ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບຫວຽດນາມ - ຈີນ

12:38 | 20/02/2021

ຍສໝ - ທ່ານລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ທີ່ໄດ້ສະຫລະເວລາເພື່ອຕ້ອນຮັບຄະນະຜູ້ແທນປະເທດຈີນ; ສະແດງຄວາມຊົມເຊີຍສຳເລັດຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.

ຫວຽດນາມ - ຈີນ ໄດ້ເຈລະຈາກ່ຽວກັບເຂດທະເລຢູ່ນອກອ່າວພາກເໜືອ
ຫວຽດນາມ - ຈີນ ສະເຫຼີມສະຫຼອງ 20 ປີ​ແຫ່ງ​ການ​ຮ່ວມມື​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ-ຈີນ

ໃນຕອນເຊົ້າວັນທີ 19 ກຸມພາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Zhao Kezhi, ກຳມະການສະພາແຫ່ງລັດ, ລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ແລະ ເປັນປະທານຮ່ວມໃນການຈັດຕັ້ງກອງປະຊຸມຮ່ວມມືຄັ້ງທີ 7 ກ່ຽວກັບການປ້ອງກັນຕ້ານອາຊະຍາກຳ ລະຫວ່າງກະຊວງຕຳຫຼວດຂອງສອງປະເທດ.

ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບຫວຽດນາມ - ຈີນ
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Zhao Kezhi, ລັດຖະມົນຕີກະຊວງຕຳຫຼວດປະເທດຈີນ. (ພາບ: TTXVN)

ທີ່ການພົບປະ, ທ່ານລັດຖະມົນຕີກະຊວງຕຳຫຼວດປະເທດຈີນ Zhao Kezhi ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ທີ່ໄດ້ສະຫລະເວລາຕ້ອນຮັບຄະນະຜູ້ແທນກະຊວງຕຳຫຼວດແຫ່ງສປຈີນ ແລະ ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ເຊິ່ງເລີ່ມຕົ້ົ້ນໄລຍະໃໝ່ໃນພາລະກິດກໍ່ສ້າງລັດທິສັງຄົມນິຍົມ; ຂໍສະແດງຄວາມອວຍພອນສະຫາຍຫງວຽນຝູຈ້ອງ ທີ່ໄດ້ເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

ທ່ານລັດຖະມົນຕີກະຊວງຕຳຫຼວດປະເທດຈີນ Zhao Kezhi ໄດ້ເນັ້ນໜັກວ່າ, ຈຸດປະສົງຂອງການມາຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອກຳແໜ້ນການຈັດຕັ້ງປະຕິບັດຄວາມຮັບຮູ້ທົ່ວໄປໃນລະດັບສູງ, ໂດຍສະເພາະແມ່ນໃນຂົງເຂດການບັງຄັບໃຊ້ກົດໝາຍ. ລັດຖະມົນຕີກະຊວງຕຳຫຼວດຈີນ ໄດ້ຕີລາຄາສູງຕໍ່ ໝາກຜົນຂອງການຮ່ວມມືລະຫວ່າງສອງປະເທດ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ໃນປີຜ່ານມາ; ສະແດງຄວາມເຊື່ອໝັ້ນວ່າ, ປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ຈະສືບຕໍ່ໄດ້ຮັບຜົນສຳເລັດຍິ່ງໃຫຍ່ກວ່າອີໃນສາຍເຫດການກໍ່ສ້າງ ແລະ ພັດທະນາປະເທດຊາດ; ຈັດຕັ້ງປະຕິບັດປະສົບຜົນສຳເລັດ ບັນດາຄາດໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ XIII ວາງອອກ.

ທີ່ການພົບປະ, ທ່ານລັດຖະມົນຕີ ປະເທດຈີນ Zhao Kezhi ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ກະຊວງ ຕຳຫຼວດສອງປະເທດ ສືບຕໍ່ສົມທົບກັນເພື່ອປະຕິບັດຄວາມຮັບຮູ້ລວມຂອງບັນດາການນຳຂັ້ນສູງຂອງສອງພັກ ແລະ ສອງປະເທດ, ສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນ ແລະ ຕ້ານອາດຊະຍາກຳ, ປະກອບສ່ວນເຂົ້າໃນການພັດທະນາຢ່າງກວ້າງຂວາງຂອງການພົວພັນ ຫວຽດນາມ - ຈີນ, ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຟູຈ້ອງ ໄດ້ຕີລາຄາສູງໝາກຜົນຂອງການເຈລະຈາລະຫວ່າງລັດຖະມົນຕີກະຊວງຕຳຫຼວດສອງປະເທດ; ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດສອງປະເທດຄວນສືບຕໍ່ປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນ ລະຫວ່າງສອງພັກ ແລະ ຜູ້ນຳຂັ້ນສູງສອງປະເທດ ໃນການຮ່ວມມືດ້ານຄວາມໝັ້ນຄົງ ແລະ ການປະຕິບັດບັງຄັບໃຊ້ກົດໝາຍ, ເຊີດຊູບົດບາດພິເສດຂອງສອງປະເທດ ໃນສະພາບການເປັນປົກກະຕິ ເຊິ່ງສາມາດປ້ອງກັນ ແລະ ຕ້ານການລະບາດຂອງ COVID-19, ແລະ ຟື້ນຕົວ ແລະ ພັດທະນາເສດຖະກິດ; ເພີ່ມທະວີການແລກປ່ຽນ ແລະ ການຕິດຕໍ່ລະຫວ່າງສອງຝ່າຍດ້ວຍຮູບແບບທີ່ຄ່ອງແຄ້ວ.

ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຝູຈ້ອງ ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການເພີ່ມທະວີ ແລະ ພັດທະນາການພົວພັນ ບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມກັບພັກ, ລັດ ແລະ ປະຊາຊົນຈີນ.

ຫວຽດນາມ - ຈີນ ໄດ້ຊຸກຍຸການຮ່ວມມືໃນຂົງເຂດດ້ານປ້ອງກັນຊາດ

ຍສໝ - ທ່ານພົນເອກ ຮວ່າງຊວນຈ໋ຽນ ໄດ້ຢັງຢືນວ່າ ໃນສະຖານະການໃດ, ສາຍພົວພັນລະຫວ່າງກອງທັບສອງປະເທດ ຍາມໃດກໍ່ເປັນຫຼັກແຫຼ່ງສຳຄັນຂອງສາຍພົວພັນຄູ່ຮ່ວມມືທະສາດຢ່າງຮອບດ້ານ ລະຫວ່າງຫວຽດນາມ-ຈີນ.

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງຫວຽດນາມ - ຈີນ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງວັນຊາດ ຫວຽດນາມ, 71 ປີ ແຫ່ງວັນຊາດຈີນ ແລະ ການສະເຫຼີມສະຫຼອງ 70ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຈີນ, ວັນທີ 29 ກັນຍາ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ...

ການພົວພັນຫວຽດນາມ - ຈີນ ໄດ້ຮັກສາທ່າອ່ຽງພັດທະນາຢ່າງຕັ້ງໜ້າ

ຍສໝ - ທ່ານເລຮວ່າຍຈູງ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສະເໜີໃຫ້ປະເທດຈີນ ທີ່ຊຸກຍູ້ ຂັ້ນຕອນການເປີດທ້ອງຕະຫຼາດ ສຳລັບຜະລິດຕະພັນກະເສດ, ເປີດກວ້າງບັນຊີລາຍຊື່ຂອງບັນດາວິສາຫະກິດຫວຽດນາມ ທີ່ສາມາດສົ່ງອອກນົມ ແລະ ເຂົ້າໄປປະເທດຈີນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.