ສະມາຄົມມິດຕະພາບຫວຽດນາມ - Azerbaijan ໄດ້ມອບອຸປະກອນການແພດ ເພື່ອຊ່ວຍເຫຼືອປະຊາຊົນ Azerbaijan

19:08 | 30/04/2020

ຍສໝ - ເມື່ອບໍ່ດົນມານີ້ , ຜູ້ຕາງໜ້າສະມາຄົມມິດຕະພາບຫວຽດນາມ - Azerbaijan ໄດ້ຢ້ຽມຢາມສະຖານທູດ Azerbaijan ປະຈຳ ຫວຽດນາມ, ເພື່ອມອບຜ້າບັງປາກ ຈຳນວນ 10.000 ແຜ່ນ ເພື່ອສະໜັບສະໜູນປະຊາຊົນ Azerbaijan ໃນການຕໍ່ສູ້ຕ້ານການລະບາດຂອງພະຍາດ COVID-19.

ສະມາຄ ມມ ດຕະພາບຫວຽດນາມ azerbaijan ໄດ ມອບອ ປະກອນການແພດ ເພ ອຊ ວຍເຫ ອປະຊາຊ ນ azerbaijan ສະມາຄົມມິດຕະພາບຫວຽດນາມ - ອິນເດຍ ໄດ້ມອບຜ້າອັດປາກ 100.000 ອັນ ໃຫ້ແກ່ປະຊາຊົນໃນປະເທດອິນເດຍ
ສະມາຄ ມມ ດຕະພາບຫວຽດນາມ azerbaijan ໄດ ມອບອ ປະກອນການແພດ ເພ ອຊ ວຍເຫ ອປະຊາຊ ນ azerbaijan ສະມາຄົມມິດຕະພາບຫວຽດນາມ - ລາວ ໃນກໍາລັງຕໍາຫຼວດປະຊາຊົນຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ ລາວ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງ Covid – 19

ພາຍຫຼັງການໄດ້ຮັບຂໍ້ມູນຈາກສະຖານທູດ Azerbaijan ປະຈຳ ຫວຽດນາມ ວ່າ, ມີພົນລະເມືອງ Azerbaijan 3 ຄົນ ຖືກຕິດຄ້າງໄວ້ຢູ່ເກາະ ຝູກ໋ວກ (ຫວຽດນາມ) ແລະ ບໍ່ມີວຽກເຮັດງານທຳ ຍ້ອນການລະບາດຂອງພະຍາດ COVID-19, ສະມາຄົມມິດຕະພາບຫວຽດນາມ - Azerbaijan ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກສະມາຄົມ, ກໍ່ຄືນັກສຶກສາທີ່ເຄີຍໄປຮຽນຢູ່ປະເທດ Azerbaijan ເຂົ້າຮ່ວມການໜູນຊ່ວຍ. ພາຍຫຼັງພຽງ 2 ມື້, ກອງທຶນໜູນຊ່ວຍຂອງສະມາຄົມໄດ້ຮັບເງິນຫຼາຍກວ່າ 80 ລ້ານດົ່ງ.

ສະມາຄ ມມ ດຕະພາບຫວຽດນາມ azerbaijan ໄດ ມອບອ ປະກອນການແພດ ເພ ອຊ ວຍເຫ ອປະຊາຊ ນ azerbaijan
ທ່ານ Anar Imanov - ເອກອັກຄະລັດຖະທູດ Azerbaijan ປະຈຳຫວຽດນາມ ໄດ້ຮັບຂອງຂວັນ ໂດຍສະມາຄົມມິດຕະພາບຫວຽດນາມ - Azerbaijan. (ພາບ: thoidai.com.vn)

