ລັດຖະບານ ລາວ ແລະ UNFPA ທົບທວນແຜນປະຈຳປີ 2020 ວາງບຸລິມະສິດສຳລັບແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ໃນປີ 2021

15:00 | 31/12/2020

ໃນວັນທີ 29 ທັນວາ 2020 ທີ່ນະຄອນຫລວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມທົບທວນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ແຜນງານແຫ່ງຊາດ ຂອງ ສປປ ລາວ ແລະ ກຳນົດບຸລິມະສິດ ທີ່ຈະຮັບມືກັບສິ່ງທ້າທາຍ ທີ່ຍັງຄົງຄ້າງໃຫ້ສອດຄ່ອງກັບ ຄຳໝາຍໝັ້ນຕໍ່ກັບ ກອງປະຊຸມສາກົນ ວ່າດ້ວຍ ປະຊາກອນ ແລະ ການພັດທະນາ (ICPD 25) ທີ່ນະຄອນ ໄນໂຣບີ ແລະ ແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ (NSEDP) ຄັ້ງທີ 9. ພ້ອມນີ້ ຍັງໄດ້ມີການນຳ ສະເໜີຜົນສຳເລັດ ແລະ ສິ່ງທ້າທາຍທີ່ໃນການ ຈັດຕັ້ງປະຕິບັດແຜນງານ ໂດຍສະເພາະ ໄລຍະການລະບາດຂອງພະຍາດ ໂຄວິດ-19 ທີ່ສ້າງຄວາມຫຍຸ້ງຍາກໃນທົ່ວໂລກ.

ລ ດຖະບານ ລາວ ແລະ unfpa ທ ບທວນແຜນປະຈຳປ 2020 ວາງບ ລ ມະສ ດສຳລ ບແມ ຍ ງ ເດ ກຍ ງ ແລະ ໄວໜ ມ ໃນປ 2021 10 ເຫດການເສດຖະກິດ ເປັນສັນຍະລັກຂອງຫວຽດນາມ ໃນປີ 2020
ລ ດຖະບານ ລາວ ແລະ unfpa ທ ບທວນແຜນປະຈຳປ 2020 ວາງບ ລ ມະສ ດສຳລ ບແມ ຍ ງ ເດ ກຍ ງ ແລະ ໄວໜ ມ ໃນປ 2021 ຄາດວ່າວັນທີ 1 ມີນາ 2021, ວັກຊິນ Ivac ແລະ Vabiotech ທີ່ຄົ້ນຄວ້າ ແລະຜະລິດ ໂດຍ ຫວຽດນາມ ຈະດໍາເນີນການສັກທົດລອງຢູ່ພາກເໜືອ, ພາກກາງ ແລະພາກໃຕ້ ສສ.ຫວຽດນາມ
ລ ດຖະບານ ລາວ ແລະ unfpa ທ ບທວນແຜນປະຈຳປ 2020 ວາງບ ລ ມະສ ດສຳລ ບແມ ຍ ງ ເດ ກຍ ງ ແລະ ໄວໜ ມ ໃນປ 2021
ລັດຖະບານ ລາວ ແລະ UNFPA ທົບທວນແຜນປະຈຳປີ 2020 ວາງບຸລິມະສິດສຳລັບແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ໃນປີ 2021

ທ່ານ ນາງ ສີສົມບູນ ອຸນນະວົງ ຫົວໜ້າກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ ໄດ້ ກ່າວວ່າ: ປີນີ້ມີຈຸດພິເສດ ໃນການກະກຽມແຜນ ພັດທະນາ 5 ປີຕໍ່ໜ້າ, NSEDP ຄັ້ງທີ 9, ໃນນີ້ ສິ່ງສຳຄັນທີ່ຈະຕ້ອງ ໄດ້ຍົກໃຫ້ເຫັນບຸລິມະສິດ ທີ່ຖືເອົາປະຊາກອນ ເປັນຈຸດໃຈກາງ ຂອງການວາງແຜນໃນຊຸມປີຕໍ່ໜ້າ. ບັນຫາປະຊາກອນ ແມ່ນສິ່ງທີ່ສຳຄັນສຳລັບ ລັດຖະບານແຫ່ງ ສປປ ລາວ ແລະ ຄວາມຕ້ອງ ການສຸມໃສ່ ການຂ້າມຜ່ານດ້ານປະຊາກອນ, ການປ່ຽນແປງດ້ານ ປະຊາກອນ ແລະ ການຄາດຄະເນປະຊາກອນ ແລະ ຜົນສະທ້ອນ ຂອງປະຊາກອນ ຕໍ່ການບັນລຸເປົ້າໝາຍ ການພັດທະນາ, ລວມທັງດ້ານທັງການສຶກສາ, ສາທາລະນະສຸກ, ການຈ້າງງານ, ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ, ການຫລຸດຜ່ອນຄວາມທຸກຍາກ ແມ່ນມີຄວາມສຳຄັນຫລາຍ.

