ພິທີແຫ່ຂະບວນ “ກອງທະຫານອະມະຕະ” ຢູ່ຮ່າໂນ້ຍ: ຄວາມຮູ້ບຸນຄຸນ, ການເຊື່ອມຕໍ່, ສືບຕໍ່ບາດກ້າວປະຫວັດສາດ

14:00 | 09/05/2025

ຍສໝ - ຕອນບ່າຍວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ສະຖານທູດສະຫະພັນລັດເຊຍ ປະຈໍາ ຫວຽດນາມ ສົມທົບກັບສູນວິທະຍາສາດ ແລະ ວັດທະນະທໍາລັດເຊຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ (9 ພຶດສະພາ 1945 – 9 ພຶດສະພາ 2025) ແລະ ຄົບຮອບ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025), ຄົບຮອບ 71 ປີແຫ່ງ ວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954 – 7 ພຶດສະພາ 2025).

ຄົ້ນຫາພື້ນທີ່ວັດທະນະທໍາອາຣັບ, ອິດສະລາມ ຢູ່ຮ່າໂນ້ຍ
ຮ້ານນົມຖົ່ວ ແລະ ເຕົ້າຮວຍແບບໃໝ່ 3 ແຫ່ງ ຢູ່ຮ່າໂນ້ຍ

​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ເພື່ອ​ຮູ້ບຸນຄຸນ​ເຖິງ​ບັນດາ​ວິລະ​ຊົນ​ຂອງ​ສະຫະພາບ​ໂຊ​ວຽດ/ສະຫະພັນ​ລັດ​ເຊຍ ​ແລະ ຫວຽດນາມ - ຜູ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ເພື່ອ​ພາລະກິດປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ເພື່ອ​ສັນຕິພາບ ແລະ ​ເສລີພາບ​ຂອງບັນດາ​ປະຊາຊົນ​ໃນ​ທົ່ວ​ໂລກ.

ເຂົ້າຮ່ວມພິທີມີທ່ານ Gennady Bezdetko, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍ ປະຈຳ ຫວຽດນາມ, ທ່ານ Uladzimir Baravikou, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ເບລາຣຸດ ປະຈຳ ຫວຽດນາມ, ທ່ານ Vladimir Murashkin, ຫົວໜ້າສູນວິທະຍາສາດ ແລະ ວັດທະນະທຳ ລັດເຊຍ ປະຈຳ ຫວຽດນາມ, ພ້ອມດ້ວຍຜູ້ຕາງໜ້າສະມາຄົມມິດຕະພາບຫວຽດນາມ - ສະຫະພັນລັດເຊຍ, ບັນດາພະນັກງານ, ຄະນະ, ຂະແໜງການ, ນັກຮົບເກົ່າ, ນັກຮຽນ, ນັກສຶກສາຫວຽດນາມ ແລະ ຊາວລັດເຊຍ ຈໍານວນຫຼວງຫຼາຍທີ່ອາໄສຢູ່ ແລະ ເຮັດວຽກຢູ່ຮ່າໂນ້ຍ.

ພິທີແຫ່ຂະບວນ “ກອງທະຫານອະມະຕະ” ຢູ່ຮ່າໂນ້ຍ: ຄວາມຮູ້ບຸນຄຸນ, ການເຊື່ອມຕໍ່, ສືບຕໍ່ບາດກ້າວປະຫວັດສາດ

ບັນດາຜູ້ແທນເຂົ້າຮ່ວມຂະບວນແຫ່ “ກອງທະຫານອະມະຕະ”. (ພາບ: ແບກເຢືອງ)

ກ່າວ​ຄຳ​ປາໄສ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ Gennady Bezdetko ​ໃຫ້​ຮູ້​ວ່າ: ການ​ແຫ່​ຂະ​ບວນແຫ່ “ກອງທະຫານອະມະຕະ” ​ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ມູນເຊື້ອ​ບໍ່​ພຽງ​ແຕ່​ຢູ່​ລັດ​ເຊຍ ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ. ການເຄື່ອນໄຫວແມ່ນ​ເພື່ອ​ລະນຶກ​ເຖິງ​ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ​ ແລະ​ ເສຍ​ຊີວິດ​ໃນ​ສົງຄາມ​ປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່. ການ​ແຫ່​ຂະ​ບວນຢູ່​ຮ່າ​ໂນ້ຍ ກໍ່​ແມ່ນ​ໂອກາດ​ເພື່ອ​ສະ​ແດງ​ສະແດງຄວາມຮູ້ບຸນຄຸນທີ່ມີຕໍ່​ບັນດາ​ວິລະ​ຊົນ​ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດນາມ ​ແລະ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ທ່ານ Bezdetko ​ເນັ້ນ​ໜັກ​ວ່າ, ໄຊຊະນະ​ຂອງ​ຊາວ​ໂຊ​ວຽດ​ປີ 1945 ​ໄດ້​ເປີດ​ໜ້າ​ໃໝ່​ໃນ​ປະຫວັດສາດ​ຂອງ​ມວນ​ມະນຸດ, ພ້ອມກັນນັ້ນ ກໍ່ຢືນຢັນ​ຄວາມ​ສຳຄັນ​ຂອງ​ບັນດາບົດຮຽນ​ປະຫວັດສາດ.