ສະມາຄົມມິດຕະພາບຫວຽດນາມ - Azerbaijan ຕັດສິນໃຈບໍລິຈາກເງິນຈຳນວນ 25 ລ້ານດົ່ງ ເພື່ອສະໜັບສະໜູນ ພົນລະເມືອງ Azerbaijan 3 ຄົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ເກາະ ຝູກ໋ວກ. ສ່ວນທີ່ຍັງເຫຼືອໄດ້ສະມາຄົມມິດຕະພາບຫວຽດນາມ - Azerbaijan ນຳໃຊ້ຊື້ຜ້າບັງປາກ ຈຳນວນ 10.000 ແຜ່ນ ເພື່ອສົ່ງໄປປະເທດ Azerbaijan, ສະໜັບສະໜູນປະຊາຊົນຂອງປະເທດ Azerbaijan ຕໍ່ສູ້ກັບການລະບາດຂອງພະຍາດ COVID-19, ໂດຍຮັບຮອງເອົາຜ່ານສະຖານທູດ Azerbaijan ປະຈຳ ຫວຽດນາມ.

ຕາງໜ້າໃຫ້ສະມາຊິກສະມາຄົມມິດຕະພາບຫວຽດນາມ - Azerbaijan ແລະ ອະດີດນັກສຶກສາທີ່ເຄີຍໄປຮຽນຢູ່ປະເທດ Azerbaijan, ທ່ານ ຫງຽມວຸຂາຍ ໄດ້ແບ່ງປັນວ່າ: “ຂອງຂວັນໜູນຊ່ວຍແມ່ນນ້ອຍ ແຕ່ສະແດງໃຫ້ເຫັນຄວາມຮັກແພງຂອງພວກເຮົາຕໍ່ປະຊາຊົນ ແລະ ປະເທດ Azerbaijan".

ສະມາຄ ມມ ດຕະພາບຫວຽດນາມ azerbaijan ໄດ ມອບອ ປະກອນການແພດ ເພ ອຊ ວຍເຫ ອປະຊາຊ ນ azerbaijan
ທ່ານ Anar Imanov ໃຫ້ຮູ້ວ່າຮູ້ສຶກມີຄວາມປອດໄພ ທີ່ຈະອາໄສຢູ່ປະເທດຫວຽດນາມ. (ພາບ: thoidai.com.vn)

ທ່ານ Anar Imanov - ເອກອັກຄະລັດຖະທູດ Azerbaijan ປະຈຳຫວຽດນາມ ໄດ້ຂໍສະແດງຄວາມຂອບອົກຂອບໃຈມາຍັງສະມາຄົມມິດຕະພາບຫວຽດນາມ - Azerbaijan, ກໍ່ຄືບັນດານັກສຶກສາຫວຽດນາມທີ່ໄດ້ຮໍ່າຮຽນຢູ່ປະເທດ Azerbaijan ດ້ວຍການຊ່ວຍເຫຼືອແທດກັບຕົວຈິງ ແລະ ທັນການ.

ທ່ານ Anar Imanov ເອກອັກຄະລັດຖະທູດ Azerbaijan ປະຈຳຫວຽດນາມ ໃຫ້ຮູ້ວ່າ, ຄວາມມິດຕະພາບລະຫວ່າງຫວຽດນາມ ແລະ Azerbaijan ໄດ້ຜ່ານຜ່າຫລາຍປີ, ດ້ວຍການເພີ່ມພຸນຄຸນສ້າງຂອງຫລາຍລຸ້ນຄົນ.

ທ່ານ Anar Imanov ໄດ້ກ່າວວ່າ: "ອຸປະກອນການແພດໃນການສະໜັບສະໜູນໃນຄັ້ງນີ້ ສືບຕໍ່ເປັນຂີດໝາຍທີ່ສ່ອງແສງໃຫ້ເຫັນເຖິງ ຄວາມມິດຕະພາບລະຫວ່າງສອງຊາດ ແລະ ປະຊາຊົນສອງປະເທດ. ຂ້າພະເຈົ້າເຊື່ອໝັ້ນວ່າ ຄວາມມິດຕະພາບນີ້ຈະຍືນຍົງຕະຫຼອດໄປ".

