ຊຸກຍູ້​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - Azerbaijan

16:44 | 21/07/2022

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ປະທານ​ກຸ່ມ​ສະມາຊິກ​ລັດ​ຖະ​ສ​ະ​ພາ​ມິດຕະພາບ ຫວຽດນາມ - Azerbaijan ຫງວຽນ​ແມ້ງ​ເກື່ອງ ​ໄດ້​ສ​ະ​ແດງ​ຄວາມ​ຊົມ​ເຊີຍ​​ທ່ານ​ເອກ​ອັກຄະ​ລັດຖະທູດ Azerbaijan Anar Imanov ທີ່​ໄດ້ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ດີເລີດໃນ​ໄລຍະ​ເຮັດ​ວຽກ​ຢູ່​ຫວຽດນາມ; ທ່ານຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ອັນ​ຕັ້ງໜ້າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ໃນ​ການ​ພົວພັນ​ມິດຕະພາບ​ຫວຽດນາມ - Azerbaijan.

ຊຸກຍູ້​ອະນາຄົດ​ແຫ່ງການ​ພົວ​ພັນ​ຮ່ວມ​ມື​ລະຫວ່າງ​ທະນາຄານ​ໂລກ ​ແລະ ຫວຽດນາມ ຊຸກຍູ້​ອະນາຄົດ​ແຫ່ງການ​ພົວ​ພັນ​ຮ່ວມ​ມື​ລະຫວ່າງ​ທະນາຄານ​ໂລກ ​ແລະ ຫວຽດນາມ
ການ​ພົວພັນ​ແບບ​ພິ​ເສດ ​ຫວຽດນາມ - ລາວ ​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ໃນ​ປະຫວັດສາດ​ໂລກ ການ​ພົວພັນ​ແບບ​ພິ​ເສດ ​ຫວຽດນາມ - ລາວ ​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ໃນ​ປະຫວັດສາດ​ໂລກ
ຊຸກຍູ້​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - Azerbaijan
ກອງ​ປະ​ຊຸມ​ສຳ​ມະ​ນາ "ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ Azerbaijan: ປະ​ຫວັດ​ສາດ ແລະ ອະ​ນາ​ຄົດ" (ພາບ: hanoimoi.com.vn/)

ຕອນ​ບ່າຍ​ວັນ​ທີ 18 ກໍລະກົດ, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ປະທານ​ກຳມາທິການຍຸຕິທຳ ​ສະພາ​ແຫ່ງ​ຊາດ, ປະທານ​​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສ​ະ​ພາ​ມິດ​ຕະ​ພາບຫວຽດ​ນາມ - Azerbaijan ຫງວຽນ​ແມ້ງ​ເກື່ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ Azerbaijan Anar Imanov ​ເນື່ອງ​ໃນ​ໂອກາດ​ທ່ານ ໃກ້​ຈະ​ສິ້ນ​ສຸດ​ອາ​ຍຸການ​ປະ​ຕິ​ບັດ​ງານ​ຢູ່ ຫວຽດ​ນາມ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ປະທານ​ກຸ່ມ​ສະມາຊິກ​ລັດ​ຖະ​ສ​ະ​ພາ​ມິດຕະພາບ ຫວຽດນາມ - Azerbaijan ຫງວຽນ​ແມ້ງ​ເກື່ອງ ​ໄດ້​ສ​ະ​ແດງ​ຄວາມ​ຊົມ​ເຊີຍ​​ທ່ານ​ເອກ​ອັກຄະ​ລັດຖະທູດ Azerbaijan Anar Imanov ທີ່​ໄດ້ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ດີເລີດໃນ​ໄລຍະ​ເຮັດ​ວຽກ​ຢູ່​ຫວຽດນາມ; ທ່ານຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ອັນ​ຕັ້ງໜ້າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ໃນ​ການ​ພົວພັນ​ມິດຕະພາບ​ຫວຽດນາມ - Azerbaijan.

​ໂດຍ​ໄດ້​ຮູ້​ວ່າ, Azerbaijan ​ໄດ້​ຕັ້ງ​ສະຖານທູດ​ປະ​ຈຳຫວຽດນາມ ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2013, ​ແຕ່​ສາຍ​ພົວພັນ​ມິດຕະພາບ​​ລະຫວ່າງ​ສອງ​ປະ​ເທດ​ມີ​ມາ​ແຕ່​ດົນ​ນານ ​ແລະ ​ໄດ້​ຮັບ​ການເພີ່ມພູນຄູນສ້າງ​ຈາກ​ການ​ນຳ​ລຸ້ນຕ່າງໆ​ຂອງ​ຫວຽດນາມ ​ແລະ Azerbaijan

ທ່ານ​ເອກ​ອັກຄະ​ລັດຖະທູດ Azerbaijan Anar Imanov ​ໄດ້ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຂອງ​ທ່ານ ຫງວຽນ​ແມັ້ງ​ເກື່ອງ​. ​ໃນ​ໄລຍະ​ປະ​ຕິ​ບັດ​ງານຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ຮັບ​ຄວາມ​ຮັກ​ແພງ​ສະໜິດສະໜົມ​, ພ້ອມ​ທັງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຈາກ​ການ​ນຳ​ຫວຽດນາມ.

ປີ 2022 ​ແມ່ນ​ປີ​ທີ່​ເປັນ​ຂີດ​ໝາຍ​ປະຫວັດສາດ​ທີ່​ສຳຄັນ​ທີ່​ສຸດ ​ເມື່ອ​ຫວຽດນາມ - Azerbaijan ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (23/9/1992 – 23/9/2022). 2 ຝ່າຍ​ປາດ​ຖະໜາ​ວ່າ ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - Azerbaijan ຈະ​ມີ​ການ​ພົບ​ປະ​ແລກປ່ຽນ​ຢ່າງ​ແທດ​ຈິງ​ກ່ວາ​ອີກ​ກັບ​ລັດຖະສະພາ ​ແລະ ບັນດາ​ສະມາຊິກ​ລັດຖະສະພາ Azerbaijan.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.