ສະມາຄົມມິດຕະພາບຫວຽດນາມ - ອິນເດຍ ໄດ້ມອບຜ້າອັດປາກ 100.000 ອັນ ໃຫ້ແກ່ປະຊາຊົນໃນປະເທດອິນເດຍ

17:38 | 21/04/2020

ຍສໝ - ໃນຕອນບ່າຍຂອງວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນແມ້ງຮູ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ, ປະທານສະມາຄົມມິດຕະພາບຫວຽດນາມ - ອິນເດຍ ໄດ້ມອບຜ້າອັດປາກ 100.000 ອັນ ໃຫ້ແກ່ສະຖານທູດອິນເດຍປະຈຳຫວຽດນາມ ເພື່ອສະໜັບສະໜູນປະຊາຊົນ ອິນເດຍ ປ້ອງກັນ ແລະ ຄວບຄຸມ ໂລກພະຍາດ COVID-19.    

ສະມາຄ ມມ ດຕະພາບຫວຽດນາມ ອ ນເດຍ ໄດ ມອບຜ າອ ດປາກ 100 000 ອ ນ ໃຫ ແກ ປະຊາຊ ນໃນປະເທດອ ນເດຍ ສະມາຄົມມິດຕະພາບຫວຽດນາມ - ລາວ ໃນກໍາລັງຕໍາຫຼວດປະຊາຊົນຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ ລາວ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງ Covid – 19
ສະມາຄ ມມ ດຕະພາບຫວຽດນາມ ອ ນເດຍ ໄດ ມອບຜ າອ ດປາກ 100 000 ອ ນ ໃຫ ແກ ປະຊາຊ ນໃນປະເທດອ ນເດຍ ​ເຊື້ອ​ພະຍາດ​ໂຄ​ໂຣນາ ສາ​ຍພັນ​ໃໝ່ ຫລື ​ໂຄ​ວິດ-19 ອາດຈະ​ ເຮັດ​ໃຫ້​ ສາຍ​ການບິນ​ ທົ່ວ​ໂລກ​ ​ເສຍ​ຫາຍ ​ສູງ​ທີ່​ສຸດ ​ເຖິງ 63.000- 113.000 ລ້ານ​ໂດ​ລາ ​ສະຫະ​ລັ
ສະມາຄ ມມ ດຕະພາບຫວຽດນາມ ອ ນເດຍ ໄດ ມອບຜ າອ ດປາກ 100 000 ອ ນ ໃຫ ແກ ປະຊາຊ ນໃນປະເທດອ ນເດຍ
ທ່ານ ຫງວຽນແມ້ງຮູ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ, ປະທານສະມາຄົມມິດຕະພາບຫວຽດນາມ - ອິນເດຍ ໄດ້ມອບຜ້າອັດປາກ 100.000 ອັນ ໃຫ້ແກ່ສະຖານທູດອິນເດຍປະຈຳຫວຽດນາມ ເພື່ອສະໜັບສະໜູນປະຊາຊົນ ອິນເດຍ ປ້ອງກັນ ແລະ ຄວບຄຸມ ໂລກພະຍາດ COVID-19.

ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນແມ້ງຮຸ່ງ ປະທານສະມາຄົມມິດຕະພາບຫວຽດນາມ - ອິນເດຍ ໃຫ້ຮູ້ວ່າ, ສາຍພົວພັນມິດຕະພາບ ຫວຽດນາມ - ອິນເດຍ ທີ່ມີມາແຕ່ດົນນານແລ້ວ, ແມ່ນຮາກຖານໃນການພົວພັນດ້ານວັດທະນະທຳ, ການຄ້າ, ສາສະໜາສັນຕິພາບເມື່ອ 2000 ກວ່າປີກ່ອນ. ມາຮອດປັດຈຸບັນ, ໃນທຸກຂົງເຂດຂອງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນຈົນເຖິງຄວາມໝັ້ນຄົງ, ປ້ອງກັນປະເທດ, ວິທະຍາສາດ, ເຕັກໂນໂລຢີ, ວັດທະນະທຳ ແລະການສຶກສາ ໄດ້ພັດທະນາຢ່າງວ່ອງໄວ.

ດ້ວຍຄວາມປາດຖະໜາຢາກແບ່ງປັນ ແລະ ປະກອບສ່ວນເລັກນ້ອຍໃຫ້ແກ່ປະຊາຊົນອິນເດຍ ເພື່ອປ້ອງກັນໂລກລະບາດ COVID-19, ສະມາຄົມມິດຕະພາບຫວຽດນາມ - ອິນເດຍໄດ້ລະດົມບັນດາວິສາຫະກິດໃນຂະແໜງຖະແຫຼງຂ່າວ ແລະ ສື່ສານ ໜູນຊ່ວຍຜ້າອັດປາກ 100.000 ອັນ ໃຫ້ແກ່ປະຊາຊົນ ອິນເດຍ.

ສະມາຄົມມິດຕະພາບຫວຽດນາມ - ອິນເດຍ ໄດ້ສ້າງຕັ້ງຂຶ້ນໃນປີ 1982 ໄດ້ເສີມຂະຫຍາຍບົດບາດດ້ານການທູດປະຊາຊົນຂອງຕົນເປັນຢ່າງດີ, ປະກອບສ່ວນຮັດແໜ້ນ ສາຍພົວພັນມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ. ຄວາມສາມັກຄີອັນເປັນມູນເຊື້ອ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມິດຕະພາບຫວຽດນາມ - ອິນເດຍໄດ້ຮັບການທົດສອບ ແລະ ເພີ່ມພຸນຄູນສ້າງ ໃນຫຼາຍໄລຍະ, ໃນສັນຕິພາບ ແລະ ສົງຄາມ, ໂດຍສະເພາະແມ່ນໃນສະພາບຫຍຸ້ງຍາກ ແລະ ວິກິດການ.

