ຊຸກຍູ້ສາຍພົວພັນການຮ່ວມມື ຫວຽດນາມ - Azerbaijan ໃນຂົງເຂດພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ

14:18 | 06/05/2026

ຍສໝ​ - ການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - Azerbaijan ແມ່ນພື້ນຖານເພື່ອໃຫ້ສອງປະເທດເພີ່ມທະວີການຮ່ວມມືໃນບັນດາຂົງເຂດມູນເຊື້ອ, ກໍຄືບັນດາຂົງເຂດໃໝ່, ລວມທັງວຽກງານພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ.

ອາຊຽນ ຕີລາຄາສູງຕໍ່ບົດຮຽນຂອງ ຫວຽດນາມ ກ່ຽວກັບການຍົກສູງຂີດຄວາມສາມາດໃນການເຝິກອົບຮົມຮັກສາສັນຕິພາບ
ຫວຽດນາມ ເຂົ້າຮ່ວມເວທີປຶກສາຫາລືສາກົນ ການສົນທະນາ ເຢເຣວານ 2026 ຢູ່ Armenia
ຊຸກຍູ້ສາຍພົວພັນການຮ່ວມມື ຫວຽດນາມ - Azerbaijan ໃນຂົງເຂດພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ
ທ່ານນາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ (Lê Thị Thu Hằng) ຕ້ອນຮັບຄະນະປະຕິບັດງານ ຄະນະກໍາມະການແຫ່ງລັດ ກ່ຽວກັບຄົນ Azerbaijan ຢູ່ຕ່າງປະເທດ ໂດຍແມ່ນທ່ານ Fuad Muradov, ປະທານຄະນະກໍາມະການ ເປັນຫົວໜ້າຄະນະ - ພາບ: ຄະນະກໍາມະການແຫ່ງລັດ ກ່ຽວກັບຄົນ ຫວຽດນາມ ຢູ່ຕ່າງປະເທດ

ວັນທີ 05/5, ຢູ່ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ (Lê Thị Thu Hằng) ໄດ້ຕ້ອນຮັບຄະນະປະຕິບັດງານ ຄະນະກຳມະການແຫ່ງລັດ ກ່ຽວກັບຄົນ Azerbaijan ຢູ່ຕ່າງປະເທດ ໂດຍແມ່ນທ່ານ Fuad Muradov, ປະທານຄະນະກຳມະການ ເປັນຫົວໜ້າຄະນະ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 02 - 05/5.

ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ເນັ້ນໜັກວ່າ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນ, ປະກອບສ່ວນເຂົ້າໃນການຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງລະຫວ່າງການນຳສອງປະເທດຢ່າງຮອບດ້ານ ແລະ ມີປະສິດທິຜົນ, ໂດຍສະເພາະແມ່ນພາຍຫຼັງການຢ້ຽມຢາມ Azerbaijan ຂອງທ່ານເລຂາທິການໃຫຍ່ ໂຕເລິມ (Tô Lâm) ໃນເດືອນພຶດສະພາ 2025.

ທ່ານປະທານ Fuad Muradov ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນໃນຍຸດທະສາດການຂະຫຍາຍການເຊື່ອມຕໍ່ສາຍພົວພັນກັບບັນດາປະເທດໃນພາກພື້ນ ເອີຣົບ - ອາຊີ ຂອງ Azerbaijan; ສະແດງຄວາມປະທັບໃຈຕໍ່ກັບປະເທດຊາດ, ຜູ້ຄົນ, ໂດຍສະເພາະແມ່ນການພັດທະນາຢ່າງວ່ອງໄວ ແລະ ຂະຫຍັນຂັນເຄື່ອນຂອງພື້ນຖານເສດຖະກິດ ຫວຽດນາມ. ທ່ານໃຫ້ຮູ້ວ່າ Azerbaijan ຍາມໃດກໍໃຫ້ຄວາມສຳຄັນຕໍ່ວຽກງານໜູນຊ່ວຍພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ, ແນໃສ່ບຳລຸງສ້າງຄວາມຮັກບ້ານເກີດເມືອງນອນ, ເພີ່ມທະວີຄວາມສາມັກຄີພາຍໃນຊາດ ແລະ ຮັກສາເອກະລັກ, ພາສາຂອງ Azerbaijan ໃນປະຊາຄົມ.

