ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ຖະຫວາຍດອກໄມ້ເພື່ອສະເຫຼີມສະຫຼອງ 155 ປີແຫ່ງວັນເກີດຂອງ V.I. ເລນິນ

21:29 | 23/04/2025

ຍສໝ - ວັນ​ທີ 22 ​ເມສາ​ນີ້, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 155 ປີ​ແຫ່ງ​ວັນເກີດຂອງ V.I. ເລນິນ (ວັນທີ 22 ເມສາ 1870 – 22 ເມສາ 2025), ຜູ້ນຳຜູ້ຍິ່ງໃຫຍ່ຂອງຊົນຊັ້ນກຳມາຊີບໂລກ, ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ຢູ່ ຮ່າໂນ້ຍ ໄດ້ຈັດຕັ້ງພິທີຖະຫວາຍດອກໄມ້ຢູ່ອະນຸສາວະລີ ເລນິນ ຢູ່ສວນສາທາລະນະ ເລນິນ (ຖະໜົນ ດ້ຽນບຽນຝູ, ເມືອງ ບາດິ່ງ, ຮ່າໂນ້ຍ).

ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ໂຮ່ຈີມິນ ມອບປື້ມໃຫ້ໂຮງຮຽນຢູ່ ຫວຽດນາມ 11 ແຫ່ງ
ສະມາຄົມມິດຕະພາບ ຫວຽດນາມ - ມຽນມາ ຂຽນໄວ້ອາໄລໃນລະນຶກເຖິງຜູ້ປະສົບໄພແຜ່ນດິນໄຫວ

ຈັດ​ຕັ້ງ​ພິທີ​ຖະຫວາຍດອກໄມ້ສະ​ເຫຼີ​ມສະຫຼອງວັນເກີດຂອງ V.I. Lenin ​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ສະຫະພັນ​ລັດ​ເຊຍ ຢູ່ ຮ່າ​ໂນ້ຍ ​ເພື່ອ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຕໍ່​ການ​ນຳ​ທີ່ຍິ່ງໃຫຍ່, ນັກ​ການ​ເມືອງ​ທີ່​ດີ​ເດັ່ນ, ຄູ​ສອນ​ຂອງ​ຊົນ​ຊັ້ນ​ກຳມະກອນ ​ແລະ ຄົນ​ງານ​ໃນ​ໂລກ.

​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ມີ​ຜູ້ຕາງໜ້າ​ການ​ນຳ​ສະມາຄົມ​ມິດຕະພາບ​ຫວຽດນາມ - ສະຫະພັນ​ລັດ​ເຊຍ, ສະມາຄົມ​ມິດຕະພາບ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ນະຄອນ ຮ່າ​ໂນ້ຍ ພ້ອມ​ກັບ​ບັນດາ​ສະມາຊິກ ​ແລະ ​ເພື່ອນ​ມິດ​ທີ່​ຮັກ​ແພງປະເທດ​ລັດ​ເຊຍ ເປັນຈຳນວນຫຼວງຫຼາຍ.

ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ຖະຫວາຍດອກໄມ້ເພື່ອສະເຫຼີມສະຫຼອງ 155 ປີແຫ່ງວັນເກີດຂອງ V.I. ເລນິນ

ທ່ານ ເດືອງຮ່​ວາຍ​ນາມ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລັດ​ເຊຍ ນະ​ຄອນ ຮ່າ​ໂນ້ຍ ໄດ້​ຖະຫວາຍດອກໄມ້​ອາໄລຫຢູ່ອະນຸສາວະລີ ເລນິນ. (ພາບ: ສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນລັດເຊຍ, ນະຄອນ ຮ່າໂນ້ຍ)

ຢູ່ທາງຫນ້າອະນຸສາວະລີ ເລນິນ, ບັນດາ​ຜູ້​ແທນ​ໄດ້​ສະ​ແດງ​ຄວາມ​ເຄົາລົບ ​ແລະ ​ຫວນຄືນບັນດາ​ຄຸນງາມຄວາມດີອັນ​ໃຫຍ່​ຫຼວງ​ຂອງ V.I. ​ເລ​ນິນ, ພ້ອມກັນນັ້ນ ກໍ່​​ຢືນຢັນນ້ຳໃຈ​ຄວາມ​ໝັ້ນຄົງ​ກັບລັດທິມາກ-​ເລ​ນິນ, ​ແນວຄິດ ໂຮ່ຈີ​ມິນ​ ​ແລະ ​ເສັ້ນທາງ​ປະຕິວັດ​ກຳມາຊີບ.

ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໄດ້ຮັບຫຼຽນໄຂແຮງງານຊັ້ນ 1

ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໄດ້ຮັບຫຼຽນໄຂແຮງງານຊັ້ນ 1

ຍສໝ - ​ວັນ​ທີ 30 ມີນາ, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ (ວັນທີ 22 ມັງກອນ 1975 – ວັນທີ 22 ມັງກອນ 2025) ​ແລະ ​ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 1. ...

ສະມາຄົມມິດຕະພາບ ຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກ

ສະມາຄົມມິດຕະພາບ ຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກ

ຍສໝ - ວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ລາວ (ສະມາຄົມ) ໂດຍທ່ານ ຫງວຽນແມ້ງຮຸ່ງ, ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ອະດີດຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ຮອງປະທານສະມາຄົມ ເປັນຫົວໜ້າຄະນະ, ໄດ້ມາອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ...

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