ຫວຽດນາມ - ຈີນ ລົງນາມຂໍ້ຕົກລົງຮ່ວມມືຫຼາຍສະບັບ

15:47 | 16/04/2026

ບັນດາເອກະສານຮ່ວມມື ລວມມີ: ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ; ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງນະຄອນ ຮ່າໂນ້ຍ ແລະ ນະຄອນ ປັກກິ່ງ ໄລຍະ 2026 – 2030

ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ
ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງໃຫ້ເຫັນ “ຄວາມສຳຄັນ” ຂອງການພົວພັນ ຫວຽດນາມ - ຈີນ
ຫວຽດນາມ - ຈີນ ລົງນາມຂໍ້ຕົກລົງຮ່ວມມືຫຼາຍສະບັບ
ພິທີລົງນາມໃນເອກະສານຮ່ວມມື

ພິທີລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​ພົ້ນ​ເດັ່ນ​ຫຼາຍ​ສະ​ບັບ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ 2 ປະ​ເທດ ໄດ້​ຈັດ​ຂຶ້ນ​ໃນ​ຕອ​ນ​ເຊົ້າ​ວັ​ນ​ທີ 15 ເມ​ສາ, ຢູ່ ປັກ​ກິ່ງ, ຕໍ່​ໜ້າ​ການ​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ຂອງ ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ.

ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື ​ລວມ​ມີ: ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າດ້ວຍການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຂໍ້​ລິ​ເລີ່ມ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ; ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ ຮ່າ​ໂນ້ຍ ແລະ ນະ​ຄອນ ປັກ​ກິ່ງ ໄລ​ຍະ 2026 – 2030; ອະ​ນຸ​ສັນ​ຍາ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ, ຄຸ້ມ​ຄອງ ແລະ ການເຄື່ອນ​ໄຫວ​ໂທ​ລະ​ສັບ​ສາຍດ່ວນ​ຂັ້ນ​ລັດ​ຖະ​ມົນ​ຕີ​ລະ​ຫວ່າງ​ກະ​ຊວງ​ຕຳ​ຫຼວດ 2 ປະ​ເທດ; ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ກອມ​ມູ​ນິດ ຈີນ ໄລ​ຍະ 2026 – 2030; ບົດບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ: ການ​ສຶກ​ສາ​ວິຊາ​ຊີບ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າ​ວ​ສານ, ການ​ຫັນ​ເປັນ​ດີ​ຈີ​ຕອນ…

ຕາມ vovworld.vn

ຕາມ https://vovworld.vn/lo-LA/khaawedn/hwnydnaam-chiin-longnaamkhmhoklongwmmyyhlaanysabb-2427875.vov5

ເພີ່ມທະວີ, ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ຫວຽດນາມ - ຈີນ ເພີ່ມທະວີ, ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ຫວຽດນາມ - ຈີນ

ຍສໝ - ຖື​ວ່າ​ການ​ພົວພັນ​ທາງ​ການ​ທູດ​ກັບ​ປະຊາຊົນ​ແມ່ນ​ໜຶ່ງ​ໃນ​ບັນດາ​ຊ່ອງ​ທາງ​ການ​ທູດ​ສຳຄັນ​ທີ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຈີນ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ຊຸກຍູ້, ບຳລຸງ​ສ້າງ ​ແລະ ສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງປະເທດຫວຽດນາມ - ຈີນ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ

ຍ​ສ​ໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ (ວັນທີ 18 ມັງກອນ 1950 – 18 ມັງກອນ 2022), ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ...

ຕາມ vovworld.vn

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