ຫວຽດນາມ - ຈີນ ສະເຫຼີມສະຫຼອງ 20 ປີ​ແຫ່ງ​ການ​ຮ່ວມມື​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ-ຈີນ

17:58 | 24/08/2020

ຍສໝ - ວັນທີ 23 ສິງຫາ, ຢູ່ນະຄອນມອງກາຍ, ແຂວງກວາງນິງ, ທ່ານ ຟ້າມບິ່ງບິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານ ຫວາງອີ້ ລັດຖະມົນຕີການຕ່າງປະເທດຈີນ ຈະປະທານຮ່ວມ “ການເຄື່ອນໄຫວສະເຫຼີມສະຫຼອງ 20 ປີແຫ່ງວັນເຊັນສົນທິສັນຍາຊາຍແດນ ແລະ 10 ປີແຫ່ງການຜັນຂະຫຍາຍ 3 ເອກະສານນິຕິກຳກ່ຽວກັບຊາຍແດນດິນຕໍ່ແຜ່ນ ຫວຽດນາມ-ຈີນ”.

ຫວຽດນາມ ຈ ນ ສະເຫ ມສະຫ ອງ 20 ປ ແຫ ງ ການ ຮ ວມມ ຊາຍ ແດນ ທາງ ບ ກ ຫວຽດ ນາມ ຈ ນ ຫວຽດນາມ - ຈີນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ
ຫວຽດນາມ ຈ ນ ສະເຫ ມສະຫ ອງ 20 ປ ແຫ ງ ການ ຮ ວມມ ຊາຍ ແດນ ທາງ ບ ກ ຫວຽດ ນາມ ຈ ນ ການພົວພັນຫວຽດນາມ - ຈີນ ໄດ້ຮັກສາທ່າອ່ຽງພັດທະນາຢ່າງຕັ້ງໜ້າ

ນີ້ແມ່ນເຫດການສໍາຄັນເພື່ອໃຫ້ ຫວຽດນາມ ແລະຈີນ ສະຫຼຸບ, ຕີລາຄາບັນດາຜົນງານ, ບົດຮຽນໃນວຽກງານສົມທົບກັນລະຫວ່າງສອງຝ່າຍພາຍຫຼັງ 10 ປີແຫ່ງການຜັນຂະຫຍາຍ 3 ເອກະສານນິຕິກຳກ່ຽວກັບຊາຍແດນດິນຕໍ່ແຜ່ນ ແລະ 20 ປີແຫ່ງວັນເຊັນສົນທິສັນຍາຊາຍແດນລະຫວ່າງສອງປະເທດ.

ຫວຽດນາມ ຈ ນ ສະເຫ ມສະຫ ອງ 20 ປ ແຫ ງ ການ ຮ ວມມ ຊາຍ ແດນ ທາງ ບ ກ ຫວຽດ ນາມ ຈ ນ
ຫວຽດນາມ - ຈີນ ໄດ້ສະເຫຼີມສະຫຼອງຄົບຮອບ 20 ປີແຫ່ງວັນເຊັນສົນທິສັນຍາຊາຍແດນແຜ່ນດິນ. (ພາບ: baoquocte)

ກ່າວຄຳເຫັນທີ່ພິທີ, ຟ້າມບິ່ງມິງ - ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຄວາມໝາຍຂອງການເຊັນສົນທິສັນຍາຊາຍແດນຫວຽດນາມ - ຈີນໃນປີ 1999, ສຳເລັດວຽກງານແບ່ງເຂດຊາຍແດນໃນປີ 2008 ແລະ ການຈັດຕັ້ງປະຕິບັດເອກະສານ 3 ສະບັບ ກ່ຽວກັບຊາຍແດນແຜ່ນດິນໃນປີ 2010 ເຊິ່ງເປັນຄັ້ງທຳອິດໃນປະຫວັດສາດທີ່ສອງປະເທດເອກະລາດ ແລະ ອະທິປະໄຕໄດ້ສ້າງຕັ້ງເສັ້ນຊາຍແດນທາງວິທະຍາສາດ, ຖືກຕ້ອງກັບລະບົບເຂດແດນທີ່ເປັນທາງການ ແລະ ທັນສະໄໝ.

