ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ໄດ້ເລືອກຕັ້ງສະຫາຍ ຫງວຽນຊວນຟຸກ, ກໍາມະການກົມການເມືອງ ໃຫ້ດໍາລົງຕໍາແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ

09:26 | 06/04/2021

ພາຍຫຼັງພິທີສາບານຕົວເຂົ້າຮັບດຳລົງຕຳແໜ່ງ, ທ່ານປະທານປະເທດ ຫງວຽນຊວນຟຸກ ຢັ້ງຢືນວ່າ ບົດຮຽນ, ປະສົບການຂອງບັນດາການນຳຊຸດກ່ອນ ແມ່ນພື້ນຖານອັນລ້ຳຄ່າເພື່ອໃຫ້ທ່ານສືບທອດ ແລະ ສູ້ຊົນປະຕິບັດໜ້າທີ່ສຳຄັນຂອງຕົນໃນຖານະເປັນປະທານປະເທດໃຫ້ເປັນຢ່າງດີ.

ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ຮັບຮອງເອົາມະຕິເລືອກຕັ້ງສະຫາຍ ຟ້າມມີງຈິງ ເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ອາຍຸການ 2016 - 2021 ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ຮັບຮອງເອົາມະຕິເລືອກຕັ້ງສະຫາຍ ຟ້າມມີງຈິງ ເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ອາຍຸການ 2016 - 2021
ສະພາແຫ່ງຊາດຫວຽດນາມ ຜ່ານບົດລາຍງານ ສະໄໝ XIV ສະພາແຫ່ງຊາດຫວຽດນາມ ຜ່ານບົດລາຍງານ ສະໄໝ XIV
ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ໄດ້ເລືອກຕັ້ງສະຫາຍ ຫງວຽນຊວນຟຸກ, ກໍາມະການກົມການເມືອງ ໃຫ້ດໍາລົງຕໍາແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ(ພາບ: VGP)

ຕອນເຊົ້າວັນທີ 5 ເມສາ 2021, ທີ່ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມ ຊຸດທີ XIV, ສະມາຊິກສະພາແຫ່ງຊາດທີ່ມີໜ້າ 100% ໄດ້ລົງຄະແນນສຽງ (ກວມເອົາ 97,50% ຈໍານວນສະມາຊິກສະພາແຫ່ງຊາດທັງໝົດ) ເລືອກຕັ້ງສະຫາຍ ຫງວຽນຊວນຟຸກ ໃຫ້ດໍາລົງຕໍາແໜ່ງປະທານປະເທດ ແຫ່ງ ສສຫວຽດນາມ.

ພາຍໃຕ້ທຸງແດງດາວເຫຼືອງທີ່ສັກກາລະບູຊາຂອງຊາດ, ຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ ແລະຜູ້ມີສິດເລືອກຕັ້ງໃນທ່ົວປະເທດ, ສະຫາຍ ຫງວຽນຊວນຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ປະຕິຍານຕົນຈະຈົ່ງຮັກພັກດີຕໍ່ປະເທດຊາດ, ປະຊາຊົນ ແລະລັດຖະທໍາມະນູນແຫ່ງ ສສ ຫວຽດນາມ ຢ່າງເດັດຂາດ; ອອກແຮງປະຕິບັດສໍາເລັດໜ້າທີ່ ເຊິ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້ເປັນຢ່າງດີ.

ພາຍຫຼັງພິທີສາບານຕົວເຂົ້າຮັບດຳລົງຕຳແໜ່ງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ, ຂ້າພະເຈົ້າຂໍໝັ້ນໝາຍຕໍ່ສະພາແຫ່ງຊາດ ແລະ ປະຊາຊົນທົ່ວປະເທດວ່າ ຈະສຸດຈິດສຸດໃຈ, ສຸມກຳລັງເຫື່ອແຮງຂອງຕົນ, ມີຄວາມຮັບຜິດຊອບ, ດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ສັດຊື່ບໍລິສຸດ, ເຫັນແກ່ສ່ວນລວມ ບໍ່ເຫັນແກ່ສ່ວນຕົວ, ປະຕິບັດໜ້າທີ່ ແລະ ສິດອຳນາດຂອງປະທານປະເທດຢ່າງຄົບຖ້ວນ; ສົມທົບກັບສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການສູງສຸດ, ແນວໂຮມປະເທດຊາດ ຫວຽດນາມ ຢ່າງແໜ້ນແຟ້ນ; ຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ຢ່າງບໍ່ຢຸດຢັ້ງ, ໃກ້ຊິດສະໜິດສະໜົມ, ຮັບຟັງ ແລະ ຮັບເອົາຄຳຄິດເຫັນ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ...

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກ, ດ້ວຍຄຸນນະທາດ ແລະ ພູມປັນຍາຂອງຊາວ ຫວຽດນາມ, ກຳລັງແຮງຂອງນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ການສະໜັບສະໜູນຂອງເພື່ອນມິດສາກົນ, ແນ່ນອນວ່າ ປະເທດ ຫວຽດນາມ ຈະຜ່ານຜ່າທຸກສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ ແລະ ຈະມີແຕ່ຄວາມສະຫງົບສຸກ, ປະຕິບັດບັນດາເປົ້າໝາຍ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກໄດ້ວາງອອກຢ່າງມີໄຊ.

ທ່ານ ຫງວຽນຊວນຟຸກ ເກີດວັນທີ 20 ເດືອນ 7 ປີ 1954 ຢູ່ຕາແສງ ກຸຍຝູ, ເມືອງ ກຸຍເຊີນ, ແຂວງ ກວາງນາມ. ທ່ານ ຫງວຽນຊວນຟຸກ ເປັນກຳມະການກົມການເມືອງຊຸດທີ XI, XII, XIII; ກຳມະການສູນກາງພັກ: ຊຸດທີ X, XI, XII, XIII; ສະມາຊິກສະພາແຫ່ງຊາດຊຸດທີ XI, XIII, XIV.

ໄຂກອງປະຊຸມສະໄໝສາມັນເມື່ອທີ XI, ສະພາແຫ່ງຊາດຊຸດທີ XIV ໄຂກອງປະຊຸມສະໄໝສາມັນເມື່ອທີ XI, ສະພາແຫ່ງຊາດຊຸດທີ XIV

ກອງປະຊຸມສະໄໝສາມັນເທື່ອທີ XI, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ຈະໄຂຂຶ້ນໃນຕອນເຊົ້າວັນທີ 24 ເມສາ.

ທ່ານນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ໄດ້ສົ່ງໂທລະເລກ ເຖິງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທ່ານນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ໄດ້ສົ່ງໂທລະເລກ ເຖິງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

ວັນທີ 22 ມີນານີ້, ທ່ານນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສສ. ຫວຽດນາມ ໄດ້ສົ່ງໂທລະເລກ ເຖິງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

ທ່ານນາງ ດັ້ງທິຫງອກຖິ້ງ ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍເຖິງທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ທ່ານນາງ ດັ້ງທິຫງອກຖິ້ງ ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍເຖິງທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ

ວັນທີ 22 ມີນາ 2021, ທ່ານນາງ ດັ້ງ ທິ ຫງອກຖິ້ງ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ສົ່ງໂທລະເລກຊົມ ເຊີຍ ເຖິງທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຊຶ່ງມີເນື້ອໃນດັ່ງນີ້:

ໄຊພອນ

ເຫດການ
302 Found

Found

The document has moved here.