ແບ່ງປັນກັບວາລະສານ ຍຸກສະໄໝ, ທ່ານ Anar Imanov - ເອກອັກຄະລັດຖະທູດປະເທດ Azerbaijan ໄດ້ຕີລາຄາສູງບັນດາການກະທຳ, ມາດຕະການຂອງລັດຖະບານຫວຽດນາມ ໃນການປ້ອງກັນ, ຄວບຄຸມພະຍາດ COVID-19. "ບໍ່ພຽງແຕ່ສຳລັບຂ້າພະເຈົ້າເທົ່ານັ້ນ, ແຕ່ຍັງສຳລັບປະຊາຊົນຫຼາຍຄົນ, ຫວຽດນາມ ແມ່ນແບບຢ່າງ ໃນການປ້ອງກັນການລະບາດພະຍາດ COVID-19 ຢ່າງສຳເລັດຜົນ. ຂ້າພະເຈົ້າຮູ້ສຶກມີຄວາມປອດໄພ ທີ່ຈະອາໄສຢູ່ປະເທດນີ້.”

ສະມາຄ ມມ ດຕະພາບຫວຽດນາມ azerbaijan ໄດ ມອບອ ປະກອນການແພດ ເພ ອຊ ວຍເຫ ອປະຊາຊ ນ azerbaijan ບົດບາດຂອງແນວຮົບການທູດ ໄດ້ປະກອບສ່ວນເຂົ້າໃນໄຊຊະນະຄັ້ງປະຫວັດສາດ ວັນທີ 30 ເມສາ 1975

ຍສໝ - ວັນທີ 28 ເມສາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ແຕ່ສົນທິສັນຍາ Paris ກ່ຽວກັບ ຫວຽດນາມ ຈົນເຖິງມະຫາໄຊລະດູບານໃໝ່ປີ 1975: ບົດບາດຂອງແນວໂຮມທາງການທູດປະກອບສ່ວນເຂົ້າໄຊຊະນະປະຫວັດສາດ ວັນທີ 30 ເມສາ”.

ສະມາຄ ມມ ດຕະພາບຫວຽດນາມ azerbaijan ໄດ ມອບອ ປະກອນການແພດ ເພ ອຊ ວຍເຫ ອປະຊາຊ ນ azerbaijan ໜັງສືພິມເຢຍລະມັນ ຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ

ຍສໝ - ໜັງສືພິມ Spiegel ໄດ້ມີບົດຂຽນຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ. ບົດຂຽນໄດ້ຕີລາຄາເລື່ອງລັດຖະບານຫວຽດນາມ ໄດ້ໂຍະຍານບັນດາມາດຕະການແຍກຫ່າງໃນສັງຄົມ ທີ່ນຳໃຊ້ແຕ່ວັນທີ 01 ເມສາ, ໄດ້ຊີ້ໃຫ້ເຫັນວ່າຫວຽດນາມ ສາມາດຄວບຄຸມສະພາບການໄດ້ເປັນຢ່າງດີ.

ສະມາຄ ມມ ດຕະພາບຫວຽດນາມ azerbaijan ໄດ ມອບອ ປະກອນການແພດ ເພ ອຊ ວຍເຫ ອປະຊາຊ ນ azerbaijan ອົງການອະນາໄມໂລກ WHO ສະແດງຄວາມຂອບໃຈການຊ່ວຍເຫຼືອຂອງຫວຽດນາມ ໃນການຕໍ່ສູ້ກັບພະຍາດ Covid-19

ຍສໝ - ເມື່ອບໍ່ດົນມານີ້ , ຢູ່ Geneva, ທ່ານ Tedros Adhanom Ghebreyesus - ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ WHO ໄດ້ສະແດງຄວາມຂອບໃຈ ສຳຫຼັບການຊ່ວຍເຫຼືອຂອງຫວຽດນາມ, ບັນດາປະເທດ, ອົງການຈັດຕັ້ງ ແລະ ບຸກຄົນຕ່າງໆ ໃນແຜນຍຸດທະສາດການຕອບໂຕ້ ແລະ ການກະກຽມດ້ານຍຸດທະສາດຂອງ WHO ໃນການຕໍ່ສູ້ກັບການລະບາດຂອງພະຍາດ ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.