ຫວຽດນາມ - ຈີນ ໄດ້ເຈລະຈາກ່ຽວກັບເຂດທະເລຢູ່ນອກອ່າວພາກເໜືອ

14:11 | 11/01/2021

ຍສໝ - ສອງຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ການເຈລະຈາກໍານົດເຂດທະເລນອກອ່າວພາກເໜືອ ແລະ ການຮ່ວມມືພ້ອມກັນພັດທະນາຢູ່ທະເລຕາເວັນອອກ ໃຫ້ບັນລຸຄວາມຄືບໜ້າຖືກຕາມຂໍ້ກໍານົດຂອງກົດໝາຍສາກົນ.

ຫວຽດນາມ ຈ ນ ໄດ ເຈລະຈາກ ຽວກ ບເຂດທະເລຢ ນອກອ າວພາກເໜ ອ ຫວຽດນາມ - ຈີນ ໄດ້ຊຸກຍຸການຮ່ວມມືໃນຂົງເຂດດ້ານປ້ອງກັນຊາດ
ຫວຽດນາມ ຈ ນ ໄດ ເຈລະຈາກ ຽວກ ບເຂດທະເລຢ ນອກອ າວພາກເໜ ອ ຫວຽດນາມ - ຈີນ ສະເຫຼີມສະຫຼອງ 20 ປີ​ແຫ່ງ​ການ​ຮ່ວມມື​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ-ຈີນ

ເມື່ອບໍ່ດົນມານີ້, ຫວຽດນາມ ແລະຈີນ ໄດ້ຈັດຕັ້ງການເຈລະຈາທາງໄກຮອບທີ XIV ກຸ່ມປະຕິບັດງານກ່ຽວກັບເຂດທະເລນອກອ່າວພາກເໜືອ ແລະຮອບທີ XI ກຸ່ມປະຕິບັດງານປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນພັດທະນາບົນທະເລ ຫວຽດນາມ-ຈີນ.

ຫົວໜ້າຄະນະປະຕິບັດງານຝ່າຍຫວຽດນາມ ແມ່ນທ່ານຫງວຽນດັ້ງທັງ - ຫົວໜ້າກົມຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດຫວຽດນາມ, ແລະ ຫົວໜ້າຄະນະປະຕິບັດງານຝ່າຍຈີນ ແມ່ນທ່ານ Yang Renhuo - ຜູ້ຕາງໜ້າວຽກງານຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດຈີນ.

ຫວຽດນາມ ຈ ນ ໄດ ເຈລະຈາກ ຽວກ ບເຂດທະເລຢ ນອກອ າວພາກເໜ ອ
ຫວຽດນາມ - ຈີນ ໄດ້ເຈລະຈາກ່ຽວກັບເຂດທະເລຢູ່ນອກອ່າວພາກເໜືອ. (ພາບ: TTXVN)

ໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ກົງໄປກົງມາ, ສ້າງສັນ,ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນດາໜ້າວຽກຂອງສອງກຸ່ມປະຕິບັດງານ; ເຫັນດີເປັນເອກະສັນອີງໃສ່ຂັ້ນຕອນທີ່ໄດ້ເປັນເອກະພາບສືບຕໍ່ຊຸກຍູ້ການເຈລະຈາກໍານົດເຂດທະເລນອກອ່າວພາກເໜືອ, ແລະການຮ່ວມມືພ້ອມກັນພັດທະນາຢູ່ທະເລຕາເວັນອອກ ໃຫ້ບັນລຸຄວາມຄືບໜ້າຖືກຕາມຂໍ້ກໍານົດຂອງກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລປີ 1982 ເຊິ່ງສອງປະເທດລ້ວນແຕ່ເປັນສະມາຊິກ.

