ປະເທດລາວ: ສຳເລັດການວາງລາງລົດໄຟ ວຽງຈັນ-ຫລວງພະບາງ 240 ກິໂລແມັດ

06:38 | 31/12/2020

ໃນວັນທີ 29 ທັນວາ 2020 ບໍລິສັດ ວິສະວະກຳ ທາງລົດໄຟເລກ 2 ສປ ຈີນ ໄດ້ຈັດພິທີສະເຫລີມສະຫລອງ ແລະ ຊົມເຊີຍຜົນສຳເລັດ ໃນການວາງລາງ ລົດໄຟ ເສັ້ນທາງລົດໄຟ ລາວ-ຈີນ ແຕ່ນະຄອນຫລວງວຽງຈັນ ຫາ ແຂວງຫລວງພະບາງ, ຊຶ່ງມີຄວາມຍາວ 240 ກິໂລແມັດ ຂອງຈຳນວນທັງໝົດ 422,4 ກິໂລແມັດ ນະຄອນຫລວງວຽງຈັນ-ບໍ່ເຕ່ນ ແຂວງຫລວງນ້ຳທາ.

ປະເທດລາວ ສຳເລ ດການວາງລາງລ ດໄຟ ວຽງຈ ນ ຫລວງພະບາງ 240 ກ ໂລແມ ດ ຄົນລາວທຸຄົນ ທີ່ມີອາຍຸ 18 ປີຂຶ້ນໄປ ແມ່ນມີສິດໄປເລືອກຕັ້ງ
ປະເທດລາວ ສຳເລ ດການວາງລາງລ ດໄຟ ວຽງຈ ນ ຫລວງພະບາງ 240 ກ ໂລແມ ດ ປະເທດລາວ: ເຊັນສັນຍາໂຄງການກໍ່ສ້າງຕຶກອາຄານກອງບັນຊາການທະຫານອາກາດ

ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງຫລວງພະບາງ, ທ່ານ ຫລີ ຈືກົງ ຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ, ພ້ອມດ້ວຍພະນັກງານ-ກຳມະກອນ ແລະ ປະຊາຊົນອ້ອມຂ້າງ ເຂົ້າຮ່ວມ.

ທ່ານ ຫລີ ຈືກົງ ກ່າວວ່າ: ພາຍໃຕ້ການສະໜັບສະໜູນຂອງສອງປະເທດ ຈີນ-ລາວ ເຮັດໃຫ້ເສັ້ນທາງລົດໄຟລາວ-ຈີນ ທີ່ທົ່ວໂລກໃຫ້ຄວາມສົນໃຈ ໄດ້ຮັບການ ວາງລາງ ຈາກນະຄອນຫລວງ ວຽງຈັນ ຫາ ເມືອງມໍລະດົກໂລກ ແຂວງຫລວງພະບາງ, ຊຶ່ງມີຄວາໝາຍສໍາຄັນ ທີ່ບົ່ງບອກວ່າ ທາງລົດໄຟ ລາວ-ຈີນ ຊ່ວງປະເທດລາວ ໄດ້ຮັບການວາງລາງ ສຳເລັດກາຍເຄິ່ງທາງແລ້ວ ແລະ ເປັນບາດ ກ້າວກະໂດດຂັ້ນໃຫຍ່ ຂອງຄວາມຄືບໜ້າ ການກໍ່ສ້າງເສັ້ນທາງ ລົດໄຟລາວ-ຈີນ ໃຫ້ສຳເລັດຕາມເປົ້າ ໝາຍ ແລະ ເປີດນຳໃຊ້ໃນທ້າຍປີ 2021 ຢ່າງແນ່ນອນ.

ປະເທດລາວ ສຳເລ ດການວາງລາງລ ດໄຟ ວຽງຈ ນ ຫລວງພະບາງ 240 ກ ໂລແມ ດ
ສຳເລັດການວາງລາງລົດໄຟ ວຽງຈັນ-ຫລວງພະບາງ 240 ກິໂລແມັດ. (ພາບ: KPL)

ແນວໃດກໍຕາມ ປີນີ້ເປັນປີທີ່ເສດຖະກິດໂລກ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກການລະບາດ ຂອງພະຍາດໂຄວິດ-19 ແຕ່ກໍເປັນປີທີ່ສອງປະເທດ ຈີນ-ລາວ ໄດ້ຮັບໝາກຜົນອັນພົ້ນເດັ່ນ ໃນການສ້າງຄູ່ຮ່ວມຊະຕາກຳ ເຮັດໃຫ້ການຮ່ວມມື ຈີນ-ລາວ ໄດ້ຮັບການພັດທະນາ ຂຶ້ນອີກບາດກ້າວໃໝ່. ນອກນີ້, ຍັງມີຫລາຍໂຄງການຮ່ວມມື ທີ່ມີຄວາມຄືບໜ້າຢ່າງຊັດເຈນ ເຊັ່ນ: ທາງດ່ວນວຽງຈັນ-ວັງວຽງ ໄດ້ເປີດນຳໃຊ້ ຕາມເວລາທີ່ກຳນົດ, ໂຮງກັ່ນນ້ຳມັນແຫ່ງທຳອິດຂອງລາວ ໄດ້ເລີ່ມເປີດການຜະລິດ ໃນໄລຍະທຳອິດ, ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ ໃກ້ຈະສຳເລັດສົມບູນ, ການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງ ໄດ້ຮັບການພັດທະນາຢ່າງໄວວາ, ການດຳເນີນແຜນແມ່ບົດ ວ່າດ້ວຍການສ້າງຄູ່ ຮ່ວມຊະຕາກຳ ຈີນ-ລາວ ກໍໄດ້ຮັບການຈັດຕັ້ງຜັນ ຂະຫຍາຍຕາມລຳດັບ.