ທ່ານພົນຕີ ເລກວາງບົ໋ນ, ຜູ້ອຳນວຍການມະຫາວິທະຍາໄລປ້ອງກັນ ແລະ ຕ້ານອັກຄີໄພ ໃຫ້ຮູ້ວ່າ: “ລາຍການແມ່ນໂອກາດເພື່ອໃຫ້ລຸ້ນໜຸ່ມໄດ້ເຄົາລົບ, ສະແດງຄວາມຮູ້ບຸນຄຸນເຖິງບັນດາວິລະຊົນ, ບັນດານັກຮົບເກົ່າ, ບັນດານັກຮົບຜູ້້ເສຍສະລະຊີວິດເພື່ອຊາດໃນພາລະກິດປົດປ່ອຍຊາດ, ເພື່ອເອກະລາດ, ສັນຕິພາບ ແລະ ເສລີພາບຂອງ 2 ປະເທດກໍ່ຄືໃນໂລກ”.

​ໃນ​ຂອບ​ເຂດ​ພິທີ​ອາໄລຫາກໍ່​ໄດ້​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ອື່ນໆ​ຄື: ງານ​ວາງສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ສົງຄາມປົກປັກ​ຮັກ​ສາຊາດ​ທີ່​ຍິ່ງ​ໃຫຍ່, ປູກ​ຕົ້ນ​ໄມ້​ຢູ່ “ສວນ​ອະນຸສອນ”, ​ລາຍການ​ສິລະປະເຊີດຊູ​ບັນດາ​ວິລະ​ຊົນ, ​ຜູ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ຍ້ອງຍໍ​ສາຍ​ພົວພັນ​ມິດຕະພາບ ຫວຽດນາມ - ​ໂຊ​ວຽດ/ຫວຽດນາມ - ລັດ​ເຊຍ.

100% ໂຄງການຮັບໃຊ້ SEA Games 31 ຢູ່ຮ່າໂນ້ຍ ໄດ້ສໍາເລັດການປັບປຸງ 100% ໂຄງການຮັບໃຊ້ SEA Games 31 ຢູ່ຮ່າໂນ້ຍ ໄດ້ສໍາເລັດການປັບປຸງ

ວັນທີ 17 ມີນາ, ຄະນະຕິດຕາມກວດກາຂອງສະພາປະຊາຊົນນະຄອນຮ່າໂນ້ຍ ໄດ້ປະຕິບັດການກວດກາວຽກງານລົງທຶນກໍ່ສ້າງ, ປັບປຸງພື້ນຖານວັດຖຸ ແລະກະກຽມຈັດຕັ້ງ SEA Games 31 ໃນບໍລິເວນ.

ເດັກນ້ອຍເກືອບ 792.000 ຄົນ ອາຍຸ 12-17 ປີ ຢູ່ຮ່າໂນ້ຍ ຈະໄດ້ຮັບການສັກຢາວັກຊີນກັນ ໂຄວິດ-19 ເດັກນ້ອຍເກືອບ 792.000 ຄົນ ອາຍຸ 12-17 ປີ ຢູ່ຮ່າໂນ້ຍ ຈະໄດ້ຮັບການສັກຢາວັກຊີນກັນ ໂຄວິດ-19

ຍສໝ - ພະແນກ​ສາ​ທາ​ລະ​ນະ​ສຸກ, ພະ​ແນກ​ສຶກ​ສາ​ທິ​ການ ແລະ ບຳລຸງສ້າງ, ພະ​ແນກ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ​ນະ​ຄອນຮ່າ​ໂນ້ຍ ຫາກໍ່ສ້າງ​ແຜນ​ການ​ຈັດ​ຕັ້ງ​ການ​ສັກ​ຢາ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໃຫ້​ແກ່​ເດັກ​ອາ​ຍຸ 12-17 ປີ ຢູ່​ນະ​ຄອນ. ຄາດ​ວ່າ ​ຈະ​ຜັນ​ຂະ​ຫຍາຍ​ໃນ​ໄຕ​ມາດ​ທີ 4 ແລະ ໄຕ​ມາດ​ທຳ​ອິດ​ຂອງ​ປີ 2022.

ແທັງຮັ່ງ

ທ່ານອາດຈະມັກ