| ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2026-2031 | |
| ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ |
![]() |
| |
ຕອນເຊົ້າວັນທີ 12 ເມສາ, ຢູ່ ທາຍງວຽນ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເຂົ້າ ແລະມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ແກ່ທະຫານເຂດ 1, ກະຊວງປ້ອງກັນປະເທດ ຫວຽດນາມ.
ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ທະຫານເຂດ 1 ສືບຕໍ່ຊາບຊຶມແນວທາງ, ທັດສະນະຂອງພັກກ່ຽວກັບການທະຫານ, ການປ້ອງກັນຊາດ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່; ກຳໄດ້ສະພາບການໃນບໍລິເວນຢ່າງແໜ້ນແຟ້ນ, ຄາດຄະເນລ່ວງໜ້າ, ຕີລາຄາສະພາບການຢ່າງຖືກຕ້ອງ, ໃຫ້ຄຳປຶກສາຢ່າງທັນການໃນບໍ່ວ່າສະພາບການໃດ.
“ສືບຕໍ່ສ້າງກຳລັງຕາມທິດມີສະຕິໄວ, ກະທັດລັດ, ເຂັ້ມແຂງ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ; ເປັນເຈົ້າອາວຸດ, ເຄື່ອງອຸປະກອນເຕັກນິກ; ຍົກສູງຄຸນນະພາບການຝືກຊ້ອມ, ລະດັບການບັນຊາ ແລະ ກຳລັງສູ້ຮົບໃນທຸກເງື່ອນໄຂ, ໂດຍສະເພາະແມ່ນຢູ່ເຂດຊາຍແດນ, ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ”.
ທີ່ພິທີ, ໂດຍຕາງໜ້າໃຫ້ການນຳພັກ, ລັດ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ແກ່ທະຫານເຂດ 1.
ຕາມ vovworld.vn
https://vovworld.vn/lo-LA/khaawedn/thaanelkhaathikaanayhny-ohelim-syybhmpbpungkhwaamaiwwaangaychkhngpasaasonayhhmnkhong-2426987.vov5
| ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້ຕົ້ນປີໃໝ່ປີມະເສັງຢູ່ ຮືງອຽນ ຍສໝ - ການນຳແຂວງ ຮືງອຽນ ໃຫ້ຮູ້ວ່າ ນັບແຕ່ປີ 2022 ມາຮອດປະຈຸບັນ, ທົ່ວແຂວງໄດ້ປູກຕົ້ນໄມ້ກວ່າ 126.000 ຕົ້ນ |
| ເລຂາທິການໃຫຍ່ ໂຕເລິມ ໂອ້ລົມທາງໂທລະສັບກັບການນໍາກູບາ ຍສໝ - ສະຫາຍເລຂາທິການໃຫຍ່ ໂຕເລິມ ຢືນຢັນຫຼັກໝັ້ນຂອງຫວຽດນາມ ໃນການສະໜັບສະໜູນບັນດາມະຕິຂອງສະພາສະຫະປະຊາຊາດ ໃນການຮຽກຮ້ອງໃຫ້ຢຸດຕິການຂວ້ຳບາດຕໍ່ ກູບາ ຄືນໃໝ່. |
ຕາມ vovworld.vn
