ການພົວພັນຫວຽດນາມ - ຈີນ ໄດ້ຮັກສາທ່າອ່ຽງພັດທະນາຢ່າງຕັ້ງໜ້າ

18:06 | 31/05/2020

ຍສໝ - ທ່ານເລຮວ່າຍຈູງ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສະເໜີໃຫ້ປະເທດຈີນ ທີ່ຊຸກຍູ້ ຂັ້ນຕອນການເປີດທ້ອງຕະຫຼາດ ສຳລັບຜະລິດຕະພັນກະເສດ, ເປີດກວ້າງບັນຊີລາຍຊື່ຂອງບັນດາວິສາຫະກິດຫວຽດນາມ ທີ່ສາມາດສົ່ງອອກນົມ ແລະ ເຂົ້າໄປປະເທດຈີນ.

ການພ ວພ ນຫວຽດນາມ ຈ ນ ໄດ ຮ ກສາທ າອ ຽງພ ດທະນາຢ າງຕ ງໜ າ ຫວຽດນາມ ແລະ ຍີ່ປຸ່ນຊຸກຍູ້ການພົວພັນຮ່ວມມືໄລຍະຫຼັງ Covid – 19
ການພ ວພ ນຫວຽດນາມ ຈ ນ ໄດ ຮ ກສາທ າອ ຽງພ ດທະນາຢ າງຕ ງໜ າ ຫວຽດນາມ ແລະ ມຽນມາ: ນຳການການພົວພັນໃນການຮ່ວມມືຂຶ້ນສູ່ລະດັບສູງໃໝ່

ວັນທີ 29 ພຶດສະພາ, ທ່ານເລຮວ່າຍຈູງ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ເລຂາທິການໃຫຍ່ ຄະນະຊີ້ນໍາການຮ່ວມມືສອງຝ່າຍຫວຽດນາມ - ຈີນ ໄດ້ຈັດກອງປະຊຸມອອນລາຍກັບທ່ານຮອງລັດຖະມົນຕີການຕ່າງປະເທດ ຈີນ ລົ໊ວຈາວໄຄວ, ເລຂາທິການໃຫຍ່ ຄະນະຊີ້ນໍາການຮ່ວມມືສອງຝ່າຍຈີນ - ຫວຽດນາມ.

ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນຫຼາຍມາດຕະການລະອຽດ, ເຊັ່ນສືບຕໍ່ຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ; ເສີມຂະຫຍາຍບົດບາດປະສານງານສັງລວມຂອງກົນໄກຂອງຄະນະຊີ້ນໍາການຮ່ວມມືສອງຝ່າຍ.

ການພ ວພ ນຫວຽດນາມ ຈ ນ ໄດ ຮ ກສາທ າອ ຽງພ ດທະນາຢ າງຕ ງໜ າ
ທ່ານເລຮວ່າຍຈູງ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ. (ພາບ: TTXVN)

ສອງຝ່າຍໄດ້ຮັບຮູ້ວ່າ ບາງກິດຈະກຳແລກປ່ຽນຮ່ວມມືລະຫວ່າງ ຈີນ - ຫວຽດນາມ ໄດ້ຮັບຜົນກະທົບຈາກການລະບາດພະຍາດ COVID-19, ແຕ່ຜົນກະທົບເຫຼົ່ານີ້ ແມ່ນມາຈາກປັດໃຈທີ່ພາວະວິໄສ, ເຊິ່ງເປັນຄຸນລັກສະນະຊົ່ວຄາວເທົ່ານັ້ນ.

ໃນສະພາບເປັນຈິງ, ສາຍພົວພັນຫວຽດນາມ - ຈີນ ໃນໄລຍະທີ່ຜ່ານມາໄດ້ຮັກສາທ່າອ່ຽງພັດທະນາຢ່າງຕັ້ງໜ້າ, ເຊັ່ນ: ບັນດາການແລກປ່ຽນລະດັບສູງ ດ້ວຍຮູບແບບທີ່ຄ່ອງແຄ້ວ; ການຄ້າຂາຍສິນຄ້າ ໄດ້ຮັບການຮັກສາໄວ້, ມູນຄ່າການຄ້າຫວຽດນາມ - ຈີນໄດ້ເພີ່ມຂື້ນ…

ດັ່ງ​ນັ້ນ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ແລກປ່ຽນ, ສົມທົບກັນໃນວຽກງານຄຸ້ມຄອງຊາຍແດນທາງບົກ ແລະ ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງວັນເຊັນສົນທິສັນຍາຊາຍແດນທາງບົກ ຫວຽດນາມ - ຈີນ ຄົບຮອບ 20 ປີ ແລະ 10 ປີ ແຫ່ງວັນຜັນຂະຫຍາຍເອກະສານນິຕິກໍາ 3 ສະບັບກ່ຽວກັບຊາຍແດນທາງບົກ; ດໍາເນີນການກວດກາຢູ່ເຂດຊາຍແດນຕາມຂໍ້ກໍານົດຂອງ ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ອະນຸສັນຍາຈັດແບ່ງເຂດ, ປັກຫຼັກໝາຍຊາຍແດນໃນຈຸດເວລາທີ່ເໝາະສົມ.

