ປະເທດລາວ ເລີ່ມຟື້ນຟູຊີວິດການເປັນຢູ່ໃຫ້ປະຊາຊົນ ທີ່ຖືກ ຜົນກະທົບຈາກ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7

11:11 | 31/12/2020

ຜູ້ພັດທະນາໂຄງການ ກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7 ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະເລີ່ມການຟື້ນຟູ ຊີວິດການເປັນຢູ່ ໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການ ນັບຕັ້ງແຕ່ ວັນທີ 1 ມັງກອນ 2021 ເປັນຕົ້ນໄປ ເຊິ່ງປະກອບມີ 3 ບ້ານຄື: ບ້ານສົມມີໄຊ (ຕາຕຸງ), ບ້ານຈະເລີນ ແລະ ບ້ານໄຊທອງ (ສົບກັ້ງ) ເມືອງຜົ້ງສາລີ,   ມີປະຊາຊົນທີ່ໄດ້ຮັບ ຜົນກະທົບທັງໝົດ 222 ຄອບຄົວ, ພົນລະເມືອງ 1.400 ກວ່າຄົນ, ໃນນັ້ນ ບ້ານສົມມີໄຊ ມີ 77 ຄອບຄົວ, ບ້ານຈະເລີນ ມີ 68 ຄອບຄົວ ແລະ ບ້ານໄຊທອງ ມີ 77 ຄອບຄົວ.

ປະເທດລາວ ເລ ມຟ ນຟ ຊ ວ ດການເປ ນຢ ໃຫ ປະຊາຊ ນ ທ ຖ ກ ຜ ນກະທ ບຈາກ ໂຄງການກ ສ າງເຂ ອນໄຟຟ ານ ຳອ 7 ເຂື່ອນໄຟຟ້ານໍ້າກົງ 3 ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ​ເປີດຜະລິດກະ​ແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ​ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່​ຈະ​ມາ​ເຖິງ
ປະເທດລາວ ເລ ມຟ ນຟ ຊ ວ ດການເປ ນຢ ໃຫ ປະຊາຊ ນ ທ ຖ ກ ຜ ນກະທ ບຈາກ ໂຄງການກ ສ າງເຂ ອນໄຟຟ ານ ຳອ 7 ໂຄງການເຂື່ອນໄຟຟ້ານໍ້າກົງ 1 ຄືບໜ້າ 80% ຄາດ ຈະສຳເລັດ 100% ໃນທ້າຍເດືອນກໍລະກົດ 2021

ພິທີເປີດການຟື້ນຟູຊີວິດ ການເປັນຢູ່ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບດັ່ງກ່າວ ໄດ້ຈັດຂຶ້ນໃນວັນ 29 ທັນວາ 2020 ໂດຍການເຂົ້າຮ່ວມຂອງ ທ່ານ ທອງສຸກ ເປົາສຸລີ ເຈົ້າເມືອງຜົ້ງສາລີ, ທ່ານ ທອງ ອາລີ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ, ພະນັກງານຈາກຂະແໜງ ການທີ່ກ່ຽວຂ້ອງ, ພ້ອມດ້ວຍອຳນາດການ ປົກຄອງທ້ອງຖິ່ນ ແລະ ປະຊາຊົນ.

ປະເທດລາວ ເລ ມຟ ນຟ ຊ ວ ດການເປ ນຢ ໃຫ ປະຊາຊ ນ ທ ຖ ກ ຜ ນກະທ ບຈາກ ໂຄງການກ ສ າງເຂ ອນໄຟຟ ານ ຳອ 7
ທ່ານ ທອງສຸກ ເປົາສຸລີ ເຈົ້າເມືອງຜົ້ງສາລີ ກ່າວຄຳເຫັນທີ່ພິທີ. (ພາບ: KPL)

