ລັດເຊຍ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ

12:11 | 25/03/2021

ຍສໝ - ໃນ 20 ປີທີ່ຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ລັດເຊຍ ບັນລຸໄດ້ບັນດາໝາກຜົນທີ່ໜ້າປະທັບໃຈ. ໃນນັ້ນ, ມີການເຈລະຈາດ້ານການເມືອງລະດັບສູງ ແລະ ການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດໄດ້ຮັບການຮັກສາໄວ້.

ລ ດເຊຍ ຖ ເປ ນສຳຄ ນການພ ວພ ນຄ ຮ ວມມ ຍ ດທະສາດກ ບຫວຽດນາມ ນັກຊ່ຽວຊານ ລັດເຊຍ ເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດສຳເລັດນະໂຍລາຍການຕ່າງປະເທດ
ລ ດເຊຍ ຖ ເປ ນສຳຄ ນການພ ວພ ນຄ ຮ ວມມ ຍ ດທະສາດກ ບຫວຽດນາມ ການແລກປ່ຽນທາງໄກກ່ຽວກັບການສົມທົບກັນສ້າງຊຸດສໍາເນົາເອກະສານ 70 ປີແຫ່ງການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ໂຊວຽດ/ສະຫະພັນລັດເຊຍ

ຕາມສຳນັກຂ່າວສານຫວຽດນາມ ປະຈຳນະຄອນຫຼວງ Moskva, ເນື່ອງໃນໂອກາດວັນຄົບຮອບ 20 ປີແຫ່ງວັນເຊັນສົນທິສັນຍາຄູ່ຮ່ວມມືຍຸດທະສາດ ລະຫວ່າງສະຫະພັນລັດເຊຍ ແລະ ສາທາລະນະລັດສັງຄົມນິຍົມຫວຽດນາມ (ວັນທີ 1 ມີນາ 2001 - ວັນທີ 1 ມີນາ 2021), ໂຄສົກກະຊວງການຕ່າງປະເທດລັດເຊຍ ທ່ານນາງ Maria Zakharova ໄດ້ຖະແຫຼງການເນັ້ນໜັກວ່າ ລັດເຊຍເອົາໃຈໃສ່ທີ່ສຸດເຖິງການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ໃນສະພາບການໃໝ່.

ໂຄສົກກະຊວງການຕ່າງປະເທດລັດເຊຍ ໄດ້ຢືນຢັນວ່າ: ຖະແຫຼງການກ່ຽວກັບ ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ລັດເຊຍ ແມ່ນການຢັ້ງຢືນທີ່ຈະແຈ້ງ ແລະ ຊັດເຈນກ່ຽວກັບຄວາມມຸ້ງຫວັງຂອງປະຊາຊົນລັດເຊຍ ແລະ ປະຊາຊົນຫວຽດນາມໃນການຮັດແໜ້ນການພົວພັນລະຫວ່າງສອງປະເທດ ເພື່ອເທື່ອລະກ້າວບົນພື້ນຖານການພົວພັນມິດຕະພາບທີ່ມີມາແຕ່ດົນນານ ແລະ ການຮ່ວມມືເພື່ອຜົນປະໂຫຍດຮ່ວມກັນ.

ລ ດເຊຍ ຖ ເປ ນສຳຄ ນການພ ວພ ນຄ ຮ ວມມ ຍ ດທະສາດກ ບຫວຽດນາມ

ລັດເຊຍ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ. (ພາບ: thoidai.com.vn)

ທ່ານນາງ Zakharova ໄດ້ຢືນຢັນວ່າ ຄວາມສາມັກຄີ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນແບບຍືນຍົງໃນສາຍພົວພັນລັດເຊຍ - ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນສະພາບການຂອງການຕໍ່ສູ້ຕ້ານການລະບາດຂອງພະຍາດ COVID-19. ຖະແຫຼງການກ່າວວ່າ "ການລົງນາມໃນເອກະສານປະຫວັດສາດນີ້ ແມ່ນໝາກຜົນທີ່ສົມເຫດສົມຜົນ ໃນຫຼາຍທົດສະວັດລະຫວ່າງປະເທດຂອງພວກເຮົາ ໃນຫຼາຍຂົງເຂດ ແລະ ສະແດງໃຫ້ເຫັນຄວາມຕັດສິນໃຈທີ່ຈະຂະຫຍາຍການພົວພັນສອງຝ່າຍ ໃນເງື່ອນໄຂປະຫວັດສາດໃໝ່".