ໄລຍະຜ່ານມາ ພວກເຮົາໄດ້ສຸມໃສ່ໃຫ້ບັນລຸ 3 ເປົ້າໝາຍແຫ່ງການ ຫັນປ່ຽນພາຍໃນປີ 2030 ກໍຄື: ລຶບລ້າງອັດຕາການຕາຍຂອງແມ່, ລຶບລ້າງອັດຕາ ຄວາມຕ້ອງການ ການວາງແຜນຄອບຄົວ ແຕ່ຍັງບໍ່ໄດ້ເຂົ້າເຖິງ, ແລະ ການໃຊ້ຄວາມຮຸນແຮງທາງເພດ ແລະ ການປະຕິບັດ ທີ່ເປັນອັນຕະລາຍອື່ນໆ ໂດຍສະເພາະ ການແຕ່ງງານກ່ອນໄວອັນຄວນ; ຮັບປະກັນໃຫ້ໄວໜຸ່ມ ແລະ ເຍົາວະຊົນ ໄດ້ເຂົ້າເຖິງເພດສຶກສາ ທີ່ເໝາະສົມຕາມໄວອາຍຸ ຜ່ານຫລັກສູດການສຶກສາ ໃນທົ່ວປະເທດ ແລະ ການບໍລິການທີ່ເປັນ ມິດກັບໄວໜຸ່ມ; ປະຕິບັດນະໂຍບາຍ ແລະ ກົດໝາຍ ຄວາມສະເໝີພາບ ລະຫວ່າງຍິງ-ຊາຍ; ສ້າງເສັ້ນທາງສົ່ງຕໍ່ ແລະ ເຮັດເຄື່ອງມືທີ່ມີຄຸນຄ່າ ໃນເຫດສຸກເສີນ ດ້ານມະນຸດສະທຳ, ເພີ່ມການລົງທຶນ ສຳລັບໄວໜຸ່ມ, ໂດຍສະເພາະ ແມ່ນໄວໜຸ່ມຍິງ ໂດຍຜ່ານ “ແຜນງານນາງນ້ອຍ” ແລະ “ລະບົບນິເວດນາງນ້ອຍ”.

ທ່ານ ນາງ ມາຣຽມ ເອ. ຄານ ຜູ້ຕາງໜ້າ ອົງການ UNFPA ປະຈຳ ສປປ ລາວ ໄດ້ກ່າວວ່າ: ຄວາມພະຍາຍາມຮ່ວມກັນ ຂອງພວກເຮົາ ໃນການເລັ່ງລັດ ຄຳໝາຍໝັ້ນ ICPD ສຳລັບ ສປປ ລາວ ທີ່ຍັງຄົງຄ້າງ ໄດ້ກະຕຸກຊຸກຍູ້ໃຫ້ ບັນດາຄູ່ຮ່ວມງານ ໄດ້ປົກປ້ອງສິດຂອງແມ່ຍິງ ແລະ ໄວໜຸ່ມລາວ ຍິ່ງຂຶ້ນ. ປາກົດການດັ່ງກ່າວນີ້ ເປັນຂີດໝາຍໃນການຮັກສາ ມາດຕະຖານ ການປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢ່າງເຂັ້ມງວດ ແລະ ເປັນປົກກະຕິ. ຜ່ານມາ ມີສອງປາກົດການ ທີ່ພົ້ນເດັ່ນທີ່ສຸດກໍຄື ບັນດາຮອງເຈົ້າແຂວງ ໄດ້ຮ່ວມກັນສຸມໃສ່ ລົງທຶນງົບປະມານ ໃສ່ວຽກງານທີ່ກ່ຽວຂ້ອງ ກັບແຜນງານນາງນ້ອຍ ແລະ ການມີສ່ວນຮ່ວມຂອງໄວໜຸ່ມ ຕໍ່ກັບການປູກຈິດສຳນຶກກ່ຽວກັບ ໂຄງການ “ຂ້ອຍ, ຮ່າງກາຍຂອງຂ້ອຍ, ໂລກຂອງຂ້ອຍ ແລະ ອະນາຄົດຂອງຂ້ອຍ” ທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ໃນປີ 2021 ເພື່ອເສີມສ້າງໂອກາດ ໃຫ້ແກ່ແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ໃຫ້ມີສິດ, ທາງເລືອກ ແລະ ກຽດສັກສີຂອງພວກເຂົາ.

