໃນໂອກາດສິ້ນສຸດອາຍຸການເຮັດວຽກຢູ່ຫວຽດນາມ.

ທີ່ການພົບປະ, ທ່ານ ຫງວຽນຝູຈ້ອງ ໄດ້ສະແດງຄວາມຊົມເຊີຍ ທ່ານນາງ Lianys Torres Rivera ສຳລັບຜົນງານທີ່ດີເດັ່ນ ໃນຖານະຕຳແໜ່ງ ເປັນເອກອັກຄະລັດຖະທູດ ກູບາ ປະຈຳຫວຽດນາມ. ທ່ານ ຫງວຽນຝູຈ້ອງ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງທ່ານນາງເອກອັກຄະລັດຖະທູດກູບາ ໃນການເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດ ລະຫວ່າງສອງພັກ ແລະ ສອງປະເທດຫວຽດນາມ - ກູບາ ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.

ທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫງວຽນຝ ຈ ອງ ໄດ ໃຫ ການຕ ອນຮ ບເອກອ ກຄະລ ດຖະທ ດກ ບາ
ທ່ານຫງວຽນຝູຈ້ອງ - ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Lianys Torres Rivera - ເອກອັກຄະລັດຖະທູດກູບາ. (ພາບ: TTXVN)

ທ່ານ ຫງວຽນຝູຈ້ອງ ກໍ່ສະແດງຄວາມປິຕິຊົມຊື່ນ ແລະ ຕີລາຄາສູງຕໍ່ການຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກູບາ (2 ທັນວາ 1960 - 2 ທັນວາ 2020); ເນັ້ນໜັກວ່າ ຫວຽດນາມ ແລະ ກູບາ ຍາມໃດກໍ່ແມ່ນສອງປະເທດອ້າຍນ້ອງ, ຊ່ວຍເຫຼືອເຊຶ່ງກັນແລະກັນ.

ທ່ານ ຫງວຽນຟູຈ້ອງ ກໍ່ໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເຊິ່ງປະເທດກູບາ ປະເຊີນໜ້າໃນຊຸມປີມໍ່ໆມານີ້; ຊົມເຊີຍບັນດາຜົນງານເຊິ່ງພັກ, ລັດ ແລະ ປະຊາຊົນກູບາ ບັນລຸໄດ້ໃນວິວັດການປະຕິບັດແນວທາງປັບປຸງບັນດາຮູບແບບເສດຖະກິດ, ສັງຄົມ, ກໍ່ຄືໃນການຄວບຄຸມໂລກລະບາດ COVID-19.

ທ່ານ ຫງວຽນຟູຈ້ອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ກູບາ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຈັດຕັ້ງກອງປະຊຸມໃຫຍ່ພັກກອມມູນິດກູບາຄັ້ງທີ 8 ໃນເດືອນເມສາປີ 2021 ຢ່າງປະສິດທິຜົນ.

ສ່ວນທ່ານນາງເອກອັກຄະລັດຖະທູດ Lianys Torres Rivera ໄດ້ສະແດງຄວາມຂອບອົກຂອບໃຈ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ທີ່ໄດ້ສະຫລະເວລາເພື່ອຕ້ອນຮັບທ່ານນາງ ໃນການອຳລາເນື່ອງໃນໂອກາດສິ້ນສຸດອາຍຸການເຮັດວຽກຢູ່ຫວຽດນາມ; ຂອບໃຈຕໍ່ນ້ຳໃຈຂອງທ່ານເລຂາທິການໃຫຍ່, ປະທານປະເທດ, ຜູ້ນຳພັກ ແລະ ລັດຫວຽດນາມ ສະຫງວນໃຫ້ແກ່ກູບາ. ພ້ອມທັງຕີລາຄາສູງການຊ່ວຍເຫຼືອ, ການສະໜັບສະໜູນ ຂອງບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນຕ່າງໆຂອງຫວຽດນາມ ທີ່ໄດ້ຊ່ວຍເຫຼືອທ່ານນາງເອກອັກຄະລັດຖະທູດ ໃນການປະຕິບັດສຳເລັດໜ້າທີ່ ໃນເວລາເຮັດວຽກຢູ່ປະເທດຫວຽດນາມ.