ທ່ານ ຫວາງອີ້ ລັດຖະມົນຕີການຕ່າງປະເທດຈີນ ໄດ້ຖືວ່າໃນສະພາບການສາກົນທີ່ສັບສົນ, ພະຍາດ COVID-19 ໄດ້ແຜ່ລະບາດໃນປະຈຸບັນ, ສອງປະເທດຕ້ອງພ້ອມກັນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານຫວຽດນາມ - ຈີນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

ທ່ານ ຫວາງອີ້ ໄດ້ເນັ້ນໜັກວ່າ ສອງຝ່າຍຕ້ອງສືບຕໍ່ເພີ່ມທະວີການຮ່ວມມືໃນການຄຸ້ມຄອງຊາຍແດນ, ສົ່ງເສີມບົດບາດຂອງຄະນະກຳມະການຊາຍແດນຮ່ວມປະເທດຫວຽດນາມ - ຈີນໃຫ້ປະສົບກັບຜົນສຳເລັດ, ຮັບມືກັບເຫດການທີ່ເກີດຂື້ນໃນອານາບໍລິເວນຊາຍແດນ, ຍົກສູງປະສິດທິພາບການຄຸ້ມຄອງ. ການແກ້ໄຂບັນຫາຊາຍແດນແຜ່ນດິນ ແລະ ອ່າວພາກເໜືອຈະເປັນປະສົບການທີ່ມີຄຸນຄ່າໃນການແກ້ໄຂບັນຫາຢູ່ທະເລ.

ໃນການເຄື່ອນໄຫວສະເຫຼີມສະຫຼອງ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ຫວາງອີ້ - ລັດຖະມົນຕີການຕ່າງປະເທດຈີນ ໄດ້ປຶກສາຫາລືກ່ຽວກັບສະພາບການ ແລະ ມາດຕະການຕ່າງໆເພື່ອຊຸກຍູ້ການພົວພັນສອງພັກ ແລະ ສອງປະເທດໃນໄລຍະຈະມາເຖິງ, ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີການອຳນວຍຄວາມສະດວກໃຫ້ປະຊາຊົນສອງປະເທດ ໄດ້ເຂົ້າ - ອອກເມືອງບົນພື້ນຖານຮັບປະກັນການສະກັດກັ້ນໂລກລະບາດ.

ຫວຽດນາມ ຈ ນ ສະເຫ ມສະຫ ອງ 20 ປ ແຫ ງ ການ ຮ ວມມ ຊາຍ ແດນ ທາງ ບ ກ ຫວຽດ ນາມ ຈ ນ ຫວຽດ​ນາມ​ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ ອາ​ຊຽນ ແລະ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ສ​ປ​ຊ​ ຊຸດ​ທີ 75

ຍສໝ - ເປົ້າໝາຍຂອງກອງປະຊຸມເພື່ອແນໃສ່ແລກປ່ຽນບັນດາບຸລິມະສິດຂອງປະທານ ສະມັດຊາໃຫຍ່ ສປຊ ຊຸດທີ 75 ແລະ ບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ສະມັດຊາໃຫຍ່ ສປຊ ໃນໄລຍະຈະມາເຖິງ.

ຫວຽດນາມ ຈ ນ ສະເຫ ມສະຫ ອງ 20 ປ ແຫ ງ ການ ຮ ວມມ ຊາຍ ແດນ ທາງ ບ ກ ຫວຽດ ນາມ ຈ ນ ຊາວຫວຽດນາມ ອາໄສຢູ່ລາວ ຜູ້ທໍາອິດໄດ້ຮັບຫຼຽນກາອາຍຸພັກ 70 ປີ

ຍສໝ - ຕອນບ່າຍວັນທີ 21 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ຄະນະພັກຢູ່ລາວ ໄດ້ຈັດຕັ້ງພິທີປະດັບຫຼຽນກາອາຍຸພັກ 70 ປີ ໃຫ້ແກ່ທ່ານ ເຈິ່ນວັນມີ່ ຊາວຫວຽດນາມ ອາໄສຢູ່ລາວ.

ຫວຽດນາມ ຈ ນ ສະເຫ ມສະຫ ອງ 20 ປ ແຫ ງ ການ ຮ ວມມ ຊາຍ ແດນ ທາງ ບ ກ ຫວຽດ ນາມ ຈ ນ ຫວຽດນາມ ໄດ້ມອບເຄື່ອງອຸປະກອນການແພດມູນຄ່າ 1 ຕື້ດົ່ງ ເພື່ອຊ່ວຍກອງທັບລາວ ສະກັດກັ້ນໂລກລະບາດ COVID-19

ຍສໝ - ໃນຕອນເຊົ້າວັນທີ 20 ສິງຫາ, ຢູ່ດ່ານຊາຍແດນສາກົນເກົ່າແຈວ, ເມືອງເຮືອງເຊີນ, ແຂວງຮ່າຕິ້ງ, ກອງບັນຊາການທະຫານເຂດ 4 ໄດ້ຈັດຕັ້ງພິທີມອບວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ຄັ້ງທີ 2 ໃຫ້ແກ່ກອງທັບປະຊາຊົນລາວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.