ໂອກາດນີ້, ທ່ານ ສຸລິຍາ ແສງດາລາ ຮອງຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຜົ້ງສາລີ, ທັງເປັນຫົວໜ້າ ໜ່ວຍງານ ຈັດສັນຍົກຍ້າຍປະຊາຊົນ ທີ່ຖືກຜົນກະທົບຈາກ ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳຕົກ ນ້ຳອູ 4 ແລະ ນ້ຳອູ 7 ກ່າວວ່າ: ໃນການຟື້ນຟູຊີວິດ ການເປັນຢູ່ໃຫ້ປະຊາຊົນປະກອບມີ: ການຈັດສັນທີ່ດິນສຳລັບ ທຳຜະລິດກະສິກຳ, ການແນະນຳເຕັກນິກໃນການສົ່ງເສີມການປູກຝັງ, ການລ້ຽງສັດ ແລະ ການປະມົງ, ລວມທັງສະໜອງທຶນ ແລະ ແນວພັນຕ່າງໆ.

ພ້ອມກັນນັ້ນ ກໍຈະໄດ້ສະໜອງອຸປະກອນ ເພື່ອຮັບໃຊ້ສຳລັບຂະແໜງການບໍລິການ, ​ເຊິ່ງປະຊາຊົນ ສາມາດຄັດເລືອກອາຊີບຕ່າງໆ ຕາມທີ່ຕົນເອງມັກ ແລະ ມີຄວາມຖະໜັດ ໃນ 3 ຂະແໜງການຄື: ກະສິກຳ, ການປະມົງ ແລະ ບໍລິການ, ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ຊີວິດ ການເປັນຢູ່ຂອງປະ ຊາຊົນທີ່ຖືກຜົນກະທົບຈາກໂຄງການ ມີຊີວິດທີ່ດີຂຶ້ນ ແລະ ມີການພັດທະນາຢ່າງຕໍ່ເນື່ອງ.

ປະເທດລາວ ເລ ມຟ ນຟ ຊ ວ ດການເປ ນຢ ໃຫ ປະຊາຊ ນ ທ ຖ ກ ຜ ນກະທ ບຈາກ ໂຄງການກ ສ າງເຂ ອນໄຟຟ ານ ຳອ 7
(ພາບ: KPL)

ໂອກາດນີ້, ທ່ານ ທອງສຸກ ເປົາສຸລີ ແລະ ທ່ານ ທອງ ອາລີ ກໍໄດ້ເນັ້ນໃຫ້ຜູ້ພັດທະນາໂຄງ ການ ຕ້ອງສຸມທຶນຮອນເຂົ້າ ຊ່ວຍຟື້ນຟູຊີວິດການເປັນຢູ່ ໃຫ້ປະຊາຊົນໃນ 3 ບ້ານ ດັ່ງກ່າວຕາມທ່າແຮງບົ່ມຊ້ອນຂອງບ້ານ, ຂະນະດຽວກັນ ອົງການຈັດຕັ້ງ ແລະ ປະຊາຊົນ ກໍຕ້ອງມີຫລັກໝັ້ນທາງດ້ານການເມືອງ, ປະຕິບັດຕາມແນວທາງ ຂອງພັກ-ລັດ ໃນການພັດທະນາ ແລະ ຮ່ວມມືຢ່າງສະໜິດແໜ້ນກັບທາງໂຄງການ ເພື່ອສຸມໃສ່ໃນການປູກຝັງ, ລ້ຽງສັດ ແລະ ບໍລິການອື່ນໆ ທີ່ເໝາະສົມກັບພື້ນທີ່ຂອງບ້ານ ເພື່ອເຮັດໃຫ້ຊີວິດການ ເປັນຢູ່ຂອງຕົນດີຂຶ້ນ ແລະ ຫລຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ.

