ຊອກ​ຫາ “ຊ່ອງ​ທາງ” ເພື່ອ​ສົ່ງ​ອອກ​ສິນ​ຄ້າ​ໄປ​ຍັງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໂດຍ​ຜ່ານ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ

23:10 | 10/04/2025

ຍສໝ​ - ​ວັນ​ທີ 3 ເມສາ, ຢູ່​ແຂວງ​ສະຫວັນ​ນະ​ເຂດ (ລາວ), ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ໄດ້​ສົມທົບ​ກັບ​ສູນ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ກອງ​ປະຊຸມ “​ການ​ເຄື່ອນ​ໄຫວ​ພັດທະນາບັນດາຊ່ອງ​ທາງ​ຈຳໜ່າຍ​ສິນຄ້າ​ນະຄອນ ​ໂຮ່ຈີ​ມິນໄປ​ຍັງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຜ່ານ​ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ຕ່າງປະ​ເທດ”.

ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວຊີແລນ: ຫວຽດ​ນາມ ແມ່ນ​ດວງດາວທີ່ພວມ​ຂຶ້ນ​ໃນ​ອາຊີຕາ​ເວັນ​ອອກ​ສ່ຽງ​ໃຕ້​
ຊາວ​ຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ: ກຳ​ລັງງຽບໆ​ໃນແນວຮົບດ້ານ​ການ​ທູດ

ການເຄື່ອນໄຫວດັ່ງກ່າວແມ່ນຢູ່ໃນຂອບເຂດໂຄງການ “ງານວາງສະແດງນະຄອນໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນມິດຕະພາບຢູ່ແຂວງ ສະຫວັນນະເຂດ ຄັ້ງທີ 5” ໃນປີ 2025 ໂດຍຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຈັດຕັ້ງ.

ເປົ້າໝາຍ​ຂອງ​ກອງ​ປະຊຸມ​ເພື່ອໂຄສະນາ, ແນະນຳ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ, ສະພາບການ​ລົງທຶນ, ການ​ຄ້າ, ການທ່ອງທ່ຽວ ​ແລະ ທິດ​ພັດທະນາ​ຂອງ​ນະຄອນ ​ໂຮ່ຈີ​ມິນ. ພ້ອມ​ກັນ​ນັ້ນ, ​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ​ນະຄອນ​ໂຮ່ຈິ​ມິນ ກັບ​ບັນດາ​ສະມາຄົມ​ວິ​ສາ​ຫະກິດ, ວິ​ສາ​ຫະກິດຊາວ ຫວຽດນາມ ຢູ່ ລາວ, ​ໄທ, ກຳປູ​ເຈຍ, ສິງກະ​ໂປ ​ເພື່ອ​ຮ່ວມ​ມື​ລົງທຶນ, ດຳ​ເນີນ​ທຸລະ​ກິດ; ຍູ້​ແຮງ​ການ​ເຄື່ອນ​ໄຫວ​ນຳ​ເຂົ້າ ​ແລະ ສົ່ງ​ອອກ, ພັດທະນາ​ຊ່ອງ​ທາງ​ຈຳໜ່າຍ​ສິນຄ້າ​ນະຄອນ ​ໂຮ່ຈີ​ມິນ ​ໄປ​ຍັງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໂດຍ​ຜ່ານ​ສະມາຄົມວິ​ສາ​ຫະກິດຫວຽດນາມ ຢູ່​ຕ່າງປະ​ເທດ.

ກອງ​ປະຊຸມ​ຍັງ​ໄດ້​ຂໍ້ມູນ, ໂຄສະນາກ່ຽວກັບບັນດາແຜນການນະໂຍບາຍ, ກົນໄກສະເພາະຂອງນະຄອນໂຮ່ຈິມິນ.

ຊອກ​ຫາ “ຊ່ອງ​ທາງ” ເພື່ອ​ສົ່ງ​ອອກ​ສິນ​ຄ້າ​ໄປ​ຍັງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໂດຍ​ຜ່ານ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ

Bà Nguyễn Trần Phượng Trân, Thành ủy viên, Phó trưởng Đoàn Đại biểu Quốc hội chuyên trách TP.HCM, Trưởng đoàn công tác phát biểu tại hội nghị.

ທ່ານ​ນາງ ຫງວຽນເຈີ່ນເຟືອງເຈີ່ນ, ຮອງ​ຫົວໜ້າ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດຮັບຜິດຊອບ​ນະຄອນ ​ໂຮ່ຈີ​ມິນ, ​ຫົວໜ້າ​ຄະນະປະຕິບັດງານ ກ່າວ​ຄຳປາໄສທີ່​ກອງ​ປະຊຸມ.

