ອົງການອະນາໄມໂລກ WHO ສະແດງຄວາມຂອບໃຈການຊ່ວຍເຫຼືອຂອງຫວຽດນາມ ໃນການຕໍ່ສູ້ກັບພະຍາດ Covid-19

13:37 | 29/04/2020

ຍສໝ - ເມື່ອບໍ່ດົນມານີ້ , ຢູ່ Geneva, ທ່ານ Tedros Adhanom Ghebreyesus - ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ WHO ໄດ້ສະແດງຄວາມຂອບໃຈ ສຳຫຼັບການຊ່ວຍເຫຼືອຂອງຫວຽດນາມ, ບັນດາປະເທດ, ອົງການຈັດຕັ້ງ ແລະ ບຸກຄົນຕ່າງໆ ໃນແຜນຍຸດທະສາດການຕອບໂຕ້ ແລະ ການກະກຽມດ້ານຍຸດທະສາດຂອງ WHO ໃນການຕໍ່ສູ້ກັບການລະບາດຂອງພະຍາດ Covid-19.

ອ ງການອະນາໄມໂລກ who ສະແດງຄວາມຂອບໃຈການຊ ວຍເຫ ອຂອງຫວຽດນາມ ໃນການຕ ສ ກ ບພະຍາດ covid 19 ຫວຽດນາມ ໄດ້ມອບເງິນຈຳນວນ 1,5 ຕື້ດົ່ງ ເພື່ອຊ່ວຍເຫຼືອປະຊາຊົນກູບາ ໃນການຕໍ່ສູ້ກັບພະຍາດ Covid-19
ອ ງການອະນາໄມໂລກ who ສະແດງຄວາມຂອບໃຈການຊ ວຍເຫ ອຂອງຫວຽດນາມ ໃນການຕ ສ ກ ບພະຍາດ covid 19 ປະຊາຊົນຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈ ເພື່ອຊ່ວຍເຫຼືອ ກູບາ ໃນການຕໍ່ສູ້ກັບພະຍາດ COVID-19

ໃນການປະຊຸມຂ່າວ, ທ່ານ Tedros Adhanom Ghebreyesus - ຜູ້ອຳນວຍການໃຫຍ່ ຂອງອົງການອະນາໄມໂລກ WHO ໄດ້ກ່າວວ່າ: "ຂ້າພະເຈົ້າຂໍຂອບໃຈປະເທດປອກຕຸຍການ ແລະຫວຽດນາມ ທີ່ໄດ້ປະກອບສ່ວນເຂົ້າໃນແຜນການຕອບໂຕ້ ແລະ ການກະກຽມດ້ານຍຸດທະສາດຂອງ WHO ເມື່ອບໍ່ດົນມານີ້", ແລະ ສະແດງຄວາມຂອບໃຈສຳຫຼັບ ຫລາຍກວ່າ 280.000 ບຸກຄົນ, ກຸ່ມບໍລິສັດ ແລະ ອົງການຈັດຕັ້ງຕ່າງໆ ທີ່ໄດ້ປະກອບສ່ວນເຂົ້າໃນກອງທຶນຕອບສະໜອງຄວາມສາມັກຄີຂອງອົງການອະນາໄມໂລກ WHO.

ອ ງການອະນາໄມໂລກ who ສະແດງຄວາມຂອບໃຈການຊ ວຍເຫ ອຂອງຫວຽດນາມ ໃນການຕ ສ ກ ບພະຍາດ covid 19
ທ່ານ Tedros Adhanom Ghebreyesus - ຜູ້ອຳນວຍການໃຫຍ່ອົງການ WHO ໃນການປະຊຸມຂ່າວໃນວັນທີ 27 ເມສາ, ຢູ່ Geneva. (ພາບ: WHO)

ທ່ານ Tedros Adhanom Ghebreyesus ກ່າວວ່າ, ອົງການ WHO ຍັງສືບຕໍ່ຮຽກຮ້ອງໃຫ້ປະເທດຕ່າງໆ ຕ້ອງການດຳເນີນການຕິດຕາມ, ປະຕິບັດການແຍກຫ່າງ, ກວດກາ ແລະ ປິ່ນປົວກໍລະນີຕິດເຊື້ອພະຍາດ Covid-19, ກໍ່ຄືຕິດຕາມຜູ້ກ່ຽວທັງໝົດ, ເພື່ອຮັບປະກັນຮັກສາໄວ້ການຫຼຸດຜ່ອນຂອງການຕິດເຊື້ອ.