ໂດຍໄດ້ຮັບຂອງຂວັນດັ່ງກ່າວ, ທ່ານ Pranay Verma ເອກອັກຄະລັດຖະທູດອິນເດຍປະຈຳ ຫວຽດນາມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະມາຄົມມິດຕະພາບຫວຽດນາມ - ອິນເດຍ. ທ່ານເອກອັກຄະລັດຖະທູດອິນເດຍ ກໍ່ໄດ້ກ່າວວ່າ, ອິນເດຍ ແລະ ຫວຽດນາມໄດ້ປະຕິບັດມາດຕະການຢ່າງຄົບຖ້ວນ ແລະ ຮອບດ້ານ - ໂດຍການຕິດຕາມກວດກາ ແລະ ຄວບຄຸມ, ຫຼືຜ່ານຊຸດສະຫວັດດີການດ້ານເສດຖະກິດ ແລະ ການກະກຽມດ້ານການແພດ - ເພື່ອຮັບປະກັນວ່າພະຍາດຕິດແປດບໍ່ມີຜົນກະທົບທີ່ຍືນຍົງຕໍ່ສັງຄົມ ແລະ ພື້ນຖານເສດຖະກິດ, ໂດຍສະເພາະຕໍ່ຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດ. ໃນໄລຍະນີ້, ທັງອິນເດຍ ແລະ ຫວຽດນາມໄດ້ຮັກສາການຕິດຕໍ່ຢ່າງໃກ້ຊິດເພື່ອແລກປ່ຽນມາດຕະການຄວບຄຸມພະຍາດ.

ສະມາຄ ມມ ດຕະພາບຫວຽດນາມ ອ ນເດຍ ໄດ ມອບຜ າອ ດປາກ 100 000 ອ ນ ໃຫ ແກ ປະຊາຊ ນໃນປະເທດອ ນເດຍ ນັກ​ຊ່ຽວ​ຊານ​ອົດ​ສະ​ຕາ​ລີ: ການກະທຳຂອງ ຈີນແມ່ນການກະທຳເກາະຜິດ

ຍສໝ - ທ່ານສາດສະດາຈານ Carl Thayer ມະຫາວິທະຍາໄລ New South Wales ປະເທດອົດສະຕາລີ ໄດ້ຢັ້ງຢືນວ່າ ເລື່ອງ ຈີນປະກາດ ສ້າງຕັ້ງອັນທີ່ໄດ້ເອີ້ນວ່າ ເມືອງ ຊີຊາ ແລະ ເມືອງ ໜານຊາ ຢູ່ນະຄອນ ຕາມຊາ ແມ່ນການກະທຳເກາະຜິດ.

ສະມາຄ ມມ ດຕະພາບຫວຽດນາມ ອ ນເດຍ ໄດ ມອບຜ າອ ດປາກ 100 000 ອ ນ ໃຫ ແກ ປະຊາຊ ນໃນປະເທດອ ນເດຍ ຄະນະກຳມະການປະຊາຊົນເມືອງຮ່ວາງຊາ, ນະຄອນດ່ານັ້ງ ສສ.ຫວຽດນາມ ຄັດຄ້ານເລື່ອງຈີນ ຖະແຫຼງສ້າງຕັ້ງ ເມືອງຊີຊາ ແລະ ເມືອງໜານຊາ

ຍສໝ - ຄະນະກຳມະການປະຊາຊົນເມືອງ ຮ່ວາງຊາ ຄັດຄ້ານຢ່າງຮຸນແຮງ ແລະ ຮຽກຮ້ອງໃຫ້ຈີນ ລົບລ້າງຂໍ້ຕົກລົງທີ່ຜິດພາດ, ຢຸດຕິບັນດາການກະທຳຜິດກົດໝາຍຢູ່ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ຂອງຫວຽດນາມ ໂດຍທັນທີ.

ສະມາຄ ມມ ດຕະພາບຫວຽດນາມ ອ ນເດຍ ໄດ ມອບຜ າອ ດປາກ 100 000 ອ ນ ໃຫ ແກ ປະຊາຊ ນໃນປະເທດອ ນເດຍ ຫວຽດ​ນາມ​​ຮຽກ​ຮ້ອງ​ຈີນ​ຈົ່ງ​ລົບ​ລ້າງ​ການ​ສ້າງ​ຕັ້ງ​ອັນ​ທີ່​ເອີ້​ນວ່າ ເມືອງຊີຊາ ແລະ ເມືອງ ໜານຊາ

ຍສໝ - ຫວຽດນາມໄດ້ຢັ້ງຢືນຢ່າງແຮງເປັນຫຼາຍເທື່ອແລ້ວວ່າ ຫວຽດນາມ ມີພະຍານຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນ ອະທິປະໄຕຂອງ ຫວຽດນາມ ທີ່ມີ ຕໍ່ 2 ໝູ່ເກາະເຈືອງຊາ, ຮ່ວາງຊາເຊິ່ງສອດຄອງກັບກົດໝາຍສາກົນ.

ໄຊພອນ

302 Found

Found

The document has moved here.