ທ່ານ ເລຮວ່າຍຈູງ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ກໍໄດ້ແລກປ່ຽນກ່ຽວກັບບັນດາຄວາມວິຕົກກັງວົນຂອງຫວຽດນາມ ຕໍ່ບັນດາການຜັນແປຢ່າງສັບສົນຫວ່່າງມໍ່ໆມານີ້ ຢູ່ທະເລຕາເວັນອອກ; ຍົກໃຫ້ເຫັນກ່ຽວກັບສິດຜົນປະໂຫຍດອັນຊອບທໍາຂອງຫວຽດນາມຕາມກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982; ສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມື ແລະ ແກ້ໄຂຄວາມບໍ່ລົງລອຍກັນບົນຈິດໃຈ ເຄົາລົບສິດ ແລະ ຜົນປະໂຫຍດອັນຊອບທໍາຂອງກັນ, ຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມລະຫວ່າງສອງຝ່າຍ ແລະ ກົດໝາຍສາກົນ.

ການພ ວພ ນຫວຽດນາມ ຈ ນ ໄດ ຮ ກສາທ າອ ຽງພ ດທະນາຢ າງຕ ງໜ າ ຫວຽດນາມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ກັ​ບສະຫະ​ພັນ ລັດ​ເຊຍ ​

ຍ​ສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ປາດຖະໜາວ່າ ໃນຈຸດເວລາອັນຫຍຸ້ງຍາກນີ້, ບັນດາປະເທດສະມາຊິກ, ພິເສດແມ່ນ ລັດເຊຍ ແລະ ບັນດາປະເທດໃຫຍ່ ຈະຊອກໄດ້ສຽງເວົ້າລວມ, ປະກອບສ່ວນເຂົ້າໃນການຮັກສາ ແລະ ຊຸກຍູ້ການສ້າງສະພາບແວດລ້ອມສາກົນແຫ່ງສັນຕິພາບ ແລະ ສະຖຽນລະພາບ.

ການພ ວພ ນຫວຽດນາມ ຈ ນ ໄດ ຮ ກສາທ າອ ຽງພ ດທະນາຢ າງຕ ງໜ າ ຫວຽດນາມ ໄດ້ຈັດອັນດັບເປັນປະເທດ ທີ່ສະກັດກັ້ນພະຍາດ Covid-19 ທີ່ດີທີ່ສຸດໃນໂລກ

ຍສໝ - ໂດຍອີງໃສ່ມາດຖານການປະເມີນ ທີ່ປຽບທຽບກັບປະເທດອື່ນໆໃນໂລກ, ໜັງສືພິມ Politico (ສະຫະລັດອາເມລິກາ) ໄດ້ພິນິດໄສວ່າ ຫວຽດນາມ ເປັນປະເທດທີ່ປະຕິບັດການສະກັດກັ້ນພະຍາດ Covid-19 ໄດ້ດີທີ່ສຸດ.

ການພ ວພ ນຫວຽດນາມ ຈ ນ ໄດ ຮ ກສາທ າອ ຽງພ ດທະນາຢ າງຕ ງໜ າ ສະພາແຫ່ງຊາດ ກຳປູເຈຍ ສະແດງຄວາມຂອບໃຈຫວຽດນາມ ທີ່ມອບຂອງຂວັນການແພດ ເພື່ອສະກັດກັ້ນ COVID-19

ຍສໝ - ຕອນເຊົ້າວັນທີ 20 ພຶດສະພາ, ຜູ້ຕາງໜ້າອົງການນິຕິບັນຍັດ ປະເທດກຳປູເຈຍ ໄດ້ຈັດພິທີຮັບເອົາເຄື່ອງຊ່ວຍເຫຼືອການແພດ ຈຳນວນ 30.000 ຜ້າບັງປາກ ເຊິ່ງເປັນຂອງຂວັນຈາກສະພາແຫ່ງຊາດຫວຽດນາມ ມອບໃຫ້ສະພາແຫ່ງຊາດ ແລະ ສະພາສູງ ປະເທດກຳປູເຈຍ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.