ກ່າວ​ຄຳປາໄສ​ທີ່​ກອງ​ປະຊຸມ, ທ່ານ​ນາງ ຫງວຽນເຈີ່ນເຟືອງເຈີ່ນ, ຮອງ​ຫົວໜ້າ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດຮັບຜິດຊອບ​ນະຄອນ ​ໂຮ່ຈີ​ມິນ, ​ຫົວໜ້າ​ຄະນະປະຕິບັດງານ ໄດ້ຕີ​ລາຄາ​ວ່າກອງ​ປະຊຸມ​ບໍ່​ພຽງ​ແຕ່​ແມ່ນ​ເຫດການ​ທີ່ມີຄວາມຕ່າງປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບາດກ້າວ​ຍຸດ​ທະ​ສາດ​ເພື່ອ​ນຳ​ສິນຄ້າ​ນະຄອນ​ໂຮ່ຈິ​ມິນ​ ເຂົ້າ​ສູ່​ທ້ອງຕະຫຼາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ຕື່ມ​ອີກ. ນະຄອນ ໂຮ່ຈີມິນ ຕີ​ລາຄາ​ສູງ​ບົດບາດ​ຂອງ​ສະມາຄົມ​ວິ​ສາ​ຫະກິດ ຫວຽດນາມ ຢູ່​ຕ່າງປະ​ເທດ - ຫົວໜ່ວຍ​ກໍ່ສ້າງ​ເຄືອ​ຂ່າຍ​ດຳ​ເນີນ​ທຸລະ​ກິດ, ​ເຊື່ອມ​ຕໍ່​ການ​ຄ້າ, ໜູນ​ຊ່ວຍ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ເປີດ​ກວ້າງທ້ອງ​ຕະຫຼາດ.

ທ່ານ​ນາງ ດັ້ງ​ທິ​ຫາຍເຕີມ, ຫົວໜ້າກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳ​ສະ​ຫວັນ​ນະ​ເຂດ ໄດ້​ຕີ​ລາ​ຄາ​ສູງ​ຂໍ້​ລິ​ເລີ່ມ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຢູ່​ແຂວງ. ຜ່ານ​ກອງ​ປະຊຸມ, ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ນຳ​ໜ້າ​ໃນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ, ນຳ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຢູ່​ໃນ​ປະ​ເທດ​ພ້ອມ​ກັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ ນັ່ງ​ຮ່ວມ​ກັນ​ບົນ​ພື້ນ​ຖານ​ລວມ​ຂອງ​ວັດ​ທະ​ນະ​ທຳ​ຫວຽດ​ນາມ, ຈິດໃຈຫວຽດ​ນາມ ເພື່ອ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ.

ໂດຍຜ່ານ​ການ​ພົບ​ປະ​ຂອງ​ບັນດາ​ວິ​ສາ​ຫະກິດ, ລະບົບ​ຕ່ອງ​ໂສ້​ຈຳໜ່າຍ​ສິນຄ້າ​ໃໝ່​ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເທື່ອ​ລະ​ກ້າວ ​ເພື່ອ​ໃຫ້​ສິນຄ້າ​ນະຄອນ​ໂຮ່ຈິ​ມິນ ປະກົດ​ຕົວ​ຢູ່​ບັນດາ​ແຂວງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ໄທ, ບັນດາ​ແຂວງ​ພາກ​ເໜືອ - ພາກ​ກາງ - ​ພາກ​ໃຕ້​ຂອງ​ລາວ. ຈາກ​ນັ້ນ, ປະຊາຊົນ​ລາວ ​ແລະ ​ໄທ ​ບໍ່​ພຽງ​ແຕ່​ຈະ​ຮູ້ຈັກ​ນະຄອນ​ໂຮ່ຈິ​ມິນ ຜ່ານ​ບັນດາ​ຜະລິດ​ຕະພັນ​ທີ່​ດີ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ປາດ​ຖະໜາ​ຢາກ​ໄປ​ທ່ອງ​ທ່ຽວ, ສຶກສາ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ​ໂຮ່ຈິ​ມິນ​ຕື່ມ​ອີກ.

ທ່ານ ເລື່ອງດີງບາງ, ປະ​ທານ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່​ລາວ (AVILA), ສະ​ເໜີ​ສ້າງ​ເຄືອ​ຂ່າຍ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. "ການຮ່ວມມືບໍ່ພຽງແຕ່ຊ່ວຍເພີ່ມປະສິດທິພາບຂະບວນການແຈກຢາຍ, ແຕ່ຍັງແບ່ງປັນຂໍ້ມູນຕະຫຼາດ, ປະສົບການ, ແລະຍຸດທະສາດທຸລະກິດທີ່ມີປະສິດທິພາບ", ທ່ານ ບາງ ກ່າວ.