ທ່ານນາງ Lianys Torres Rivera ໃຫ້ຮູ້ວ່າ, ຈະຈື່ຈນ້ຳໃຈເຊິ່ງບັນດາການນຳຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ສະຫງວນໃຫ້ແກ່ທ່ານນາງ ໃນໄລຍະເວລາເຮັດວຽກຢູ່ປະເທດຫວຽດນາມ; ຢືນຢັນວ່າ ເຖິງວ່າໃນຖານະຕຳແໜ່ງໃດກໍ່ຕາມ, ທ່ານນາງ ກໍ່ຍັງສືບຕໍ່ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ແລະ ສອງປະເທດກູບາ - ຫວຽດນາມ.

ທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫງວຽນຝ ຈ ອງ ໄດ ໃຫ ການຕ ອນຮ ບເອກອ ກຄະລ ດຖະທ ດກ ບາ ທ່ານນາງເອກອັກຄະລັດຖະທູດກູບາ: ສະຫະພັນມິດຕະພາບ ໄດ້ປະກອບສ່ວນສ້າງຄວາມຊົງຈຳທີ່ດີ ລະຫວ່າງຫວຽດນາມ ແລະ ກູບາ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ (17 ພະຈິກ 1950 - 17 ພະຈິກ 2020) ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານນາງ Torres Rivera - ເອກອັກຄະລັດຖະທູດກູບາ ປະຈຳຫວຽດນາມ ໄດ້ແບ່ງປັນຄວາມປາດຖະໜາ ແລະ ຄວາມຄອງຫວັງກ່ຽວກັບສະຫະພັນໃນອະນາຄົດ.

ທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫງວຽນຝ ຈ ອງ ໄດ ໃຫ ການຕ ອນຮ ບເອກອ ກຄະລ ດຖະທ ດກ ບາ ເປີດ​ຕົວ​ປຶ້ມ “Fidel Castro ແລະ ຫວຽດ​ນາມ - ຄວາມ​ອະ​ນຸ​ສອນ​ທີ່​ບໍ່​ສາ​ມາດ​ລືມ​ໄດ້”

ຍ​ສ​ໝ - ທ່ານ​ນາງ Lianys Torres Rivera ເອກ​ອັກ​ຄະ​ລັດ​ຖ​ະ​ທູດປະ​ຈຳ​ຫວຽດ​ນາມ​ເນັ້ນ​ໜັກ​ວ່າ ປຶ້ມ Fidel Castro ແລະ ຫວຽດ​ນາມ - ຄວາມ​ອະ​ນຸ​ສອນ​ທີ່​ບໍ່​ສາ​ມາດ​ລືມ​ໄດ້” ໄດ້​ເວົ້າ​ເຖິງນ້ຳ​ໃຈ​ເພື່ອນ​ມິດ​ພິ​ເສດ​ລະ​ຫວ່າງ​ການ​ນຳ​ສອງ​ທ່ານ Fidel Castro ແລະ ໂຮ່​ຈີ​ມິນ ເວົ້າ​ສະ​ເພາະ​ກໍ່​ຄື​ນ້ຳ​ໃຈ​ມິດ​ຕະ​ພາບ​ໝັ້ນ​ແກ່ນ​ລະ​ຫວ່າງ​ກູ​ບາ ແລະ ຫວຽດ​ນາມ.

ທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫງວຽນຝ ຈ ອງ ໄດ ໃຫ ການຕ ອນຮ ບເອກອ ກຄະລ ດຖະທ ດກ ບາ ວິສາຫະກິດຫວຽດນາມ ມອບສັນຍາລັກເຂົ້າສານ 100 ໂຕນໃຫ້ແກ່ທ່ານໝໍ, ນາງພະຍາບານຢູ່ດ່ານໜ້າໃນການຕ້ານພະຍາດໂຄວິດ-19 ຂອງກູບາ

ຍສໝ - ທ່ານ Luis Fernando Navarro Martínez ຮອງລັດຖະມົນຕີກະຊວງສາທາລະນະສຸກກູບາ ຢັ້ງຢືນວ່າ, ກູບາ ຍາມໃດກໍເຄົາລົບນັບຖືຕໍ່ບັນດາອາລົມຈິດ ແລະກິລິຍາມິດຕະພາບຈາກພັກ, ລັດ ແລະປະຊາຊົນຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.