ຣັດເຊຍ ແລະ ຫວຽດນາມໃຫ້ຄຳແນະນຳ, ວິທີການ ແລະ ການສະໜັບສະໜູນທີ່ຈຳເປັນເຊິ່ງກັນ ແລະ ກັນໃນການຕໍ່ສູ້ກັບພະຍາດ COVID-19. ໃນຂະນະດຽວກັນ, ບັນດາອົງການຈັດຕັ້ງຊ່ຽວຊານຂອງສອງປະເທດ ໄດ້ດຳເນີນການສົນທະນາຢ່າງຫ້າວຫັນ ກ່ຽວກັບທຸກໆບັນຫາ ແລະ ແລກປ່ຽນປະສົບການຕ້ານກັບພະຍາດທີ່ເປັນອັນຕະລາຍນີ້.

“ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ, ໂດຍອີງໃສ່ປະສົບການການຮ່ວມມືທີ່ມີໝາກຜົນໃນຫຼາຍປີ, ຍັງຄົງເປັນອົງປະກອບສຳຄັນຂອງນະໂຍບາຍການຕ່າງປະເທດຂອງຣັດເຊຍໃນພາກພື້ນອາຊີ - ປາຊີຟິກ.” ໂຄສົກກະຊວງການຕ່າງປະເທດລັດເຊຍ ທ່ານນາງ Maria Zakharova ໄດ້ເນັ້ນໜັກ.

ລ ດເຊຍ ຖ ເປ ນສຳຄ ນການພ ວພ ນຄ ຮ ວມມ ຍ ດທະສາດກ ບຫວຽດນາມ ການພົວພັນ ລະຫວ່າງສອງປະເທດ ຫວຽດນາມ - ໂຊວຽດ/ສະຫະພັນລັດເຊຍ: ການພົວພັນ ລະຫວ່າງສອງປະເທດ ສືບຕໍ່ພັດທະນາຢ່າງແຮງ

ຍສໝ - ໃນຕະຫຼອດໄລຍະກວ່າ 70 ປີຜ່ານມາ, ເຖິງວ່າມີການຜັນແປດ້ານປະຫວັດສາດກໍ່ຕາມ, ແຕ່ສາຍພົວພັນສອງປະເທດຍັງພັດທະນາຢ່າງແຮງເພື່ອຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ.

ລ ດເຊຍ ຖ ເປ ນສຳຄ ນການພ ວພ ນຄ ຮ ວມມ ຍ ດທະສາດກ ບຫວຽດນາມ ການແລກປ່ຽນທາງໄກກ່ຽວກັບການສົມທົບກັນສ້າງຊຸດສໍາເນົາເອກະສານ 70 ປີແຫ່ງການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ໂຊວຽດ/ສະຫະພັນລັດເຊຍ

ຍສໝ - ກິດຈະກຳທີ 5 ແມ່ນກອງປະຊຸມສໍາມະນາກ່ຽວກັບ 70 ປີແຫ່ງການພົວພັນຮ່ວມມືໃນຂົງເຂດການທະຫານຫວຽດນາມ-ໂຊວຽດ/ສະຫະພັນລັດເຊຍ ຄາດຄະເນວ່າຈະຈັດຕັ້ງໃນເດືອນມັງກອນ 2021.

ລ ດເຊຍ ຖ ເປ ນສຳຄ ນການພ ວພ ນຄ ຮ ວມມ ຍ ດທະສາດກ ບຫວຽດນາມ ທ່ານ ປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

ຍສໝ - ຜູ້ນຳປະເທດລັດເຊຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຜ່ານຄວາມມານະພະຍາຍາມລວມຂອງ ລັດເຊຍ ແລະ ຫວຽດນາມ, ສອງປະເທດຈະຮັບປະກັນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃຫ້ຫຼາຍກ່ວາອີກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.