ໂອກາດດຽວກັນ, ທ່ານ ສຸກັນ ບຸນຍົງ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ບໍລິສັດ ກໍ່ສ້າງທາງລົດ ໄຟ ສປ ຈີນ ທີ່ຕັ້ງໜ້າເຮັດບົດບາດຂອງຕົນ ໃນການວາງ ລາງລົດໄຟ ສຳເລັດແລ້ວ 240 ກິໂລແມັດ, ຊຶ່ງຖືວ່າ ເປັນຫົວໜ່ວຍການຜະລິດທີ່ສຳຄັນ ແລະ ທັນສະໄໝ. ພັກ-ລັດຖະບານລາວ ໄດ້ມີຄວາມເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ຊີ້ນຳໂຄງ ການນີ້ຕະຫລອດມາ ເນື່ອງຈາກເປັນໂຄງການສຳຄັນ ເພື່ອປະກອບສ່ວນເຂົ້າໃນ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາ ເຜົ່າ ຢູ່ແຂວງຫລວງພະບາງ ກໍຄື ການພັດທະນາ ເສດຖະກິດຂອງຊາດ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍ.

ເສັ້ນທາງລົດໄຟ ລາວ-ຈີນ ແມ່ນໂຄງການຮ່ວມມືຍຸດທະສາດ ທີ່ຜູ້ນຳສູງສຸດຂອງສອງພັກ, ສອງລັດ ໄດ້ຕັດສິນໃຈຊຸກຍູ້ສົ່ງເສີມ ທັງເປັນສ່ວນໜຶ່ງງທີ່ສຳຄັນ ຂອງຕາໜ່າງລົດໄຟອາຊີ. ການ ຮ່ວມມືພັດທະນາ ເສັ້ນທາງລົດໄຟ ລາວ-ຈີນ ແມ່ນມີຄວາມໝາຍອັນເລິກເຊິ່ງ ທັງເປັນການເພີ່ມທະວີ ສາຍພົວພັນມິດຕະພາບ ຂອງປະຊາຊົນສອງຊາດ ທີ່ມີມາແຕ່ຍາວນານ ແລະ ຍັງສະແດງໃຫ້ເຫັນຕົວຈິງ ເຖິງຄູ່ຮ່ວມຊະຕາກຳ ຈີນ-ລາວ ອີກດ້ວຍ.

ປະເທດລາວ ສຳເລ ດການວາງລາງລ ດໄຟ ວຽງຈ ນ ຫລວງພະບາງ 240 ກ ໂລແມ ດ ປະເທດລາວ ໄດ້ເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຢ່າງເປັນທາງການ

ໃນວັນທີ 20 ທັນວາ 2020 ນີ້, ຢູ່ສະຖານີເກັບເງິນ ນະຄອນຫລວງວຽງຈັນ ໄດ້ມີພິທີເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ເຊິ່ງເປັນໄລຍະທີ 1 ຂອງທາງດ່ວນນະຄອນຫລວງວຽງຈັນ ຫາ ດ່ານຊາຍແດນບໍ່ເຕັນ-ບໍ່ຫານ ຢ່າງເປັນທາງການ.

ປະເທດລາວ ສຳເລ ດການວາງລາງລ ດໄຟ ວຽງຈ ນ ຫລວງພະບາງ 240 ກ ໂລແມ ດ ປະເທດລາວ: ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍໂຄງການພັດທະນາເຂດອ້ອມຂ້າງສະຖານນີລົດໄຟລາວ-ຈີນ

ເມື່ອບໍ່ດົນມານີ້, ຢູ່ໂຮງແຮມດອນຈັນພາເລດ ໄດ້ຈັດຕັ້ງພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍໂຄງການພັດທະນາເຂດອ້ອມຂ້າງສະຖານນີລົດໄຟລາວ-ຈີນ ຢູ່ 3 ແຂວງ 1 ນະຄອນຫຼວງວຽງຈັນ (ນະຄອນຫຼວງວຽງຈັນ ແຂວງວຽງຈັນ ຫຼວງພະບາງ ແລະ ແຂວງອຸດົມໄຊ) ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ບໍລິສັດທາງລົດໄຟລາວ-ຈີນ.

ປະເທດລາວ ສຳເລ ດການວາງລາງລ ດໄຟ ວຽງຈ ນ ຫລວງພະບາງ 240 ກ ໂລແມ ດ ເພີ່ມທະວີການແລກປ່ຽນປະສົບການ ລະຫວ່າງກະຊວງປ້ອງກັນປະເທດລາວ - ມາເລເຊຍ

ໃນວັນທີ 15 ທັນວາ 2020, ໄດ້ມີກອງປະຊຸມທາງໄກ ສອງ ຝ່າຍລະຫວ່າງກົມພົວພັນຕ່າງ ປະເທດກະຊວງປ້ອງກັນປະເທດ ສປປ ລາວ ກັບ ກົມນະໂຍບາຍ ແລະ ແຜນການຍຸດທະສາດ ກະ ຊວງປ້ອງກັນປະເທດມາເລເຊຍ ເຊິ່ງຄະນະຜູ້ແທນຝ່າຍລາວນຳ ໂດຍທ່ານ ພົນຈັດຕະວາ ແກ່ນຈັນນັນທະລັງສີ ຫົວໜ້າກົມພົວ ພັນຕ່າງປະເທດ ກະຊວງປ້ອງ ກັນປະເທດ ສປປ ...

kpl.gov.la

ເຫດການ
302 Found

Found

The document has moved here.