ສອງຝ່າຍຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຢ່າງເຂັ້ມງວດ ສຳຫຼັບຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ ແລະ ສອງລັດກ່ຽວກັບການຮັບມືທີ່ໜ້າພໍໃຈສຳຫຼັບບັນຫາທາງທະເລ ແລະ "ຂໍ້ຕົກລົງກ່ຽວກັບຫຼັກການພື້ນຖານຂອງທິດທາງແກ້ໄຂບັນດາບັນຫາຢູ່ທະເລຫວຽດນາມ - ຈີນ”, ຄວບຄຸມຄວາມບໍ່ລົງຮອຍກັນ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນ, ຂະຫຍາຍການຂັດແຍ້ງ, ຕ້ອງການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລ.

ສິ້ນສຸດກອງປະຊຸມ, ສອງຝ່າຍເຫັນດີສືບຕໍ່ດຳເນີນການເຈລະຈາຮອບທີ XV ກຸ່ມປະຕິບັດງານກ່ຽວກັບເຂດທະເລນອກອ່າວພາກເໜືອ ແລະ ຮອບທີ XII ກຸ່ມປະຕິບັດງານປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນພັດທະນາບົນທະເລ ຫວຽດນາມ-ຈີນ ໃນໄລຍະເວລາທີ່ເໝາະສົມໂດຍສອງຝ່າຍຕົກລົງຜ່ານທາງການທູດ.

ຫວຽດນາມ ຈ ນ ໄດ ເຈລະຈາກ ຽວກ ບເຂດທະເລຢ ນອກອ າວພາກເໜ ອ ລາຍການສະແດງສິລະປະ “ທະເລ, ໝູ່ເກາະ-ຫົວໃຈຫວຽດນາມ”

ຕອນຄໍ່າວັນທີ 18 ທັນວາ, ທີ່ຫໍວັດທະນະທໍາແຮງງານມິດຕະພາບຫວຽດ-ໂຊ, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ສົມທົບກັບກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະວິທະຍຸກະຈາຍສຽງຫວຽດນາມ ຈັດລາຍການສະແດງສິລະປະດ້ວຍຫົວຂໍ້ “ທະເລ, ໝູ່ເກາະ-ຫົວໃຈຫວຽດນາມ” ປີ 2020.

ຫວຽດນາມ ຈ ນ ໄດ ເຈລະຈາກ ຽວກ ບເຂດທະເລຢ ນອກອ າວພາກເໜ ອ ຫວຽດນາມ: ຕ້ອງຮັກສາສັນຕິພາບ ແລະ ສະຖຽນລະພາບຕະຫຼອດໄປໃນທະເລຕາເວັນອອກ

ຍສໝ - ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 15, ຜູ້ຕາງໜ້າຂອງຫຼາຍປະເທດ ໄດ້ຢືນຢັນເຖິງຄວາມຈຳເປັນ ໃນການຮັກສາສັນຕິພາບແບບຍືນຍົງ ແລະ ສະຖຽນລະພາບໃນໄລຍະຍາວໃນເຂດທະເລທີ່ສຳຄັນຂອງພາກພື້ນນີ້.

ຫວຽດນາມ ຈ ນ ໄດ ເຈລະຈາກ ຽວກ ບເຂດທະເລຢ ນອກອ າວພາກເໜ ອ ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອແນໃສ່ຮັບປະກັນການປະພຶດຕໍ່ຊາວປະມົງຢ່າງຍຸຕິທຳ ແລະມີມະນຸດສະທຳ ຢູ່ ທະເລຕາເວັນອອກ

ຍສໝ - ວັນທີ 3 ພະຈິກ,ທີ່ຮ່າໂນ້ຍ ສສ.ຫວຽດນາມ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາອາຊຽນ-ຈີນ ກ່ຽວກັບການຊຸກຍູ້ການຮ່ວມມືເພື່ອແນໃສ່ຮັບປະກັນການປະພຶດຕໍ່ຊາວປະມົງຢ່າງຍຸຕິທຳ ແລະມີມະນຸດສະທຳ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.