ອີງຕາມຜູ້ອຳນວຍການໃຫຍ່ອົງການ WHO, ໃນທ້າຍອາທິດນີ້, ອົງການອະນາໄມໂລກ WHO ຈະເລີ່ມຕົ້ົ້ນປະຕິບັດແຜນຍຸດທະສາດການຕອບໂຕ້ ແລະ ການກະກຽມໄລຍະທີ 2 ໂດຍການຄາດຄະເນດ້ານແຫຼ່ງກໍາລັງທີ່ຈຳເປັນ ສຳລັບໄລຍະຕໍ່ໄປຂອງການຕອບສະໜອງທົ່ວໂລກ. ທ່ານ Ghebreyesus ຮຽກຮ້ອງວ່າ. "ຂ້າພະເຈົ້າສືບຕໍ່ຮຽກຮ້ອງໃຫ້ທົ່ວໂລກ ຈົ່ງສະແດງຄວາມສາມັກຄີ ແລະ ເປັນເອກະພາບໃນແຕ່ລະປະເທດໃນການຮັບມືກັບໂລກລະບາດນີ້, ເພື່ອສະກັດກັ້ນໂລກລະບາດໄລຍະຕໍ່ໄປ, ແລະ ສ້າງໂລກໃຫ້ມີສຸຂະພາບແຂງແຮງ, ບໍ່ເປັນພະຍາດ ແລະ ມີຄວາມສະເໝີພາບຕໍ່ທຸກຄົນໃນໂລກ.”

ກ່ອນໜ້ານີ້, ອົງການ WHO ໄດ້ສົ່ງອຸປະກອນການແພດ, ອຸປະກອນປ້ອງກັນສ່ວນຕົວ ແລະ ເຄື່ອງທີ່ຈຳເປັນເພື່ອຮັບໃຊ້ໃນຊີວິດປະຈຳວັນ ຈຳນວນຫຼວງຫຼາຍໄປຍັງ 105 ປະເທດ; ແລະ ກໍ່ຄືອຸປະກອນສະໜັບສະໜູນຫ້ອງທົດລອງ ໃຫ້ແກ່ຫຼາຍກ່ວາ 127 ປະເທດ. ໃນອະນາຄົດອັນໃກ້ນີ້, ອົງການ WHO ຈະສົ່ງອຸປະກອນຊ່ວຍເຫຼືອເພີ່ມອີກຫຼາຍລ້ານອັນ ແລະ ຈະຊ່ວຍເພີ່ມຄວາມເຂັ້ມແຂງໃຫ້ແກ່ການກຽມພ້ອມຮັບມືກັບ ໂລກລະບາດ Covid - 19.

ອ ງການອະນາໄມໂລກ who ສະແດງຄວາມຂອບໃຈການຊ ວຍເຫ ອຂອງຫວຽດນາມ ໃນການຕ ສ ກ ບພະຍາດ covid 19 ຫວຽດນາມ ໄດ້ສະໜັບສະໜູນ 50,000 ໂດລາສະຫະລັດ ໃຫ້ກອງທຶນຮັບມືພະຍາດ Covid-19 ຂອງ WHO

ຍສໝ​ - ໂດຍໄດ້ຮັບການມອບສິດຂອງນາຍົກລັດຖະມົນຕີ, ໃນຕອນບ່າຍວັນທີ 24 ເມສາ, ທີ່ສຳນັກງານໃຫຍ່ກະຊວງການຕ່າງປະເທດ, ທ່ານ ເລຮ່ວາຍຈູງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມອບເງິນເປັນສັນຍະລັກ ຈຳນວນ 50,000 ໂດລາສະຫະລັດ ຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ເພື່ອການສະໜັບສະໜູນກອງທຶນຮັບມືພະຍາດ Covid-19 ຂອງອົງການອະນາໄມໂລກ (WHO), ປະກອບສ່ວນເຂົ້າໃນການປ້ອງກັນ ແລະ ...

ອ ງການອະນາໄມໂລກ who ສະແດງຄວາມຂອບໃຈການຊ ວຍເຫ ອຂອງຫວຽດນາມ ໃນການຕ ສ ກ ບພະຍາດ covid 19 ອົງການອະນາໄມໂລກ WHO ໄດ້ຕີລາຄາສູງວິທີການ 4 ກັບທີ່ ເພື່ອສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ

ຍສໝ - ທ່ານ Kydong Park, ຫົວໜ້າຄະນະຕົວແທນ ອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: “ອົງການອະນາໄມໂລກ WHO ໄດ້ຕີລາຄາສູງວິທີການ 4 ກັບທີ່ຂອງ ລັດຖະບານຫວຽດນາມ, ນັ້ນແມ່ນ ການຊີ້ນຳກັບທີ່, ກຳລັງກັບທີ່, ພາຫະນະກັບທີ່ ແລະ ພະລາທິການກັບທີ່”.

ອ ງການອະນາໄມໂລກ who ສະແດງຄວາມຂອບໃຈການຊ ວຍເຫ ອຂອງຫວຽດນາມ ໃນການຕ ສ ກ ບພະຍາດ covid 19 WHO ກ່າວເຕືອນຄົນຮຸ່ນໜຸ່ມຕ້ອງລະມັດລະວັງຕໍ່ການລະບາດຂອງພະຍາດ Covid-19

ຍສໝ - ໃນສະພາບການທີ່ພະຍາດ Covid - 19 ກໍາລັງມີການຜັນແປຢ່າງສັບສົນ, ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນຄົນຮຸ່ນໜຸ່ມຕ້ອງລະມັດລະວັງຕໍ່ການລະບາດຂອງພະຍາດ Covid 19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.