ທ່ານ Fuad Muradov ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບວຽກງານຂອງ ຄະນະກຳມະການແຫ່ງລັດ ກ່ຽວກັບຄົນ Azerbaijan ຢູ່ຕ່າງປະເທດ ໃນໄລຍະຜ່ານມາ ແລະ ສະເໜີບາງໂຄງການ, ແຜນການຮ່ວມມືກັບ ຫວຽດນາມ ໃນຂົງເຂດນີ້ໃນຕໍ່ໜ້າ, ທັງສະແດງຄວາມເຊື່ອໝັ້ນວ່າດ້ວຍຄວາມມານະພະຍາຍາມຂອງທັງສອງຝ່າຍ, ສາຍພົວພັນການຮ່ວມມື ຫວຽດນາມ - Azerbaijan ຈະໄດ້ຮັບການຊຸກຍູ້ຢ່າງແຂງແຮງໃນທຸກຂົງເຂດ, ສົມຄູ່ກັບທ່າແຮງ ແລະ ຈຸດແຂງຂອງທັງສອງຝ່າຍ.

ຊຸກຍູ້ສາຍພົວພັນການຮ່ວມມື ຫວຽດນາມ - Azerbaijan ໃນຂົງເຂດພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ
ພາບລວມຂອງການເຮັດວຽກ.

ໃນການເຮັດວຽກ, ທ່ານ ຫງວຽນຈຸງກຽນ (Nguyễn Trung Kiên), ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຄົນ ຫວຽດນາມ ຢູ່ຕ່າງປະເທດ ເນັ້ນໜັກວ່າ ປະຊາຄົມຄົນ ຫວຽດນາມ ຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກຊາດໄດ້ ແລະ ແມ່ນແຫຼ່ງພະລັງທີ່ສຳຄັນທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ເພີ່ມທະວີສາຍພົວພັນການຕ່າງປະເທດ. ຫວຽດນາມ ຍຶດໝັ້ນນະໂຍບາຍໜູນຊ່ວຍປະຊາຄົມຄົນ ຫວຽດນາມ ຢູ່ຕ່າງປະເທດ ໃຫ້ນັບມື້ນັບຂະຫຍາຍຕົວ, ເຊື່ອມໂຍງເຂົ້າກັບສັງຄົມຂອງປະເທດທີ່ອາໄສຢູ່ເປັນຢ່າງດີ, ປະກອບສ່ວນເຂົ້າໃນສາຍພົວພັນການຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະ ບັນດາປະເທດ, ກໍຄືການມຸ່ງໄປຫາບ້ານເກີດເມືອງນອນ.

ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ເນັ້ນໜັກວ່າ ສາຍພົວພັນ ຫວຽດນາມ - Azerbaijan ໄດ້ຮັບການຮັກສາ ແລະ ປັບປຸງບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະດັບສູງ ແລະ ການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ແມ່ນພື້ນຖານເພື່ອໃຫ້ສອງປະເທດເພີ່ມທະວີການຮ່ວມມືໃນບັນດາຂົງເຂດມູນເຊື້ອ, ກໍຄືບັນດາຂົງເຂດໃໝ່, ລວມທັງວຽກງານພີ່ນ້ອງຮ່ວມຊາດ; ຢືນຢັນວ່າ ກະຊວງການຕ່າງປະເທດ ຫວຽດນາມ ຈະສືບຕໍ່ປະສານສົມທົບຢ່າງໃກ້ຊິດກັບ ກະຊວງການຕ່າງປະເທດ Azerbaijan ແລະ ບັນດາອົງການທີ່ມີໜ້າທີ່ຂອງສອງປະເທດ ຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຂອງການນຳສອງພັກ, ສອງລັດຢ່າງຂຸ້ນຂ້ຽວ, ເຮັດໃຫ້ສາຍພົວພັນສອງຝ່າຍເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນ ໃນບັນດາຂົງເຂດທີ່ທັງສອງຝ່າຍມີທ່າແຮງ.