ນອກຈາກ​ບັນດາ​ການ​ໂອ້​ລົມ​ສົນທະນາ​ແລ້ວ, ກອງ​ປະຊຸມ​ຍັງ​ໄດ້​ຈັດ​ຕັ້ງ​ໂຄງການ​ເຊື່ອມ​ຕໍ່ B2B ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ນະຄອນ​ໂຮ່ຈິ​ມິນ ກັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ນີ້​ແມ່ນ​ໂອກາດ​ອັນ​ລ້ຳ​ຄ່າ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຊອກ​ຫາ​ຄູ່​ຮ່ວມ​ມື​ຈຳໜ່າຍ, ​ເປີດ​ກວ້າງ​ທ້ອງຕະຫຼາດ ​ແລະ ​ເພີ່ມ​ທະວີ​ກຳລັງ​ການ​ແຂ່ງຂັນ​ໃນ​ສະພາບ​ການ​ເຊື່ອມ​ໂຍງຢ່າງ​ລວງ​ເລິກ.

ຊອກ​ຫາ “ຊ່ອງ​ທາງ” ເພື່ອ​ສົ່ງ​ອອກ​ສິນ​ຄ້າ​ໄປ​ຍັງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໂດຍ​ຜ່ານ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ

ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳລະຫວ່າງ​ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ລາວ ​ແລະ ສະມາຄົມ​ວິ​ສາ​ຫະກິດ ​ໄທ - ຫວຽດນາມ ປະຈຳ ​ໄທ.

ໜຶ່ງໃນບັນດາຈຸດ​ພົ້ນ​ເດັ່ນ​ຂອງ​ກອງ​ປະຊຸມ​ແມ່ນ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ (MOU) ລະຫວ່າງ​ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ລາວ (AVILA) ​ແລະ ສະມາຄົມ​ວິ​ສາ​ຫະກິດ ​ໄທ - ຫວຽດນາມ ປະຈຳ ​ໄທ (BAOTV).... ສັນຍາ​ດັ່ງກ່າວ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ, ໜູນ​ຊ່ວຍ​ການ​ເຊື່ອມ​ໂຍງ, ​ເປີດ​ກວ້າງ​ເຄືອ​ຂ່າຍ​ການ​ບໍລິ​ໂພ​ກຂອງ​ບັນດາ​ຜະລິດ​ຕະພັນ​ຫວຽດນາມ ຢູ່​ຕະຫຼາດ​ສາກົນ.

​ສູນກາງແນວ​ໂຮມ​ປະ​ເທດ​​ຫວຽດ​ນາມ ເຊີດຊູຕົວແທນ​ພີ່ນ້ອງ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດທີ່ດີເດັ່ນ 8 ກົມກອງລວມໝູ່ ແລະ 18 ບຸກຄົນ

​ສູນກາງແນວ​ໂຮມ​ປະ​ເທດ​​ຫວຽດ​ນາມ ເຊີດຊູຕົວແທນ​ພີ່ນ້ອງ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດທີ່ດີເດັ່ນ 8 ກົມກອງລວມໝູ່ ແລະ 18 ບຸກຄົນ

ຍສໝ - ຕອນ​ເຊົ້າ​ວັນ​ທີ 19 ມັງກອນ 2025, ພີ່ນ້ອງ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ 8 ກົມກອງລວມໝູ່ ແລະ 18 ບຸກຄົນ ໄດ້ຮັບການຍ້ອງຍໍຈາກ ຄະນະ​ບໍລິຫານ​ງານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຍ້ອນ​ໄດ້ມີ​ປະກອບສ່ວນ​ຢ່າງແທດຈິງ​ເຂົ້າ​ໃນວຽກງານ​ສ້າງສາ ​, ເຕົ້າ​ໂຮມ ​ແລະ ສາມັກຄີວົງຄະນະຍາດ.

ວັນ​ເຝີ ຫວຽດ​ນາມ ຢູ່ ອາ​ຟຼິກ​ກາໃຕ້ ປະ​ກອບ​ສ່ວນ​ໂຄ​ສະ​ນາ​ອາ​ຫານ​ການ​ກິນຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ ອາ​ຟຼິກ​ກາ​ໃຕ້

ວັນ​ເຝີ ຫວຽດ​ນາມ ຢູ່ ອາ​ຟຼິກ​ກາໃຕ້ ປະ​ກອບ​ສ່ວນ​ໂຄ​ສະ​ນາ​ອາ​ຫານ​ການ​ກິນຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ ອາ​ຟຼິກ​ກາ​ໃຕ້

ຍສໝ - ວັນເຝີ ຫວຽດນາມ ຢູ່ ອາຟຼິກກາໃຕ້ ປີ 2024, ໄດ້ດຳເນີນຢູ່ເຂດຕະຫຼາດອາຫານການກິນ Hazel Food Market ທີ່ມີຊື່ສຽງຂອງນະຄອນຫຼວງ Pretoria. ນີ້ແມ່ນປີທີ 2 ຢ່າງລຽນຕິດເຫດການນີ້ໄດ້ຈັດຂຶ້ນຢູ່ປະເທດ ອາຟຼິກກາໃຕ້, ໂດຍມີການເຂົ້າຮ່ວມຂອງປະຊາຊົນປະເທດປະຈຳຖິ່ນເປັນຈຳນວນຫຼາຍ.

ມີງດຶກ

ເຫດການ