ປະເທດລາວ ເລ ມຟ ນຟ ຊ ວ ດການເປ ນຢ ໃຫ ປະຊາຊ ນ ທ ຖ ກ ຜ ນກະທ ບຈາກ ໂຄງການກ ສ າງເຂ ອນໄຟຟ ານ ຳອ 7 ໂຄງການເຂື່ອນໄຟຟ້ານໍ້າກົງ 1 ຄືບໜ້າ 80% ຄາດ ຈະສຳເລັດ 100% ໃນທ້າຍເດືອນກໍລະກົດ 2021

ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳກົງ 1 ໜ້າ​ວຽກ​ໂດຍ​ລວມ ສຳເລັດ​ແລ້ວ 81,9%, ພາຍ ຫລັງ​ເລີມ​ລົງ​ມີ​ກໍ່ສ້າງ ມາ​ແຕ່​ທ້າຍ​ເດືອນ​ຕຸລາ 2017, ປັດຈຸບັນ ພວມດຳເນີນການ ກໍ່ສ້າງສັນເຂື່ອນ, ຕິດຕັ້ງປະຕູທາງນ້ຳລົ້ນ, ຕິດຕັ້ງຈັກ ເບີ 2, ຄອນກິດໄລນິງທໍ່ຫາຍໃຈ, ໂຄງສ້າງປະຕູນໍ້າ ທ້າຍເຮືອນຈັກ, ໂຄງສ້າງສະວິດຢາດ GIS ແລະ ວຽກດຶງສາຍ 115 ກິ​ໂລໂວນ. ຄາດ​ວ່າ ການກໍ່ສ້າງທັງໝົດ ຈະ​ໃຫ້​ສຳ​ເລັດ 100% ​​​ໃນ​ເດືອນ ກໍລະກົດ 2021​ ກະ​ແສ​ໄຟຟ້າ​ທັງ​ໝົດ ຈະ​ສົ່ງ​ຂາຍ​ໃຫ້​ລັດ​​ວິ​ສາ​ຫະກິດ​​ໄຟຟ້າ​ລາວ.

ປະເທດລາວ ເລ ມຟ ນຟ ຊ ວ ດການເປ ນຢ ໃຫ ປະຊາຊ ນ ທ ຖ ກ ຜ ນກະທ ບຈາກ ໂຄງການກ ສ າງເຂ ອນໄຟຟ ານ ຳອ 7 ປະເທດລາວ ເລີ່ມດຳເນີນການທົດລອງຂອງເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ

ຍສໝ - ຕາມແຜນການ, ເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ ຈະດຳເນີນການທົດລອງ ຂອງແຕ່ລະໜ່ວຍຫົວຈັກ 10 ວັນກ່ອນທີ່ທຸກໜ່ວຍຫົວຈັກ ຈະດຳເນີນການຢ່າງເປັນທາງການໃນທ້າຍປີນີ້.

ປະເທດລາວ ເລ ມຟ ນຟ ຊ ວ ດການເປ ນຢ ໃຫ ປະຊາຊ ນ ທ ຖ ກ ຜ ນກະທ ບຈາກ ໂຄງການກ ສ າງເຂ ອນໄຟຟ ານ ຳອ 7 ສະຖານທູດຫວຽດນາມ ປະຈຳ ປະເທດ ແມັກຊີໂກ ລະດົມເງິນ ບໍລິຈາກ ຊ່ວຍເຫຼຶອ ປະຊາຊົນລາວ ແກ້ໄຂຜົນກະທົບຈາກເຫດເຂື່ອນໄຟຟ້າແຕກ

ຍສໝ - ໃນວັນທີ 7 ສິງຫາ, ສະຖານທູດຫວຽດນາມ ປະຈໍາ ແມັກຊີໂກ ໄດ້ລະດົມເງິນບໍລິຈາກ ສະໜັບສະໜູນປະຊາຊົນລາວ ອ້າຍນ້ອງ ຫຼັງເຫດການເຂື່ອນໄຟຟ້າພະລັງງານນຳ້ ເຊປຽນ-ເຊນ້ຳນ້ອຍແຕກ ຢູ່ແຂວງອັດຕະປື, ລາວ, ກໍ່ຄວາມເສຍຫາຍຢ່າງຮ້າຍແຮງໃຫ້ແກ່ຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ.

kpl.gov.la

ເຫດການ
302 Found

Found

The document has moved here.