ທັງສອງຝ່າຍເຫັນດີເປັນເອກະພາບວ່າ ໃນສະເພາະໜ້ານີ້ ຈຳເປັນຕ້ອງຮີບຮ້ອນປະສານສົມທົບຫັນກຽມບັນດາກິດຈະກຳແລກປ່ຽນຄະນະຜູ້ແທນ, ການພົບປະລະດັບສູງ, ກໍຄືບັນດາເຫດການ, ກິດຈະກຳແລກປ່ຽນວັດທະນະທຳ ແລະ ສິລະປະ ຢ່າງຮອບຄອບໃນປີ 2026. ກ່ຽວກັບການຮ່ວມມືໃນຂົງເຂດພີ່ນ້ອງຮ່ວມຊາດ, ທັງສອງຝ່າຍໄດ້ຕົກລົງເປັນເອກະພາບຮ່ວມກັນຄົ້ນຄວ້າສ້າງຕັ້ງກົນໄກປະສານງານລະຫວ່າງ ຄະນະກຳມະການແຫ່ງລັດ ກ່ຽວກັບຄົນ ຫວຽດນາມ ຢູ່ຕ່າງປະເທດ ແລະ ຄະນະກຳມະການແຫ່ງລັດ ກ່ຽວກັບຄົນ Azerbaijan ຢູ່ຕ່າງປະເທດ, ເສີມຂະຫຍາຍບົດບາດຂອງປະຊາຄົມພີ່ນ້ອງຮ່ວມຊາດຂອງສອງປະເທດໃນຖານະເປັນຂົວຕໍ່ແຫ່ງມິດຕະພາບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີສາຍພົວພັນສອງຝ່າຍໃນຕໍ່ໜ້າ.

ເສີມຂະຫຍາຍບົດບາດຂອງສື່ມວນຊົນປະຕິວັດ - ກຳລັງແນວໜ້າໃນການປົກປັກຮັກສາຮາກຖານແນວຄິດຂອງພັກໃນຍຸກສະໄໝໃໝ່ ເສີມຂະຫຍາຍບົດບາດຂອງສື່ມວນຊົນປະຕິວັດ - ກຳລັງແນວໜ້າໃນການປົກປັກຮັກສາຮາກຖານແນວຄິດຂອງພັກໃນຍຸກສະໄໝໃໝ່

ຍສໝ - ໃນຍຸກສະໄໝແຫ່ງການບືນຕົວຂຶ້ນ, ພ້ອມກັບການຂະຫຍາຍຕົວຢ່າງແຂງແຮງຂອງສື່ສານດີຈີຕອນ, ສື່ມວນຊົນປະຕິວັດ ຫວຽດນາມ ຈຳເປັນຕ້ອງເສີມຂະຫຍາຍບົດບາດເປັນກຳລັງແນວໜ້າ, ແມ່ນອາວຸດທາງດ້ານແນວຄິດທີ່ແຫຼມຄົມຂອງພັກ ແລະ ລັດ ໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນ ແລະ ຕອບໂຕ້ບັນດາຖ້ອຍທຳນອງທີ່ບິດເບືອນຂອງບັນດາກຳລັງປໍລະປັກ.

ວິສາຫະກິດປ້ອງກັນຊາດ ຕວກກີ ປາດຖະໜາຢາກຂະຫຍາຍການຮ່ວມມືກັບ ຫວຽດນາມ ວິສາຫະກິດປ້ອງກັນຊາດ ຕວກກີ ປາດຖະໜາຢາກຂະຫຍາຍການຮ່ວມມືກັບ ຫວຽດນາມ

ຍສມ - ຜູ້ນຳກຸ່ມບໍລິສັດ MKE ແລະ Aselsan ຂອງ ຕວກກີ ປາດຖະໜາຢາກຂະຫຍາຍການຮ່ວມມືກັບບັນດາວິສາຫະກິດປ້ອງກັນຊາດ ຫວຽດນາມ ໃນຂົງເຂດທີ່ມີທ່າແຮງ ແລະ ມີລັກສະນະຍຸດທະສາດໃນຕໍ່ໜ້າ.

ອ່ານຫຼາຍທີ່ສຸດ