ໃນແຜນງານແຫ່ງຊາດ ຊຸດປະຈຸບັນນີ້, ອົງການ UNFPA ແລະ ລັດຖະບານລາວ ໄດ້ຮ່ວມເປັນເຂົ້າການໃນ ການຈັດຕັ້ງປະຕິບັດ ແລະ ຂະຫຍາຍການຮ່ວມມື ກັບບັນດາຄູ່ຮ່ວມມື ຈາກຂະແໜງການສາກົນ ແລະ ພາກເອກະຊົນ ເຫັນໄດ້ວ່າທຶນສະໜັບ ສະໜູນເພີ່ມຂຶ້ນສູງເຖິງ 2,2 ລ້ານໂດລາສະຫະລັດ ໃນປີ 2020. ເຊິ່ງຄູ່ຮ່ວມພັດທະນາ ດັ່ງກ່າວນີ້ໄດ້ແກ່: ອົງການ KOICA, Good Neighbors, Care International, Plan International, KOFIH, ບໍລິສັດ Burapha Agroforestry, ທຶນຊ່ວຍເຫຼືອຈາກ ລັດຖະບານລາຊະອານະຈັກ, ອົດສະຕາລີ, ລຸກຊໍາບວກ ທີ່ໄດ້ຊ່ວຍເຫລືອ ທາງດ້ານທຶນຮອນ, ຍົກລະດັບ, ຂະຫຍາຍ, ປະດິດສ້າງ ແລະ ສະໜັບສະໜູນ ວຽກງານທີ່ເປັນບູລິມະສິດ ຕໍ່ກັບຄຸນນະພາບ ຊີວິດຂອງປະຊາກອນ ໂດຍສະເພາະ ແມ່ນກຸ່ມທີ່ມີຄວາມສ່ຽງຕ່າງໆ.

ລ ດຖະບານ ລາວ ແລະ unfpa ທ ບທວນແຜນປະຈຳປ 2020 ວາງບ ລ ມະສ ດສຳລ ບແມ ຍ ງ ເດ ກຍ ງ ແລະ ໄວໜ ມ ໃນປ 2021 ປະເທດລາວ: ສຳເລັດການວາງລາງລົດໄຟ ວຽງຈັນ-ຫລວງພະບາງ 240 ກິໂລແມັດ

ໃນວັນທີ 29 ທັນວາ 2020 ບໍລິສັດ ວິສະວະກຳ ທາງລົດໄຟເລກ 2 ສປ ຈີນ ໄດ້ຈັດພິທີສະເຫລີມສະຫລອງ ແລະ ຊົມເຊີຍຜົນສຳເລັດ ໃນການວາງລາງ ລົດໄຟ ເສັ້ນທາງລົດໄຟ ລາວ-ຈີນ ແຕ່ນະຄອນຫລວງວຽງຈັນ ຫາ ແຂວງຫລວງພະບາງ, ຊຶ່ງມີຄວາມຍາວ 240 ກິໂລແມັດ ຂອງຈຳນວນທັງໝົດ 422,4 ...

ລ ດຖະບານ ລາວ ແລະ unfpa ທ ບທວນແຜນປະຈຳປ 2020 ວາງບ ລ ມະສ ດສຳລ ບແມ ຍ ງ ເດ ກຍ ງ ແລະ ໄວໜ ມ ໃນປ 2021 ປີ 2020 ເສດຖະກິດແຂວງໄຊຍະບູລີຂະຫຍາຍຕົວໃນລະດັບ 4,8%

ທ່ານ ພົງສະຫວັນ ສິດທະວົງ ຍັງໃຫ້ຮູ້ອີກວ່າ: ສໍາລັບທິດທາງແຜນການປີ 2021 ນີ້ ແຂວງໄຊຍະບູລີ ຈະສູ້ຊົນເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດຢູ່ໃນລະດັບ 5%, ສ້າງມູນຄ່າເພີ່ມໃຫ້ໄດ້ 11.262 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 3.157 ໂດລາ, ສູ້ຊົນລະດົມທຶນເຂົ້າໃນການພັດທະນາໃຫ້ໄດ້ 3.153 ຕື້ກີບກວມເອົາ 28% ຂອງ GDP

ລ ດຖະບານ ລາວ ແລະ unfpa ທ ບທວນແຜນປະຈຳປ 2020 ວາງບ ລ ມະສ ດສຳລ ບແມ ຍ ງ ເດ ກຍ ງ ແລະ ໄວໜ ມ ໃນປ 2021 ວິສາຫະກິດຫວຽດນາມ ໄດ້ມອບຂອງຂວັນຫລາຍກວ່າ 10.000 ຜະລິດຕະພັນແຟຊັ່ນ ໃຫ້ແກ່ແມ່ຍິງລາວ

ຍສໝ - ທ່ານນາງ ຫງວຽນກວກແອງ, ຜູ້ອຳນວຍການໃຫຍ່ຂອງ ບໍລິສັດ ແຟຊັ່ນ Elise ຈຳກັດ ໃຫ້ຮູ້ວ່າຂອງຂວັນເຫຼົ່ານີ້ທີ່ສະແດງໃຫ້ເຫັນຄວາມຮັກແພງຂອງບໍລິສັດ ສະຫງວນໃຫ້ແກ່ແມ່ຍິງລາວ.

kpl.gov.la

ເຫດການ
302 Found

Found

The document has moved here.